ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ກ້ອງຖ່າຍພາບທີ່ສາມາດ “ແນມເຫັນ” ອ້ອມສິ່ງກີດຂວາງ ແລະ ແຈມູມຕ່າງໆ


LogOn: A camera that ‘sees’ around corners
please wait

No media source currently available

0:00 0:02:00 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ບັນ​ດາ​ນັກ​ຄົ້ນ​ຄວ້າ​ໃນ​ລັດ ຄາ​ລິ​ຟໍ​ເນຍ ແມ່ນ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ເຮັດ​ໃຫ້​ລົດ​ທີ່​ຂັບ​ເຄື່ອນ​ດ້ວຍ​ຕົວ​ມັນ​ເອງ​ມີ​ຄວາມ​ປອດ​ໄພ​ຂຶ້ນ ໂດຍ​ການ​ເຮັດ​ໃຫ້​ມັນ​ເຫັນ​ອ້ອມ​ແຈ​ມູມ​ຕ່າງໆໄດ້. ແມັດ ດິບ​ໂບ ມີ​ລາຍ​ງານ​ສຳ​ລັບ​ລາຍ​ການ LogOn ໃນ​ອາ​ທິດນີ້, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ແນມ​ເຫັນ​ຜ່ານ​ກຳ​ແພງ ແລະ ສິ່ງ​ກີດ​ຂວາງ​ຕ່າງ​ໆ ຄັ້ງ​ນຶ່ງ​ເຄີຍ​ເປັນ​ຄວາມ​ສາ​ມາດ​ທີ່​ໃຊ້​ສຳ​ລັບ​ພະ​ເອກ​ໃນ​ຮູບ​ເງົາ ຫຼື ກາ​ຕູນ​ເທົ່າ​ນັ້ນ.

ແຕ່​ຕອນນີ້ ​ກຸ່ມ​ນັກ​ຄົ້ນ​ຄວ້າ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ສ​ແຕນ​ຝອດ ແມ່​ນ​ກຳ​ລັງ​ໃຊ້ການ​ສະ​ເທືອນ​ຂອງແສງ​ເລ​ເຊີເພື່ອ​ຖ່າຍ​ພາບ​ວັດ​ຖຸ​ຕ່າງໆ​ທີ່​ກ້ອງ​ແນມບໍ່​ເຫັນ.

ມັນ​ເຮັດ​ວຽກ​ດ້ວຍ​ການ​ສະ​ທ້ອນ​ແສງ​ອອກ​ຈາກ​ພື້ນ​ຜິວ​ທີ່​ຢູ່​ອ້ອມ​ແອ້ມ, ເຊັ່ນ​ກຳ​ແພງ.

ທ່ານ ກໍ​ດອນ ເວັດ​ສ​ໄຕ​ນ໌, ຮອງ​ສາ​ສະ​ດາ​ຈານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ສ​ແຕນ​ຝອດ ກ່າວ​ວ່າ “ມັນມີແຫຼ່ງ​ຂອງ​ແສງ, ມັນ​ມີ​ເລ​ເຊີ, ແລະ ມັນ​ຈະ​ເປັ່ງ​ການ​ສະ​ເທືອນ​ສັ້ນ​ໆ​ຢູ່ຫຼັງ​ກຳ​ແພງ​ອອກ​ມາ. ດັ່ງ​ນັ້ນ, ເຄື່ອງ​ເຊັນ​ເຊີ​ແມ່ນບໍ່​ສາ​ມາດ​ເຫັນ​ວັດ​ຖຸ​ໂດຍ​ກົງ. ແຕ່​ໜ່ວຍ​ວັດ​ຄວາມ​ເຂັ້ມ​ຂອງ​ແສງ​ທີ່​ວ່ານີ້​ ຈະ​ຕຳ​ໃສ່​ວັດ​ຖຸ​ທີ່​ຖືກ​ປິດ​ບັງ​ຢູ່ ແລະ ໜ່ວຍ​ວັດ​ແທກ​ຄວາມ​ເຂັ້ມ​ຂອງ​ແສງ​ຈຳ​ນວນ​ນຶ່ງນີ້​ຈະ​ກະ​ຈາຍ​ກັບ​ມາ​ຄືນ, ກັບ​ມາ​ຈົນ​ເຖິງ​ກ້ອງ.”

ທ່ານ ເວັດ​ສ​ໄຕ​ນ໌ ກ່າວ​ວ່າ​ດ້ວຍ​ການ​ວັດ​ແທກ​ຄວາມ​ຍາວ​ຂອງ​ເວ​ລາ​ທີ່​ໜ່ວຍ​ວັດ​ແທກ​ຄວາມ​ເຂັ້ມ​ຂອງ​ແສງ​ໃຊ້​ເພື່ອ​ສົ່ງ​ກັບ​ຄືນ​ມາ​ຫາ​ກ້ອງ​ນັ້ນ, ລະ​ບົບ​ດັ່ງ​ກ່າວ​ຈະ​ສາ​ມາດ​ພິ​ຈາ​ລະ​ນາ​ຮູບ​ຮ່າງ​ຂອງວັດ​ຖຸ​ທີ່​ຖືກ​ປິດ​ບັງ​ຢູ່.

ເທັກ​ໂນ​ໂລ​ຈີ​ດັ່ງ​ກ່າວ​ ອາດ​ຖືກ​ໃຊ້​ເທື່ອ​ທຳ​ອິດ​ເພື່ອ​ເສີມ​ຂະ​ຫຍາຍ​ລະ​ບົບ​ຖ່າຍ​ພາບ LiDAR ຂອງ​ລົດ​ທີ່​ຂັບ​ເຄື່ອນ​ດ້ວຍ​ຕົນ​ເອງ ເພື່ອ​ເຮັດ​ໃຫ້​ມັນ​ສາ​ມາດ​ເຫັນ​ສິ່ງ​ແວດ​ລ້ອມ​ຂອງ​ມັນ​ໄດ້ຫຼາຍ​ຂຶ້ນ.

ທ່ານ ກໍ​ດອນ ເວັດ​ສ​ໄຕ​ນ໌ ກ່າວ​ວ່າ “ມັນ​ສາ​ມາດ​ເຫັນ​ທາງ​ໜ້າ​ໄດ້​ໄກ​ອອກ​ໄປ. ມັນ​ສາ​ມາດ​ເຮັດ​ໃຫ້​ການ​ຕັດ​ສິນ​ໃຈ​ດີ​ຂຶ້ນ ແລະ ຮອບຄອບກວ່າ​ເກົ່າ. ພວ​ກ​ເຮົາ​ບໍ່​ຢາກ​ໄດ້​ລົດ​ທີ່​ແນມ​ເຫັນ​ສິ່ງ​ທີ່​ມະ​ນຸດ​ພວກ​ເຮົາ​ເຫັນ​ເທົ່າ​ນັ້ນ. ພວກ​ເຮົາ​ຢາກ​ໃຫ້​ມັນ​ມີ​ຄວາມ​ປອ​ດ​ໄພ​ຂຶ້ນກວ່າ​ເກົ່າ.”

ການ​ປະ​ຕິ​ບັດ​ການ​ຄົ້ນ​ຫາ ແລະ ກູ້​ໄພ​ແມ່ນ​ໂອ​ກາດ​ນຶ່ງ​ທີ່ອາດ​ຈະ​ຖືກ​ນຳ​ໃຊ້.

ທ່ານ ກໍ​ດອນ ເວັດ​ສ​ໄຕ​ນ໌ ກ່າວ​ວ່າ “ຄິດ ກ່ຽວ​ກັບ ແຜ່ນ​ດິນ​ໄຫວ. ຄື​ທ່ານ​ຮູ້, ຄົນ​ແມ່ນ​ຖືກ​ຝັງ​ຢູ່​ກ້ອງ​ຊາກ​ຫັກ​ພັງ. ຖ້າ​ມັນ​ມີ​ຊ່ອງ​ຫວ່າງ​ແນວ​ໃດ​ແນວ​ນຶ່ງ, ແລະ ພວກ​ເຮົາ​ກໍ​ສາ​ມາດ​ທີ່​ຈະ​ຍິງ​ແສງ​ເລ​ເຊີ​ເຂົ້າ​ໄປ​ໃນ​ນັ້ນ, ພວກ​ເຮົາ​ສາ​ມາດ​ທີ່​ຈະ​ສ​ແກນ​ພາບ​ສິ່ງ​ແວດ​ລ້ອມ​ສາມ​ມິ​ຕິ​ຂອງ​ພາກ​ສ່ວນຈຸດ​ເກີດ​ເຫດທີ່​ຖືກ​ປິດ​ຢູ່ ໄດ້​ຢ່າງວ່ອງ​ໄວ ແລະ ເບິ່ງວ່າ​ ມັນ​ມີ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວ​ຍ​ເຫຼືອ​ຢູ່​ໃນ​ນັ້ນ​ບໍ່.”

ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ທີ່​ກຸ່ມ​ດັ່ງ​ກ່າວ ​ກຳ​ລັງ​ປະ​ເຊີ​ນ​ກໍ​ແມ່ນ​ການຄັດ​ຕອງ​ເອົາ ໜ່ວຍ​ວັດ​ແທກ​ຄວາມ​ເຂັ້ມ​ຂອງ​ແສງທີ່​ມາ​ຮອດ​ກ້ອງ​ຖ່າຍ​ຮູບ ເພື່ອ​ສ້າງ​ພາບ​ຂອງວັດ​ຖຸ​ນຶ່ງນັ້ນ.

ຄວາມ​ສຳ​ເລັດ​ດັ່ງ​ກ່າວ​ໄດ້​ມາ​ພ້ອມ​ກັບ​ຂັ້ນ​ຕອນ​ວິ​ທີນີ້.

ແຕ່​ການ​ນຳ​ເອົາ​ລະ​ບົບ​ນີ້​ມາ​ປະ​ຕິ​ບັດ​ໃຊ້​ຈະ​ຕ້ອງ​ອາ​ໄສ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ທີ່​ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ເທື່ອ.

ທ່ານ ກໍ​ດອນ ເວັດ​ສ​ໄຕ​ນ໌ ກ່າວ​ວ່າ “ມັນ​ຍັງ​ມີ​ສິ່ງ​ທ້າ​ທາຍ​ສອງ​ສາມ​ຢ່າງ​ໃນ​ຕໍ່​ໜ້າ. ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ກໍ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຄວາມ​ຄິດນີ້.”

ອະ​ນາ​ຄົດ​ອາດ​ແມ່ນ​ໃກ້​ຈະ​ເກີດ​ຂຶ້ນແລ້ວ.

ອ່ານລາຍງານນີ້ເປັນພາສາອັງກີດ

Seeing past walls and obstacles was once an ability reserved for superheroes.

Now a research team at Stanford University is using laser light pulses to image objects that are out of sight of a camera.

It works by bouncing light off surrounding surfaces, such as a wall.

“There’s a light source, there’s a laser, and it emits a short pulse that travels into the scene. It hits a visible part of the wall here. It gets scattered behind the wall. So, the sensor cannot see the object directly. But some of these photons hit the hidden object and some of these photons scatter back, all the way back to the camera.”

Wetzstein says by measuring the length of time the photons take to return to the camera, the system can determine the shape of the hidden object.

The technology might first be used to enhance the LiDAR imaging systems of autonomous vehicles to let them see more of their environment.

“It can see farther ahead. It can make better and more robust decisions. ((CUTAWAY: animated car sends out laser pulses)) We don't want the car just to see what we as humans see. We want them to be way more safe.”

Search and rescue operations are another potential use.

“Think about an earthquake. You know, people are buried under rubble. If there's any kind of opening, and we could just shoot a laser in there, we could quickly scan the 3D environment of the hidden part of the scene and see if there are any people in there that need help.”

The biggest challenge facing the team was filtering through all the photons arriving at the camera to reconstruct an object’s image.

The breakthrough came with this algorithm.

But putting the system to practical use will depend on technical advances yet to happen.

“There are still a few challenges ahead. But I think what we've been able to do is demonstrate the feasibility of this idea.”

The future may be just around the corner.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG