ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາ​ຄາ ນ້ຳ​ມັນ​ໃນ​ທົ່ວ​ໂລກ ​ທີ່​ແພງ​ຂຶ້ນ ຊ່ອຍຊຸກຍູ້​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ທີ່​ກຳ​ລັງ​ເຕີບ​ໂຕຢູ່​ແລ້ວ​ນັ້ນ ໄວ​ຂຶ້ນ


​ທຸງ​ສົ່ງ​ເສີມ​ຫວຽດ​ນາມ ​ຫຼື PetroVietnam ປີວ​ສະ​ບັດ ຄຽງ​ຄູ່​ກັບ​ທຸງ​ຊາດຫວຽດ​ນາມ ແລະ​ທຸງພັກ​ຄອມ​ມຸຍ​ນິດ​ຫວຽດ​ນາມ ​ຢູ່​ທາງ​ໜ້າ​ຂອງ​ສຳ​ນັກ​ງານ​ໃຫຍ່ PetroVietnam ທີ່​ນະ​ຄອນ​ຮ່າ​ໂນ່ຍ, 11 ມັງ​ກອນ 2016.
​ທຸງ​ສົ່ງ​ເສີມ​ຫວຽດ​ນາມ ​ຫຼື PetroVietnam ປີວ​ສະ​ບັດ ຄຽງ​ຄູ່​ກັບ​ທຸງ​ຊາດຫວຽດ​ນາມ ແລະ​ທຸງພັກ​ຄອມ​ມຸຍ​ນິດ​ຫວຽດ​ນາມ ​ຢູ່​ທາງ​ໜ້າ​ຂອງ​ສຳ​ນັກ​ງານ​ໃຫຍ່ PetroVietnam ທີ່​ນະ​ຄອນ​ຮ່າ​ໂນ່ຍ, 11 ມັງ​ກອນ 2016.

ການທີ່ລາ​ຄາ​ນ້ຳ​ມັນແພງຂຶ້ນ ໃນ​ທົ່ວ​ໂລກ ແມ່ນພວມ​ຊ່ອຍ​ໃຫ້​ຫວຽດ​ນາມມີລາຍໄດ້ດີຂຶ້ນ ທີ່ພາໃຫ້ການເຕີບໂຕຂອງເສດ​ຖະ​ກິດ​ທີ່ດີຢູ່ແລ້ວດີຂຶ້ນຕື່ມ ຊຶ່ງຈະ​ຊ່ອຍ​ໃຫ້ ປະ​ເທດຊາດ
ກໍ່​ສ້າງ​ໂຄງ​ລ່າງ​ພື້ນ​ຖານ​ໃຫມ່ໄວຂຶ້ນ. ສ່ວນ​ທີ່​ຖື​ວ່າ​ເປັນ​ໄຟ​ແດງ​ອັນດຽວກໍແມ່ນ ​ການ​ມີ
​ລາຄານ້ຳ​ມັນ​ແພງຂຶ້ນ ​ໃນ​ໝູ່​ພວກ​ບໍ​ລິ​ໂພກ​ຂອງ​ຫວຽດ​ນາມ.

ເຖິງ​ແມ່ນ​ວ່າ ຫວຽດ​ນາມ ຈະບໍ່​ແມ່ນ​ປະ​ເທດ​ທີ່​ຜະ​ລິດ​ນ້ຳ​ມັນຫຼາຍ​ ຄື​ກັນ​ກັບ​ພາກ​ຕາ​ເວັນ​
ອອກ​ກາງ​ ກໍ​ຕາມ, ແຕ່ຕົນກໍຖືວ່າສິນຄ້າທີ່​ກ່ຽວກ​ຂ້ອງ​ກັບ​ພະ​ລັງ ງານເປັນ​ແຫຼ່ງ​ຂອງ
ສິນຄ້າສົ່ງ​ອອກທີ່​ສູງ​ສຸດ ອັນດັບທີ 5 ​ຂອງ​ຕົນ. ອຸດ​ສາ​ຫະ​ກຳສ່ວນ​ໃຫຍ່​ເປັນ​ຂອງລັດ
ຖະ​ບານ, ຊຶ່ງ​ຮວມ​ມີພະ​ລັງ​ງານ ເຊັ່ນ PetroVietnam, ດ້ວຍມູນ​ຄ່າ 3 ພັນ 1 ຮ້ອຍ​ລ້ານ​
ໂດ​ລາ ໃນ​ການ​ຂາຍ​ປະ​ຈຳ​ປີ​. ສ່ວນ​ໃຫຍ່​ຂອງ​ພະ​ລັງ​ງານ​ຫວຽດ​ນາມ ແມ່ນມາ​ຈາກ
​ໃຕ້​ທ້ອງ​ທະ​ເລທາງ​ຝັ່ງ​ທະ​ເລພາກ​ຕາ​ເວັນ​ອອກ​ແລະ​ທາງ​ໃຕ້​ຂອງ​ປະ​ເທດ​.

ຖ້າ​ລາ​ຄານ້ຳ​ມັນ​ດິບ ຍັງ​ຄົງ​ຕົວຢູ່ໂດຍສະ​ເລ່ຍ​ 65 ໂດ​ລາ ຕໍ່​ຖັງໃນປີນີ້ ກາຍ​ລາ​ຄາ
ສະ​ເລ່ຍ​ 60 ໂດ​ລາ ຂອງ​ປີ​ກາຍ​ນີ້, ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ແມ່ນຈະ​ກາຍ
6.7 ເປີ​ເຊັນ ທີ່​ແນ​ເປົ້າ​ໝາຍ​ໃວ້ ໂດຍ​ສະພາ, ຂອງ​ແວັບ​ໄຊຕ໌ ຂອງ​ພັກ​ຄອມ​ມຸຍ​ນິດ
ຫວຽດ​ນາມ ໃນ​ສັບປະ​ດາ​ທີ່​ແລ້ວ​ນີ້.

“ຫວຽດ​ນາມ ແມ່ນ​ມີ​ແກ໊ສ​ທຳ​ມະ​ຊາດ​ຢ່າງ​ຫຼວງ​ຫຼາຍ​ ທີ່​ເກັບ​ຮັກ​ສາ​ໄວ້ ທັງ​ນ້ຳ​ມັນ​
ດ້ວຍ, ສະ​ນັ້ນຖ້າຫາກວ່າ​ລາ​ຄາ​ນ້ຳ​ມັນ​ຖີບ​ຕົວຂຶ້ນ​ສູງ ແນ່ນອນມັນກໍ​ຈະ​ເປັນ​ການ​
ໂຊກຂອງຫວຽດ​ນາມ,”
ຊຶ່ງ​ທ່ານ​ຣາ​ລຟ ມາ​ແຕ​ສ໌ ຜູ້​ລິ​ເລີ້ມ​ບໍ​ລິ​ສັດທີ່​ປຶກ​ສາ Infocus
Mekong Research ໃນ​ນະ​ຄອນ​ໂຮ ຈີ​ມິນ ໄດ້​ກ່າວ​ໄປ.

“ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດ​ອີກ​ອັນ​ນຶ່ງ​ສຳລັບຫວຽດ​ນາມ ທີ່​ເຫັນວ່າ ຫວຽດ​ນາມ
ມີ​ການ​ສົ່ງອອກ​ທີ່​ຫຼາຍຂຶ້ນ, ມັນ​ບໍ່​ແມ່ນ​ພຽງ​ແຕ່​ແມ່ນກາ​ເຟ ກັບ​ເຂົ້າ​ເທົ່າ​ນັ້ນ,”
ຊຶ່ງ​ທ່ານ​
ກ່າວ​ຕື່ມ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG