ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ​ສອງ ສະ​ຫະ​ລັດ-ເກົາຫຼີ​ເໜືອ ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້


​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ພົບ​ກັນຢູ່ກອງ​ປະ​ຊຸມ​ສຸດຍອດ ໃນ​ປະ​ເທດ ສິງ
ກ​ະ​ໂປ. 12 ມິ​ຖຸນ​າ, 2018.
​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ພົບ​ກັນຢູ່ກອງ​ປະ​ຊຸມ​ສຸດຍອດ ໃນ​ປະ​ເທດ ສິງ ກ​ະ​ໂປ. 12 ມິ​ຖຸນ​າ, 2018.

ເຖິງ​ແມ່ນ​ວ່າລັດ​ຖະ​ບານ​ທ່ານ ທ​ຣຳ ຈະໄດ້​ຢື​ນ​ຢັນ​ວ່າ​ ມັນ​ມີ​ຄວາມ​ກ້າວ​ໜ້າ ໃນ​ການ
ເຈລະຈາກັບ ເກົາຫຼີເໜືອ ກ່ຽວກັບ ຄຳໝັ້ນສັນຍາຂອງເຂົາເຈົ້າທີ່ຈະປົດອາວຸດນິວ
ເຄລຍນັ້ນກໍຕາມ, ແຕ່ກໍບໍ່ມີຄວາມກະຈ່າງແຈ້ງວ່າ ມັນມີຫຍັງແດ່ ທີ່ໄດ້ປະສົບຜົນສຳ
ເລັດ ກ່ອນ ສະຫະລັດ ຈະປະກາດຈັດກອງປະຊຸມສຸດຍອດ ລະຫວ່າງ ປະທານາທິບໍດີ
ທຣຳ ກັບ ທ່ານ ກິມ ຈົງ ອຶນ.

ທ່ານ ບ​ຣູ​ສ ຄ​ລິງ​ເງີ, ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ ສຳ​ລັບເຂດ ເອ​ເຊຍ ຕາ​ເວັນ​ອອກ​ສຽງ​ເໜືອ
ຢູ່ມູນນິທິ ເຮີຣິເທຈ໌ (Heritage Foundation), ໄດ້ກ່າວວ່າ “ໃນຂະນະທີ່ບາງຄົນໄດ້
ຄາດການວ່າ ຢູ່ສາກເບື້ອງຫຼັງ ມັນໄດ້ມີຄວາມສຳເລັດທີ່ມິດງຽບລະຫວ່າງທັງສອງຝ່າຍ,
ແຕ່ໃນຄວາມເປັນຈິງ, ສິ່ງດັ່ງກ່າວນັ້ນ ແມ່ນບໍ່ໄດ້ເປັນຈັ່ງຊັ້ນ.”

ຂະ​ບວນ​ການ​ປົດ​ອາ​ວຸດ​ຂອງ ເກົາຫຼີ​ເໜືອ ໄດ້​ຢຸດ​ສະ​ງັກມາຫຼາຍ​ເດືອນ ດ້ວຍ​ສັນ​ຍານ
ເລັກນ້ອຍ ກ່ຽວກັບ ຄວາມກ້າວໜ້າພາຍນອກ, ເຖິງແມ່ນວ່າຈະມີການຮຽກຮ້ອງໂດຍ
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ໃຫ້ ວໍຊິງຕັນ ກັບ ພຽງຢາງ ປະຊຸມກັນ
ອີກກໍຕາມ. ນັ້ນແມ່ນສິ່ງທີ່ເບິ່ງຄືວ່າ ຈະເກີດຂຶ້ນ ກ່ອນທ້າຍເດືອນກຸມພາ, ເມື່ອປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຈະພົບກັບຜູ້ນຳເກົາຫຼີເໜືອ
ທ່ານ ກິມ ຈອງ ອຶນ ສຳລັບກອງປະຊຸມສຸດຍອດຄັ້ງທີສອງ.

ທ່ານ ຄ​ລິງ​ເງີ ກ່າວ​ວ່າ “ສອງ​ສາມ​ວັນ​ທີ່​ຜ່ານ​ມາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໄມ​ຄ໌ ເພັນ​ສ໌
ກ່າວວ່າ ສະຫະລັດ ຍັງລໍຖ້າໃຫ້ ເກົາຫຼີເໜືອ ປະຕິບັດສັນຍາປົດອາວຸດນິວເຄລຍ. ສິ່ງ
ດັ່ງກ່າວນັ້ນແມ່ນສອດຄ່ອງກັບຄວາມແຕກຕ່າງໃນຖານະລະຫວ່າງ ສະຫະລັດ ກັບ
ເກົາຫຼີເໜືອ., ບໍ່ພຽງແຕ່ ນັບຕັ້ງແຕກອງປະຊຸມສຸດຍອດໃນປີກາຍນີ້ເທົ່ານັ້ນ ແຕ່ຫຼາຍ
ທົດສະວັດມາແລ້ວ.”

ແຕ່, ນັ້ນ​ອາດ​ຈະ​ບໍ່​ເປັນດັ່ງວ່າ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ຣອດ​ເຈີ ເບ​ເກີ, ຮອງ​ປະ​
ທານພະແນກວິເຄາະແຜນຍຸດທະສາດສຳລັບບໍລິສັດ Stratfor.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG