ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄລີນິກໃນລັດ ໂຄໂລຣາໂດ ສະໜອງການເບິ່ງແຍງໃຫ້ອົບພະຍົບ ຢູເຄຣນ ດ້ວຍພາສາຂອງເຂົາເຈົ້າເອງ


Colorado clinic provides Ukrainian refugees with care in own language
please wait

No media source currently available

0:00 0:02:57 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານ​ຊາວ ຢູ​ເຄ​ຣນ ເກືອບເຄິ່ງ​ລ້ານ​ຄົນ​ໄດ້​ຍ້າຍ​ມາ​ຢູ່ ສະ​ຫະ​ລັດ ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ໃນການ​ບຸກ​ລຸກຢູເຄຣນ​ຂອງ ຣັດ​ເຊຍ, ອີງ​ຕາມ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ. ສອງ​ໃນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ກໍ​ແມ່ນ​ການ​ຊອກ​ຫາ​ປະ​ກັນ​ສຸ​ຂະ​ພາບ ແລະ ວຽກ​ເຮັດ​ງານ​ທຳ. ໃນ​ເມືອງນ້ອຍໆ​ແຫ່ງ​ນຶ່ງ​ຂອງ​ລັດ ໂຄ​ໂລ​ຣາ​ໂດ, ເຈົ້າ​ຂອງ​ຄ​ລີ​ນິກ​ໃນ​ທ້ອງ​ຖິ່ນ, ເຊິ່ງ​ລາວ​ເອ​ງ ​ກໍ​ແມ່ນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ ຢູ​ເຄ​ຣນ, ແມ່ນ​ກຳ​ລັງ​ໃຫ້​ການ​ຊ່ວຍ​ເຫຼືອຫຼາຍ ​ເທົ່າ​ທີ່​ລາວ​ຈະ​ເຮັດ​ໄດ້.

ນາງ ເລຍ​ນາ ມາຣຽນ​ໂກ ໄດ້​ເດີນ​ທາງ​ມາ​ນະ​ຄອນ ເດັນ​ເວີ ລັດ ໂຄ​ໂລ​ຣາ​ໂດ, ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ ​ປີ 2022. ໃນ​ເມືອງ ວິນ​ນິດ​ເຊຍ ທີ່​ເປັນ​ບ້ານ​ເກີດ​ຂອງ​ລາວ, ລາວ​ໄດ້​ເຮັດ​ວຽກ​ໃນ​ຂະ​ແໜງ​ກວດ​ໂຣກ. ໃນ​ລັດ ໂຄ​ໂລ​ຣາ​ໂດ, ນາງ ມາ​ຣຽນ​ໂກ ໄດ້​ພົບ​ວຽກ​ທີ່​ຄ້າຍ​ຄື​ກັນ​ຈາ​ກ​ເຈົ້າ​ຂອງ​ຄ​ລີ​ນິກ​ໃນ​ທ້ອງ​ຖິ່ນ.

ນາງ ເລຍນາ ມາ​ຣຽນ​ໂກ, ພະ​ນັກ​ງານຄ​ລີ​ນິກ Arvada West Family Medicine ກ່າວ​ວ່າ “ເຊົ້າ​ມື້​ນຶ່ງ, ລາວ​ໄດ້​ໂທ​ຫາ​ຂ້ອຍ, ລາວ​ເວົ້າ​ວ່າ​ ລາວ​ຮູ້​ວ່າ​ຂ້ອຍ​ມີ​ປະ​ລິນ​ຍາ​ດ້ານ​ການ​ແພດ ແລະ ລາວ​ໄດ້​ບອກ​ຂ້ອຍ​ວ່າ​ ລາວ​ມີ​ວຽກ​ຢູ່​ຄ​ລີ​ນິກ​ສຳ​ລັບ​ຂ້ອຍ.”

ນັ້ນ​ກໍ​ແມ່ນ​ທ່ານ​ນາງ ແອ​ລ​ລີ ຕິ​ຕາ​ເຣັນ​ໂກ, ຜູ້​ທີ່​ໄດ້​ເດີນ​ທາງ​ມາ ສະ​ຫະ​ລັດ ຈາກ ຢູ​ເຄ​ຣນ ດົນ​ກວ່າ​ສອງ​ທົດ​ສະ​ວັດ​ແລ້ວ.

ທ່ານ​ນາງ ແອ​ລ​ລີ ຕິ​ຕາ​ເຣັນ​ໂກ ເຈົ້າ​ຂອງ​ຄ​ລີ​ນິກ Arvada West Family Medicine ກ່າວ​ວ່າ “ມັນ​ສຳ​ຄັນຫຼາຍ​ສຳ​ລັບ​ຂ້ອຍ​ທີ່​ຈະ​ຊ່ວຍ​ຄົນ​ຜູ້​ທີ່​ຫາ​ກໍ​ມາ​ຮອດ​ທີ່​ນີ້ ​ຈາກ ຢູ​ເຄ​ຣນ, ຜູ້​ທີ່​ອາດບໍ່​ສາ​ມາດ​ທ​ເວົ້າ​ພາ​ສາ​ອັງ​ກິດໄດ້​ຢ່າງ​ລ່ຽນ​ໄຫຼ​ເທື່ອ.”

ໃນ​ປີ 2021, ທ່ານ​ນາງ ໂອ​ເລ​ນາ ຫຼື ແອ​ລ​ລີ ຕິ​ຕາ​ເຣັນ​ໂກ ໄດ້​ເປີດ​ຄ​ລີ​ນິກ Arvada West Family Medicine ໃນ​ເມືອງ ອາ​ວາ​ດາ, ລັດ ໂຄ​ໂລ​ຣາ​ໂດ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະ​ຄອນ ເດັນ​ເວີ.

ທຸກໆ​ເດືອນ, ຄ​ລີ​ນິກ​ດັ່ງ​ກ່າວ ​ຈະ​ມີ​ຄົນ​ໄຂ້​ປະ​ມານ 500 ຄົນ, ປະ​ມານ 80 ເປີ​ເຊັນ ​ໃນ​ນັ້ນ​ແມ່ນ​ຄົນ ຢູ​ເຄ​ຣນ.

ນາງ ແອນ​ນາ ປາ​ແຊວາ, ອົບ​ພະ​ຍົບ ຢູ​ເຄ​ຣນ ກ່າ​ວ່າ “ເວ​ລາ​ທີ່​ພວກ​ເຮົາ​ໄດ້​ມາ​ຮອດ, ພວກ​ເຮົາ​ມີ​ບັນ​ຫາ​ກັບ​ປະ​ກັນ​ສຸ​ຂະ​ພາບ ແລະ ອຸປະສັກ​ດ້ານ​ພາ​ສາ. ທ່ານ​ນາງ ແອ​ລ​ລີ ໄດ້​ຊ່ວຍ​ພວກ​ເຮົາຫຼາຍ, ລາວ​ໄດ້​ບອກ​ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ພວກ​ເຮົາ…”

ນາງ ແຮນ​ນາ ເລັ​ສ​ກີ, ອົບ​ພະ​ຍົບ ຢູ​ເຄ​ຣນ ກ່າວ​ວ່າ “ຂ້ອຍ​ມີ​ບັນ​ຫາ​ກັບ​ຄວາມ​ດັນ​ເລືອ​ດ ​ໃນ ຢູ​ເຄ​ຣນ, ແລະ ທ່າ​ນ​ນາງ ໂອ​ເລ​ນາ ​ກໍໄດ້​ຊ່ວຍ​ຂ້ອຍ​ເຮັດ​ໃຫ້​ມັນ​ປົກ​ກະ​ຕິ, ແລະ ເອົາ​ຢາ​ໃຫ້​ຂ້ອຍ​ກິນ.”

ຊາວ ຢູ​ເຄ​ຣນ ຫຼາຍ​ຄົນ​ທີ່ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ຈິດ​ ໃນ​ພາ​ສາ​ແມ່​ຂອງ​ເຂົາ​ເຈົ້າ ​ກໍ​ໄດ້​ມາ​ຍັງຄ​ລີ​ນິດ​ດັ່ງ​ກ່າວ​ເຊັ່ນ​ກັນ, ອີງ​ຕາມ​ພະ​ຍາ​ບານ ນາງ ຮາ​ລີ​ນາ ຄານ​ດຸກ.

ນາງ ຮາ​ລີ​ນາ ຄານ​ດຸກ, ພະ​ນັກ​ງານຄ​ລີ​ນິກ Arvada West Family Medicine ກ່າວ​ວ່າ “ຫຼາຍ​ຄົນ​ແມ່ນ​ມາ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ຄື​ພາກ​ພື້ນ ໂດ​ເນັດ​ສ໌, ຄາ​ກີບ, ລູ​ຮານ​ສ໌.. ມັນ​ຍາກຫຼາຍ​ເວ​ລາ​ທີ່​ຄົນ​ໄຂ້​ພວກນີ້​ມາ, ເພາະ​ວ່າ ​ເຂົາ​ເຈົ້າ​ທຸກ​ຄົນ​ມາ​ພ້ອມ​ກັບ​ຄວາມ​ເຈັບ​ຊ້ຳ​ທາງ​ຈິດໃຈ.”

ທ່ານ​ນາງ ແອ​ລ​ລີ ຕິ​ຕາ​ເຣັນ​ໂກ ກ່າວ​ວ່າ “ມັນ​ເຮັດ​ໃຫ້​ໃຈ​ຂອງ​ຂ້ອຍ​ແຕກ​ສະຫຼາຍ​ທີ່​ສົງ​ຄາມ​ໄດ້​ປ່ຽນ​ແປງ​ຈິດ​ຕະ​ວິ​ທະ​ຍາ​ຂອງ​ມະ​ນຸດ ເຖິງ​ຈຸດ​ທີ່​ວ່າ​ ເຂົາ​ເຈົ້າ​ຢຸດ​ເຫັນ​ຄຸນ​ຄ່າ​ຂອງ​ສິ່ງ​ທີ່​ຄ​ວນ​ມີ​ຄ່າ​ທີ່​ສຸດ​, ຄື​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ໃນ​ສອງ​ປີ​ທີ່​ຜ່ານ​ມາ​ພວກ​ເ​ຮົາ​ໄດ້​ເຫັນ​ຄົນ​ໄຂ້ຫຼາຍ​ຄົນ​ທີ່​ມີ​ຄວາມ​ຄິດ​ຢາກ​ຂ້າ​ຕົວ​ຕາຍ.”

ທ່ານ​ນາງ ຕິ​ຕາ​ເຣັນ​ໂກ ເວົ້າ​ວ່າ ​ຄົນ​ໄຂ້​ສ່ວ​ນຫຼາຍ​ເວົ້າ​ພາ​ສາ​ອັງ​ກິດບໍ່​ເປັນ, ແລະ ເພື່ອ​ທີ່​ຈະ​ລະ​ບຸ​ສະ​ພາບ​ທາ​ງ​ຈິດ​ຂອງ​ເຂົາ​ເຈົ້າ​ນັ້ນ, ການກວດ​ກາ ແລະ ການ​ສຳຫຼວດ​ແມ່ນ​ຖືກ​ແປ​ເປັນ​ພາ​ສາ ຢູ​ເຄ​ຣນ.

ທ່ານ​ນາງ ແອ​ລ​ລີ ຕິ​ຕາ​ເຣັນ​ໂກ ກ່າວ​ວ່າ “ພວກ​ເຮົາ​ສອນ​ຄົນ​ໄຂ້​ວິ​ທີ​ການດຳ​ລົງ​ຊີ​ວິດ​ເທື່ອ​ລະ​ມື້. ເພາະ​ວ່າ​ ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ອະ​ນາ​ຄົດ​ຈະ​ນຳເອົາ​ຄວາມ​ກັງ​ວົນ​ມາ, ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ອະ​ດີດ​ມັກ​ຈະ​ນຳ​ໄປ​ສູ່​ໂຣກ​ຊຶ​ມ​ເສົ້າ.”

ມື້ນີ້, ພະ​ນັກ​ງານ 7 ຈາກ 10 ຄົນ​ຢູ່​ຄ​ລີ​ນິກ ​ແມ່ນ​ຄົນ ຢູ​ເຄ​ຣນ. ແລະ ມີ​ອີກຫຼາຍ​ຄົນ​ແມ່ນ​ກຳ​ລັງ​ຝຶກ​ງານ​ຢູ່​ຄ​ລີ​ນິກ​ດັ່ງ​ກ່າວ.

ທ່ານ​ນາງ ແອ​ລ​ລີ ຕິ​ຕາ​ເຣັນ​ໂກ ກ່າວ​ວ່າ “ຖ້າ​ເຈົ້າ​ໄດ້​ຮັບ​ການ​ສຶກ​ສາ​ດ້ານ​ການ​ແພດ, ຢ່າ​ໂຍນ​ໃບ​ປະ​ກາດ​ຂອງ​ເຈົ້າ​ຖິ້ມ. ຂ້ອຍ​ຫວັງ​ວ່າ​ ທຸກ​ຄົນ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກ​ແອ​ບ​ທາງ​ການ​ແພດ​ຈະ​ພົບ​ວິ​ທີ​ເພື່ອ​ເຮັດ​ວຽກ​ຢູ່​ທີ່​ນີ.”

ໃນ​ອະ​ນາ​ຄົດ, ທ່ານ​ນາງ ຕິ​ຕາ​ເຣັນ​ໂກ ຫວັງ​ວ່າ​ ຈະ​ເປີດຄ​ລີ​ນິກ​ອີກ​ແຫ່ງ​ນຶ່ງ​ໃນ​ລັດ ໂຄ​ໂລ​ຣາ​ໂດ ແລະ ຈ້າງ​ມື​ອາ​ຊີບ​ຊາວ ຢູ​ເຄ​ຣນ ໄປ​ເຮັດ​ວຽກ​ຢູ່​ທີ່​ນັ້ນ​ຕື່​ອີກ.

ອ່ານເປັນພາສາອັງກິດ

Liana Marienko came to Denver, Colorado, in the fall of 2022. In her native town of Vinnytsia, she was working in diagnostics medicine. In Colorado, Marienko found a similar job from the owner of a local clinic.

“One morning, she [[Titarenko]] called me, said she knew I had a medical degree and told me she had a job at the clinic for me.”

That “she” is Ellie Titarenko, who came to the U.S. from Ukraine over two decades ago.

“It was really important for me to help people who only just came here from Ukraine, who may not be able to speak English very fluently yet.”

In 2021, Olena – or Ellie – Titarenko opened Arvada West Family Medicine clinic in Arvada, Colorado, northwest of Denver.

Every month, the clinic sees some 500 patients; about 80% of them are Ukrainian.

“When we arrived, we had problems with insurance and a language barrier. Ellie helped us a lot, she told us what to do…”

“I had problems with blood pressure in Ukraine, and Olena helped me normalize that, and then got me my medicine.”

Many Ukrainians in need of psychological help in their native language also come to the clinic, says nurse Halyna Kandiuk.

“Many are from Ukraine’s East – Donetsk, Kharkiv, Luhansk regions. ... It is very difficult when these patients come, because they all come with trauma.”

“It breaks my heart that war alters human psychology to the point where they stop valuing what should be most precious – their life. In the last two years we’ve seen so many patients with suicidal thoughts...”

Titarenko says most patients don’t speak English, and to determine their psychological state, tests and surveys are translated into Ukrainian.

“We teach patients how to live one day at a time. Because worrying about the future brings anxiety; worrying about the past often leads to depression.”

Today, seven out of 10 staff at the clinic are Ukrainians. And many more are interning at the clinic.

“If you have received medical education, don’t discard your diplomas. I hope everyone who has medical training will find a way to work here.”

In the future, Titarenko hopes to open another clinic in Colorado and employ more Ukrainian professionals there.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG