ການຍົກເວັ້ນພາສີຕ່າງໆ ຫລື ຄ່າສໍາປະທານທີ່ດິນຂອງລັດທີ່ໃຊ້ເປັນມາດຕະການດຶງດູດນັກລົງທຶນຕ່າງປະເທດນັ້ນ ເຮັດໃຫ້ ລັດຖະບານ ເສຍລາຍໄດ້ເຖິງ 87 ເປີເຊັນຂອງມູນຄ່າພາສີທັງໝົດທີ່ສົມຄວນໄດ້ຮັບ ຊຶ່ງສະພາບການນີ້ ມີສ່ວນເຮັດໃຫ້ຂາດແຄນເງິນຕາ ແລະ ຂາດສະຖຽນລະພາບໃນເສດຖະກິດມະຫາພາກ, ອີງຕາມນັກຊ່ຽວຊານເວົ້າ.
ການລົງທຶນຕ່າງປະເທດມີຄວາມສໍາຄັນຫລາຍໃນການພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ບໍ່ວ່າຈະເປັນປະເທດໃຫຍ່ ແລະນ້ອຍກໍຕາມ ແຕ່ວ່ານະໂຍບາຍຍົກເວັ້ນພາສີຕ່າງໆ ແລະຄ່າສໍາປະທານທີ່ດິນຂອງລັດ ເພື່ອດຶງດູດເອົານັກລົງທຶນນັ້ນ ເມື່ອບວກໃສ່ກັບ ການສໍ້ລາດບັງຫລວງໃນບາງໂຄງການ ເຮັດໃຫ້ລາວເສຍລາຍໄດ້ຫຼາຍເຖິງ 87 ເປີເຊັນຂອງມູນຄ່າພາສີທັງໝົດທີ່ສົມຄວນໄດ້ຮັບ, ອີງຕາມ
ດຣ. ມານະ ສຸດທິຈັກ, ນັກເສດຖະສາດລາວ-ອາເມຣິກັນ ທີ່ເປັນທີ່ປຶກສາຂອງທະນາຄານພັດທະນາເອເຊຍຢູ່ລາວ. ທ່ານກ່າວດັ່ງນີ້:
“ໃນຫຼາຍໆກໍລະນີຫັ້ນນະ ມັນບໍ່ຈໍາເປັນທີ່ວ່າ ຈະຕ້ອງໃຫ້ Tax Exemption ຫຼາຍປີປານນັ້ນ ເພາະວ່າ ມັນເປັນການເສຍລາຍໄດ້ເຂົ້າປະເທດ ຊື່ໆ ແມ່ນຢູ່ວ່າ ລາວມີຂໍ້ເສຍປຽບເລື້ອງ logistics ຫລັກໆ ເພາະວ່າ ລາວເປັນປະເທດ Landlock ເນາະ ເພາະສະນັ້ນ ລັດຖະບານຈຶ່ງມີນະໂຍບາຍໂຕນີ້ເຂົ້າມາ ແຕ່ວ່າ ຕ້ອງໄດ້ເບິ່ງໃຫ້ລະອຽດປະເພດຂອງອຸດສາຫະກໍາ ທີ່ວ່າ ໂຕໃດຄວນຍົກເລີກບໍ ຫລືວ່າ ປັບປ່ຽນໃຫ້ໜ້ອຍລົງ ເພາະວ່າເລື້ອງ Tax Exemption ໜີ້ເດີ້ ມັນມີຄໍຣັບຊັນຢູ່ໃນຫັ້ນອີກ ໃນແງ່ນຶ່ງຫັ້ນນະ ທີ່ວ່າລັດຖະະບານຕ້ອງໄດ້ເບິ່ງ. ຫຼາຍໆກໍລະນີ ນັກລົງທຶນເຂົ້າມາຂໍ Tax Exemption ຫຼາຍໆປີ ແລ້ວເອົາເງິນສິນບົນໃຫ້ຜູ້ເຊັນ ອັນນີ້ມີຄວາມເປັນຈິງ.”
ເມື່ອສົມທົບໃສ່ກັບສະພາບໜີ້ສາທາລະນະທີ່ນັບມື້ນັບສູງຂຶ້ນແລ້ວ ການທີ່ມີລາຍໄດ້ຈາກພາສີຕໍ່າເຮັດໃຫ້ເສດຖະກິດມະຫາພາກຂາດສະຖຽນລະພາບເພີ້ມຂຶ້ນ, ອີງຕາມທ່ານເພໂດຣ ມາຕິນສ໌, ນັກເສດຖະສາດອາວຸໂສຢູ່ຫ້ອງການທະນາຄານໂລກປະຈໍາລາວ ຊຶ່ງທ່ານກ່າວໃນຂະນະທີ່ຊີ້ໃສ່ເສັ້ນກຣາຟ ຢູ່ໃນບົດລາຍງານຜົນການທົບທວນ ແລະວິໄຈດ້ານການເງິນຂອງລາວ ຢູ່ກອງປະຊຸມທີ່ຈັດຂຶ້ນເມື່ອມໍ່ໆ ມານີ້ວ່າ:
“ໃນເສັ້ນກຣາຟນີ້ ພວກເຮົາສະແດງໃຫ້ເຫັນສ່ວນແບ່ງຂອງຫນີ້ສາທາລະນະສະສົມ ແລະການຮັບປະກັນໜີ້ຢູ່ໃນ GDP. ດັ່ງທີ່ພວກເຮົາຮູ້ ແລ້ວວ່າ ມັນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ມັນສູງກວ່າ 100 ເປີເຊັນ ແລະລາວ ເປັນນຶ່ງໃນພວກປະເທດທີ່ມີໜີ້ສູງທີ່ສຸດໃນໂລກ. ມັນກໍສູງມາແຕ່ກ່ອນຢູ່ແລ້ວ. ແຕ່ສິ່ງທີ່ແຕກຕ່າງຈາກເມື່ອກ່ອນ ກໍຄືລະດັບຫນີ້ທີ່ຮອດກໍານົດຈ່າຍ ແມ່ນສູງຢ່າງບໍ່ເຄີຍມີມາກ່ອນ. ທັງນີ້ກໍເພາະວ່າ ຫນີ້ສິນສະສົມໄດ້ກາຍເປັນໜີ້ທີ່ຈ່າຍໄດ້ຍາກ ຍ້ອນອັດຕາດອກເບ້ຍສູງຂຶ້ນ ແລະກໍານົດເວລາຈ່າຍສັ້ນເຂົ້າ. ແຕ່ປີ 2015 ພວກເຮົາສາມາດເຫັນການເພີ່ມຂຶ້ນຢ່າງຫຼວງຫຼາຍ ສະນັ້ນ ຈຶ່ງມີຄວາມຕ້ອງການເງິນຕາຕ່າງປະເທດສູງຂຶ້ນ. ແຕ່ສິ່ງເຫຼົ່ານີ້ ບໍ່ໄດ້ລວມເອົາການເລື່ອນເວລາໃຊ້ໜີ້ທີ່ມີຂຶ້ນໃນປີ 2020 ນັ້ນ. ສະນັ້ນຫລະ ພວກເຮົາຄິດວ່າ ການໃຊ້ໜີ້ສາທາລະນະທີ່ຮອດກໍານົດສົ່ງນັ້ນ ແມ່ນມີບົດບາດສໍາຄັນ ແລະອີກດ້ານນຶ່ງກໍແມ່ນການຍົກເວັ້ນພາສີ. ການຍົກເວັ້ນພາສີໃຫ້ນັກລົງທຶນຕ່າງປະເທດ ແມ່ນເຮັັດໃຫ້ລາວບໍ່ສາມາດໄດ້ຮັບເອົາເງິນຕາຕ່າງປະເທດອັນລ້ຳຄ່າ. ແລະທັງສອງປັດໄຈນີ້ ແມ່ນກ່ຽວພັນກັບເລື້ອງງົບປະມານ, ຕາມການທົບທວນຂອງພວກເຮົາ ແລ້ວ ມັນເປັນສາເຫດຫຼັກ ທີ່ພາໃຫ້ເກີດການຂາດສະຖຽນລະພາບທາງດ້ານເສດຖະກິດມະຫາພາກໃນລາວ.”
ທ່ານກ່າວອີກວ່າ ຕ່າງກັນກັບ 100 ກວ່າປະເທດຢູ່ໃນໂລກ ການເກັບພາສີຈາກບໍລິສັດຂອງລາວ ບໍ່ໄດ້ເພີ້ມຂຶ້ນ ເຖິງແມ່ນວ່າ ຈະມີຍອດລວມຜະລິດຕະພັນພາຍໃນ ຫລື GDP ເພີ້ມຂຶ້ນກໍຕາມໃນທົດສະວັດກວ່າຜ່ານມານີ້ ຊຶ່ງທ່ານຊີ້ແຈງວ່າ:
“ທ່າອ່ຽງແບບນີ້ ແມ່ນບໍ່ເປັນສິ່ງທີ່ຄາດຫວັງໄວ້ເລີຍ ເພາະວ່າໃນເວລາທີ່ພວກເຮົາຂີດເກນມາດຕະຖານ ພວກເຮົາເຫັນວ່າ ສ່ວນຫລາຍແລ້ວ ເມື່ອປະເທດພັດທະນາຂຶ້ນໄປ ເຂົາເຈົ້າມີແນວໂນ້ມທີ່ຈະເກັບລາຍຮັບທີ່ມີສັດສ່ວນໃນ GDP ສູງຂຶ້ນ. ລະບົບພາສີຂອງເຂົາເຈົ້າໄດ້ຖືກປັບປຸງ, ມີການຮົ່ວໄຫຼໜ້ອຍລົງ, ມີການເກັບຢ່າງເປັນທາງການຫຼາຍຂຶ້ນ, ມີນະໂຍບາຍທີ່ດີກວ່າ. ທ່າອ່ຽງອັນນີ້ເປັນໜ້າວິຕົກຫຼາຍ, ແລະ ໃນປີ 2022, ສປປ ລາວ ຖືກຈັດຢູ່ອັນດັບທີ 23 ຂອງບັນດາປະເທດທີ່ມີສັດສ່ວນລາຍຮັບຈາກພາສີກວມເອົາ GDP ໃນອັດຕາຕໍ່າສຸດຂອງໂລກ. ສະນັ້ນ, ໃນຈໍານວນເກືອບຮອດ 200 ປະເທດໃນໂລກ ມັນໄດ້ອັນດັບ 23 ເມື່ອເວົ້າເຖິງອັດຕາສ່ວນລາຍຮັບຕໍ່ GDP ທີ່ຕໍ່າທີ່ສຸດ.”
ໃນມາດຕາ 8 ຂອງກົດໝາຍສົ່ງເສີມການລົງທຶນຂອງສປປ ລາວ ສະບັບດັດແກ້ໃນປີ 2016 ກໍານົດມາດຕະການດຶງດູດການລົງທຶນໄວ້ຢູ່ 3 ແບບຊຶ່ງ ແບບທີ 1 ແມ່ນການຍົກເວັ້ນພາສີກໍາໄລໂດຍອີງຕາມຂະແໜງທຸລະກິດ ເຊັ່ນ ທຸລະກິດທີ່ໃຊ້ເທັກໂນໂລຈີສູງແລະທັນສະໄໝ, ການຄົ້ນຄວ້າດ້ານວິທະຍາສາດ, ທຸລະກິດກະສິກໍາສີຂຽວ ແລະອື່ນໆ. ແບບທີ 2 ກໍຄື ການຍົກເວັ້ນພາສີກໍາໄລອີງຕາມສະພາບເສດຖະກິດຂອງຂົງເຂດ ຊຶ່ງໃນນັ້ນ ເຂດ 1 ແມ່ນຂົງເຂດທີ່ທຸກຍາກ ແລະບໍ່ມີໂຄງລ່າງພື້ນຖານສັງຄົມ ແລະເສດຖະກິດທີ່ບໍ່ເອື້ອຍອໍານວຍແກ່ການລົງທຶນ, ເຂດ 2 ແມ່ນເຂດທີ່ໂຄງລ່າງພື້ນຖານສັງຄົມ ແລະເສດຖະກິດທີ່ເອື້ອຍອໍານວຍແກ່ການລົງທຶນ, ແລະເຂດສາມ ແມ່ນເຂດເສຖະກິດພິເສດ.
ສ່ວນທ່ານນາງມະນີຈັນ ທ່ຽງເທບວົງສາ ຫົວໜ້າກົມສົ່ງເສີມການລົງທຶນໃນກະຊວງແຜນການ ແລະການລົງທຶນ ກໍເຫັນພ້ອມກັບທ່ານ ມາຕິນສ໌ ທີ່ວ່າ ລາວບໍ່ສາມາດເກັບລາຍຮັບໃຫ້ລັດຖະບານໄດ້ພໍເທົ່າໃດໃນຕະຫລອດ 30 ກວ່າປີ ທີ່ໄດ້ເປີດໃຫ້ມີການລົງທຶນຕ່າງປະເທດ ແຕ່ໃນສະພາບການທີ່ເສດຖະກິດຝືດເຄືອງ ດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ ທ່ານນາງກໍໃຫ້ຄໍາເຫັນວ່າ:
“ສ່ວນຕົວເນາະ ອັນນີ້ກະຄິດວ່າ ພວກເຮົາກະຄວນເບິ່ງວ່າ ເພື່ອຕອບໂຈດວາລະະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກ ຕ້ອງເບິ່ງໂຕແກ້ໄຂບັນຫາສະເພາະໜ້າເນາະ ຄັນສະເພາະໜ້າໜີ້ ພວກເຮົາຊິຮຽນການລົງທຶນໃໝ່ໜີ້ ຄືຊິ ບໍ່ງ່າຍປານໃດ ໃນສະພາບທີ່ສະຖຽນລະພາບເສດຖະກິດພວກເຮົາ ເປັນແນວນີ້ ເອີ້ນວ່າ ອັດຕາແລກປ່ຽນ ຫລືວ່າ ສະພາບເງິນເຟີ້ກະແນວນີ້ ອັນນີ້ ເພາະວ່າ ມັນແມ່ນໂຕຊີ້ວັດເຮັດໃຫ້ນັກລົງທຶນຈະຕັດສິນມາລົງທຶນຢູ່ລາວ ຫລືບໍ່ເນາະ.”
ແຕ່ຢ່າງໃດກໍຕາມ ທັງທ່ານມາຕິນສ໌ ແລະດຣ. ມານະ ກໍແນະນໍາວ່າ ລັດຖະບານລາວຄວນທົບທວນຄືນ ແລະປັບປຸງກົດຫມາຍສົ່ງເສີມການລົງທຶນສະບັບທີ່ຮັບຮອງເອົາໃນປີ 2016 ນັ້ນ ເພື່ອຈະແກ້ໄຂວິກິດການທາງການເງິນຂອງລາວໃຫ້ຫລຸດລົງໄດ້.
ຟໍຣັມສະແດງຄວາມຄິດເຫັນ