ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ສິດທິມະນຸດ ຈະນຳສະເໜີ ບັນຫາຜົນກະທົບ ຈາກການສ້າງ ເຂື່ອນໄຟຟ້າ ເທິງແມ່ນໍ້າຂອງ


ເຂື່ອນໄຊຍະບູລີ ເປັນເຂື່ອນໄຟຟ້າເທິງແມ່ນໍ້າຂອງ ໃນແຂວງ
ໄຊຍະບູລີ, ສປປ ລາວ.
ເຂື່ອນໄຊຍະບູລີ ເປັນເຂື່ອນໄຟຟ້າເທິງແມ່ນໍ້າຂອງ ໃນແຂວງ ໄຊຍະບູລີ, ສປປ ລາວ.

ນັກເຄື່ອນໄຫວດ້ານສິດທິມະນຸດ ຈະນຳສະເໜີ ກ່ຽວກັບ ບັນຫາຜົນກະທົບຈາກການ
ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ໃຫ້ເປັນບັນຫາສຳຄັນໃນຄະນະກຳມະທິການ
ສິດທິມະນຸດຂອງ ອາຊຽນ.

ທ່ານ ເສລີ ນົນທະສູດ ຜູ້ຕາງໜ້າຂອງປະເທດ ໄທ ໃນຄະນະກຳມະທິການສິດທິມະນຸດ
ອາຊຽນ ໃຫ້ການຢືນຢັນວ່າ ຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່
ນໍ້າຂອງ ເປັນບັນຫາສຳຄັນປະການໜຶ່ງທີ່ຈະມີການນຳສະເໜີເພື່ອບັນຈຸເຂົ້າເປັນວາລະ
ສຳຄັນໃນການປະຊຸມເພື່ອປຶກສາຫາລືຮ່ວມກັນ ໃນຄະນະກຳມະທິການສິດທິມະນຸດ
ຂອງ ອາຊຽນ ທີ່ກຳນົດຈະມີກອງປະຊຸມວາລະພິເສດໃນຕົ້ນເດືອນສິງຫາ 2017 ທີ່ນະ
ຄອນຫຼວງ ມະນີລາ ປະເທດ ຟີລິບປິນ ຊຶ່ງເປັນກອງປະຊຸມໃນໂອກາດການກໍ່ຕັ້ງ ອາຊຽນ ຄົບຮອບ 50 ປີ ທີ່ຈະມີກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 50 ຄຽງຄຄູ່ກັນໄປ.

ໂດຍສາເຫດທີ່ຈະຕ້ອງມີການນຳສະເໜີດັ່ງກ່າວກໍເພາະວ່າ ໃນປັດຈຸບັນໄດ້ມີແຜນການ
ທີ່ຈະກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້ຂອງເຖິງ 19 ໂຄງການ ແບ່ງເປັນ 8 ໂຄງການ
ໃນແຂວງ ຢຸນໜານ ຂອງ ຈີນ, 9 ໂຄງການໃນ ລາວ ແລະ 2 ໂຄງການໃນ ກຳປູເຈຍ ຊຶ່ງ
ໃນນີ້ກໍປາກົດວ່າສ້າງສຳເລັດແລ້ວ 5 ໂຄງການໃນ ຈີນ ແລະ 3 ໂຄງການໃນ ລາວ ກຳລັງ
ກໍ່ສ້າງກໍຄື ໂຄງການເຂື່ອນໄຟຟ້າໄຊຍະບູລີ, ໂຄງການເຂື່ອນໄຟຟ້າດອນສະໂຮງ ແລະ
ໂຄງການເຂື່ອນໄຟຟ້າປາກແບງ. ຈຶ່ງເຮັດໃຫ້ຢ້ານວ່າ ການກໍ່ສ້າງເຂື່ອນໄຟຟ້າເຫຼົ່ານີ້
ຈະສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຂອງປະເທດທີ່ຢູ່ເຂດຕອນລຸ່ມ
ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າດັ່ງກ່າວ ດັ່ງທີ່ທ່ານ ເສລີ ໄດ້ໃຫ້ການອະທິບາຍວ່າ.

"ປະເດັນເລື່ອງສິ່ງແວດລ້ອມທີ່ເກີດຈາກການໃຊ້ແມ່ນໍ້າຂອງ ຍັງບໍ່ເຄີຍເວົ້າກັນໃນມິຕິ
ສິດມະນຸດມາກ່ອນ ກໍຈະມີກອບຢູ່ ກໍຄືກອບຂອງລຸ່ມແມ່ນໍ້າຂອງ ກໍຈະມີການພົວພັນເຖິງປະເທດ ຈີນ ດ້ວຍ ຕອນນີ້ໃນອາຊຽນເຮົາາພິຈາລະນາກັນຢູ່ວ່າໃນກອນວິໄສທັດໃໝ່
ຂອງອາຊຽນ ຄືກອບ Vision 2025 ນີ້ມີເລື່ອງຂອງການພັດທະນາຢ່າງຢືນຍົງເຂົ້າມາ
ດ້ວຍມັນກໍເລີຍເປັນຈຸດເກາະກ່ຽວວ່າ ການພັດທະນາໃນຮູບແຮບທີ່ທຳກັນຢູ່ທຳວັນນີ້
ບໍ່ວ່າຈະເປັນໂຄງການຂະໜາດໃຫຍ່ນອກປະເທດ ຫຼື ໃນປະເທດ ທີ່ມີຜົນກະທົບຕໍ່ສິ່ງ
ແວດລ້ອມນີ້ ມັນຈະກະທົບຕໍ່ຄວາມເປັນຢູ່ຂອງປະຊາຊົນຢູ່ດີ ເພາະສະນັ້ນກໍເລີຍມີມຸມ
ມອງຂອງສິດທິມະນຸດເຂົ້າມາຈັບ."

ກ່ອນໜ້ານີ້ ທ່ານ ນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນ ໄທ ເພື່ອການອະນຸລັກສິ່ງແວດລ້ອມໃນລຸ່ມແມ່ນໍ້າຂອງ ໄດ້ຢືນຢັນວ່າ ເຄືອຂ່າຍປະຊາຊົນ ໄທ ແລະ ບັນດາອົງ
ການອະນຸລັກສິ່ງແວດລ້ອມໃນ ອາຊຽນ ແລະ ສາກົນຍັງຈະສືບຕໍ່ເຄື່ອນໄຫວຄັດຄ້ານ
ໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງຕໍ່ໄປ ໂດຍສະເພາະແມ່ນ ໂຄງການ
ກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງຕໍ່ໄປ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນເທິງ
ແມ່ນໍ້າຂອງໃນ ລາວ ເພາະເຊື່ອວ່າຈະສົ່ງຜົນກະທົບຕໍ່ການອົບພະຍົບຂອງປາ, ທັງຍັງ
ຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະຊາດໃນແມ່ນໍ້າຂອງຕະຫຼອດທັງສາຍໃນຕອນ
ລຸ່ມຂອງແມ່ນໍ້າອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດຕ້າຖັງຈາກ ຈີນ ທີ່ເປັນຜູ້ລົງທຶນໃນໂຄງການກໍ່ສ້າງເຂື່ອນ
ປາກແບງເທິງແນວແມ່ນໍ້າຂອງ ກໍໄດ້ວາງເປົ້າໝາຍທີ່ຈະເລີ່ມລົງມືກໍ່ສ້າງເຂື່ອນໃນພາກ
ຕົວຈິງໃຫ້ໄດ້ພາຍໃນປີ 2017 ນີ້ ໂດຍປັດຈຸບັນທາງບໍລິສັດກຳລັງສຸມໃສ່ການສຶກສາ
ແລະ ສຳຫຼວດໃນຂັ້ນສຸດທ້າຍ ເພື່ອນຳສະເໜີເອກະສານສຳຄັນຕ່າງໆ ທີ່ກ່ຽວຂ້ອງໄປ
ຍັງປະເທດສະມາຊິກຂອງຄະກຳມະທິການແມ່ນໍ້າຂອງ (MRC) ຮ່ວມກັບ ລາວ ກໍຄື
ກຳປູເຈຍ, ໄທ ແລະ ຫວຽດນາມ ນັ້ນ ໃຫ້ຮັບຊາບເຖິງລາຍລະອຽດຂອງແຜນການດ້ານ
ຕ່າງໆຂອງໂຄງການໃນມໍ່ໆນີ້.

ໂຄງການເຂື່ອນປາກແບງເທິງແນວແມ່ນໍ້າຂອງທີ່ຕັ້ງຢູ່ລະຫວ່າງເມືອງເງິນ ແຂວງໄຊຍະ
ບູລີ ກັບເມືອງປາກແບງ ແຂວງອຸດົມໄຊ ຈະມີຕົວເຂື່ອນຍາວ 1,000 ແມັດ, ສັນເຂື່ອນ
ສູງ 64 ແມັດ, ປະກອບມີຈັກປັ່ນໄຟຟ້າຈຳນວນ 16 ເຄື່ອງ,ມີກຳລັງຕິດຕັ້ງລວມ 912
ເມກະວັດ, ມີລະບົບປ່ອຍຂີ້ຕົມລອດພື້ນອັດຕະໂນມັດ, ມີຊ່ອງທາງເດີນເຮືອແບບ LIFT
ຍົກນໍ້າໜັກໄດ້ປະມານ 500 ໂຕນ ທັງກໍຍັງຈະມີຊ່ອງທາງສຳລັບປາຂຶ້ນ-ລົງຢູ່ດ້ານຂ້າງ
ຂອງເຂື່ອນທີ່ກວ້າງປະມານ 15 ແມັດ ແລະ ຍາວ 1,000 ແມັດເຮັດໃຫ້ປາສາມາດຂຶ້ນ-
ລົງໄດ້ຢ່າງສະດວກອີກດ້ວຍ ຈຶ່ງເຮັດໃຫ້ຈະຕ້ອງໃຊ້ເງິນທຶນກໍ່ສ້າງຫຼາຍກວ່າ 2,000
ລ້ານໂດລາ.

ສ່ວນໂຄງການເຂື່ອນໄຟຟ້າໄຊຍະບູລີທີ່ມີກຳລັງຕິດຕັ້ງ 1,285 ເມກະວັດ ຊຶ່ງໄດ້ລົງມືກໍ່
ສ້າງນັບແຕ່ທ້າຍປີ 2012 ເປັນຕົ້ນມາຈົນເຖິງປັດຈຸບັນກໍຄືບໜ້າໄປແລ້ວ 84 ເປີເຊັນ
ຂອງແຜນການ ຈຶ່ງຄາດວ່າຈະແລ້ວສຳເລັດຕາມກຳນົດໃນທ້າຍປີ 2019 ທາງດ້ານໂຄງ
ການເຂື່ອນໄຟຟ້າດອນສະໂຮງ ທີ່ມີກຳລັງຕິດຕັ້ງ 260 ເມກະວັດ ກໍຄືບໜ້າໄປແລ້ວເກີນ
ກວ່າ 30 ເປີເຊັນ ແລະ ມີກຳນົດກໍ່ສ້າງແລ້ວສຳເລັດໃນປີ 2019 ເຊັ່ນກັນ.

XS
SM
MD
LG