ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍໃນລາວ ຕ້ອງປະເຊີນກັບສະພາວະຂາດແຄນສານອາຫານທີ່ຈຳເປັນ ຢ່າງຮຸນແຮງ ຍ້ອນວິກິດການທາງເສດຖະກິດ


ພິ​ທີ​ມອ​ບ​ລາ​ງວັນ​ໃຫ້​ນັກ​ຮຽນ​ທີ່​ໄດ້​ຊະ​ນະ​ການ​ແຂ່ງ​ຂັນ​ແຕ້ມ​ຮູບ​ໃນ​ປີ 2022, ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ ເກົ້າ​ລ​້ຽວ.
ພິ​ທີ​ມອ​ບ​ລາ​ງວັນ​ໃຫ້​ນັກ​ຮຽນ​ທີ່​ໄດ້​ຊະ​ນະ​ການ​ແຂ່ງ​ຂັນ​ແຕ້ມ​ຮູບ​ໃນ​ປີ 2022, ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ ເກົ້າ​ລ​້ຽວ.

ເດັກນ້ອຍໃນລາວ ຕ້ອງປະເຊີນກັບສະພາວະຂາດແຄນສານອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕຢ່າງຮຸນແຮງອັນເປັນຜົນກະທົບຈາກວິກິດການທາງເສດຖະກິດ ທີ່ລັດຖະບານລາວ ຍັງບໍ່ສາມາດແກ້ໄຂໄດ້ເລີຍ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ເປີດເຜຍວ່າ ສະພາວະຂາດແຄນທາງດ້ານງົບປະມານຂອງລັດຖະບານລາວ ທີ່ສົມທົບດ້ວຍວິກິດການທາງເສດຖະກິດ ນັບແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາທາງສັງຄົມລາວ ໃນທຸກໆດ້ານ ໂດຍສະເພາະແມ່ນການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງແມ່ແລະເດັກນັ້ນ ກໍຄືພາກສ່ວນທີ່ຖືກກະທົບຢ່າງໜັກໜ່ວງທີ່ສຸດ ຊຶ່ງເຫັນໄດ້ຈາກອັດຕາການລ້ຽງລູກດ້ວຍນົມແມ່ທີ່ເພີ້ມຂຶ້ນຢ່າງຊັກຊ້າໃນຊ່ວງປີ 2017 ຫາປີ 2023 ທັງຍັງປາກົດວ່າ ມີເດັກນ້ອຍອາຍຸ 6 ຫາ 24 ເດືອນພຽງ 40.1 ເປີເຊັນທີ່ສືບຕໍ່ໄດ້ກິນນົມແມ່ ສ່ວນນອກນັ້ນຕ້ອງກິນນົມປຸງແຕ່ງເປັນດ້ານຫລັກ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ໃນຊ່ວງອາຍຸ 6 ເດືອນທຳອິດ ເດັກນ້ອຍໄດ້ຮັບອາຫານຢ່າງເໝາະສົມຫຼາຍກວ່າໃນໄລຍະ 6 ເດືອນຫາ 24 ເດືອນ ຊຶ່ງໄດ້ຮັບອາຫານທີ່ເໝາະສົມໜ້ອຍລົງ ສັງເກດເຫັນວ່າ ອັດຕາການລ້ຽງລູກດ້ວຍນົມແມ່ນັບແຕ່ມື້ເກີດຈົນຮອດອາຍຸ 6 ເດືອນເພີ້ມຂຶ້ນຈາກ 44.9 ເປີເຊັນ ໃນປີ 2017 ແມ່ນເພີ້ມຂຶ້ນ 50.6 ເປີເຊັນ ໃນປີ 2023 ເດັກນ້ອຍທີ່ສືບຕໍ່ກິນນົມແມ່ອາຍຸ 6 ເດືອນແມ່ນໜ້ອຍລົງຈາກ 35.1 ເປີເຊັນ ໃນປີ 2017 ເພີ້ມຂຶ້ນ 40.1 ເປີເຊັນ ໃນປີ 2023 ຊຶ່ງເປັນເດັກທີ່ມີການກິນນົມປຸງແຕ່ງ.”

ໂດຍເຖິງແມ່ນວ່າ ການຈັດເກັບລາຍຮັບຂອງລັດຖະບານລາວ ຈະເພີ້ມຂຶ້ນເຖິງ 21.7 ເປີເຊັນ ໃນປີ 2023 ທັງຍັງຄາດວ່າ ຈະເພີ້ມຂຶ້ນອີກກວ່າ 29 ເປີເຊັນໃນປີ 2024 ກໍຕາມ ແຕ່ວ່າ ດ້ວຍການຕົກຕ່ຳລົງຂອງຄ່າເງິນກີບເມື່ອທຽບໃສ່ເງິນໂດລາສະຫະລັດ ຈຶ່ງເຮັດໃຫ້ລາຍຮັບທີ່ເພີ້ມຂຶ້ນດັ່ງກ່າວ ກໍບໍ່ໄດ້ເຮັດວໃຫ້ຄວາມສາມາດດ້ານລາຍຈ່າຍຂອງລັດຖະບານລາວ ເພີ້ມຂຶ້ນແຕ່ຢ່າງໃດ ຊຶ່ງເມື່ອສົມທົບກັບ 48 ເປີເຊັນຂອງປະມານລາຍຈ່າຍທັງໝົດນັ້ນ ກໍຄືລາຍຈ່າຍສຳລັບການບໍລິຫານງານ ແລະເງິນເດືອນຂອງພະນັກງານລັດຖະບານໃນທົ່ວປະເທດດ້ວຍແລ້ວ ກໍຍິ່ງເຮັດໃຫ້ເກີດບັນຫາຂາດງົບປະມານສຳລັບນຳໃຊ້ໃນໂຄງການພັດທະນາຕ່າງໆ ອັນເຮັດໃຫ້ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍການພັດທະນາທາງສັງຄົມດັ່ງກ່າວ ໃນນີ້ລວມເຖິງອັດຕາການປະລະການຮຽນແລະການຄ້າງຫ້ອງຮຽນຊັ້ນປະຖົມດ້ວຍນັ້ນ ກໍມີສາເຫດມາຈາກການຂາດສານອາຫານຂອງເດັກນ້ອຍລາວ ຍ້ອນຜົນກະທົບຈາກວິກິດການທາງເສດຖະກິດເປັນສຳຄັນ ດັ່ງຜູ້ປະສານງານອົງການພັດທະນາທາງສັງຄົມໃນລາວ ໄດ້ໃຫ້ການຢືນຢັນກ່ຽວກັບຜົນຂອງການສຳຫຼວດສະພາບບັນຫາທີ່ເກີດຂຶ້ນໃນປີ 2022 ວ່າ:

“ໃນປີ 2022 ຄາດວ່າ ມີການສູນເສຍທາງເສດຖະກິດທີ່ກ່ຽວຂ້ອງກັບການປະລະການຮຽນ ແລະການຄ້າງຫ້ອງຍ້ອນພາວະການຂາດສານອາຫານສູງເຖິງ 448 ຕື້ກີບ ຫຼືເທົ່າກັບ 22.4 ລ້ານໂດລາສະຫະລັດ ສະນັ້ນ ຖ້າຫາກອັດຕາສ່ວນຂອງນັກຮຽນທີ່ຂາດສານອາຫານມີພາວະລວງສູງບໍ່ໄດ້ມາດຕະຖານ ຫາກຫລຸດລົງ ອາດຈະສົ່ງຜົນອັນດີຕໍ່ຄວາມກ້າວໜ້າຂອງການສຶກສາ ລວມທັງສາມາດແກ້ໄຂບັນຫາການຂາດແຄນອາຫານຂອງເດັກ ເຮັດໃຫ້ເດັກນ້ອຍໄດ້ບໍລິໂພກອາຫານທີ່ມີຄວາມຫລາກຫຼາຍເພີ້ມຂຶ້ນ.”

ຍິ່ງໄປກວ່ານັ້ນ ດ້ວຍສະພາການທີ່ປະຊາຊົນລາວ ຕ້ອງປະເຊີນກັບສະພາວະເງະນເຟີ້ ໃນອັດຕາສູງແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງນັບແຕ່ປີ 2020 ເປັນຕົ້ນມາ ຊຶ່ງເຮັດໃຫ້ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງຂຶນເກີນກວ່າ 200 ເປີເຊັນ ໃນຂະນະທີ່ລາຍໄດ້ຂອງປະຊາຊົນລາວ ສ່ວນໃຫຍ່ຍັງຄົງເໝືອນເດີມໃນປັດຈຸບັນ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງເທົ່ານັ້ນ ແຕ່ຍັງເຮັດໃຫ້ລັດຖະບານລາວ ຕ້ອງໄດ້ເລື່ອນເປົ້າໝາຍໃນການລົບລ້າງບັນຫາຍາກຈົນໃນລາວ ໃຫ້ໄດ້ຢ່າງສິ້ນເຊີງໃນປີ 2024 ອອກໄປເປັນໃນປີ 2026 ທັງຍັງມີທ່າອຽງທີ່ຈະເລື່ອນເປົ້າໝາຍອອກໄປອີກ ໂດຍສະເພາະແມ່ນການຊຸກຍູ້ການຜະລິດສະບຽງອາຫານໃນເຂດຊົນນະບົດໃຫ້ພຽງພໍກັບຄວາມຕ້ອງການຕົວຈິງນັ້ນ.

ທັງນີ້ ໂດຍເຖິງແມ່ນວ່າ ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວຫລຸດລົງຢ່າງຕໍ່ເນື່ອງ ກໍຄືຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ອັດຕາສະເລ່ຍ 25 ເປີເຊັນໃນປັດຈຸບັນ ກໍຕາມ ແຕ່ວ່າ ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວ ຫລຸດລົງແຕ່ຢ່າງໃດ ຊຶ່ງເຫັນໄດ້ຈາກດັດຊະນີລາຄາສິນຄ້າ ຍັງປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ທັງໃນດ້ານການຄົມມະນາຄົມແລະຂົນສົ່ງອາຫານແລະເຄື່ອງດື່ມ ຢາຮັກສາໂຣກ ເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານ ແລະບໍລິການຕ່າງໆ ໂດຍທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG