ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ABD ຄາດການວ່າ ເສດຖະກິດລາວຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 3.7 ເປີເຊັນ ໃນຂະນະທີ່ນາຍົກລັດຖະມົນຕີ ໝັ້ນໃຈວ່າ ຈະຂະຫຍາຍໂຕ ຮອດ 4.8 ເປີເຊັນ


ຕາຕະລາງສະແດງການຂະຫຍາຍໂຕຂອງ GDP ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້.
ຕາຕະລາງສະແດງການຂະຫຍາຍໂຕຂອງ GDP ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້.

ທະນາຄານພັດທະນາແຫ່ງເອເຊຍ (ADB) ຄາດການວ່າ ເສດຖະກິດລາວຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 3.7 ເປີເຊັນໃນປີ 2023 ໃນຂະນະທີ່ນາຍົກລັດຖະມົນຕີລາວໝັ້ນໃຈວ່າ GDP ຈະຂະຫຍາຍໂຕຮອດ 4.8 ເປີເຊັນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກຊ່ຽວຊານດ້ານເສດຖະສາດໃນທະນາຄານພັດທະນາແຫ່ງເອເຊຍ (ADB) ເປີດເຜີຍວ່າ ADB ໄດ້ປັບຫຼຸດຄາດໝາຍການເຕີບໃຫຍ່ທາງເສດຖະກິດ (GDP) ຂອງ ສປປ ລາວ ໃນປີ 2023 ລົງຈາກອັດຕາສະເລ່ຍ 4 ເປີເຊັນ ມາຢູ່ທີ່ອັດຕາສະເລ່ຍ 3.7 ເປີເຊັນ, ເຊິ່ງເປັນຍ້ອນລາຄາສິນຄ້າ ແລະນໍ້າມັນທີ່ປັບໂຕເພີ້ມຂຶ້ນ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ເກີດບັນຫາເງິນເຟີ້ ແລະອັດຕາແລກປ່ຽນເງິນຕາທີ່ຜັນຜວນຢ່າງໜັກ ລວມທັງລາວກໍຍັງປະເຊີນກັບການຂາດດຸນການຄ້າຕ່າງປະເທດ ຢ່າງຕໍ່ເນື່ອງດ້ວຍນັ້ນ ກໍຍິ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດ ແລະຄ່າເງິນກີບ ກໍຍັງສືບຕໍ່ຕົກຕໍ່າລົງດ້ວຍນັ້ນ ຈຶ່ງໄດ້ສົ່ງຜົນກະທົບຕໍ່ການເຕີບໃຫຍ່ທາງເສດ ຖະກິດໃນລາວຢ່າງຫຼີກລ່ຽງບໍ່ໄດ້ນັ້ນເອງ.

ແຕ່ແນວໃດກໍຕາມ, ການທີ່ທາງລັດຖະບານລາວໄດ້ເປີດປະເທດເພື່ອຕ້ອນ ຮັບນັກທ່ອງທ່ຽວຕ່າງປະເທດ ຢ່າງກວ້າງຂວາງ ໃນທົ່ວປະເທດນັບຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນມານັ້ນ ກໍເຮັດໃຫ້ທຸລະກິດພາກບໍລິການ ແລະທ່ອງທ່ຽວໃນລາວເລີ້ມ ຟື້ນໂຕດີຂຶ້ນ ຍ້ອນວ່າມີລາຍຮັບເປັນເງິນຕາຕ່າງປະເທດຫຼັງຈາກທີ່ຂາດລາຍໄດ້ນັບເປັນເວລາຫຼາຍກວ່າ 2 ປີ ເພາະຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ນັ້ນ ໃນຂະນະທີ່ການຜະລິດໃນພາກກະສິກໍາ ແລະອຸດສາຫະກໍາກໍເລີ້ມກັບຄືນສູ່ສະພາວະ ທີ່ມີການຂະ ຫຍາຍໂຕເພີ້ມຂຶ້ນເຊັ່ນດຽວກັນຈຶ່ງເຮັດໃຫ້ທາງການລາວໝັ້ນໃຈວ່າ ເສດຖະ ກິດລາວໃນປີ 2023 ນີ້ ຈະຂະຫຍາຍໂຕເພີ້ມຂຶ້ນໄດ້ຮອດ 4.8 ເປີເຊັນ, ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຖະແຫຼງຢືນຢັນກ່ຽວກັບຄວາມໝັ້ນໃຈດັ່ງກ່າວວ່າ:

“ໄດ້ມີໝາກຜົນສໍາເລັດໃນການພັດທະນາປະເທດຊາດຈໍານວນນຶ່ງດັ່ງນີ້ ການຂະຫຍາຍໂຕທາງດ້ານເສດຖະກິດ ໄດ້ຊຸກຍູ້ໜ່ວຍງານການຜະລິດກະສິກໍາ ພາກອຸດສາຫະກໍາ ການບໍລິການທີ່ເປັນທ່າແຮງເພື່ອຂັບເຂື່ອນການຂະຫຍາຍໂຕທາງດ້ານເສດຖະກິດໃຫ້ດີຂຶ້ນ ອີງໃສ່ການຄິດໄລ່ GDP ຄາດຄະເນ 6 ເດືອນເຫັນວ່າ ເສດຖະກິດຂະຫຍາຍໂຕຢູ່ລະດັບບໍ່ຫຼຸດ 4.8 ສ່ວນຮ້ອຍ ຄິດ ໄລ່ມູນຄ່າຕາມປີເທົ່າກັບ 118,467 ຕື້ກີບ ເທົ່າກັບ 51 ສ່ວນຮ້ອຍຂອງແຜນການປີ ຄາດຄະເນໝົດປີ ຄາດວ່າຈະບັນລຸໄດ້ຕາມແຜນທີ່ສະພາແຫ່ງຊາດໄດ້ຮັບຮອງ.”

ໂດຍລັດຖະບານລາວໄດ້ວາງເປົ້າໝາຍຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນປີ 2023 ນີ້ໄວ້ທີ່ມູນຄ່າລວມ 232,228 ຕື້ກີບ ຫຼືປະມານ 11,186 ລ້ານໂດລາ ໂດຍຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ລະດັບ 1,491 ໂດລາ ຕໍ່ຄົນ ຕໍ່ປີ ເຊິ່ງຫຼຸດລົງຈາກເດີມທີ່ລະດັບ 2,674 ໂດລາຕໍ່ຄົນຕໍ່ປີ ໃນປີ 2022 ໝາຍຄວາມວ່າປະຊາຊົນລາວມີຖານະທີ່ຍາກ ຈົນລົງກວ່າເກົ່າຍ້ອນຜົນກະທົບໂດຍກົງຈາກການຕົກຕໍ່າຂອງຄ່າເງິນກີບທີ່ສົມທົບດ້ວຍອັດຕາເງິນເຟີ້ສູງ ເພາະການຂາດດຸນການຄ້າຕ່າງປະເທດທຸກປີ ແລະຍັງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຮຸນແຮງຂຶ້ນອີກຖ້າຫາກລັດຖະບານລາວຍັງບໍ່ສາມາດແກ້ໄຂບັນຫາໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນການແກ້ໄຂບັນຫາດ້ານຄ່າຄອງຊີບສູງນັ້ນ, ດັ່ງທີ່ນັກທຸລະກິດການຄ້າ ຂາອອກ-ຂາເຂົ້າ ໄດ້ໃຫ້ທັດສະນະວ່າ:

“ທັດສະນະຂອງພວກເຮົານີ້ ຕ້ອງເອົາກຸ່ມຜູ້ທີ່ຖືກຜົນກະທົບແຮງຫັ້ນມາເປັນໂຕຕັ້ງ ໂດຍສະເພາະຜູ້ທີ່ມີລາຍຮັບຕໍ່າ ເຖິງລາຍຮັບປານກາງ, ອັນນີ້ກະທົບແຮງຫຼາຍ ອາດຈະໄດ້ຟື້ນຟູຄືນບໍລິສັດສະບຽງທີ່ເຄີຍມີ ທີ່ມັນມີຄວາມຈໍາເປັນ ກະບໍ່ແມ່ນທຸກປະເພດເນາະ ປະເພດທີ່ກະຊວງການຄ້າເພິ່ນຈະໄດ້ຈັດວາງ ນອກຈາກວ່າເຮົາສິໄປກວດແຕ່ໂຄງສ້າງລາຄາເນາະ, ໃນປັດຈຸບັນນີ້ ສ່ວນຫຼາຍເຮົາກໍເລັງໃສ່ເລື້ອງການກວດໂຄງສ້າງລາຄາວ່າ ເຈົ້າບໍ່ຄວນເອົາປຽບ ເອົາລັດ ແຕ່ວ່າໂຄງສ້າງລາຄາໂຕຈິງ ຕົ້ນທຶນມັນສູງຢູ່ແລ້ວ ຄັນໄປບັງຄັບໃຫ້ມັນຕໍ່າກວ່າຕົ້ນທຶນ ມັນກະບໍ່ມີໃຜເຮັດແລ້ວເນາະ ເຮັດທຸລະກິດ.”

ແຕ່ແນວໃດກໍຕາມ, ລັດຖະບານລາວກໍຄາດຫວັງວ່າ ການສົ່ງສິນຄ້າອອກໄປຕ່າງປະເທດໄດ້ເພີ້ມຂຶ້ນ ຈະເຮັດໃຫ້ເສດຖະກິດລາວກັບຄືນສູ່ສະພາວະປົກ ກະຕິໄດ້ໃນໄວໆນີ້ ໂດຍສະເພາະການສົ່ງອອກໄຟຟ້າທີ່ຈະມີມູນຄ່າລວມເຖິງ 2,453 ລ້ານໂດລາໃນປີ 2023 ທີ່ເພີ້ມຂຶ້ນເກີນກວ່າ 40 ເປີເຊັນ ທຽບໃສ່ປີ 2022 ນັ້ນ.

XS
SM
MD
LG