ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊຽນ ເຂົ້າແຊກແຊງ ໃນການຕໍ່ສູ້ ເພື່ອຄວບຄຸມ ວາງຂໍ້ຈຳກັດ ໃນການສົ່ງອອກອາຫານ


ເຮືອບັນທຸກຫີບສີິນຄ້າ ທີ່ແລ່ນຢູ່ໃນແມ່ນໍ້າ ຢູ່ໄຊງ່ອນ ໃນຫວຽດນາມ
ເຮືອບັນທຸກຫີບສີິນຄ້າ ທີ່ແລ່ນຢູ່ໃນແມ່ນໍ້າ ຢູ່ໄຊງ່ອນ ໃນຫວຽດນາມ

ພາບຈຳນວນນຶ່ງໄດ້ປາກົດໃຫ້ເຫັນຄືກັນກັບຄວາມອຶດຢາກໃນຊຸມປີ 1930 ທີ່ ຄົນພາກັນຢືນເຂົ້າແຖວຂໍນໍ້າແກງ ໃນຂະນະທີ່ພວກພໍ່ນາພາກັນຖີ້ມອາຫານທີ່ ເຂົາເຈົ້າຂາຍບໍ່ໄດ້. ນັ້ນແມ່ນເລື້ອງທີ່ໜ້າເສົ້າໃຈທີ່ເຂດເອເຊຍຕາວັນອອກສຽງ ໃຕ້ກຳລັງຕໍ່ສູ້ເພື່ອບໍ່ຢາກໃຫ້ເກີດຂຶ້ນ, ທັງໆທີ່ມັນກຳລັງເລີ້ມຈະເກີດຂຶ້ນ ຢູ່ໃນ ຫຼາຍໆທົ່ວໂລກ ທ່າມກາງການລະບາດຂອງໂຄວິດ-19.

ການລົບກວນຕໍ່ຕ່ອງໂສ້ອຸບປະທານຂອງສະບຽງອາຫານທີ່ຂັບດັນໂດຍພະຍາດ ຕິດແປດດັ່ງກ່າວ ແມ່ນໝາຍເຖິງໝາກໂມໄດ້ຖືກໂຍນຖິ້ມຢູ່ມາເລເຊຍ ເຂົ້າໄດ້ ຖືກປະຖີ້ມໄວ້ ຢູ່ທ່າເຮືອຕ່າງໆ ໃນຫວຽດນາມ ເມື່ອເດືອນແລ້ວນີ້. ຄວາມຢ້ານ ກົວໃນການປົກປ້ອງສິນຄ້າຂອງຕົນໄດ້ເຮັດໃຫ້ສະມາຄົມບັນດາປະເທດຊາດໃນ ເຂດເອເຊຍອາຄະເນ ຫລື ASEAN ຍື່ນມືເຂົ້າໄປ ຮ້ອງປະຊຸມ ທີ່ເຂົາເຈົ້າໄດ້ ປະກາດວ່າຈະບໍ່ມີການຫ້າມບໍ່ໃຫ້ສົ່ງອາຫານອອກນອກປະເທດ. ການເຂົ້າແຊກ ແຊງນີ້ ແມ່ນສຳຄັນສຳລັບໂລກທັງໝົດ ເຊັ່ນກັນ ທີ່ກາງຕໍ່ ASEAN ເປັນຜູ້ສົ່ງ ສະບຽງອາຫານໃຫ້ ໂດຍສະເພາະແມ່ນເຂົ້າ ອາຫານທະເລ ແລະຜົນລະປູກ.

ບັນດາລັດຖະມົນຕີກະສິກຳຂອງ 10 ປະເທດສະມາຊິກອາຊຽນ ກ່າວຢູ່ໃນຖະ ແຫຼງການວ່າ “ພວກເຮົາໃຫ້ຂໍ້ສັງເກດວ່າ ການລະບາດຂອງໂຄວິດ-19 ໄດ້ຫັນ ຄວາມສົນໃຈຂອງພວກເຮົາໄປໃສ່ການຂາດແຄນອາຫານແລະຜົນກະທົບຕໍ່ສານ ອາຫານ ທີ່ພາໃຫ້ມີການຮຽກຮ້ອງສູງສຸດຢ່າງກະທັນຫັນ ແລະລົບກວນຕ່ອງໂສ້ ອຸບປະທານນັ້ນ.”

ເຂົາເຈົ້າໄດ້ໃຫ້ຄຳໝັ້ນສັນຍາທີ່ຈະ “ລະເວັ້ນຈາກວາງມາດຕະການຄວບຄຸມໃນ ສົ່ງອອກໃໝ່ ຈຳກັດແລະຫ້າມເກັບພາສີແລະການຕັ້ງກຳແພງການຄ້າທີ່ບໍ່ແມ່ນ ພາສີ.”

ເວລານີ້ ເຂົາເຈົ້າວາງແຜນສືກສາຮ່ວມກັນວ່າ ຈະຮັກສາຄວາມປອດໄພທາງ ດ້ານອາຫານຢ່າງໃດ ດ້ວຍການທົບທວນສະຖານະພາບຂອງແຕ່ລະປະເທດ ສະມາຊິກ ເປັນໄລຍະໆ ແລະເພັ່ງເລັງໃສ່ການເກັບຮັກສາເຂົ້າ ໝາກສາລີ ແລະນໍ້າຕານໄວ້.

ບັນຫາທ້າທາຍທີ່ມີຕໍ່ ASEAN ກໍແມ່ນເສດຖະກິດທີ່ບໍ່ແນ່ນອນ ແບບເກົ່າໆ ບ່ອນທີ່ຄວາມຢ້ານກົວ ກາຍມາເປັນເຫດຮ້າຍຢ່າງໃຫ່ຍ ສຳລັບຕົນເອງນັ້ນ ຖ້າຫາກບັນດາປະເທດຕ່າງໆບໍ່ເຫັນພ້ອມກັບການເອົາມາດຕະການຮ່ວມກັນ. ຄວາມຢ້ານກົວໃນການຂາດແຄນອາຫານ ເຮັດໃຫ້ຄົນພາກັນເກັບສະສົມອາ ຫານການກິນໄວ້ ທີ່ກໍ່ໃຫ້ເກີດການຂາດແຄນອາຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG