ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາຍຄົນນຶ່ງ ຖືກຈັບ ຫຼັງຈາກ ຂັບລົດ ແລ່ນຕຳ ພວກຄົນຍ່າງ ຢູ່ນອກ ສະພາ ອັງກິດ


ບັນດາເຈົ້າໜ້າທີ່ຕຳຫຼວດ ອັງກິດ ຢືນຢູ່ເຂດປິດລ້ອມໄວ້ ຫຼັງຈາກ ລົດຄັນນຶ່ງ ໄດ້ແລ່ນຕຳ ກຳແພງກີດຂວາງ ຕັ້ງຢູ່ນອກສະພາຕ່ຳອັງກິດ ໃນແຄວນ ແວັສມິນສເຕີ ນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 14 ສິງຫາ 2018.
ບັນດາເຈົ້າໜ້າທີ່ຕຳຫຼວດ ອັງກິດ ຢືນຢູ່ເຂດປິດລ້ອມໄວ້ ຫຼັງຈາກ ລົດຄັນນຶ່ງ ໄດ້ແລ່ນຕຳ ກຳແພງກີດຂວາງ ຕັ້ງຢູ່ນອກສະພາຕ່ຳອັງກິດ ໃນແຄວນ ແວັສມິນສເຕີ ນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 14 ສິງຫາ 2018.

ຕຳຫຼວດ ໃນນະຄອນຫຼວງ ລອນດອນ ຂອງອັງກິດ ກ່າວວ່າ ຊາຍຄົນນຶ່ງຂັບລົດແລ່ນ ເຂົ້າໄປຕຳເອົາພວກຄົນຍ່າງ ແລະຄົນຂີ່ລົດຖີບ ກ່ອນຈະຕຳເຄື່ອງກີດຂວາງ ທີ່ຕັ້ງໄວ້ຢູ່ດ້ານນອກສະພາຕ່ຳອັງກິດ ໃນວັນອັງຄານມື້ນີ້ ໂດຍເຮັດໃຫ້ມີຫຼາຍຄົນ ໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ອັງກິດ ກ່າວວ່າ ຕຳຫຼວດ ໄດ້ຈັບກຸມ ຜູ້ຊາຍຄົນຂັບລົດຄັນດັ່ງກ່າວ ໃນຂໍ້ຫາ
ຖານສົງໄສເປັນຜູ້ກໍ່ການຮ້າຍ. ເຂົາເຈົ້າກ່າວວ່າ ບໍ່ມີຜູ້ໃດອີກ ແລະກໍບໍ່ມີ ອາວຸດຢູ່ໃນ
ລົດຄັນນັ້ນ. ຕຳຫຼວດກະວ່າ ຜູ້ກ່ຽວມີອາຍຸຫຼາຍກວ່າ 25 ປີ.

ຮອງຜູ້ບັນຊາການຕຳຫຼວດໃນນະຄອນລອນດອນ ທ່ານນຽລ ບາຊູ ກ່າວຕໍ່ພວກນັກ
ຂ່າວວ່າ “ແນ່ນອນເປັນທີ່ປາກົດວ່າເປັນການກະທຳແບບຕັ້ງໃຈ ແຕ່ເພື່ອຈຸດປະສົງ
ຫຍັງນັ້ນ ພວກເຮົາບໍ່ສາມາດບອກໄດ້.”

ທ່ານບາຊູກ່າວວ່າ ຜູ້ຕ້ອງສົງໄສບໍ່ໃຫ້ການຮ່ວມມືກັບຕຳຫຼວດ ໃນຂະນະທີ່ພວກເຂົາ
ເຈົ້າ ກຳລັງພິຈາລະນາເບິ່ງ ກ່ຽວກັບວ່າຜູ້ກ່ຽວແມ່ນໃຜແລະມີຈຸດປະສົງຫຍັງ.

ໜ່ວຍບໍລິການ ລົດກູ້ໄພ ຂອງນະຄອນລອນດອນ ໄດ້ກ່າວວ່າ ຕົນໄດ້ປະຖົມພະຍາ
ບານ ແລະນຳສົ່ງ 2 ຄົນ ໄປຍັງໂຮງໝໍ ແລະວ່າ ບາດແຜຂອງທັງສອງ ແມ່ນບໍ່ສາຫັດ
ທີ່ເປັນອັນຕະລາຍຕໍ່ຊີວິດ. ທ່ານບາຊູກ່າວໃນເວລາຕໍ່ມາວ່າ ນຶ່ງ ໃນຈຳນວນນັ້ນ ແມ່ນ
ພວມໄດ້ຮັບການປິ່ນປົວຍ້ອນອາກາດສາຫັດພໍສົມຄວນແຕ່ຜູ້ທີສອງ ໄດ້ອອກຈາກ
ໂຮງໝໍແລ້ວ. ສ່ວນຄົນທີສາມຖືກປະຖົມພະຍາບານ ຢູ່ທີ່ບ່ອນເກີດເຫດ.

ບໍລິເວນ ອ້ອມແອ້ມບ່ອນເກີດອຸບັດເຫດ ໄດ້ຖືກປິດລ້ອມໄວ້ ພ້ອມກັນນັ້ນ ສະຖານີລົດ
ໄຟໃຕ້ດິນ ທີ່ຢູ່ໃກ້ກັບ ສະພາ ກໍໄດ້ຖືກປິດໄວ້ເຊັ່ນກັນ. ສະພາ ໃນເວລານີ້ ແມ່ນບໍ່ໄດ້
ຢູ່ໃນສະໄໝການປະຊຸມ.

ເມື່ອປີກາຍນີ້ ມີຊາຍຄົນນຶ່ງ ໄດ້ຂັບລົດແລ່ນຕ່ຳພວກຄົນຍ່າງ ຢູ່ໃກ້ກັບ ຂົວແວັສມິນສເຕີ
(Westminster Bridge) ທີ່ໄດ້ສັງຫານ 4 ຄົນ ຢູ່ທີ່ນັ້ນ ກ່ອນທີ່ຈະແທງເຈົ້າໜ້າທີ່
ຕຳຫຼວດຄົນນຶ່ງຈົນຕາຍ ຢູ່ດ້ານນອກສະພາ. ຕຳຫຼວດຈຶ່ງໄດ້ຍິງຄົນຮ້າຍເສຍຊີວິິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Police in London say a man crashed a car into a group of pedestrians and cyclists before hitting a set of barriers outside of Britain's Houses of Parliament on Tuesday, causing a number of injuries.

Authorities said officers arrested the male driver of the car on suspicion of terrorist offenses.They said there were no other people in the car, and that they did not find any weapons.

The London Ambulance Service said it treated and transported two people to a hospital, and that neither had injuries that were life-threatening.

The area around the crash was closed off, as was a subway station close to the parliament grounds.Parliament is not currently in session.

Last year, a man drove a car into pedestrians on nearby Westminster Bridge, killing four people there before stabbing to death a police officer outside parliament.Police shot that attacker dead.

XS
SM
MD
LG