ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະ​ນະ​ຄານ ​ພັດ​ທະ​ນາ​ເອ​ເຊຍ ຄາດ​ວ່າ​ ເງິນ​ກີບ​ຈະລົດ​ຄ່າ​ຕ່ຳລົງ


ເງິນ​ກີບ​ລາ​ວ ເງິນ​ໂດ​ລາ ແລະ​ເງິນ​ບາດ.
ເງິນ​ກີບ​ລາ​ວ ເງິນ​ໂດ​ລາ ແລະ​ເງິນ​ບາດ.

ທະ​ນະ​ຄານ​ພັດ​ທະ​ນາ​ເອ​ເຊຍ ຄາດ​ວ່າ​ເງິນ​ກີບ​ຈະລົດ​ຄ່າ​ຕ່ຳລົງກ​ວ່າ 3 ເປີ​ເຊັນ ແລະ
11 ເປີເຊັນ ທຽບ​ກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ ແລະ​ເງິນ​ບາດ ສ່ວນ​ດັດ​ຊະ​ນີ​ລາ​ຄ​າ​ຜູ້​ບໍ​ລິ
​ໂພກ​ຈະ​ເກີນກວ່າ 107 ເປີ​ເຊັນ​ ໃນ​ທ້າຍ​ປີ 2018 ນີ້.

ທ່ານ​ລັດ​ຕະ​ນະ​ໄຕ ຫຼວງ​ລາດ​ບັນ​ດິດ ນັກ​ເສດ​ຖະ​ສາດ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ
​ເຊຍ (ADB) ສຳ​ນັກ​ງານ​ປະ​ຈຳ​ລາວ​ຢືນ​ຢັນ​ວ່າ ຄະ​ນະເງິ​ນກີບຂອງ​ລາວ​ຍັງ​ຈະ​ລົດ​ຄ່າ
​ຕົກຕ່ຳລົງ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຖິງ​ທ້າຍ​ປີ 2018 ນີ້ ສ່ວນ​ອັດ​ຕາ​ເງິນ​ເຟິ້​ນັ້ນ​ກໍ​ຍັງ​ສືບ​ຕໍ່​ເພີ້ມ
​ຂຶ້ນ​ນັບ​ມື້ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ ແລະ​ສິນ​ຄ້າ​ອຸ​ປະ​ໂພກ​ບໍ​ລິ​ໂພກ
ຕ່າງໆໃນ​ລາວ​ທີ່​ປັບ​ໂຕ​ສູງ​ຂຶ້ນ​ນັບ​ມື້ເຊັ່ນ​ດຽວ​ກັນ.

ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ກີບ​ກັບ​ເງິນ​ຕາ​ຕ່າງ​ປະ​ເທດ ໂດຍ
​ສະ​ເພາະ​ແມ່ນ​ເງິນ​ໂດ​ລາ​ສະ​ຫະ​ລັດ ແລະ​ເງິນ​ບາດ​ຂອງ​ໄທ​ນັ້ນ​ກໍ​ໄດ້​ມີ​ການ​ປ່ຽນ​ແປງ
​ຈາກ​ອັດ​ຕາ​ສະເລ່ຍ 8,290 ກີບ ຕໍ່​ໂດ​ລາ​ສະ​ຫະ​ລັດ ແລະ 239 ກີບ ຕໍ່ 1 ບາດ ໃນ​ໄຕ​
ມາດ​ທີ 1 ຂອງ​ປີ 2018 ມາ​ເປັນ 8,540 ກີບ ຕໍ່​ໂດ​ລາ​ສະ​ຫະ​ລັດ ແລະ 267 ກີບ ຕໍ່ 1
ບາດ ໃນ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ຄິດ​ເປັນ​ການ​ຕົກ​ຕ່ຳ​ລົງ​ຂອງ​ຄ່າ​ເງິນ​ກີບ​ໃນ​ອັດ​ຕາ​ສະ​ເລ່ຍ​ເກີນ
ກວ່າ 3 ເປີ​ເຊັນ ແລະ 11 ເປີ​ເຊັນ ທຽບ​ໃສ່​ໂດ​ລາ​ສະ​ຫະ​ລັດ ແລະ​ເງິນ​ບາດ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ຕົກ​ຕ່ຳ​ລົງ​ຂອງຄ່າເງິນ​ກີບ​ດັ່ງ​ກ່າວ​ນີ້ ເມື່ອ​ສົມ​ທົບ​ດ້ວຍ​ລາ​ຄາ​ນໍ້າ
​ມັນ​ເຊື້ອ​ໄຟ ແລະ​ສິນ​ຄ້າ​ຕ່າງໆ​ກໍ​ໄດ້​ປັບໂຕ​ສູງ​ຂຶ້ນ​ດ້ວຍ​ເຊັ່ນ​ກັນ ກໍ​ຍັງ​ເຮັດ​ໃຫ້​ດັດ​ຊະ​ນີ
​ລາ​ຄາ​ຜູ້​ບໍ​ລິ​ໂພກ​ໄດ້​ປັບ​ໂຕ​ເພີ້ມ​ຂຶ້ນ​ຈາກ 102 ເປີ​ເຊັນ ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2018
ມາ​ເປັນ 105.73 ເປີ​ເຊັນ ໃນ​ເວ​ລາ​ນີ້ທັງ​ຄາດ​ໝາຍ​ວ່າ​ຈະ ປັບ​ໂຕ​ສູງ​ຂຶ້ນ​ເກີນກວ່າ 107
ເປີ​ເຊັນ ໃນ​ທ້າຍ​ປີ​ນີ້ ສ່ວນ​ອັດ​ຕາ​ເງິນ​ເຟີ້ໃນ​ໄລ​ຍະ​ດຽວ​ກັນນີ້ ກໍ​ໄດ້​ປັບ​ໂຕ​ເພີ້ມ​ຂຶ້ນ​ຈ​າກ
0.95 ເປີ​ເຊັນ ເປັນ​ 3.06 ເປີ​ເຊັນ ໃນ​ປະ​ຈຸ​ບັນ. ຊຶ່ງ​ເຖິງ​ແມ່ນ​ວ່າ​ຈະ​ເປັນ​ອັດ​ຕາ​ເງິນ​ເຟີ້​
ທີ່​ຕ່ຳ​ກວ່າຫຼາຍໆ​ປ​ະ​ເທດໃນ​ພູ​ມີ​ພາກ​ດຽວ​ກັນ​ກໍ​ຕາມ​ ແຕ່​ວ່າ​ກໍ​ຖື​ເປັນ​ປັດ​ໄຈ​ດ້ານ​ລົບ​ຕໍ່​
ການ​ພັດ​ທະ​ນາເສດ​ຖະ​ກິດ​ມະ​ຫາ​ພາກຂອງ​ລາວ ທັງ​ໃນ​ລະ​ຍະ​ກາງ ແລະ​ໄລ​ຍະ​ຍາວ
​ອີກ​ດ້ວຍ ດັ່ງ​ທີ່ທ່ານ​ລັດ​ຕະ​ນະ​ໄຕ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ອັດ​ຕາ​ເງິນ​ເຟີ້ໃນ​ທົ່ວ​ເອ​ເຊຍ ແລະ​ປາ​ຊ​ຟິກ​ນີ້ ແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ​ ເຖິງ​ແມ່ນ​ວ່າລາ​
ຄາ​ນ້ຳ​ມັນ ແລະ​ລາ​ຄາ​ອາ​ຫານ​ຈະ​ພຸ້ງ​ສູງ​ຂຶ້ນ ໃນ​ໄ​ລ​ຍະ​ຜ່ານ​ມາໂດຍສະ ​ເພ​າ​ະໃນ​ປີ
2018 ມາ​ຫາປັດ​ຈຸ​ບັນ​ນີ້​ມັນໄດ້ເຜີຍ​ໃຫ້​ເຫັນ​ຄວາມບອບ​ບາງ ແລະ​ຈຸດ​ອ່ອນ​ຢູ່​ໃນ​ບັນ​
ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ເອ​ເຊຍ ແລະ​ປາ​ຊີ​ຟິກ​ນີ້ ຊຶ່ງມັນຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​
ຕ້ອງ​ມີ​ມາດ​ຕະ​ການ​ເພື່ອ​ຕໍ່​ຕ້ານ​ກັບ​ວິ​ກິດ​ການ​ໃນ​ໄລ​ຍະ​ກາງ ແລະ​ໄລ​ຍະ​ຍາວ."

ພ້ອມ​ກັນ​ນີ້ ADB ຍັງ​ໄດ້​ປັບ​ຄາດ​ໝາຍ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ລາວ​ປີ
2018 ນີ້​ຈາກ​ເ​ດີມ​ທີ່​ອັດ​ຕາ​ສະ​ເລ່ຍ 7 ເປີ​ເຊັນ​ລົງ​ມາ​ເປັນ 6.6 ເປີ​ເຊັນ ເພາະ​ໄພ​ນ້ຳ​
ຖ້ວມ​ຄັ້ງ​ໃຫຍ່ ໃນ​ຊ່ວງ​ເດືອນ​ມັງ​ກອນ​ຫາ​ເດືອນ​ກັນ​ຍາ 2018 ເຮັດ​ໃຫ້​ການ​ຜະ​ລິດ​
ດ້ານ​ກະ​ສິ​ກຳ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້ ໂດຍ​ຄາດ​ວ່າ​ຈະຂະ ຫ​ຍາຍ​ໂຕ​ພຽງ 2
ເປີ​ເຊັນ​ເທົ່າ​ນັ້ນ ທຽບ​ໃສ່​ປີ 2017 ສ່ວນ​ການ​ຜ​ະ​ລິດ​ດ້ານ​ແຮ່ ​ທາດຈະ​ລົດ​ລົງ 2 ເປີ​
ເຊັນເປັນ​ຢ່າງ​ນ້ອຍ​ທັງ​ຍັງຈະ​ຕ້ອງ​ປະ​ເຊີນກັບ​ການ​ຂາດ​ດູນ​ການ​ຄ້າ​ຕ່າງ​ປະ​ເທດ
​ເພີ້ມ​ຂຶ້ນ​ອີກ​ດ້​ວຍ.

ສ່ວນ​ທ່ານ​ສຸ​ລິ​ນ​ທອນ ເລື່ອງ​ຄຳ​ສິງ ນັກ​ເສດ​ຖະ​ສາດ​ຂອງ ADB ປະຈຳ ສ​ປ​ປ ລາວ
ຢືນ​ຢັນ​ວ່າ ​ການ​ຂາດດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ດັ່ງ​ກ່າວ ກໍ​ຍັງ​ເຮັດ​ໃຫ້​ທຶນ​ສຳ​ລອງ​ເງິນ​
ຕາ​ຕ່າງ​ປະ​ເທດ​ຈຳ​ນວນ​ຫຼາຍ ເພື່ອ​ຊຳ​ລະ​ລາ​ຄາ​ສິນ​ຄ້າ​ທີ່ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ
​ເພີ້ມ​ຂຶ້ນ​ນັບ​ມື້​ນັ້ນ​ເອງ.

ໂດຍ​ເມື່ອ​ສົມ​ທົບ​ກັບ​ໄພ​ນໍ້​າ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ ຫາ​ກັນ​ຍາ 2018
ຊຶ່ງ​ກະ​ທົບ​ຕໍ່​ການ​ຜະ​ລິດ​ໃນ​ພາກ​ກະ​ສິ​ກຳ​ຂອງ​ລາວ​ຢ່າງກວ້າງ​ຂວາງ ແລະ​ເຮັດ​ໃຫ້​
ຄາດ​ໝາຍ​ໄດ້​ວ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ລາວ​ຈະ​ລົດ​ລົງ​ໃນ​ປີ​ນີ້ ເຊັ່ນ​ດຽວ
​ກັນ​ກັບ​ການ​ຜະ​ລິດ​ດ້ານ​ການ​ຂຸດ​ຄົ້ນ​ແຮ່ທາດທີ່​ຄາດ​ວ່າ​ຈະ​ລົດ​ລົງ​ເກີນກວ່າ 2 ເປີ​
ເຊັນທຽບ​ກັບ​ປີ 2017 ຂະ​ນະ​ທີ່​ກາ​ນ​ນຳ​ເຂົ້​າສິນ​ຄ້າ​ຕ່າງ​ປະ​ເທດ ຍັງ​ສືບ​ຕໍ່​ເພີ້ມ​ຂຶ້ນ
ຊຶ່ງ​ກໍເຮັດ​ໃຫ້​ສາມາດ​ຄາດ​ໝາຍໄດ້​ວ່າ ທຶນ​ສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລາວ​
ຈະ​ລົດ​ລົງເຫຼືອ​ຕ່ຳ​ກວ່າ 1,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ເທົ່າກັບ​ການ​ນຳ​ເຂົ້​າສິນ
​ຄ້າ​ຕ່າງ​ປະ​ເທດ​ໄດ້​ພຽງ​ເດືອນ​ເຄິ່ງ​ເທົ່າ​ນັ້ນ ທັງ​ຍັງ​ມີ​ທ່າ​ອຽງ​ຈະ​ລົ​ດລົງອີກ ຫາກ​ບໍ່​
ຄວບ​ຄຸມ​ການນຳ​ເຂົ້າ​ສິນ​ຄ້າ​ຢ່າງ​ແທ້​ຈິງ.

XS
SM
MD
LG