ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປຶ້ມເຫລັ້ມໃໝ່ຊ່ວຍໃຫ້ຄົນອ່ານ ມອງເຂົ້າໄປ ເຫັນຂ້າງໃນ ຂອງການດໍາລົງຊິວິດຢູ່ ເກົາຫລີເໜືອໄດ້


ທ່ານ Kim Jong Un, ຜູ້ນໍາເກົາຫລີເໜືອນັ່ງຢູ່ ແລະມີເຈົ້າໜ້າທີ່ທະຫານຂັ້ນສູງຫ້ອມລ້ອມທ່ານ ຢູ່ໃນພິທີ “Paektusan” ມອບປືນສັ້ນຂອງທ່ານ ໃຫ້ແກ່ເຂົາເຈົ້າຢູ່ໃນນະຄອນພຽງຢາງ, ວັນທີ 26 ກໍລະກົດ, 2020. (ພາບສະໜອງໃຫ້ໂດຍລັດຖະບານເກົາຫລີເໜືອ)
ທ່ານ Kim Jong Un, ຜູ້ນໍາເກົາຫລີເໜືອນັ່ງຢູ່ ແລະມີເຈົ້າໜ້າທີ່ທະຫານຂັ້ນສູງຫ້ອມລ້ອມທ່ານ ຢູ່ໃນພິທີ “Paektusan” ມອບປືນສັ້ນຂອງທ່ານ ໃຫ້ແກ່ເຂົາເຈົ້າຢູ່ໃນນະຄອນພຽງຢາງ, ວັນທີ 26 ກໍລະກົດ, 2020. (ພາບສະໜອງໃຫ້ໂດຍລັດຖະບານເກົາຫລີເໜືອ)

ປຶ້ມຫົວໃໝ່ທີ່ອອກມາ ເລົ່າເຖິງສະພາບເຫດການທີີ່ເກີດຂຶ້ນຕົວຈິງກ່ຽວກັບລາງວັນຕ່າງໆ ແລະອຸປະສັກທັງຫຼາຍ ທີ່ນັກຄົ້ນຄວ້າ ຊາວອາເມຣິກັນຄົນນຶ່ງ ໄດ້ປະສົບ ໃນຂະນະທີ່ ເພິ່ນເຮັດວຽກກັບປະເທດທີ່ປິດຈາກໂລກພາຍນອກຫລາຍທີ່ສຸດ ປະເທດນຶ່ງ ກໍຄືເກົາຫລີເໜືອ. ນັກຂ່າວ Jason Strother, ມີລາຍງານເລື້ອງນີ້ ຈາກນະຄອນຫລວງໂຊລ ຊຶ່ງບົວສະຫວັນ ຈະນໍາມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ ອັນເດຣ ອາບຣາແຮມມຽນ (Andray Abrahamian), ໄດ້ໃຊ້ເວລາສ່ວນ ໃຫຍ່ໃນຊ່ວງ 1 ທົດສະວັດຜ່ານມາເພື່ອເຮັດວຽກກັບຊາວເກົາຫລີເໜືອຜູ້ ທີ່ບໍ່ເຄີຍ ໄດ້ອອກໄປອາໄສຢູ່ນອກລະບົບການເມືອງ ແລະເສດຖະກິດ ທີ່ຖືກຄວບຄຸມ ຢ່າງເຂັ້ມງວດຂອງພຽງຢາງຈັກເທື່ອ.

ຢູ່ໃນປຶ້ມຫົວໃໝ່ຂອງທ່ານ ທີ່ຊື່ວ່າ Being in North Korea, ຊຶ່ງແປວ່າ “ຢູ່ໃນເກົາຫລີເໜືອ” ນັ້ນ, ອະດີດຜູ້ອໍານວຍການບໍລິຫານອົງການແລກປ່ຽນ ສາກົນ ໂຈຊຸນ (Chosun) ທີ່ບໍ່ຂຶ້ນກັບລັດຖະບານ ໄດ້ຫວນຄິດ ເບິ່ງຄືນຄວາມ ພະຍາຍາມຂອງທ່ານ ໃນການສອນທັກສະໃນການເຮັດທຸລະກິດ ແລະນະໂຍ ບາຍຂອງເສດຖະກິດ ທີ່ອີງໃສ່ການຕະຫລາດ ໃຫ້ແກ່ພວກຄົນເຫລົ່ານັ້ນ.

ທ່ານ ອາບຣາແຮມມຽນ (Abrahamian) ກ່າວເປັນພາສາອັງກິດວ່າ:
“ແນວຄວາມຄິດທີ່ວ່າໃຊ້ຕະຫລາດ ແລະບຸກຄົນທໍາການຕັດສິນ ໃຈ ກ່ຽວກັບຕະຫລາດແລະໄດ້ເຂົ້າຮ່ວມຕະຫລາດໃນທາງທີ່ເຮັດໃຫ້ເຂົາເຈົ້າ ໄດ້ຮັບຜົນປະໂຫຍດນັ້ນ , ແນວຄວາມຄິດອັນນັ້ນ ໄດ້ຖືກຍຶດຖືໄວ້ຢ່າງແຮງກ້າຢູ່ໃນເກົາຫລີເໜືອ.”

ທ່ານ ອາບຣາແຮມມຽນ (Abrahamian) ແມ່ນນອນຢູ່ໃນກຸ່ມນັກວິຊາການທີ່ເຮັດວຽກໃຫ້ອົງການສາກົນຕ່າງໆ ທີ່ໄດ້ສ້າງຄວາມໄວ້ວາງໃຈກັນກັບເກົາຫລີເໜືອ.

ກຸ່ມເຫລົ່ານີ້ໄດ້ສະໜອງການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ແກ່ ເກົາຫລີເໜືອ ແລະໄດ້ຊ່ວຍໃຫ້ຄໍາແນະນໍາແກ່ລັດຖະບານ ໃຫ້ເອົາບາດກ້າວ ໃນການເປີດເສດຖະກິດຂອງຕົນ.

ຢູ່ໃນລະຫວ່າງການເດີນທາງບາງສ່ວນ ໃນຈຳນວນປະມານ 31 ຄັ້ງ ໄປຍັງເກົາຫລີເໜືອຂອງທ່ານນັ້ນ ທ່ານ ອາບຣາແຮມມຽນ (Abrahamian) ໄດ້ດໍາເນີນການຝຶກອົບຮົມກ່ຽວກັບ ການປະກອບທຸລະກິດ ແລະການຄ້າສາກົນ.

ທ່ານກ່າວວ່າ ເພື່ອນຮ່ວມງານຊາວເກົາຫລີເໜືອຫລາຍຄົນ ຢາກຈະເລີ້ມສ້າງຕັ້ງ ທຸລະກິດຂອງຕົນເອງ ແຕ່ວ່າກໍພົບກັບອຸປະສັກ ຍ້ອນນະໂຍບາຍຈໍາກັດຂອງ ປະ ເທດເຂົາເຈົ້າ.

ທ່ານ ອາບຣາແຮມມຽນ (Abrahamian) ກ່າວຕໍ່ໄປອີກວ່າ:
“ເວລາທີ່ທ່ານຮູ້ສຶກໃກ້ຊິດທີ່ສຸດກັບຄົນເກົາຫລີເໜືອ ກໍຄືຕອນທີ່ທ່ານພະຍາຍາມ ທີ່ຈະຮ່ວມກັນແກ້ໄຂບັນຫາທີ່ລະບົບນັ້ນຕັ້ງຂຶ້ນມາ.”

ແຕ່ທ່ານ ອາບຣາແຮມມຽນ ກໍເວົ້າວ່າ ການເຮັດວຽກຢູ່ໃນລະບົບຂອງເກົາຫລີ ເໜືອສາມາດທີ່ຈະເຮັດໃຫ້ເມື່ອຍຈິດເມື່ອຍໃຈຫລາຍ.

ທ່ານກ່າວວ່າ ຜູ້ຄົນບໍ່ສາມາດເປີດຈິດເປີດໃຈ ຫລື ມີຄວາມຊື່ສັດໄດ້ ຍ້ອນຢ້ານກົວຕໍ່ສິ່ງທີ່ພວກເຂົາເຈົ້າເວົ້າໄປ ອາດຈະດຶງດູດເອົາຄວາມ ສົນໃຈຂອງພວກເຈົ້າໜ້າທີ່.

ທ່ານ ອາບຣາແຮມມຽນ (Abrahamian) ກ່າວອີກວ່າ:
“ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ແທ້ໆ ກໍຄືວ່າ ມັນອາດຍາກຊໍ່າໃດ ທີ່ອາໄສຢູ່ ໃນລະບົບນຶ່ງທີ່ທ່ານຕ້ອງໄດ້ກວດກາເບິ່ງຄວາມຄິດຂອງຕົນເອງຢ່າງຖີ່ຖ້ວນ ຢູ່ເລື້ອຍໆ ເພາະວ່າ ຄວາມຄິດນັ້ນອາດສາມາດເປັນອັນຕະລາຍໄດ້.”

ທ່ານ ອາບຣາແຮມມຽນ (Abrahamian) ໄດ້ໃຫ້ເຫດຜົນວ່າ ເຖິງແມ່ນວ່າ ການພົວພັນກັບເກົາຫລີເໜືອຈະເຮັດໃຫ້ລໍາບາກໃຈ ແລະມີຂໍ້ຈໍາກັດ ຫລາຍປານໃດກໍຕາມ, ມັນຍັງເປັນທາງເລືອກທີ່ດີກວ່າ ການພະຍາຍາມ ທີ່ຈະໃຊ້ຄວາມກົດດັນ ທາງທະຫານ ແລະທາງເສດຖະກິດເພື່ອບັງຄັບໃຫ້ ລະບອບການປົກຄອງປ່ຽນແປງ.

ທ່ານ ອາບຣາແຮມມຽນ (Abrahamian) ກ່າວມ້ວນທ້າຍວ່າ:
“ການພົວພັນນໍາກັນ, ມັນບໍ່ແກ້ໄຂບັນຫາໄດ້ໝົດທຸກຢ່າງ. ຂ້າພະເຈົ້າຄິດວ່າ ມັນໃຫ້ໂອກາດຫລາຍຂຶ້ນ ແກ່ບຸກຄົນທັງຫລາຍທີ່ຈະຄວບຄຸມບາງ ແງ່ມຸມໃນຊີວິດ ຂອງເຂົາເຈົ້າໄດ້.”

ທ່ານກ່າວເພີ້ມອີກວ່າ ບັນດາຜູ້ນໍາຂອງພຽງຢາງມີເຄື່ອງມື ເພື່ອຮັກສາລະບົບ ຂອງເຂົາເຈົ້າໄວ້ ໃຫ້ຢູ່ຢ່າງດົນນານຕໍ່ໄປໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG