ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ສັງຄົມ​ ພົນລະ​ເຮືອນ ​ອິນ​ໂດ​ເນ​ເຊຍ ສະ​ແດງ ​​ຄວາມ​ເປັນ​ຫ່ວງ​ ໃນການເລືອກເອົາ ຮອງປະທານາທິບໍດີ


ພວກຜູ້ຄົນ ພາກັນໃສ່ເສື້ອຢືດ ທີ່ອ່ານວ່າ "ປ່ຽນປະທານາທິບໍດີ ປີ 2019" ພາກັນຢືນຢູ່ກ້ອງທຸງຊາດອັນໃຫຍ່ ໃນການໂຮມ ຊຸມ
ນຸມປະທ້ວງ ທີ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ, 6 ມິຖຸນາ 2018.
ພວກຜູ້ຄົນ ພາກັນໃສ່ເສື້ອຢືດ ທີ່ອ່ານວ່າ "ປ່ຽນປະທານາທິບໍດີ ປີ 2019" ພາກັນຢືນຢູ່ກ້ອງທຸງຊາດອັນໃຫຍ່ ໃນການໂຮມ ຊຸມ ນຸມປະທ້ວງ ທີ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ, 6 ມິຖຸນາ 2018.

ບັນດາກຸ່ມ​ສັງຄົມ​ພົນລະ​ເຮືອນ​ອິນ​ໂດ​ເນ​ເຊຍ ​ແມ່ນ​ສະ​ແດງ​ອອກ ​ຊຶ່ງ​ຄວາມ​ເປັນ​ຫ່ວງ​
ເຖິງ​ການເລືອກ​ຂອງ​ປະທານາທິບໍດີ ​ໂຈ​ໂກ ວີ​ໂດ​ໂດ ທີ່​ຈະ​ລົງ​ສະໝັກ​ເປັນ​ທີ​ມດຽວກັບ ນັກສອນສາສະໜາທີ່ມີ​ອິດ​ທິພົນ​ຂອງ​ສາສະໜາອິສລາມເປັນຮອງປະທານາທິບໍດີ ທີ່​ໄດ້​ເບິ່ງກັນໂດຍ​ພວກ​ນັກ​ສັງ​ເກດ​ການນັ້ນວ່າ ​ເປັນການ​ເອົາ​ບາດກ້າວ​ທາງ​ການ​ເມືອງທີ່
ສະຫລາດ ແຕ່ຈະນຳ​ໄປ​ສູ່​ການ​ຕັດຮອນສິດເສລີພາບ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ ທ່າມກາງ
ທີ່ລັດທິນິຍົມ​ແນວທາງ​ເດີມ ​ໃນ​ປະ​ເທດ​ທີ່​ມີ​ປະຊາກອນ​ ເປັນ​ຊາວ​ມຸສລິ​ມຫຼາຍ​ທີ່​ສຸດ
​ໃນ​ໂລກ​ນັ້ນ ກຳລັງເພີ້ມທະວີຂຶ້ນ.

ສັບປະດາ​ແລ້ວ​ນີ້, ປະທານາທິບໍດີ ທີ່​ຮູ້​ກັນ​ຢ່າງ​ກວ້າງ​ຂວາງ​ ໃນ​ຊື່​ຫຼິ້ນ​ວ່າ ​ໂຈ​ໂກ​ວີ ທີ່​ໄດ້ໃຫ້ການ​ຢືນຢັນ​ເຖິງ​ການ​ເລືອກ​ເອົາ​ທ່ານ ມາຣາຟ ອາ​ມິນ ຜູ້ນຳ​ສູງ​ສຸດ​ຂອງ​ອົງການ​ນາດ​ລາ​ຕູ​ລ ອູລາມາ (NU) ທີ່​ເປັນ​ອົງການມຸສລິ​ມທີ່​ໃຫຍ່​ສຸດ​ໃນ​ອິນ​ໂດ​ເນ​ເຊຍ, ​ແລະ​ປະທານ​ຂອງ​ກຸ່ມ​ນິຍົມ​ແນວທາງ​ເດີມ ສະພາອູເລມາ​ອິນ​ໂດ​ເນ​ເຊຍ (MUI) ຊຶ່ງເປັນອົງ
ການຈັດຕັ້ງເຄິ່ງລັດຖະບານ ທີ່​ຮັບຜິດຊອບ​ສຳລັບການ​ອອກ​ໃບ​ປະກາດ Halal ​ໃນປະ
ເທດເກາະ​ແຫ່ງ​ນີ້.

ເຖິງ​ແມ່ນ​ວ່າ ມີ​ປະສົບ​ການ​ທາງ​ດ້ານການ​ເມືອງ​ໃນ​ການ​ຮັບ​ໜ້າ​ທີ່​ເປັນ​ທີ່​ປຶກສາໃນ​ສະພາ​ປະທານາທິບໍດີ ພາຍ​ໃຕ້ປະທານາທິບໍດີ​ຄົນ​ກ່ອນ ທ່ານ​ຊູ​ຊິ​ໂລ ບຳບັງ ຢຸດ​ໂທ​ຢູ​ໂນ
ກໍຕາມ, ຊຶ່ງ​ໃນຕອນ​ນັ້ນ ທ່ານ​ແມ່ນ​ເຄື່ອງ​ມື ໃນການສຳສະເໜີ​ກົດໝາຍ ທີ່​ເປັນ​ຂ່າວ​ນອງ
​ນັນ ​ໃນ​ອັນ​ທີ່​ເອີ້ນ​ວ່າ ກົດໝາຍ​ສາສະໜາ​ເພື່ອສ້າງຄວາມປອງດອງ, ຊຶ່ງທ່ານມາ ຣາຟ
ໄວ 75 ປີ​ນັ້ນ ​ແມ່ນ​ຖື​ວ່າ​ເປັນ​ທາງ​ເລືອກ ​ທີ່​ດີທີ່ສຸດໃນເວລານັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີ ​ໂຈ​ໂກ ວີ​ໂດ​ໂດ ກ່າວຄຳປາໄສ ໃນກະຊວງການຕ່າງປະເທດ ໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, 12 ກຸມພາ 2018.
ປະທານາທິບໍດີ ​ໂຈ​ໂກ ວີ​ໂດ​ໂດ ກ່າວຄຳປາໄສ ໃນກະຊວງການຕ່າງປະເທດ ໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, 12 ກຸມພາ 2018.

XS
SM
MD
LG