ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

English in a Minute, ບົດທີ 92 “Fish out of Water” ແປວ່າ "ປາອອກໄປຈາກນໍ້າ"


 English in a Minute: A Fish Out of Water
please wait

No media source currently available

0:00 0:01:00 0:00

ພາສາອັງກິດໃນ 1 ນາທີ: A Fish Out of Water ແປວ່າ ປາອອກໄປຈາກນໍ້າ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

We all know that fish live in bodies of water. But what does it mean to be a “Fish Out of Water”.

ພວກເຮົາຕ່າງກໍຮູ້ດີວ່າ ປາອາໄສຢູ່ໃນນໍ້າ. ແຕ່ຄຳ​ວ່າ “Fish Out of Water” ມັນມີ ຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ ອານນາ ກັບ ໂຈເນທານ ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້ ​ຫລາຍ​ຂຶ້ນ?

Anna: Jonathan, are you going on the work trip next month?

ອານນາ: ໂຈເນທານ, ເຈົ້າຈະເດີນທາງໄປເຮັດວຽກບໍ່ ໃນເດືອນໜ້າໜິ?

Jonathan: No… I don’t think so. I would feel like a fish out of water.

ໂຈເນທານ: ບໍ່... ຂ້ອຍບໍ່ຄິດວ່າ ຈະເຮັດແນວນັ້ນດອກ. ຂ້ອຍ​ຄື​ຊິຮູ້ສຶກ ຄືກັນກັບປາອອກ​ໄປ​ຈາກນ້ຳ ໜີ້​ແຫລະ.

Anna: why? Why do you say that?

ອານນາ:.ເປັນຫຍັງ? ເປັນຫຍັງເຈົ້າຄືເວົ້າແບບນັ້ນ?

Jonathan: you know, I don’t like forests and nature. I am more comfortable in civilization!

ໂຈເນທານ: ເຈົ້າຮູ້ບໍ່, ຂ້ອຍບໍ່ມັກປ່າ ແລະ ທຳມະຊາດ. ຂ້ອຍຮູ້ສຶກສະບາຍກວ່າ ເວລາຢູ່ໃນ​ບ່ອນທີ່​ມີຄວາມຈະ​ເລີນ.


To feel “like a fish out of water” means to be in an unfamiliar or uncomfortable situation. Imagine a fish trying to survive outside of water. For Jonathan, being out in nature makes him feel like a “fish out of water.” He would rather be in a big city.

ການຮູ້ສຶກ ຄື​ກັບປາອອກ​ໄປ​ຈາກນໍ້າ ໝາຍເຖິງການຢູ່ໃນສະຖານະການທີ່ບໍ່ຄຸ້ນເຄີຍ ຫຼື ບໍ່ສະດວກສະບາຍໃຈ. ລອງຄິດພາບເບິ່ງວ່າ ຖ້າປາພະຍາຍາມທີ່​ຈະເອົາຊີວິດລອດ ເວ​ລາ​ຢູ່ນອກບ່ອນທີ່​ມີນໍ້າ. ສຳ​ລັບໂຈເນທານແລ້ວ ການຢູ່ໃນທຳມະຊາດເຮັດໃຫ້ລາວຮູ້ສຶກຄື ກັນ​ກັບ ປາທີ່​ອອກ​ໄປ​ຈາກນໍ້າ. ລາວຢາກຢູ່ໃນເມືອງໃຫຍ່ຫຼາຍກວ່າ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG