ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເສດຖະສາດ ທະນາຄານພັດທະນາ ເອເຊຍ ຄາດວ່າ ລາວ ຈະປະເຊີນກັບ ບັນຫາເງິນເຟີ້ ໃນປີ 2019


ລາວ ຈະປະເຊີນກັບບັນຫາເງິນເຟີ້ ທີ່ປັບໂຕສູງຂຶ້ນ ສ່ວນເງິນກີບ ກໍຍັງຈະສືບຕໍ່ ລົດຄ່າຕ່ຳລົງເກີນກວ່າ 11 ເປີເຊັນ ໃນປີ 2019
ລາວ ຈະປະເຊີນກັບບັນຫາເງິນເຟີ້ ທີ່ປັບໂຕສູງຂຶ້ນ ສ່ວນເງິນກີບ ກໍຍັງຈະສືບຕໍ່ ລົດຄ່າຕ່ຳລົງເກີນກວ່າ 11 ເປີເຊັນ ໃນປີ 2019

ນັກເສດຖະສາດຂອງທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລາວ ຈະ
ປະເຊີນກັບບັນຫາເງິນເຟີ້ ທີ່ປັບໂຕສູງຂຶ້ນ ສ່ວນເງິນກີບ ກໍຍັງຈະສືບຕໍ່ ລົດຄ່າຕ່ຳລົງ
ເກີນກວ່າ 11 ເປີເຊັນ ໃນປີ 2019.

ທ່ານ ສຸລິນທອນ ເລື່ອງຄຳສິງ ນັກເສດຖະສາດ ຂອງທະນາຄານພັດທະນາເອເຊຍ ຫຼື
ADB ປະຈຳລາວ ຢືນຢັນວ່າ ອັດຕາເງິນເຟີ້ຂອງລາວ ໄດ້ປັບໂຕຈາກລະດັບ 0.95
ເປີເຊັນ ໃນຕົ້ນປີ 2018 ຂຶ້ນມາຢູ່ທີ່ລະດັບ 3.06 ເປີເຊັນ ໃນປັດຈຸບັນ ໂດຍເຖິງແມ່ນ
ວ່າ ຈະເປັນອັດຕາເງິນເຟີ້ ທີ່ຕ່ຳກວ່າຫຼາຍໆປະເທດ ໃນກຸ່ມອາຊຽນດ້ວຍກັນກໍຕາມ
ແຕ່ວ່າ ກໍຖືເປັນປັດໄຈດ້ານລົບ ຕໍ່ການພັດທະນາເສດຖະກິດ ມະຫາພາກຂອງລາວ
ເພາະອັດຕາເງິນເຟີ້ຂອງລາວ ຍັງມີທ່າອຽງເພີ່ມຂຶ້ນອີກ ໃນປີ 2019 ໂດຍມີສາເຫດ
ຈາກຄວາມຕ້ອງການສິນຄ້າອຸປະໂພກບໍລິໂພກ ທີ່ເພີ່ມສູງຂຶ້ນ ຂະນະທີ່ການຜະລິດ
ສິນຄ້າຕ່າງໆໃນປະເທດ ບໍ່ພຽງພໍກັບຄວາມຕ້ອງການ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດ
ເປັນດ້ານຫລັກ ສ່ວນກະຊວງອຸດສາຫະກຳ ແລະການຄ້າ ຂອງລາວ ກໍບໍ່ສາມາດ
ຄວບຄຸມລາຄາສິນຄ້າໄດ້ຢ່າງແທ້ຈິງອີກດ້ວຍ ດັ່ງທີ່ ທ່ານ ສຸລິນທອນ ໄດ້ໃຫ້ການຢືນ
ຢັນວ່າ:

“ອັນນີ້ ມັນຜູກພັນກັນໝົດແລ້ວ ເຮົາຈະເຫັນວ່າ ເລີ່ມມີການເໜັງຕີງ ເຖິງວ່າ ກະຊວງ
ການຄ້າ ຈະໃສ່ໃຈ ຫຼືຄຸ້ມຄອງ ກະເຫັນວ່າ ມີການເໜັງຕີງຂຶ້ນມາພໍສົມຄວນ ແລ້ວ
ເດືອນ 10, 11, 12 ເອີ້ນວ່າ ມີບຸນສິນກິນທານຫຼາຍໆຢ່າງເຂົ້າມາ ຄືຄວາມຕ້ອງການ
ຈາກ ໝູບໍ່ ຈາກງົວບໍ່ ຈາກພືດຜັກ ອີ່ຫຍັງຕ່າງໆ ເອີ້ນວ່າ ລະດູນັ້ນ ແມ່ນລະດູການ
ຊົມໃຊ້ ໃນການໃຊ້ຈ່າຍ ຂອງເຮົານີ້ສູງ ກະເຫັນວ່າ ມີການເຮັດໃຫ້ມັນຜັກດັນໃຫ້
ອັດຕາເງິນເຟີ້ຂອງເຮົານີ້ສູງ.”

ເງິນກີບລາວ ໃບນຶ່ງແສນກີບ
ເງິນກີບລາວ ໃບນຶ່ງແສນກີບ

ພາຍໃຕ້ສະພາບການດັ່ງກ່າວ ຍັງໄດ້ສົ່ງຜົນກະທົບ ເຮັດໃຫ້ຄ່າເງິນກີບຂອງລາວ ຕົກ
ຕ່ຳລົງຢ່າງຕໍ່ເນື່ອງອີກດ້ວຍ ໂດຍມີສາເຫດສຳຄັນມາຈາກ ລາຄານ້ຳມັນເຊື້ອໄຟ ແລະ
ສິນຄ້າອຸປະໂພກບໍລິໂພກ ທີ່ປັບໂຕສູງຂຶ້ນນັບມື້ ໂດຍເຫັນໄດ້ຈາກອັດຕາແລກປ່ຽນ
ລະຫວ່າງ ເງິນກີບ ກັບເງິນໂດລາສະຫະລັດ ແລະເງິນບາດຂອງໄທ ໄດ້ມີການປ່ຽນແປງ
ຈາກອັດຕາສະເລ່ຍ 8,290 ກີບ ຕໍ່ໂດລາສະຫະລັດ ກັບ 239 ກີບຕໍ່ 1 ບາດ ໃນຕົ້ນປີ
2018 ມາເປັນ 8,553 ກີບຕໍ່ໂດລາສະຫະລັດ ແລະ 267 ກີບຕໍ່ 1 ບາດໃນປັດຈຸບັນນີ້
ຊຶ່ງຄິດເປັນການຕົກຕ່ຳລົງຂອງຄ່າເງິນກີບ ໃນອັດຕາສະເລ່ຍ ທີ່ເກີນກວ່າ 3 ເປີເຊັນ
ແລະ 11 ເປີເຊັນ ທຽບໃສ່ໂດລາສະຫະລັດ ແລະເງິນບາດນັ້ນເອງ.

ຍິ່ງໄປກວ່ານັ້ນ ການຕົກຕ່ຳລົງຂອງຄ່າເງິນກີບດັ່ງກ່າວນີ້ ເມື່ອສົມທົບດ້ວຍລາຄານ້ຳມັນ
ເຊື້ອໄຟ ແລະສິນຄ້າຕ່າງໆ ກໍໄດ້ປັບໂຕສູງຂຶ້ນດ້ວຍເຊັ່ນກັນ ກໍຍັງເຮັດໃຫ້ດັດຊະນີລາ
ຄາຜູ້ບໍລິໂພກໄດ້ປັບໂຕເພີ່ມຂຶ້ນຈາກ 102 ເປີເຊັນໃນຕົ້ນປີ 2018 ມາເປັນ 107 ເປີເຊັນ
ໃນປັດຈຸບັນນີ້ ທັງຄາດໝາຍວ່າ ຈະປັບໂຕສູງຂຶ້ນເກີນກວ່າ 110 ເປີເຊັນ ໃນຕົ້ນປີ
2019 ອີກດ້ວຍ.

ຄ່າເງິນກີບຂອງລາວ ຕົກຕ່ຳລົງຢ່າງຕໍ່ເນື່ອງອີກດ້ວຍ ໂດຍມີສາເຫດສຳຄັນມາຈາກ ລາຄານ້ຳມັນ ເຊື້ອໄຟ ກໍໄດ້ປັບໂຕສູງຂຶ້ນ ດ້ວຍເຊັ່ນກັນ
ຄ່າເງິນກີບຂອງລາວ ຕົກຕ່ຳລົງຢ່າງຕໍ່ເນື່ອງອີກດ້ວຍ ໂດຍມີສາເຫດສຳຄັນມາຈາກ ລາຄານ້ຳມັນ ເຊື້ອໄຟ ກໍໄດ້ປັບໂຕສູງຂຶ້ນ ດ້ວຍເຊັ່ນກັນ

ກ່ອນໜ້ານີ້ ADB ຍັງໄດ້ປັບຄາດໝາຍການເຕີບໂຕທາງເສດຖະກິດຂອງລາວ ໃນປີ
2018 ນີ້ ຈາກເດີມທີ່ອັດຕາສະເລ່ຍ 7 ເປີເຊັນ ລົງມາເປັນ 6.6 ເປີເຊັນ ເພາະໄພນໍ້າ
ຖ້ວມຄັ້ງໃຫຍ່ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2018 ເຮັດໃຫ້ການຜະລິດດ້ານ
ກະສິກຳຂະຫຍາຍໂຕພຽງ 2 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງໄວ້ທີ່ອັດຕາສະເລ່ຍ
3.2 ເປີເຊັນ ສ່ວນພາກອຸດສາຫະກຳ ແລະພາກບໍລິການທີ່ວາງເປົ້າໝາຍການຂະຫຍາຍ
ໂຕ ໄວ້ທີ່ລະດັບ 9.3 ເປີເຊັນ ແລະ 8.9 ເປີເຊັນ ກໍຂະຫຍາຍໂຕເພີ່ມຂຶ້ນພຽງ 6 ເປີເຊັນ
ແລະ 7 ເປີເຊັນເທົ່ານັ້ນ.

ນອກຈາກນີ້ ການທີ່ລາວປະເຊີນກັບ ການຂາດດຸນການຄ້າຕ່າງປະເທດ ໃນປັດຈຸບັນ
ຍັງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ລົດລົງອີກດ້ວຍ ເພາະລາວຕ້ອງ
ໃຊ້ເງິນຕາຕ່າງປະເທດຈຳນວນຫຼາຍ ເພື່ອຊຳຫລະລາຄາສິນຄ້າ ທີ່ນຳເຂົ້າຈາກຕ່າງ
ປະເທດເພີ່ມຂຶ້ນນັບມື້ ເມື່ອສົມທົບກັບໄພນ້ຳຖ້ວມຄັ້ງໃຫຍ່ ໃນຊ່ວງເດືອນກໍລະກົດ ຫາ
ກັນຍາທີ່ຜ່ານມາ ທີ່ໄດ້ກະທົບຕໍ່ການຜະລິດໃນພາກກະສິກຳຂອງລາວຢ່າງກວ້າງຂວາງ
ເຊັ່ນດຽວກັນກັບການຜະລິດໃນດ້ານການຂຸດຄົ້ນແຮ່ທາດ ທີ່ລົດລົງເກີນກວ່າ 2 ເປີເຊັນ
ທຽບໃສ່ປີ 2017 ໃນຂະນະທີ່ການນຳເຂົ້າສິນຄ້າຕ່າງປະເທດ ຍັງສືບຕໍ່ເພີ່ມຂຶ້ນ ຈຶ່ງເຮັດ
ໃຫ້ສາມາດຄາດໝາຍໄດ້ວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຈະ
ລົດລົງເຫຼືອຕ່ຳກວ່າ 1,000 ລ້ານໂດລາ ຊຶ່ງເທົ່າກັບມູນຄ່າການນຳເຂົ້າສິນຄ້າ ຈາກ
ຕ່າງປະເທດໄດ້ພຽງເດືອນເຄິ່ງເທົ່ານັ້ນ ທັງຍັງມີທ່າອຽງທີ່ຈະລົດລົງຕື່ມອີກ ຖ້າຫາກວ່າ
ລັດຖະບານລາວ ບໍ່ສາມາດຄວບຄຸມການນຳເຂົ້າສິນຄ້າ ແລະເພີ່ມການສົ່ງສິນຄ້າໄປ
ຕ່າງປະເທດໄດ້ຢ່າງແທ້ຈິງ ໃນປີ 2019.

XS
SM
MD
LG