ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາວທຽມວັດແທກການປ່ອຍອາຍແກັສເມເຕນ ຈະຊ່ອຍເຮັດໃຫ້ໂລກຮ້ອນຊ້າລົງ


LogOn: Methane-measuring satellite could help slow global warming
please wait

No media source currently available

0:00 0:02:00 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ແກັ​ສ​ເມ​ເຕນ​ທີ່​ຊຶມ​ອອກ​ມາ​ຈາກ​ການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟຈາກຊາກພືດແລະສັດດຶກດຳບັນ ຫຼືທີ່ເອີ້ນວ່າ ​ຟອ​ສ​ຊິ​ລ ແມ່ນ​ນຶ່ງ​ໃນ​ສິ່ງ​ທີ່​ມີ​ສ່ວນ​ເຮັດ​ໃຫ້​ສະ​ພາບ​ອາ​ກາດ​ປ່ຽນ​ແປງ. ຕອນນີ້​ນັກ​ວິ​ທະ​ຍາ​ສາດ​ດ້ານ​ສິ່ງ​ແວດ​ລ້ອ​ມ​ທີ່​ນຳ​ໜ້າ​ຄົນ​ນຶ່ງ​ແມ່ນ​ກຳ​ລັງ​ຫວັງ​ວ່າ ຈະ​ສະ​ໜອງ​ການ​ຄົ້ນ​ພົບ​ທີ່​ແນ່ນອນ ກວ່າ​ເກົ່າ ແລະ ສອດ​ຄ່ອງ​ກັບ​ການ​ຄົ້ນ​ພົບທີ່ກ່ຽວ​ກັບການ​ປ່ອຍ​ແກັ​ສ​ເມ​ເຕນ ດ້ວຍ​ການ​ສົ່ງດາວ​ທຽມ​ທີ່​ມີ​ຄວາມ​ທັນ​ສະ​ໄໝ​ດ້ານ​ເທັກ​ໂນ​ໂລ​ຈີ​ຂຶ້ນ​ໄປໃນວົງ​ໂຄ​ຈອນຂອງ​ໂລກ.

ເດືອນ​ມີ​ນາ​ທີ່​ຜ່ານ​ມາ, ບໍ​ລິ​ສັດ​ຖ້ຽວ​ບິນ​ອະ​ວະ​ກາດ​ເອ​ກະ​ຊົນ SpaceX ໄດ້​ນຳ​ເອົາ​ດາວ​ທຽມ​ຂຶ້​ນ​ໄປຍັງ​ອະ​ວະ​ກາດ ທີ່​ຈະ​ໃຊ້​ເທັກ​ໂນ​ໂລ​ຈີ​ທີ່​ລ້ຳ​ໜ້າ​ເພື່ອ​ວັດ​ແທກ​ການ​ປ່ອຍ​ແກັ​ສ​ເມ​ເຕນ ​ໃນ​ທົ່ວ​ໂລກ.

ດາວ​ທຽມ MethaneSAT ​ທີ່​ຖືກ​ຜະ​ລິດ​ໂດຍ​ບໍ​ລິ​ສັດ Blue Canyon Technologies ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ລັດ ໂຄ​ໂລ​ຣາ​ໂດ ແລະ ມີ​ຂະ​ໜາດ​ປະ​ມານ​ເຄື່ອງ​ຈັກ​ຊັກ​ຜ້າ, ຈະ​ບິນ​ອ້ອມ​ທຸກ​ພາກ​ສ່ວນ​ຂອງ​ໂລກ​ເພື່ອ​ວັດ​ແທກວ່າ​ອາຍ​ແກັ​ສ​ທີ່​ເພີ່ມ​ຄວາມ​ອຸ່ນ​ໃນ​ໂລກນັ້ນ ​ຖືກ​ປ່ອຍ​ອອກ​ມາຫຼາຍ​ເທົ່າ​ໃດ ຊຶ່ງ​ມັນ​ຖືກ​ປ່ອຍ​ອອກ​ມາ​ສູ່​ຊັ້ນ​ບັນ​ຍາ​ກາດ​ຂອງ​ພວກ​ເຮົາ ແລະ ການ​ປ່ອຍ​ອອກ​ມາ​ທີ່​ວ່າ​ນັ້ນ ​ມີ​ຄວາມ​ແຕກ​ຕ່າງ​ກັນ​ແນວ​ໃດ.

ທ່ານ ຄ​ຣິ​ສ ວິນ​ສ​ເລັດ, ຈາກ​ບໍ​ລິ​ສັດ Blue Canyon Technologies ກ່າວ​ວ່າ “ດາວ​ທຽມ MethaneSAT ຈະ​ເປັນ​ນຶ່ງ​ໃນ​ດາວ​ທຽມ​ໜ່ວຍ​ທຳ​ອິດ ​ທີ່ບໍ່​ພຽງ​ແຕ່​ຈະວັດ​ແທກ​ແຫຼ່ງ​ທີ່​ມາ​ຂອງ​ການ​ປ່ອຍ​ອາຍ​ພິດ​ຕ່າງໆ​ອອກ​ມາ​ເທົ່າ​ນັ້ນ, ແຕ່​ແທ້​ຈິງ​ແລ້ວ​ ຈະ​ຕິດ​ຕາມ​ເບິ່ງມັນ ​ຊົ່ວ​ໄລ​ຍະ​ນຶ່ງ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ສາ​ມາດ​ພິ​ຈາ​ລະ​ນາ​ວ່າ ​ມັນ​ດີ​ຂຶ້ນ, ຫຼື​ຮ້າຍແຮງ ​ກວ່າເກົ່າ.”

ແກັ​ສ​ເມ​ເຕນ​ທີ່​ຖືກ​ປ່ອຍ​ອອກ​ມາ​ຜ່ານ​ກິດ​ຈະ​ກຳ​ຂອງ​ມະນຸດ ແມ່ນ​ເທົ່າ​ກັບ​ປະ​ມານ 30 ເປີ​ເຊັນ​ຂອງ​ຄວາມ​ອົບ​ອຸ່ນ​ຂຶ້ນ​ຂອງໂລກ ທີ່ມັນ​ກຳ​ລັງ​ປະ​ເຊີນ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້, ແລະ ແກັ​ສ​ດັ່ງ​ກ່າວ​ ແມ່ນຮ້າຍ​ແຮງກວ່າ​ອາຍ​ຄາ​ບອນ​ໄດ​ອົກ​ໄຊ້ເຖິງ 28 ເທົ່າ ໃນການກັກຂັງ​ອາຍຮ້ອນໄວ້​ຢູ່​ໃນ​ຊັ້ນ​ບັນ​ຍາ​ກາດ​ຂອງ​ພວກ​ເຮົາ.

ດາວ​ທຽມ MethaneSAT, ທີ່​ຖືກ​ພັດ​ທະ​ນາ​ຂຶ້ນ​ໂດຍກອງ​ທຶນ​ປ້ອງ​ກັນ​ສິ່ງ​ແວດ​ລ້ອມ ດ້ວຍ​ການ​ຮ່ວມ​ມື​ກັບຫຼາຍ​ຄູ່​ຮ່ວມງານ, ໃນ​ເບື້ອງ​ຕົ້ນ​ຈະ​ເພັ່ງ​ເລັງ​ໃສ່​ການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ຟອ​ສ​ຊິ​ລ….

….ເຊິ່ງ​ແມ່ນ​ສາ​ເຫດ​ທີ່​ໃຫຍ່​ທີ່​ສຸດ​ອັນດັບ​ສອງ ​ຕໍ່ການ​ປ່ອຍ​ແກັ​ສ​ເມ​ເຕນ​ໂດຍ​ມະ​ນຸດ ຕາມຫຼັງ​ດ້ວຍກະ​ສິ​ກຳ.

ທ່ານ ສີ​ເວັນ ແຮມ​ເບີກ, ຈາກກອງ​ທຶນ​ການ​ປ້ອງ​ກັນ​ສິ່ງ​ແວດ​ລ້ອມ ກ່າວ​ວ່າ “ພວກ​ເຮົາ​ໄດ້​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ການ​ປ່ອຍແກັ​ສ​ເມ​ເຕນ​ຈາກ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ ແລະ ອາຍ​ແກັ​ສ ເປັ​ນ​ເວ​ລາ​ດົນ​ກວ່າ 10 ປີ​ແລ້ວ. ແລະຫຼາຍ​ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ຮູ້​ວ່າ ​ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ເກັບ​ກຳ​ຂໍ້​ມູນ​ທີ່​ຈະ​ສາ​ມາດ​ເກັບເອົາ​ການ​ປ່ອຍ​ອາຍ​ພິດທັງຫຼາຍ​ເຫຼົ່າ​ນັ້ນ​ໄດ້ແທ້ຈິງ ຂະນະທີ່​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.”

ຂໍ້​ມູນ​ດັ່​ງ່​ກາວ ​ຈະ​ຊ່ວຍ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ປະ​ເມີນ​ວ່າ ​ການຫຼຸດ​ຜ່ອນ​ຈະຕ້ອງ​ຖືກ​ເຮັດ​ຢູ່​ໃສ​ແດ່ ແລະ ໂດຍ​ຜູ້​ໃດ.

ທ່ານ ສ​ຕີ​ເວັນ ແຮມ​ເບີກ ກ່າວ​ວ່າ “ສິ່ງ​ສຳ​ຄັນ​ຢູ່​ທີ່ນີ້ ​ກໍ​ແມ່ນ​ຮຽນ​ຮູ້​ຂໍ້​ມູນ, ຂໍ້​ມູນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຂໍ້​ມູນ​ທີ່​ພວກ​ເຮົາ​ສາ​ມາດ​ເຊື່ອ​ຖື, ແລະ ອັນ​ທີ່​ພວກ​ເຮົາ​ໃຊ້​ເພື່ອ​ໃຫ້​ເຂົ້າ​ໃຈ​ບັນ​ຫາ​ແທ້ໆ.”

ດາວ​ທຽມ MethaneSAT ຈະ​ສ້າງ​ສິ່ງ​ທີ່​ທີມ​ດັ່ງ​ກ່າວ​ເວົ້າ​ວ່າ ​ເປັນ​ຊຸດ​ຂໍ້​ມູນ​ທີ່​ຮອບ​ດ້ານ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ຜະ​ລິດ​ຂຶ້ນ​ມາ​ໂດຍ​ອຸດ​ສາ​ຫະ​ກຳ​ດຽວ.

ໃນ​ຂະ​ນະ​ດຽວ​ກັນ,​ ສາ​ທາ​ລະ​ນະ​ຈະ​ສາ​ມາດ​ເຂົ້າ​ຫາ ຂໍ້​ມູນ​ເບື້ອງ​ຕົ້ນ​ຈາກ​ດາວ​ທຽມນີ້​ໄດ້​ ໂດຍບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ, ພາຍ​ໃນ​ຫົກ​ເດືອນ​ຂ້າງ​ໜ້ານີ້.

ອ່ານເປັນພາສາອັງກິດ

This past March, [EDS: March 4] private spaceflight company SpaceX carried into space a satellite that’s using advanced technology to measure methane emissions around the world.

Manufactured by Colorado-based Blue Canyon Technologies and roughly the size of a washing machine, MethaneSAT will circle every part of the Earth to measure how much of the planet-warming gas has been emitted into our atmosphere and how those emissions vary.

“MethaneSAT would be one of the first satellites that's actually not only able to measure the source of emissions, but actually monitor it over time, so they can see if it's getting better, if it's getting worse.”

Methane emitted through human activity accounts for about 30% of the warming the planet is currently experiencing, and the gas is more than 28 times as potent as carbon dioxide at trapping heat in our atmosphere.

MethaneSAT, developed by the Environmental Defense Fund in collaboration with several partners, will initially focus on fossil fuel production…

…which is the second-largest human-made contributor to methane emissions after agriculture.

“We've been leading efforts to understand methane emissions from the oil and gas industry for well over 10 years now. And several years ago, we realized that we couldn't collect enough data to really be able to capture those emissions on an ongoing basis.”

The data will help scientists assess where reductions need to be made and by whom.

“The key here is going to empirical data, high quality data, data that we can trust, and that we can then utilize to really understand the problem.”

MethaneSAT will yield what the team says will be the most comprehensive dataset ever produced for a single industry.

In the meantime, preliminary data from the satellite will be accessible to the public -- free of charge -- within the next six months.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG