ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ວິ​ຈານ​ການ​ປະ​ພຶດ ທີ່ບໍ່​ດີ ຂອງ ຈີນ


ວ່າ​ການ​ລັດ​ຖະ​ມົນ​ຕີ​ປ້​ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ແພັດທ​ຣິກ ຊາ​ນາ​ແຮນ, ກາງ, ແລະລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ນາຍ​ພົນ ເຫວີຍ ເຝັນ​ຍີ້, ຂວາ.
ວ່າ​ການ​ລັດ​ຖະ​ມົນ​ຕີ​ປ້​ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ແພັດທ​ຣິກ ຊາ​ນາ​ແຮນ, ກາງ, ແລະລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ນາຍ​ພົນ ເຫວີຍ ເຝັນ​ຍີ້, ຂວາ.

ນັບ​ຕັ້ງ​ແຕ່​ອາ​ທິດ​ທຳ​ອິດ​ທີ່ ວ່າ​ການລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ແພັດ ຊາ​ນາ​ແຮນ
ໄດ້ເຂົ້າກຳຕຳແໜ່ງຢູ່ທຳນຽບຫ້າແຈນັ້ນ, ທ່ານໄດ້ກ່າວວ່າ ຄວາມເປັນຫ່ວງສູງສຸດຂອງ
ທ່ານແມ່ນ “ຈີນ, ຈີນ, ຈີນ.”

ໃນ​ວັນ​ເສົາ​ວານນີ້, ທ່ານ ຊາ​ນາ​ແຮນ ໄດ້​ກ່າວ​ຕໍ່​ຜູ້​ຟັງ​ທີ່ກອງ​ປະ​ຊຸມ​ປ້ອງ​ກັນ​ປະ​ເທດ ແຊງ
ກຣິ-ລາ ປະຈຳປີ ວ່າ ສະຫະລັດ ຈະບໍ່ມອງຂ້າມການປະພຶດຂອງ ຈີນ, ເຊິ່ງທ່ານໄດ້ເວົ້າ
ວ່າ ໄດ້ເປັນໄປຂົ່ມຂູ່ຕໍ່ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ທ່ານ ຊາ​ນາ​ແຮນ ໄດ້​ກ່າວ​ວ່າ “ມັນ​ບໍ່​ກ່ຽວ​ກັບຄວາມ​ຂັດ​ແຍ້ງ. ມັນ​ບໍ່​ໄດ້​ກ່ຽວ​ກັບ​ການ​ສ້າງ
ກຳແພງ. ນີ້ແມ່ນກ່ຽວກັບຄວາມໝັ້ນຄົງ.”

ຈີນ ມີ​ຊື່​ສຽງ​ທີ່ບໍ່​ດີ ສຳ​ລັບ​ການ​ຂີ້​ລັກ​ເທັກ​ໂນ​ໂລ​ຈີ​ທາງ​ທະ​ຫານ ແລະ ພົນ​ລະ​ເຮືອນ​ຂອງ​
ປະເທດອື່ນ, ແລະ ລັດຖະມົນຕີ ສະຫະລັດ ຄົນດັ່ງກ່າວໄດ້ກ່າວວ່າ ທ່ານບໍ່ເຫັນດີກັບ
ການໂຈມຕີທາງຄອມພິວເຕີຂອງ ປັກກິ່ງ ແລະ ການລັກຊັບສິນທາງປັນຍາທີ່ໄດ້ຮັບການ
ສະໜັບສະໜູນຈາກລັດຖະບານ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ເວົ້າ​ວ່າ ຈີນ ໄດ້​ໃຊ້​ການ​ລັກ​ຂະ​ໂມ​ຍນີ້ ເພື່ອ​ປິດ​ຊ່ອງ​ຫວ່າງ ລະ​ຫວ່າງ
ຄວາມສາມາດທາງທະຫານທີ່ສຳຄັນບາງຢ່າງຂອງ ອາເມຣິກາ ແລະ ຈີນ.

ທ່ານ ໄມ​ເກິ​ລ ໂອ​ແຮນ​ລອນ, ຜູ້​ຊ່ຽວ​ຊານອາ​ວຸ​ໂສ ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ຈາກ​ສະ​
ຖາບັນ ບຣຸກຄິງສ໌ ໄດ້ກ່າວຕໍ່ວີໂອເອວ່າ “ຊະນິດຄວາມໄດ້ປຽບທີ່ພວກເຮົາມີຕໍ່ ຈີນ ແລະ
ເຂດຕາເວັນຕົກຂອງມະຫາສະໝຸດປາຊີຟິກໃນລະຫວ່າງ ສົງຄາມເຢັນແມ່ນໄດ້ຫາຍໄປ
ຢ່າງຖາວອນ.”

ຈີນ ຍັງ​ໄດ້​ສືບ​ຕໍ່​ໃຊ້​ອຳ​ນາດ​ທາງ​ທະ​ຫານ ​ຢູ່ນອກ​ເໜືອ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າຫຼາຍ
ຂຶ້ນ, ເຫັນໄດ້ຢ່າງຊັດເຈນທີ່ສຸດແມ່ນການສ້າງເກາະທຽມໃນທະເລຈີນໃຕ້ ແລະ ຕິດຕັ້ງ
ອາວຸດໜັກໃສ່ມັນ ເພື່ອສະໜັບສະໜູນການອ້າງເອົາເຂດແດນທີ່ບໍ່ຖືກຮັບຮູ້ໂດຍກົດ
ໝາຍສາກົນ.

ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ທ່ານ ຊາ​ນາ​ແຮນ ໄດ້​ເອີ້ນ​ການ​
ເຄື່ອນໄຫວດັ່ງກ່າວວ່າ “ເກີນຂອບເຂດ”, ທ່ານໄດ້ເວົ້າວ່າ ໃນຂະນະທີ່ ຈີນ “ໄດ້ໂຕ້ຖຽງ
ວ່າ ມັນແມ່ນເພື່ອການປ້ອງກັນຕົວນັ້ນ”, ມັນເບິ່ງຄືວ່າຈະເປັນການກະທຳທີ່ເກີນຄວາມ
ເປັນຈິງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG