ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານ ADB ຄາດໝາຍວ່າ ເສດຖະກິດ ລາວ ຈະເພີ້ມຂຶ້ນ ຈາກ 6.8 ເປັນ 7 ເປີເຊັນ ໃນປີ 2017


ກອງປະຊຸມ ລາຍງານ ການຂະຫຍາຍຕົວ ຂອງເສດຖະກິດລາວ ໃນປີ 2016 ທີ່ມີ ທ່ານນາງ Sandra Nicoll ຜູ້ຕ່າງໜ້າ ທະນາຄານພັດທະນາ ເອເຊຍ (ADB) ປະຈຳ ສປປ ລາວ ເຂົ້າຮ່ວມ.
ກອງປະຊຸມ ລາຍງານ ການຂະຫຍາຍຕົວ ຂອງເສດຖະກິດລາວ ໃນປີ 2016 ທີ່ມີ ທ່ານນາງ Sandra Nicoll ຜູ້ຕ່າງໜ້າ ທະນາຄານພັດທະນາ ເອເຊຍ (ADB) ປະຈຳ ສປປ ລາວ ເຂົ້າຮ່ວມ.

ທະນາຄານພັດທະນາເອເຊຍ ຄາດໝາຍວ່າ ເສດຖະກິດລາວຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 6.8 ເປີເຊັນ ໃນປີ 2016 ແລະຈະເພີ້ມຂຶ້ນເປັນ 7 ເປີເຊັນ ໃນປີ 2017 ໂດຍເປັນຜົນຈາກການທ່ອງທ່ຽວ ແລະການສົ່ງອອກໄຟຟ້າ.

Ms. Sandra Nicoll ຜູ້ຕ່າງໜ້າທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ຖະແຫລງລາຍງານ ການຄາດໝາຍວ່າ ເສດຖະກິດລາວ ໃນປີ 2016 ນີ້ ຈະຂະຫຍາຍ ຕົວເພີ້ມຂຶ້ນ ຈາກປີ 2015 ໃນອັດຕາສະເລ່ຍ 6.8 ເປີເຊັນ ທັງຍັງຈະຂະຫຍາຍຕົວເພີ້ມ ຂຶ້ນເປັນ 7 ເປີເຊັນ ໃນປີ 2017 ອີກດ້ວຍ ທັງນີ້ ໂດຍເປັນຜົນຈາກການຂະຫຍາຍຕົວ ຂອງພາກທຸລະກິດບໍລິການ ແລະການທ່ອງທ່ຽວທີ່ສົມທົບດ້ວຍການສົ່ງອອກ ພະລັງງານ ໄຟຟ້າ ທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ຕາຕະລາງ ລະດັບການຂະຫຍາຍຕົວ ຂອງຜະລິດຕະພັນລວມພາຍໃນ ຂອງລາວ ຈາກປີ 2006-2014
ຕາຕະລາງ ລະດັບການຂະຫຍາຍຕົວ ຂອງຜະລິດຕະພັນລວມພາຍໃນ ຂອງລາວ ຈາກປີ 2006-2014

Ms. Sandra ໄດ້ໃຫ້ການຢືນຢັນດ້ວຍວ່າ ທຸລະກິດການກໍ່ສ້າງ ແລະບໍລິການຕ່າງໆ ທີ່ມີ ທ່າອຽງຂະຫຍາຍການເຕີບໂຕເພີ້ມຂຶ້ນຢ່າງແຂງແຮງ ແລະການລົງທຶນຂອງຕ່າງປະເທດ ທີ່ເຂົ້າມາໃນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ ລວມເຖິງລາຄານ້ຳມັນ ທີ່ລົດຕ່ຳລົງດ້ວຍນັ້ນ ນອກ ຈາກຈະເປັນສິ່ງທີ່ຮັບປະກັນວ່າ ລາວຈະປະເຊີນກັບບັນຫາຂາດດຸນການຄ້ານ້ອຍລົງແລ້ວ ກໍຍັງຈະຊ່ວຍຮັກສາອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງລາວໄດ້ ຢ່າງແຂງແຮງ ໃນຕະຫຼອດລະຍະ 2 ປີ ຕໍ່ໜ້ານີ້ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງຄາດໝາຍການພັດທະນາເສດຖະກິດ ໃຫ້ ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັ່ນ ຕໍ່ປີ ໃນຕະຫຼອດລະຍະ ຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍເປັນລາຍຮັບ ຂອງປະຊາຊົນລາວໄດ້ເຖິງ 3,100 ຕໍ່ຄົນໃນປີ 2020.

ຫາກແຕ່ວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກ ຍູ້ໃຫ້ພາກກະສິກຳຂະຫຍາຍຕົວເພີ້ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ການບໍລິການ ກໍຈະຕ້ອງຂະຫຍາຍຕົວເພີ້ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີ ຕາມ ລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນລົງທຶນ ທີ່ຈະນຳໃຊ້ໃນໂຄງການພັດທະນາ ຕ່າງໆຂອງລັດຖະບານລາວໃຫ້ໄດ້ເຖິງ 27 ຕີ້ໂດລາ ໃນລະຍະ 5 ປີດັ່ງກ່າວ ໂດຍໃນນີ້ ເປັນການລົງທຶນຂອງພາກລັດຖະບານລາວ 24-28 ເປີເຊັນ ພາກເອກະຊົນ 54-58 ເປີ ເຊັນ ແລະສິນເຊື່ອໃນທະນາຄານ 19-21 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ດັ່ງທີ່ ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ໄດ້ໃຫ້ການຢືນ ຢັນວ່າ:

“ກ່ຽວກັບແຫລ່ງທຶນເພື່ອການພັດທະນາ ເພື່ອເຮັດໃຫ້ເສດຖະກິດ ມີການຂະຫຍາຍ ຕົວໃນລະດັບ 7.5 ເປີເຊັນຕໍ່ປີ ໃນ 5 ປີ ລັດຖະບານຕ້ອງການທຶນທັງໝົດປະມານ 220,000 ຕື້ກີບ ຫຼື ປະມານ 27 ຕື້ ຢູ່ໃນນີ້ ມີການລົງທຶນຂອງລັດໃນລະດັບ 24-28 ເປີເຊັນ ການລົງທຶນຈາກການກູ້ຢືມ 12-16 ເປີເຊັນ ນອກຈາກນັ້ນ ກໍເປັນການລົງທຶນ ຈາກພາກເອກະຊົນພາຍໃນ ແລະຕ່າງປະເທດ ປະມານ 54-58 ເປີເຊັນ ຂອງທຶນ ທັງໝົດ.”

ແຕ່ຢ່າງໃດກໍຕາມ ທະນາຄານໂລກ ໄດ້ຄາດໝາຍວ່າ ເສດຖະກິດລາວຂະຫຍາຍເພີ້ມຂຶ້ນ 6.4 ເປີເຊັນ ໃນລະຍະແຜນການປີ 2014-2015 ທຽບໃສ່ແຜນການປີ 2013-2014 ໂດຍມີສາເຫດສຳຄັນ ມາຈາກການຕົກຕ່ຳລົງ ໃນພາກການສົ່ງສິນຄ້າອອກໄປຕ່າງປະ ເທດ ເນື່ອງຈາກລະດັບຄວາມຕ້ອງການສິນຄ້າ ທີ່ຕ່ຳລົງໃນທົ່ວໂລກ ທີ່ສົມທົບດ້ວຍການ ຕົກຕ່ຳ ຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານ ໃນທົ່ວປະເທດລາວ.

ທະນາຄານໂລກ ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງລາວ ຈະດີຂຶ້ນໃນປີ 2016 ສອດຄ້ອງກັບການຄາດໝາຍຂອງ ທ່ານສົມດີ ທີ່ໄດ້ຢືນຢັນວ່າ ເສດຖະກິດ ຂອງ ລາວຈະຂະຫຍາຍຕົວເພີ້ມຂຶ້ນບໍ່ຕ່ຳກວ່າ 7.5 ເປີເຊັນ ໃນແຜນການປີ 2015-2016 ແຕ່ ຄະນະຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສັດຖະກິດໃນລາວ ຈະຂະຫຍາຍຕົວເພີ້ມຂຶ້ນພຽງ 7.3 ເປີເຊັນ ເທົ່ານັ້ນໃນປີ 2015-2016.

ກ່ອນໜ້ານີ້ ກະຊວງແຜນການແລະການລົງທຶນ ລາຍງານວ່າ ໃນແຜນການປີ 2014- 2015 ລັດຖະບານລາວໄດ້ວາງເປົ້າໝາຍ ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ ເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າ ການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງລາວ ຈະຂະຫຍາຍຕົວໃນອັດຕາດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ລະດົມການລົງທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

ແຕ່ວ່າ ລັດຖະບານລາວກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼື ບໍ່ເຖິິງ 10 ເປີ ເຊັນເທົ່ານັ້ນ ສ່ວນທີ່ເຫຼືອກໍຕ້ອງລະດົມຈາກການລົງທຶນຂອງເອກະຊົນລາວ ແລະຕ່າງ ຊາດ ໃນມູນຄ່າເຖິງ 18,200 ຕື້ກີບ ຮວມການຊ່ວຍເຫຼືອຈາກນານາຊາດ ແລະເພີ້ມວົງ ເງິນສິນເຊື່ອໃນປະເທດອີກເຖິງ 18,190 ຕື້ກີບ ອີກດ້ວຍ.

XS
SM
MD
LG