ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປິ່ນ​ປົວ HIV ໃຫ້​ຫາຍ​ຂາດ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້


A Cure For HIV Is Possible
please wait

No media source currently available

0:00 0:02:39 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ຜູ້ຊາຍຄົນນຶ່ງທີ່ຕິດເຊື້ອ HIV ໃນປະເທດອັງກິດ ໄດ້ກາຍເປັນຜູ້ໃຫຍ່ຄົນທີ ສອງໃນ
ທົ່ວໂລກ ທີ່ຫາຍດີຈາກ ໄວຣັສຂອງໂຣກ ເອດສ໌. ທີ່ກອງປະຊຸມໃຫຍ່ ແຫ່ງນຶ່ງໃນນະ
ຄອນ ຊີອາເຕິລນັ້ນ, ອົງການສະຫະປະຊາຊາດ ທີ່ນຳໜ້າຄວາມພະຍາຍາມທົ່ວໂລກ
ເພື່ອຍຸຕິໂຣກ ເອດສ໌ ເວົ້າວ່າ ຂ່າວດັ່ງກ່າວໄດ້ເຮັດໃຫ້ມີ ກຳລັງໃຈຂຶ້ນມາຢ່າງຍິ່ງ. ນັກ
ຂ່າວວີໂອເອ ແຄໂຣລ ເພຍສັນ ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດານັກວິທະຍາສາດໄດ້ຄົ້ນຄວ້າຫາຢາປິ່ນປົວ ສຳລັບໄວຣັສ HIV/AIDS ເກືອບເຖິງ
40 ປີແລ້ວ. ຜູ້ທີ່ນຳໜ້າໃນການຕໍ່ສູ້ກັບໂຣກເອດສ໌ທັງຫຼາຍຢູ່ ອົງການສະຫະປະຊາ
ຊາດ ໄດ້ເອີ້ນຂ່າວທີ່ວ່າຜູ້ຊາຍອັງກິດ ໄດ້ຫາຍຈາກ ໂຣກເອດສ໌ ເປັນຢ່າງດີນັ້ນວ່າ
“ຄວາມສຳເລັດ.”

ທ່ານ ສເຕຟານ ດູຈາຣິກ ໂຄສົກອົງການສະຫະປະຊາຊາດກ່າວວ່າ “ຄວາມສຳ ເລັດ
ດັ່ງກ່າວ ໄດ້ເຮັດໃຫ້ພວກເຮົາມີຄວາມຫວັງຢ່າງຍິ່ງ ສຳລັບອະນາຄົດ, ແຕ່ມັນ ຍັງໄດ້
ສະແດງໃຫ້ພວກເຮົາເຫັນວ່າ ພວກເຮົາຢູ່ໄກຊໍ່າໃດ ຈາກຈຸດທີ່ຈະຍຸຕິໂຣກ ເອດສ໌
ດ້ວຍວິທະຍາສາດ, ພ້ອມກັບຄວາມສຳຄັນຢ່າງຍິ່ງ ທີ່ຈະສືບຕໍ່ເພັ່ງເລັງໃສ່ ການປ້ອງ
ກັນໄວຣັສ HIV ແລະ ຄວາມພະຍາຍາມປິ່ນປົວຕ່າງໆ.”

ຜູ້ຊາຍຊາວ ລອນດອນ ດັ່ງກ່າວ ບໍ່ມີໄວຣັສ HIV ອີກແລ້ວ ຫຼັງຈາກໄດ້ຮັບການປ່ຽນ
ຖ່າຍ ສເຕັມແຊລ ຈາກຜູ້ບໍລິຈາກພັນທຸກຳທີ່ສາມາດກ່າຍພັນ ທີ່ຫາໄດ້ຍາກ, ໂຕທີ່ເຮັດ
ໃຫ້ລາວຕ້ານທານຕໍ່ໄວຣັສ HIV. ຄົນໄຂ້ດັ່ງກ່າວຕອນນີ້ແມ່ນໄດ້ເຊົາປິ່ນປົວ HIV
ແລ້ວ.

ທ່ານ ຣາວິນດຣາ ກຸບຕາ ຈາກມະຫາວິທະຍາໄລ ລອນດອນ ກ່າວວ່າ “ພວກເຮົາໄດ້
ລໍຖ້າ 16 ເດືອນກ່ອນຈະຢຸດ ໃນໄລຍະຫຼັງຈາກການປ່ຽນຖ່າຍ ພຽງແຕ່ເພື່ອຮັບປະກັນ
ວ່າ ໂຣກມະເຮັງດັ່ງກ່າວໄດ້ຫຼຸດລົງແລ້ວ, ຄົນເຈັບມີອາການດີ ແລະ ການວັດແທກ
ຕ່າງໆທີ່​ພວກ​ເຮົາມີ ກ່ຽວ​ກັບ HIV ຢູ່ໃນກຸ່ມແຊລພູມຕ້ານທານຂອງຮ່າງກາຍ ໄດ້ສະ
ແດງໃຫ້ເຫັນວ່າ ມັນມີໄວຣັສຢູ່ໃນນັ້ນໜ້ອຍຫຼາຍ, ຫຼືບໍ່ກໍບໍ່ມີເລີຍ.”

ທ່ານ ກຸບຕາ ຍັງລັງເລໃຈທີ່ຈະເອີ້ນມັນວ່າການຫາຍດີ, ແຕ່ທ່ານເວົ້າວ່າ ມັນສຳຄັນ
ຫຼາຍ. ນີ້ແມ່ນຄົນເຈັບຄົນທີສອງທີ່ບໍ່ໄດ້ສະແດງໃຫ້ເຫັນສັນຍານຂອງ ໄວຣັສ HIV
ຫຼັງຈາກການປ່ຽນຖ່າຍສເຕັມແຊລທີ່ຄ້າຍຄືກັນ. ຄົນທຳອິດແມ່ນຜູ້ຊາຍຊາວ ອາເມຣິ
ກັນ ທີ່ໄດ້ຮັບການປິ່ນປົວໃນນະຄອນຫຼວງ ເບີລິນ ປະເທດ ເຢຍຣະມັນ ເມື່ອ 12 ປີທີ່
ຜ່ານມາ.

ທ່ານ ຣາວິນດຣາ ກຸບຕາ ກ່າວວ່າ “ຖ້າເຈົ້າປ່ຽນຖ່າຍແຊລພວກນັ້ນເຂົ້າໃນ ຄົນຜູ້ທີ່ມີ
ໄວຣັສ HIV ຢູ່ແລ້ວ, ເຈົ້າຈະສາມາດປ້ອງກັນແຊລໃໝ່ພວກນັ້ນຈາກການຕິດຕໍ່.”

ແຕ່ການປິ່ນປົວດ້ວຍສເຕັມແຊລ ບໍ່ແມ່ນການປິ່ນປົວທີ່ສາມາດປະຕິບັດໄດ້ສຳລັບຄົນ
37 ລ້ານຄົນ ຜູ້ທີ່ຕິດໄວຣັສ HIV ໃນທົ່ວໂລກ. ມັນມີລາຄາແພງຫຼາຍ, ແລະ ການຊອກ
ຫາຜູ້ທີ່ມີພັນທຸກຳທີ່ສາມາດກາຍພັນໄດ້ນັ້ນ ແມ່ນຍາກຫຼາຍ. ຂັ້ນຕອນຂອງການປ່ຽນ
ຖ່າຍເອງກໍເຈັບປວດ ແລະ ມີຄວາມສ່ຽງດ້ວຍ.

ດຣ. ຊາຣາ ຟິດເລີ ຈາກວິທະຍາໄລ ອິມພີຣຽລ ລອນດອນ ກ່າວວ່າ “ການ ປ່ຽນຖ່າຍ
ໄຂກະດູກ ແມ່ນຂັ້ນຕອນທີ່ສັບຊ້ອນຫຼາຍ, ມັນຕ້ອງໄດ້ມີແຊລທີ່ໃໝ່ທັງໝົດເລີຍ ເພື່ອ
ນຳເອົາເຂົ້າໄປໃນຄົນຜູ້ທີ່ໄດ້ຮັບການປິ່ນປົວ ແລະ ອີກຄັ້ງນຶ່ງມັນເປັນຂັ້ນຕອນທີ່ ແຊລ
ພວກນັ້ນກຳລັງປູກຝັງຢູ່, ເຈົ້າຈະມີຄວາມສ່ຽງຫຼາຍທີ່ຈະຕິດເຊື້ອ ແລະ ມີໂອກາດຕາຍ
ໄດ້.”

ຄົນປ່ວຍທັງສອງຄົນໃນ ລອນດອນ ກັບ ເບີລິນ ນັ້ນມີໂຣກມະເຮັງ ແລະ ບໍ່ມີທາງເລືອກ
ອື່ນ ແຕ່ລອງສ່ຽງເບິ່ງ. ຄວາມສຳເລັດຄັ້ງທີສອງນີ້ ໄດ້ເຮັດໃຫ້ມີຄວາມຫວັງຫຼາຍຂຶ້ນ.

ດຣ. ໂຣເວນາ ຈອນສຕັນ ຈາກມູນນິທິສຳລັບການຄົ້ນຄວ້າ ກ່ຽວກັບ ໂຣກເອດສ໌ ໄດ້
ກ່າວວ່າ “ຕອນນີ້ພວກເຮົາມີເຫດຜົນທີ່ຈະເຊື່ອວ່າ ຄົນປ່ວຍຢູ່ ເບີລິນ ບໍ່ແມ່ນກໍລະນີທີ່
ເກີດຂຶ້ນຄັ້ງດຽວ. ໝາຍຄວາມວ່າ ມັນມີຄວາມເປັນໄປໄດ້ທີ່ເກືອບຈະ, ຫຼື ແມ່ນກະທັ້ງ
ລົບລ້າງໄວຣັສ HIV ຈາກຜູ້ທີ່ຕິດເຊື້ອໄດ້ຢ່າງສິ້ນເຊີງ.”

ບັນດານັກວິທະຍາສາດຈະສືບຕໍ່ຄົ້ນຫາອີກວິທີອື່ນ ເພື່ອປິ່ນປົວໄວຣັສ HIV, ແຕ່ຕອນ
ນີ້ເຂົາເຈົ້າຮູ້ວ່າ ມັນສາມາດປິ່ນປົວໄດ້, ຢ່າງໜ້ອຍກໍເຮັດໃຫ້ມັນຫຼຸດໜ້ອຍລົງໄດ້.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG