ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຈະ​ຈັດ ການ​ເລືອກ​ຕັ້ງ​ທົ່ວ​ໄປ​ ເທື່ອ​ທຳ​ອິດ ນັບ​ແຕ່​ປີ 2014 ໃນ​ເດືອນ​ມີ​ນາ ນີ້


​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​ຢຸດ ຈັນ​ໂອ​ຊາ ທີ່ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ ​ຢູ່​ບາງກອກ ວັນ​ທີ 11 ກັນ​ຍາ 2018.
​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​ຢຸດ ຈັນ​ໂອ​ຊາ ທີ່ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ ​ຢູ່​ບາງກອກ ວັນ​ທີ 11 ກັນ​ຍາ 2018.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ຂອງ​ໄທ ໄດ້​ກຳ​ນົດ​ໃຫ້ ​ວັນ​ທີ 24 ມີ​ນາ ເປັນ​ວັນເລືອກ
​ຕັ້ງ​ທົ່ວ​ຂອງ​ປະ​ເທດ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ປີ 2014 ທີ່​ທະ​ຫານ​ໄດ້​ເຮັດ​ລັດ​ຖະ​ປະ​
ຫານ ໂຄ່ນ​ລົ້ມ​ລັດ​ຖະ​ບານ ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍິ່ງ​ລັກ ຊິນ​ນະ​ວັດ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ກະ​ສັດ​ມະ​ຫາວະ​ຈິີຣະ​ລົງ​
ກອນ ໄດ້​ອອກ​ພະ​ຣາດ​ຊະ​ດຳ​ລັດ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ.

ລັດ​ຖະ​ບານ​ທະ​ຫານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​ຢຸດ ຈັນ​ໂອ​ຊາ ໄດ້ເລື່ອນ​ເວລາ
​ຊ້ຳ​ແລ້ວ​ຊ້ຳ​ອີກ ​ທີ່​ຈະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ ຊຶ່ງເທື່ອ​ທຳ​ອິດ ​ກຽມ​ຈັດ​ຂຶ້ນ​ໃນ​ປີ 2015.
ການ​ເລືອກ​ຕັ້ງທົ່ວ​ໄປເທື່ອ​ຫ​ລ້າ​ສຸດ​ແມ່ນ​ກຳ​ນົດ​ໃສ່​ທ້າຍ​ເດືອນ​ກຸມ​ພາ ແຕ່​ພວກ​ທະ​ຫານ
​ບໍ່​ຢາກ​ໃຫ້​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ຄະ​ມະ​ກັນ​ກັບ​ການ​ກະ​ກຽມໃນ​ເບື້ອງ​ຕົ້ນ ຕໍ່​ພິ​ທີ​ອະ​ພິ​
ເສກ​ກະ​ສັດ​ມະ​ຫາ ວະ​ຈີ​ຣະ​ລົງກອນ ຊຶ່ງ​ກຳ​ນົດ​ໃສ່ຕົ້ນ​ເດືອນ​ພຶດ​ສະ​ພາ.

ປະ​ເທດ​ໄທ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ​ທາງ​ການ​ເມືອງ​ມາ​ໄດ້​ຫຼາຍກວ່າ​ທົດ​ສະ​ວັດ ນັບ​ແຕ່​
ປີ 2006 ເປັນ​ຕົ້ນ​ມາ ເວ​ລາອ້າຍ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຄື​ນາ​ຍົກ​ລັດ ​ຖະ​ມົນ​ຕີ ທ່ານ​ທັກ​
ສິນ ຊິນ​ນະ​ວັດ ໄດ້​ຖືກ​ໂຄ່ນ​ລົ້ມ​ໂດຍ​ທະ​ຫານ ຫຼັງ​ຈາກທີ່​ມີ ​ການ​ປະ​ທ້ວງ​ເປັນ​ເວ​ລາ
​ຫຼາຍ​ເດືອນ.

ທ່ານ​ທັກ​ສິນ ​ນັກ​ປະ​ຊາ​ຊົນ​ນິ​ຍົມ ໄດ້​ຊຸກ​ຍູ້​ນະ​ໂຍ​ບາຍໃຫ້​ຄວາມ​ສຳ​ຄັນແກ່ຊາວ​ຊົນ​ນະ
​ບົດ​ແລະ​ຊົນ​ຊັ້ນກາງ​ຂອງ​ປະ​ເທດໄທ ຊຶ່ງໄດ້​ກໍ່​ໃຫ້​ເກີດການ​ຂັດ​ແຍ້ງ​ທາງ​ການ​ເມືອງ​ຢ່າງ
​ໃຫຍ່​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ. ນະ​ໂຍ​ບາຍນີ້​ໄດ້​ຊ່ວຍໃຫ້ທ່ານ​ທັກ​ສິນແລະ​ບັນ​ດາ​ຜູ້​ສະ​ໜັບ
​ສະ​ໜູນ​ຂອງ​ທ່ານ ​ຊະ​ນະ​ການ​ເລືອກ​ຕັ້ງ​ຫຼາຍ​ເທື່ອ ໃນ​ຂະ​ນະ​ທີ່​ຂະ​ບວນ​ການ​ “ເສື້ອ​ແດງ”
ຂອງ​ທ່ານ ຍັງ​ໄດ້​ທ້າ​ທາຍ​ຕໍ່​ບຸກ​ຄົນ​ຊັ້ນ​ຜູ້ ນຳຂອງ​ບາງກອກ ນຳ​ດ້ວຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG