ຫວຽດນາມ ກຳລັງພະຍາຍາມ ທີ່ຈະຮັບມືກັບພາວະເງິນເຟີ້ ທີ່ອາດເປັນໄພຂົ່ມຂູ່ຕໍ່ເສດ
ຖະກິດ ທີ່ກຳລັງເຕີບໂຕຢ່າງວ່ອງໄວຂອງເຂົາເຈົ້າອີກຄັ້ງນຶ່ງ ດັ່ງທີ່ມັນເຄີຍເປັນມາ
ເມື່ອນຶ່ງທົດສະວັດທີ່ກ່ອນ, ອີງຕາມການກ່າວຂອງບັນດານັກວິເຄາະ ແລະ ສື່ມວນຊົນ
ໃນປະເທດ.
ຫ້ອງການສະຖິຕິທົ່ວໄປຂອງ ຫວຽດນາມ ໄດ້ກ່າວວ່າ ລາຄາຜູ້ບໍລິໂພກ ໃນເດືອນມິຖຸ
ນາທີ່ຜ່ານມາ ແມ່ນ ສູງກວ່າເດືອນດຽວກັນ ຂອງປີກາຍນີ້ 4.67 ເປີເຊັນ, ລຸນຫຼັງການ
ຂະຫຍາຍຕົວ 3.29 ເປີເຊັນໃນ 6 ເດືອນທຳອິດຂອງປີ 2018. ຫ້ອງການດັ່ງກ່າວໄດ້
ກຳນົດເປົ້າໝາຍບໍ່ເກີນກວ່າ 4 ເປີເຊັນ.
ລາຄາຂອງສິນຄ້າຕ່າງໆ, ລວມທັງນໍ້າມັນດິບ, ແມ່ນໄດ້ມີສ່ວນຢ່າງໃຫຍ່ ຕໍ່ພາວະເງິນ
ເຟີ້, ແລະ ພາສີນໍ້າມັນ ທີ່ຖືກສະເໜີ ສຳລັບເດືອນຕຸລາ ກໍຈະເຮັດໃຫ້ມັນຮຸນແຮງຂຶ້ນອີກ,
ອີງຕາມການກ່າວຂອງເວັບໄຊຂ່າວສາກົນ VnExpress. ຄວາມອ່ອນແອຂອງເງິນຕາ,
ຜູ້ຄົນຊົນຊັ້ນກາງ ທີ່ກຳລັງເພີ່ມຈຳນວນຂຶ້ນ ແລະ ສິນເຊື່ອທີ່ເພີ່ມຂຶ້ນ ແມ່ນໄດ້ເຮັດໃຫ້
ລາຄາຕ່າງໆສູງຂຶ້ນຕື່ມ.
ທ່ານ ແມັກສຟິລ ບຣາວ (Maxfield Brown) ເຈົ້າໜ້າທີ່ອາວຸໂສ ຈາກບໍລິສັດທີ່ປຶກສາ
ດ້ານທຸລະກິດ Dezan Shira & Associates ໃນນະຄອນ ໂຮຈິມິ່ງ ກ່າວວ່າ “ຂ້າພະ
ເຈົ້າຄິດວ່າ ໂດຍທົ່ວໄປແລ້ວ ແນວໂນ້ມ ແມ່ນໄດ້ເພີ່ມສູງຂຶ້ນ ແລະ ນັ້ນກໍແມ່ນພຽງຜົນ
ຂອງອຳນາດໃນການໃຊ້ຈ່າຍທີ່ເພີ່ມຂຶ້ນຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ.”
ພາວະເງິນເຟີ້ຫຼາຍກວ່າ 20 ເປີເຊັນໃນປີ 2008 ໄດ້ຈຳກັດການເຕີບໂຕທາງເສດຖະກິດ
ຂອງ ຫວຽດນາມ ໃນສາມປີຕໍ່ມາ. ເປົ້າໝາຍພາວະເງິນເຟີ້ 4 ເປີເຊັນແມ່ນໄດ້ເພັ່ງເລັງ
ໃສ່ການຢຸດ ບໍ່ໃຫ້ມັນເກີດຂຶ້ນອີກ.
ທ່ານ ບຣາວ ກ່າວວ່າ “ມັນເປັນບາງຢ່າງທີ່ຕ້ອງໄດ້ຕິດຕາມ. ເຫັນໄດ້ຊັດເຈນວ່າ, ຖ້າສິ່ງ
ຕ່າງໆຫາກເພີ່ມຂຶ້ນສູງຫຼາຍ, ແລ້ວນັ້ນ ກໍຈະເປັນບັນຫາ. ແຕ່ມັນກໍບໍ່ແມ່ນສິ່ງທີ່ກຳລັງ
ເກີດຂຶ້ນຢູ່ໃນຕອນນີ້.”