ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ໜີ້ສາທາລະນະຂອງລັດຖະບານລາວ ຈະເພີ້ມຂຶ້ນເປັນເກີນກວ່າ 129 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ ຫຼື (GDP) ໃນປີ 2024


ທາງຫຼວງ ເລກ 13 ໃຕ້ ກຳລັງໄດ້ຮັບການສ້ອມແປງ.
ທາງຫຼວງ ເລກ 13 ໃຕ້ ກຳລັງໄດ້ຮັບການສ້ອມແປງ.

ໜີ້ສາທາລະນະຂອງລັດຖະບານລາວ ຈະເພີ້ມຂຶ້ນເປັນເກີນກວ່າ 129 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ ຫຼື (GDP) ໃນປີ 2024 ໂດຍມີສາເຫດທີ່ສຳຄັນມາຈາກການກູ້ຢືມສຳລັບນຳໃຊ້ໃນການພັດທະນາພື້ນຖານໂຄງລ່າງ.

ນັກຊ່ຽວຊານດ້ານການເງິນການທະນາຄານໃນອາຊຽນ ໃຫ້ທັດສະນະວ່າ ໜີ້ສາທາງະນະຂອງລັດຖະບານລາວ ຈະເພີ້ມຂຶ້ນເກີນກວ່າ 129 ເປີເຊັນຂອງຍອດຜະລິດຕະພານລວມພາຍໃນ (GDP) ໃນປີ 2024 ໂດຍມີສາເຫດທີ່ສຳຄັນມາຂຈາກການກູ້ຢືມເງິນຈາກຕ່າງປະເທດ ເພື່ອນຳໃຊ້ໃນການພັດທະນາພື້ນຖານໂຄງລ່າງທີ່ກວມເອົາເຖິງ 60 ເປີເຊັນຂອງໜີ້ທັງໝົດຂອງລັດຖະບານລາວ ອັນເຮັດໃຫ້ລັດຖະບານລາວ ມີພັນທະທີ່ຈະຕ້ອງຊຳລະຄືນໜີ້ເງິນກູ້ທີ່ຄົບກຳນົດໃນປີ 2024 ນີ້ ທີ່ມີມູນຄ່າສະເລ່ຍເຖິງ 1,500 ລ້ານໂດລາ ດ້ວຍນັ້ນ ຈຶ່ງເຮັດໃຫ້ໜີ້ສາທາລະນະຂອງລາວ ຍັງຈະສືບຕໍ່ເພີ້ມຂຶ້ນອີກຢ່າງຫລີກລ່ຽງບໍ່ໄດ້ນັ້ນເອງ ດັ່ງນັກຊ່ຽວຊານດ້ານການເງິນການທະນາຄານ ໃຫ້ການຢືນຢັນວ່າ:

“ໜີ້ 100 ກວ່າເປີເຊັນຂອງ GDP ທີ່ລາວຕິດໜີ້ຢູ່ຫັ້ນ ແທ້ໆແລ້ວ 60 ເປີເຊັນຫັ້ນເປັນ Soft Loan ເປັນໜີ້ທີ່ເອົາມາພັດທະນາປະເທດ ເອົາໜີ້ທີ່ມາເຮັດເຂື່ອນ ມາເຮັດໂຮງໄຟຟ້າ ມາເຮັດໂຄງສ້າງພື້ນຖານ ມາເຮັດລົດໄຟຄວາມໄວສູງ ເພາະສະນັ້ນ ທີ່ຈິງ Loan ພວກນີ້ໜິ ມັນກໍບໍ່ໜ້າຈະມີບັນຫາທີ່ແບບວ່າ ຄືເງິນຕ້ອງອອກໄປທັນທີເລີຍ ແຕ່ວ່າ ອັນນີ້ໜິ 60 ເປີເຊັນ ມັນເປັນເງິນທີ່ມາຈາກອົງການລະຫວ່າງປະເທດ ຊຶ່ງເອົາມາພັດທະນາ ມາສ້າງເຂື່ອນ ສ້າງທາງ ສ້າງຫຍັງກະໄດ້ ດັ່ງນັ້ນ ພວກນີ້ເງິນມັນບໍ່ໄດ້ອອກໄປໄດ້ໄວຂະໜາດນັ້ນ ແທ້ໆແລ້ວ ປີນີ້ໜິ ລາວຕ້ອງຊຳລະໜີ້ນີ້ ປະມານ 1.5 ຕື້ໂດລາ.”

ທັງນີ້ ໂດຍໜີ້ສາທາລະນະຂອງລັດຖະບານລາວ ມີມູນຄ່າລວມກວ່າ 16,900 ລ້ານໂດລາ ໃນທ້າຍປີ 2023 ເພີ້ມຂຶ້ນເປັນຫຼາຍກວ່າ 17,800 ລ້ານໂດລາ ໃນໄຕມາດທີ 1 ຂອງປີ 2024 ແລະຄາດໝາຍວ່າ ຈະເພີ້ມຂຶ້ນເປັນຫຼາຍກວ່າ 18,550 ລ້ານຫຼືເກີນກວ່າ 129 ເປີເຊັນຂອງ GDP ໃນທ້າຍປີ 2024 ນີ້ ເພາະວ່າ ລັດຖະບານລາວ ຈະຕ້ອງກູ້ຢືມເງິນຈາກຕ່າງປະເທດເພີ້ມຂຶ້ນອີກ ເພື່ອນຳມໃຊ້ໃນໂຄງການພັດທະນາຕ່າງໆ ອັນເປັນຜົນຈາກການມີລາຍຮັບທີ່ເປັນເງິນຕາຕ່າງປະເທດບໍ່ພຽງພໍກັບລາຍຈ່າຍ ຍ້ອນການຂາດດູນການຄ້າຕ່າງປະເທດເລື້ອຍມາ ທັງຍັງໄດ້ສົ່ງຜົນກະທົບເຮັດໃຫ້ຄ່າເງິນກີບ ຕົກຕ່ຳລົງອີກດ້ວຍ ດັ່ງທີ່ນັກທຸລະກິດໄທ ໃນລາວ ຢືນຢັນວ່າ:

“ລາວຫັ້ນ ໄປສ້າງໜີ້ສາທາລະນະໄວ້ຫຼາຍ ແລ້ວກະການສົ່ງອອກ ມັນບໍ່ໄດ້ຫຼາຍຕາມ ກະເລີຍເຮັດໃຫ້ພາວະໜີ້ສາທາລະນະຂອງລາວ ສູງຂຶ້ນໄປຢ່າງຫຼາຍ ໄປກູ້ຈີນ ໄປເຮັດພຸ້ນເຮັດພີ້ ກະເລີຍຕິດກັບດັກເປັນເລື້ອງຂອງໜີ້ສິນ ເງິນມັນກະເລີບອ່ອນ ຕອນນີ້ ຫຼາຍຄົນກະເລີຍມອງວ່າ ຈະຖືກຈີນ ຍຶດປະເທດ ແຕ່ຢ່າໄປຄິດຫຼາຍເຖິງຂະໜາດນັ້ນ ແຕ່ສິ່ງທີ່ຢາກ ຊີ້ປະເດັນ ກໍຄືວ່າ ສິ່ງທີ່ເກີດຂຶ້ນຄື ປະຊາຊົນລາວ ຕອນນີ້ໜິ ບໍ່ຢາກຖືເງິນສະກຸນຂອງປະເທດຕົນເອງ ໄປໃຊ້ເງິນບາດ ແລ້ວກະໂດລາ.”

ໂດຍໜີ້ສາທາລະນະຂອງລັດຖະບານລາວ ທີ່ເພີ້ມຂຶ້ນດັ່ງກ່າວນີ້ ແບ່ງເປັນໜີ້ຕ່າງປະເທດ 86 ເປີເຊັນ ກັບໜີ້ພາຍໃນປະເທດ 14 ເປີເຊັນຂອງມູນຄ່າໜີ້ທັງໝົດ ຊຶ່ງນອກຈາກຈະມີສາເຫດມາຈາກການຕົກຕ່ຳລົງຂອງຄ່າເງິນກີບ ແລະການກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນແລ້ວ ກໍຍັງມີສາເຫດມາຈາກການໃຊ້ຈ່າຍງົບປະມານທີ່ບໍ່ໂປ່ງໃສ ແລະບໍ່ເປັນໄປຕາມແຜນການທີ່ວາງໄວ້ອີກດ້ວຍ ໂດຍສະເພາະແມ່ນບັນດາໂຄງການພັດທະນາທີ່ລັດຖະບານລົງທຶນນັ້ນ ກໍຄືອີກພາກສ່ວນທີ່ເຮັດໃຫ້ໜີ້ສາທາລະນະເພີ້ມຂຶ້ນຢ່າງຫຼວງຫຼາຍ ແລະເງື່ອນໄຂທີ່ເຮັດໃຫ້ພະນັກງານພັກ-ລັດສາມາດປະຕິບັດໜ້າທີ່ຢ່າງບໍ່ໂປ່ງໃສ ຫຼືທຸຈະລິດໄດ້ນັ້ນ ກໍເພາະພາກສ່ວນທີ່ຮັບຜິດຊອບການກວດການັ້ນ ບໍ່ມີມາດຕະການລົງໂທດຢ່າງເດັດຂາດຕໍ່ພະນຮັກງານທີ່ທຸຈະລິດ ຈຶ່ງບໍ່ມີຄວາມຢ້ານກົວໃນການກະທຳຜິດ ແລະຍັງພາກັນທຸຈະລິດຕໍ່ໄປ.

ທັງນີ້ ໂດຍພາກສ່ວນທີ່ມີການທຸຈະລິດເກີດຂຶ້ນຫຼາຍທີ່ສຸດ ໃນວົງການພັກ-ລັດຖະບານລາວ ຄືຂົງເຂດຂຸດຄົ້ນຊັບພະຍາກອນທຳມະຊາດແລະການຄ້າ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ປະເທດ ແລະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍທີ່ສຸດດ້ວຍ ເພາະການທີ່ບໍ່ເດັດຂາດໃນມາດຕະການລົງໂທດຕໍ່ຜູ້ທີ່່ທຸຈະລິດ ທັງຍັງບໍ່ມີຄວາມເຂັ້ມງວດໃນການປະຕິບັດມາດຕະການດ້ານເງິນຕາ ໂດຍສະເພາະແມ່ນການແກ້ໄຂບັນຫາເງິນເຟີ້ ແລະການຕົກຕ່ຳຂອງຄ່າງເງິນກີບນັ້ນ ກໍຄືປັດໄຈສຳຄັນທີ່ເຮັດໃຫ້ນັກທຸລະກິດ ແລະສະຖາບັນການເງິນຕ່າງປະເທດ ບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບທາງເສດຖະກິດ ແລະການເງິນຊອ

ລາວ ໃນປັດຈຸບັນນີ້ ຊຶ່ງຍ່ອມຈະກະທົບຕໍ່ຄວາມເຊື່ອໝັ້ນທີ່ຈະໃຫ້ເງິນກູ້ຢືມແກ່ລັດຖະບານລາວ ຢ່າງຫລີກລ່ຽງບໍ່ໄດ້.

ໂດຍໃນຊ່ວງປີ 2014-2023 ກະຊວງການເງິນລາວ ໄດ້ສະເໜີຂາຍພັນທະລັດລັດຖະບານລາວ ເພື່ອລະດົມເງິນທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດໄທ ແລ້ວ ຈຳນວນເຖິງ 27 ຄັ້ງຄິດເປັນມູນຄ່າລວມເກີນກວ່າ 105,220 ລ້ານບາດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG