ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຸ່ນຍົນ ສາມາດຮຽນຍ່າງໄດ້ ດ້ວຍຕົວມັນເອງ ພາຍໃນ 5 ນາທີ ແລະສອນໄດ້ ຄືກັບໝາ


A Robotic Leg That Can Learn to Move Like A Baby and Be Trained Like a Dog
please wait

No media source currently available

0:00 0:02:02 0:00

ເຊີນຊົມວີດີໂອ ເປັນພາສາອັງກິດ

ລອງຈິນຕະການເບິ່ງວ່າ ຫຸ່ນຍົນ ສາມາດຮຽນຍ່າງໄດ້ ດ້ວຍຕົວມັນ ເອງ ພາຍໃນ 5
ນາທີ. ບັນດານັກຄົ້ນຄວ້າ ທີ່ມະຫາວິທະຍາໄລ ຢູ່ທາງພາກ ໃຕ້ຂອງລັດຄາລີຟໍເນຍ
ຫຼື USC ໄດ້ພັດທະນາຂາປະເພດຫຸ່ນຍົນ ທີ່ສາມາດ ເຮັດໄດ້ຕາມຊື່ຂອງມັນນັ້ນ ໂດຍ
ມີທ່າແຮງທີ່ບົ່ມຊ້ອນຫຼາຍປະການນັບ​ແຕ່​ການ ຊ່ອຍເຫຼືອ ໃນພື້ນທີ່ປະສົບໄພພິບັດ
ຕະ​ຫຼອດຈົນ​ຢູ່ນອກຈັກກະວານ. ເອລີຊາ- ເບັຕ ລີ ນັກຂ່າວຂອງວີໂອເອມີລາຍກ່ຽວ​ກັບ
​ເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳ ລາຍ​ລະ​ອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ ພວກຫຸ່ນຍົນທັງຫຼາຍ ໄດ້ຖືກໂປແກຣັມ ໃຫ້ເຮັດວຽກໃດນຶ່ງ ສະເພາະ
ເຈາະຈົງ ສຳລັບຂາຫຸ່ນຍົນອັນນີ້ ເຮັດວຽກແຕກຕ່າງໄປຈາກນັ້ນ.

ທ່ານ ແຟຣນສຊິສໂກ ວາແລໂຣ-ກົວວັສ ອາຈານພະແນກວິສະວະກອນ ດ້ານຊີວະ
ການແພດ ຢູ່ທີ່ມະຫາວິທະຍາໄລ USC ກ່າວວ່າ “ສິ່ງທີ່ແຕກຕ່າງ ກໍແມ່ນວ່າ ຫຸ່ນ
ຍົນນີ້ ມັນບໍ່ໄດ້ຝຶກໃຫ້ເຮັດຫຍັງ ໂດຍສະເພາະ ເລີຍ.”


ສ່ວນທ້າວ ອາລີ ມາຈານີເນຈາດ ນັກສຶກສາປະລິນຍາເອກ ພະແນກວິສະວະກອນ
ດ້ານຊີວະການແພດ ຢູ່ມະຫາວິທະຍາໄລ USC ກ່າວວ່າ “ມັນພຽງຮູ້ຈັກວ່າ ຈະຮຽນ
ແນວໃດ.”


ໂດຍຜ່ານກຳມະວິທີທີ່ໄດ້ແຮງຈູງໃຈໂດຍຊີວະພາບ ຂາຫຸ່ນຍົນນີ້ ທີ່ມີເສັ້ນເອັນ ຄືກັບ
ສັດ ແມ່ນຖືກຄວບຄຸມໂດຍ ປັນຍາປະດິດ. ມັນສາມາດຮຽນຍ່າງໄດ້ພາຍ ໃນ 5 ນາທີ
“ແບບເດັກນ້ອຍຫຼິ້ນ.” ມັນຍັງສາມາດປັບຕົວ ເພື່ອເຄື່ອນໄຫວທ່າ ອື່ນໆ ໂດຍປາດ
ສະຈາກ ການຕື່ມໂປແກຣມໃດໆອີກ.

ທ້າວ ມາຈານີເນຈາດ ກ່າວອີກວ່າ “ແບບດຽວກັນກັບທາລົກ ທີ່ພະຍາຍາມໃຊ້ກ້າມ
ເນື້ອຕ່າງໆ ແລະເຫັນວິທີທີ່ມັນ ເຄື່ອນແຂນຂາຂອງມັນ ແລະພະຍາຍາມຫາທາງ
ທີ່ຈະເຂົ້າໃຈ ກ່ຽວກັບວິທີທີ່ຈະຄວບຄຸມພວກມັນແບບນັ້ນ ຊຶ່ງພວກເຮົາ ເອີ້ນວ່າ
ເຄື່ອງຍົນຮຽນໄວ ລະບົບຂອງພວກເຮົາ ພະຍາຍາມ ຈະດຶງເຄື່ອງຍົນ ທີ່ແຕກຕ່າງ
ກັນແລະສັງເກດເບິ່ງວ່າ ມັນມີຜົນກະທົບແນວໃດຕໍ່ການເຄື່ອນໄຫວຕ່າງໆ
ຂອງມັນ.”


ຫຸ່ນຍົນໂດຍມີກຳມະວິທີໃນດ້ານຄອມພິວເຕີນີ້ສາມາດທີ່ຈະຝຶກແອບແບບຄ້າຍໆກັບ
ວິທີທີ່ໝາສາມາດຝຶກແອບໄດ້ນັ້ນ. ໃນກໍລະນີນີ້ ໂດຍໃຊ້ການຊ່ອຍເຫຼືອຂອງ ເຄື່ອງ
ເຊັນເຊີ້.

ທ່ານ ວາແລໂຣ-ກົວວັສ ກ່າວວ່າ “ໃນເວລາທີ່ຂາຊຸກໃຫ້ສາຍພານກັບຄືນໄປ ຊຶ່ງ
ການເຄື່ອນຍ້າຍໃນຂໍ້ຕີນນີ້ ກາຍເປັນຕົວເລກ ທີ່ມອບໃຫ້ຄອມພິວເຕີ້ຄິດໄລ່ ແລ້ວ
ບອກວ່າ “ພວກເຮົາມັກອັນນີ້.”
ຖ້າມັນເຄື່ອນໄຫວໃນທາງກົງກັນຂ້າມ ພວກເຮົາ
ກໍຈະບອກວ່າ “ພວກເຮົາບໍ່ມັກອັນນີ້ແທ້ໆເລີຍ.”

ການສ້າງຫຸ່ນຍົນທີ່ຮຽນຮູ້ດ້ວຍຕົວມັນເອງ ອາດຈະບໍ່ແພງຫຼາຍ ໂດຍມີການ ຊ່ອຍເຫຼືອ
ແບບນີ້.

ທ້າວ ດາຣີໂອ ເອີຣບີນາ-ເມີເລັນເດຊ ນັກສຶກສາປະລິນຍາໂທ ຢູ່ທີ່ມະຫາວິທະ ຍາໄລ
USC ພະແນກວິສະວະກອນດ້ານຊີວະການແພດ ກ່າວວ່າ “ພວກເຮົາ ອອກແບບມັນ
ແລະຫຼັງຈາກນັ້ນ ພວກເຮົາໃຊ້ເຄື່ອງພິມ 3 ມິຕິ ພິມມັນ.”


ປະໂຫຍດນຶ່ງທີ່ອາດນຳໄປໃຊ້ໄດ້ ໃນອະນາຄົດອັນໃກ້ໆນີ້ ແມ່ນເພື່ອຊ່ອຍເຫຼືອ ພວກ

ທ່ານ ວາແລໂຣ-ກົວວັສ ກ່າວຕື່ມວ່າ “ບໍ່ວ່າຈະເປັນການເພີ້ມເຕີມຄວາມອາດສາມາດ
ຂອງເຈົ້າ ຫຼື ຊ່ອຍເຫຼືອເຈົ້າ ຖ້າເຈົ້າຮູ້ສຶກອ່ອນເພຍຫຼາຍ.”

ຄວາມເປັນໄປໄດ້ ໃນການນຳໃຊ້ຫຸ່ນຍົນ ອີກຢ່າງນຶ່ງ ໃນອະນາຄົດອັນໃກ້ໆນີ້ ແມ່ນເພື່ອ
ຊ່ອຍເຫຼືອພື້ນທີ່ ປະສົບໄພພິບັດຕ່າງໆ ບ່ອນທີ່ພວກຫຸ່ນຍົນແບບຂາ ສາມາດປັບຕົວເຂົ້າ
ກັບສະພາບພູມິສາດທີ່ແຕກຕ່າງກັນໄປ. ບັນດານັກຄົ້ນຄວ້າ ກ່າວວ່າ ພວກເຂົາເຈົ້າ ຈິນ
ຕະນາການເຖິງພາບຂອງຫຸ່ນຍົນ ທີ່ຮຽນຮູ້ດ້ວຍຕົວ ມັນເອງ ໃນມື້ໃດມື້ນຶ່ງ ຈະຊ່ອຍໃນ
ການສຳ​ຫຼວດ​ອະ​ວະ​ກາດ. ພວກເຂົາເຈົ້າ ກ່າວວ່າ ພວກຫຸ່ນຍົນ ທີ່ສາມາດປັບຕົວເຂົ້າ
ກັບສະພາບແວດລ້ອມຂອງມັນໄດ້ ອາດເປັນໄປໄດ້ສູງວ່າ ຈະມີອອກມາໃຊ້ເປັນປະ
ໂຫຍດໄດ້ ພາຍໃນສອງສາມປີຂ້າງ​ໜ້ານີ້.

Imagine a robot that can learn to walk by itself in about five minutes. Researchers at the University of Southern California have developed a robotic leg that can do just that with potential applications that range from helping in disaster areas to outer space. VOA's Elizabeth Lee has the details.

While many robots are programmed to do a specific task, this robotic leg works differently.

(Francisco Valero-Cuevas, USC Biomedical Engineering Professor)
"What's different here is that the robot is not trained to do anything in particular."

(Ali Marjaninejad USC Biomedical Engineering PhD Student)
"It just knows how to learn."

Through an algorithm inspired by biology, this robotic leg with animal-like tendons is controlled by artificial intelligence. It can learn to walk within five minutes of "free play." It can also learn to adapt to other movements without any additional programming.

(Ali Marjaninejad USC Biomedical Engineering PhD Student)
"Just the way a baby tries to pull different muscles and see how it moves its limbs and try to find an understanding about how to control them by that which we call motor babbling, our system tries to pull on different motors and observe how it effects its movements."

A robot with this algorithm can be trained similar to how a dog can be trained. In this case, with the help of sensors.

(Francisco Valero-Cuevas, USC Biomedical Engineering Professor)
"When the leg pushes the belt backwards, this rotation in angles is a number that is given to the algorithm saying "we like that." If it moves in the opposite direction we say "we really don't like that."

Creating a self-learning robot can be inexpensive with the help of this.

(Darío Urbina-Meléndez, USC Biomedical Engineering PhD Student)
"We design it and after that we 3-D print it."

One possible application in the near future is to help people with a physical disability.

(Francisco Valero-Cuevas, USC Biomedical Engineering Professor)
"Either augment your capabilities or help you if you're too weak."

Another possible use in the future is to help in disaster areas where a robot leg can adapt to different terrains. Researchers say they envision self-learning robots to one day help in space exploration. They say robots that can adapt to its environment can potentially be available within a few years.

XS
SM
MD
LG