ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວ ເຕືອນເຖິງອັນຕະລາຍ ໃນຂະນະທີ່ ມີຜູ້ບາດ​ເຈັບ​ລົ້ມ​ຕາຍ ເພີ້ມຂຶ້ນເກືອບແປດເທົ່າ ຈາກລະເບີດລູກຫວ່ານ ໃນປີ 2022


ທະການຄົນນຶ່ງກຳລັງເກັບເອົາ ລູກລະເບີດທີ່ບໍ່ທັນແຕກ ອັນເປັນພາກສວນຂອງລູກຫວ່ານ ທີ່ປ່ອຍໄວ້ ຫລັງຈາກການຮຸກຮານຂອງຣັດເຊຍ ໃກ້ກັບໝູ່ບ້ານ Motyzhyn,ໃນຂົງເຂດກິຢິບ ວັນທີ 10, ເມສາ 2022
ທະການຄົນນຶ່ງກຳລັງເກັບເອົາ ລູກລະເບີດທີ່ບໍ່ທັນແຕກ ອັນເປັນພາກສວນຂອງລູກຫວ່ານ ທີ່ປ່ອຍໄວ້ ຫລັງຈາກການຮຸກຮານຂອງຣັດເຊຍ ໃກ້ກັບໝູ່ບ້ານ Motyzhyn,ໃນຂົງເຂດກິຢິບ ວັນທີ 10, ເມສາ 2022

ປີ 2022 ເປັນ​ປີ​ທີ່ມີ​ຜູ້ບາດ​ເຈັບ​ລົ້ມ​ຕາຍສູງທີ່ສຸດ ຈາກລະເບີດລູກຫວ່ານ ນັບແຕ່ປີ 2008 ເປັນ​ຕົ້ນ​ມາ ຊຶ່ງເປັນປີທີ່ໂລກຫ້າມການໃຊ້​ອາ​ວຸດ​ດັ່ງ​ກ່າວ ອີງຕາມລາຍງານປະຈຳປີຈາກ​ແນວໂຮມ​ຕໍ່​ຕ້ານອາວຸດລູກຫວ່ານ ຫລື CMC ທີ່ໄດ້​ພິມເຜີຍແຜ່ໃນວັນອັງຄານວານນີ້. ພວກພົນລະເຮືອນ ແມ່ນ​ປະ​ກອບ​ເປັນ 95 ເປີ ເຊັນ ຂອງຜູ້ເຄາະຮ້າຍ.

ລະເບີດລູກຫວ່ານໄດ້ສັງຫານຫລືໄດ້ຮັບບາດເຈັບເຖິງ 1,172 ຄົນໃນປີ 2022 ສ່ວນໃຫ່ຍບໍ່ແມ່ນພວກນັກລົບ ເກືອບແປດເທົ່າເພີ້ມຂຶ້ນຈາກປີ 2021. ຈຳນວນ ການເສຍຊີວິດດັ່ງກ່າວ ມີຢູ່ 890 ຄົນ ພຽງແຕ່ຢູ່ໃນເຄຣນພຽງປະ​ເທດ​ດຽວເທົ່ານັ້ນ. ຊິເຣຍ ອີຣັກ ເລບານອນ ລາວ ອາເຈີບາຍຈານ ມຽນມາ ແລະເຢເມນຍັງ ໄດ້ບັນທຶກການເສຍຊີວິດ.

ອີງຕາມລາຍງານ ພວກເດັກນ້ອຍແມ່ນ​ປະ​ກອບ​ເປັນ 71 ເປີເຊັນຂອງການເສຍຊີວິດ ຈາກລະເບີດທີ່ບໍ່ທັນແຕກ ມັກຈະເຮັດໃຫ້ຜິດພາດເປັນຂອງນ້ອຍໆ ​ຊິ້ນສ່ວນເຫລື້ອມ ສຳລັບເປັນຂອງຫລິ້ນ.

ລະເບີດລູກຫວ່ານ ແຕກກະຈັກກະຈາຢາຍກັນໄປ ທົ່ວບໍ​ລິ​ເວນກວ້າງ. ລູກລະເບິດຈຳນວນນຶ່ງທີ່ຖີ້ມລົງມານັ້ນບໍ່ແຕກ ເພາະສະນັ້ນ ລູກລະເບີດທີ່​ເບິ່ງ​ບໍ່​ເຫັນສາມາດຕົກຄ້າງຢູ່ໃນເນື້ອທີ່ ຄືດັ່ງພວກລະເບີດຝັງດິນ ສັງຫານ ແລະເຮັດໃຫ້ພົນລະເຮືອນພິການຫລາຍໆປີ ຫລັງຈາກການຂັດແຍ້ງໄດ້ສິ້ນສຸດລົງ. ເວລາໃດເຂດທີ່ມີລະເບີດຕົກຄ້າງຢູ່ ​ເຂດຊົນນະບົດໃຊ້ໃນການປູກຝັງກາຍມາເປັນບ່ອນທີ່ໃຊ້ບໍ່ໄດ້ ເສັ້ນທາງສຳ​ລັບ​ໃຊ້​ສົ່ງການຊ່ວຍເຫລືອ​ທາງ​ດ້ານມະນຸດສະທຳ​ໄດ້​ກາຍ​ເປັນ​ເສັ້ນ​ທາງ​ທີ່​ບໍ່​ສາ​ມາດ​ໃຊ້​ໄດ້​ອີກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG