ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບຕົກຕໍ່າທາງເສດຖະກິດການເງິນ ເຮັດໃຫ້ບັນດາທະນາຄານຕ່າງປະເທດ ປິດສາຂາຂອງຕົນ ໃນລາວ


ກອງປະຊຸມນັກຂ່າວ ປະທານລາວ-adb
ກອງປະຊຸມນັກຂ່າວ ປະທານລາວ-adb

ສະພາວະຕົກຕໍ່າທາງເສດຖະກິດການເງິນໃນລາວໄດ້ສົ່ງຜົນກະທົບ ເຮັດໃຫ້ບັນດາທະນາຄານຕ່າງປະເທດເລີ້ມພາກັນປິດສາຂາຂອງທະນາຄານໃນລາວ ແລະຄາດວ່າຍັງຈະປິດສາຂາເພີ້ມຂຶ້ນອີກ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດໄທໃນລາວເປີດເຜີຍວ່າ ບັນຫາວິກິດຖະການທາງເສດຖະກິດແລະ ການເງິນໃນລາວ ທີ່ຍັງບໍ່ມີທີ່ທ່າທາງວ່າຈະບໍ່ສິ້ນສຸດລົງ ກໍຄືສາເຫດສຳຄັນທີ່ເຮັດໃຫ້ທະນາຄານທຸລະກິດຂອງໄທ 4 ລາຍໄດ້ຕັດສິນໃຈປິດສາ ຂາ ຂອງທະນາຄານພວກຕົນຢູ່ໃນລາວ ເມື່ອທ້າຍເດືອນສິງຫາ 2023 ທີ່ຜ່ານມານີ້ ໂດຍປະກອບດ້ວຍ ທະນາຄານກຸງສຣີ​ອະຍຸດທະຍາ-ສາຂາສະ ຫວັນນະເຂດ ທະນາຄານທະຫານໄທ-ສາຂານະຄອນຫລວງວຽງຈັນ ທະ ນາຄານກຸງເທບ-ສາຂາປາກເຊ ຈຳປາສັກ ແລະທະນາຄານ CIMB ໄທ-ສາຂານະຄອນຫລວງວຽງຈັນ ແລະຄາດວ່າຍັງມີອີກຍັງມີອີກຫລາຍທະນາ ຄານຕ່າງຊາດ ທີ່ຈະຕັດສິນໃຈປິດສາຂາຂອງພວກຕົນໃນລາວ ຖ້າຫາກວ່າສະພາບການທາງເສດຖະກິດໃນລາວຍັງບໍ່ດີຂຶ້ນ ເພາະທະນາຄານແຫ່ງຊາດ ລາວ ໄດ້ອອກມາດຕະການທາງການເງິນສະບັບໃໝ່ ໂດຍກຳນົດໃຫ້ທະນາ ຄານທຸລະກິດທຸກແຫ່ງໃນລາວ ຕ້ອງເພີ້ມທຶນຈາກເດີມ 100 ຕື້ກີບເປັນ 300 ຕື້ກີບ ຕໍ່ 1 ສາຂາ ຊຶ່ງເຮັດໃຫ້ທະນາຄານທີ່ປິດສາຂາແລ້ວນັ້ນເຫັນວ່າບໍ່ຄຸ້ມ ຄ່າທີ່ຈະດຳເນີນທຸລະກິດທະນາຄານໃນລາວຕໍ່ໄປ ດັ່ງທີ່ນັກທຸລະກິດໄທ ຢືນ ຢັນວ່າ:

“ແບັ້ງຊາດລາວປະກາດໃຫ້ມີການເພີ້ມທຶນ ເພື່ອເສີມຄວາມແຂງແກ່ນຂອງລະບົບສະຖາບັນການເງິນ ເຊັ່ນການມີສາຂາຂອງທະນາຄານຕ່າງປະເທດ ໃຫ້ເພີ້ມທຶນຈາກເດີມ 1 ແສນລ້ານກີບ ເປັນ 3 ແສນລ້ານກີບ ສ່່ວນທະນາ ຄານທີຈົດທະບຽນໃນລາວຕ້ອງເພີ້ມທຶນຈາກ 3 ແສນລ້ານກີບ ເປັນ 5 ແສນລ້ານກີບ ທີ່ນີ້ທະນາຄານທີ່ເຂົາມີ 2 ສາຂາ ເຂົາກໍຕ້ອງມາພິຈາລະນາວ່າມັນຄຸ້ມຄ່າຕໍ່ການລົງທຶນຫລືບໍ່ ເພາະສະນັ້ນ ເມື່ອເຂົາພິຈາລະນາແລ້ວວ່າມັນອາດຈະບໍ່ຄຸ້ມຄ່າ ຕໍ່ການລົງທຶນ ເຂົາຈຶ່ງປິດສາຕ່າງແຂວງ ໃຫ້ຄົງເຫລືອແຕ່ສາຂາໃນນະຄອນຫລວງວຽງຈັນເທົ່ານັ້ນ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງທະນາຄານແຫ່ງຊາດລາວ ຢືນຢັນວ່າ ການປິດສາຂາທະນາຄານຕ່າງຊາດໃນລາວດັ່ງກ່າວ ຖືເປັນເລື້ອງປົກກະຕິທີ່ເປັນໄປຕາມສະພາບການທາງທຸລະກິດ ຂອງແຕ່ລະທະນາຄານ ກໍຄືເມື່ອທະນາ ຄານໃດເຫັນວ່າຈຳນວນລູກຄ້າຂອງຕົນລົດລົງ ຫລືໄດ້ຢຸດເຊົາ ກິດຈະການໃນລາວແລ້ວນັ້ນ ຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງມີສາຂາທະນາຄານໃນລາວອີກຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ລາວຢືນຢັນວ່າ.

“ຈຸດປະສົງຫລັກໆທີ່ເຂົາເຈົ້າມາສ້າງຕັ້ງກະແມ່ນເພື່ອມາໃຫ້ບໍລິການແກ່ລູກຄ້າຂອງຕົນ ຊຶ່ງເມື່ອນັກທຸລະກິດທີ່ເປັນລູກຄ້າ ຂອງທະນາຄານເຫລົ່ານັ້ນ ເມື່ອເຂົາເຈົ້າສິ້ນສຸດກິດຈະການການລົງທຶນຂອງເຂົາແລ້ວ ເຂົາປິດກິດຈະການ ເຂົາເຈົ້າກັບປະເທດ ເຮັດໃຫ້ຈຳນວນລູກຄ້າຂອງທະນາຄານເຫລົ່ານັ້ນ ກໍຈະຕ້ອງໄດ້ປັບຍຸດທະສາດການເຄື່ອນໄຫວຂອງເຂົາ ບາງທະນາຄານ ອາດຈະປິດກິດຈະການໄປນໍາ ເມື່ອລູກຄ້າຫລຸດລົງ ຫລືວ່າລູກຄ້າຫາຍໄປກະປິດກິດ ຈະການ.”

ຍິງໄປກວ່ານັ້ນ ບັນຫາວິກິດການທາງເສດຖະກິດ ແລະການເງິນໃນລາວຍັງໄດ້ສົ່ງຜົນກະທົບ ເຮັດໃຫ້ທະນາຄານແຫ່ງຊາດລາວ ຂາດສະພາບຄ່ອງທາງ ການເງິນຢ່າງຮຸນແຮງອີກດ້ວຍ ຈຶ່ງໄດ້ສະເໜີຂາຍພັນທະບັດໃນປະເທດເພື່ອເປັນການຫລຸດຜ່ອນບັນຫາດັ່ງກ່າວ ນັບຈາກເດືອນມິຖຸນາປີ 2022 ເປັນຕົ້ນ ມາ ໂດຍໄດ້ຈຳໜ່າຍພັນທະບັດແລ້ວເຖິງ 5 ຄັ້ງ ຄິດເປັນມູນຄ່າລວມ 16,000 ຕຶື້ກີບ ດ້ວຍການໃຫ້ຜົນຕອບແທນເປັນດອກເບ້ຍທີ່ສູງເຖິງ 15 ເປີ ເຊັນຫາ 20 ເປີເຊັນ ແລະພັນທະບັດມີອາຍຸພຽງແຕ່ 6 ເດືອນເທົ່ານັ້ນ ຫາກແຕ່ເງິນກີບກໍຍັງສືບຕໍ່ອ່ອນຄ່າລົງນັບມື້ ເພາະໃນລາວບໍ່ໄດ້ຈຳກັດ ໃຫ້ນຳໃຊ້ພຽງເງິນກີບເທົ່ານັ້ນ ແຕ່ຍັງສາມາດນຳໃຊ້ໄດ້ທັງເງິນໂດລາສະຫະລັດ ເງິນບາດ ແລະເງິນຢວນ.

ນອກຈາກນີ້ລັດຖະບານລາວຍັງໄດ້ສະເໜີຂາຍພັນທະບັດໃນຕະຫລາດຫລັກຊັບແຫ່ງປະເທດໄທ ຊຶ່ງມີມູນຄ່າລວມ 7,220.60 ລ້ານບາດ ໃນເດືອນສິງ ຫາ 2023 ໂດຍມີຜົນຕອບແທນເປັນດອກເບ້ຍທີ່ອັດຕາ 6.1 ເປີເຊັນ ແລະ 6.6 ເປີເຊັນ ຕໍ່ປີ ສຳລັບພັນທະບັດ ທີ່ມີກຳນົດການຖ່າຍຖອນໃນປີ 2026 ແລະ 2027 ຕາມລຳດັບ ໂດຍລັດຖະບານລາວໄດ້ນຳເອົາເງິນທີ່ລະດົມໄດ້ດັ່ງກ່າວໄປໃຊ້ ສຳລັບຊຳລະໜີ້ເກົ່າ ທີ່ລະດົມຈາກຕະຫລາດຫລັກຊັບແຫ່ງປະເທດໄທ ທີ່ຄົບກຳໜົດໃນປີ 2023 ທັງນີ້ໂດຍນັບຈາກປີ 2014 ລັດຖະ ບານລາວໄດ້ສະເໜີຂາຍພັນທະບັດໃນຕະຫລາດທຶນໄທແລ້ວ 24 ຄັ້ງມີມູນຄ່າລວມຫລາຍກວ່າ 98,000 ລ້ານບາດ.

XS
SM
MD
LG