ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ປີ 2023, ຈີນ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ ພາຍຫຼັງ​ນະ​ໂຍ​ບາຍ​ໂຄວິດ​ສູນ​ກໍ​ລະ​ນີ ແລະ ເສດ​ຖະ​ກິດ​ຝືດ​ເຄືອງ


ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເດີນ​ທາງ​ຮອດ​ສຳ​ລັບ​ພິ​ທີ​ເປີດກອງ​ປະ​ຊຸມ​ທີ່​ປຶກ​ສາ​ດ້ານ​ການ​ເມືອງ​ຂອງ​ປະ​ຊາ​ຊົນ ຈີນ ຢູ່​ຫໍ​ປະ​ຊຸມ​ໃຫຍ່​ຂອງ​ປະ​ຊາ​ຊົນ​ໃນ ປັກ​ກິ​່ງ, ຈີນ, 4 ມີ​ນາ 2023.
ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເດີນ​ທາງ​ຮອດ​ສຳ​ລັບ​ພິ​ທີ​ເປີດກອງ​ປະ​ຊຸມ​ທີ່​ປຶກ​ສາ​ດ້ານ​ການ​ເມືອງ​ຂອງ​ປະ​ຊາ​ຊົນ ຈີນ ຢູ່​ຫໍ​ປະ​ຊຸມ​ໃຫຍ່​ຂອງ​ປະ​ຊາ​ຊົນ​ໃນ ປັກ​ກິ​່ງ, ຈີນ, 4 ມີ​ນາ 2023.

ປີ 2023 ຄວນ​ເປັນ​ປີ​ການ​ເລີ່ມ​ຕົ້ນ​ຍຸກ​ສະ​ໄໝ​ໃໝ່​ສຳ​ລັບ ຈີນ, ໃນ​ຂະ​ນະ​ທີ່​ທ່ານ ສີ ຈິ່ນ​ຜິງ ໄດ້​ຮັບ​ການ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ​ ສະ​ໄໝ​ທີ​ສາມ ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ. ໃນ​ເວ​ລາ​ທີ່​ທ່ານ ສີ ໄດ້​ເສີມ​ຂະ​ຫຍາຍ​ການ​ຄວບ​ຄຸມ​ຂອງ​ທ່ານໃນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງໃນ​ໂລກ​ນັ້ນ, ທ່ານ ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ລວມ​ທັງ​ການ​ເພີ່ມ​ຂຶ້ນ​ຢ່າ​ງວ່ອງ​ໄວ​ຂອງ​ກໍ​ລະ​ນີ​ໂຄວິດ-19 ແລະ ການ​ເສຍ​ຊີ​ວິດ, ອັດ​ຕາ​ການ​ຫວ່າງ​ງານ​ຂອງ​ຊາວ​ໜຸ່ມ​ທີ່​ສູງ​ຢ່າງ​ເປັນ​ປະ​ຫວັດ​ການ, ແລະ ການ​ປົດ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ສອງ​ທ່ານ ອອກ​ຈາກ​ຕຳ​ແໜ່ງຢ່າ​ງ​ກະ​ທັນ​ຫັນ.

ນັກ​ວິ​ເຄາະ​ບາງ​ຄົນ​ໄດ້​ອະ​ທິ​ບາຍ​ປີ 2023 ວ່າ​ເປັນ​ປີ​ທີ່​ປັ່ນ​ປ່ວນ​ສຳ​ລັບ​ ປັກ​ກິ່ງ ແລະ ເວົ້າ​ວ່າຫຼາຍ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຜົນ​ກະ​ທົບ​ທີ່​ຍັງ​ຄົງ​ມີ​ຢູ່​ຂອງ​ນະ​ໂຍ​ບາຍ​ໂຄວິດ​ສູນ​ກໍ​ລະ​ນີ​ຂອງ ຈີນ, ເຊິ່ງ​ໄດ້​ແກ່​ຍາວ​ເກືອບ​ສາມ​ປີ.

ທ່ານ ດາ​ລີ ຢາງ, ນັກ​ຊ່ຽວ​ຊານ ກ່ຽວ​ກັບ ການ​ເມືອງ​ຈີນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຊິ​ຄາ​ໂກ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ຜ່ານ​ທາງ​ໂທ​ລະ​ສັບ​ວ່າ “ຫຼາຍ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ແມ່ນ​ເຊື່ອມ​ໂຍງ​ກັບ​ແຜນ​ຍຸດ​ທະ​ສາດ​ໂຄວິດ​ສູນ​ກໍ​ລະ​ນີ. ໂຄວິດ​ສູນ​ກໍ​ລະ​ນີ​ແມ່ນອະ​ດີດ, ແຕ່​ຜົນ​ກະ​ທົບ​ທາງ​ເສ​ດ​ຖະ​ກິດ​ ຈາກ​ນະ​ໂຍ​ບາຍ​ພວກ​ນັ້ນ​ ແມ່ນ​ຍັງ​ມີ​ຢູ່.”

ການ​ຕັດ​ສິນ​ໃຈ​ຂອງ​ອຳ​ນາດ​ການ​ປົກ​ຄອງ ຈີນ ເພື່ອ​ສິ້ນ​ສຸດ​ນະ​ໂຍ​ບາຍ​ໂຄວິດ​ສູນ​ກໍ​ລະ​ນີ​ຢ່າງ​ກະ​ທັນ​ຫັນ​ໃນ​ທ້າຍ​ປີ 2022 ໄດ້​ນຳ​ໄປ​ສູ່​ການ​ເພີ່ມ​ຂຶ້ນ​ຂອງ​ກໍ​ລະ​ນີ​ໂຄວິດ-19 ແລະ ການເສຍ​ຊີ​ວິດ​ຢ່າງ​ທັນ​ທີ​ທົ່ວ ຈີນ ໃນ​ຕົ້ນ​ຂອງ​ປີ 2023. ຮູບ​ພາບ​ໃນ​ສື່​ສັງ​ຄົມ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ຊົນ ຈີນ ລຽນ​ແຖວ​ຫຼາຍ​ຊົ່ວ​ໂມງ​ຢູ່​ນອ​ກ​ໂຮງ​ໝໍ.

ຕໍ່​ມາ, ວິ​ດີ​ໂອ​ໃນ​ສື່​ສັງ​ຄົມ, ຮູບ​ພາບ​ຈາກ​ດາວ​ທຽມ ແລະ ວິ​ດີ​ທີ່​ຖືກ​ຖ່າຍ​ໂດຍ​ສື່ມວ​ນ​ຊົນ​ຕ່າງ​ປະ​ເທດ​ຢູ່​ພື້ນ​ດິນ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂຮງ​ປະ​ກອບ​ພິ​ທີ​ຊາ​ປະ​ນາ​ກິດ​ສົບ​ເຕັມ​ໄປ​ດ້ວຍ​ຜູ້​ເສຍ​ຊີ​ວິດ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ. ຫ້ອງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຂອງ ຈີນ ບໍ່​ໄດ້​ເປີດ​ເຜີຍ​ຕົວ​ເລກ​ທັງ​ໝົດ​ຂອງ​ຜູ້​ເສຍ​ຊີ​ວິດ​ໃນ​ເດືອນ​ທັນ​ວາ.

The year 2023 should have been the beginning of a new era for China, as Xi Jinping cemented his unprecedented third term as the country’s leader. While Xi consolidated his control over the world’s second-largest economy, China faced many challenges, including a rapid surge of COVID-19 cases and deaths, a historically high youth unemployment rate, and the abrupt removal of two top-level officials.

Some analysts characterize 2023 as a turbulent year for Beijing and say many events that have taken place are part of the lingering effect of China’s Zero-COVID policy, which lasted almost three years.

“A lot of what happened is connected to the zero-Covid strategy,” Dali Yang, an expert on Chinese politics at the University of Chicago, told VOA by phone. “Zero COVID is behind us, but the economic effect of all those policies lingers.”

Chinese authorities’ decision to abruptly end the Zero-COVID policy at the end of 2022 led to a sudden spike in COVID-19 cases and deaths across China at the beginning of 2023. Images on social media showed Chinese citizens queuing for hours outside hospitals.

Later, social media videos, satellite images and footage shot by foreign media on the ground showed how funeral homes were overwhelmed by the sudden spike in deaths. China’s National Bureau of Statistics did not release the total number of deaths in December.

XS
SM
MD
LG