ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານກ່າວວ່າ ໄພແຫ້ງແລ້ງໃນໄທ ອາດທໍາລາຍລະບົບເສດຖະກິດ ແລະເພີ້ມຄວາມທຸກຍາກຂຶ້ນຕື່ມ


ແຟ້ມຮູບ-ເຮືອຫາປາ ຈອດຢູ່ບໍລິເວນທ້າຍເຄື່ອນລໍາຕະຄອງ ໃນຊ່ວງໄພແລ້ງທີ່ຮຸນແຮງທີ່ສຸດ ໃນຈັງຫວັດນະຄອນຣາດຊະສີມາ, ປະເທດໄທ. ໂດຍທົ່ວໄປແລ້ວ ລະດູຝົນໃນປະເທດໄທ ແມ່ນເລີ້ມຕົ້ນຂຶ້ນໃນອາທິດສຸດທ້າຍຂອງເດືອນພຶດສະພາ, ແຕ່ຝົນໄດ້ຕົກລົງມາພຽງຄັ້ງດຽວ ໃນ ເມືອງ ບ້ານລຽມ, ທີ່ຕັ້ງຢູ່ທາງພາກເໜືອ.
ແຟ້ມຮູບ-ເຮືອຫາປາ ຈອດຢູ່ບໍລິເວນທ້າຍເຄື່ອນລໍາຕະຄອງ ໃນຊ່ວງໄພແລ້ງທີ່ຮຸນແຮງທີ່ສຸດ ໃນຈັງຫວັດນະຄອນຣາດຊະສີມາ, ປະເທດໄທ. ໂດຍທົ່ວໄປແລ້ວ ລະດູຝົນໃນປະເທດໄທ ແມ່ນເລີ້ມຕົ້ນຂຶ້ນໃນອາທິດສຸດທ້າຍຂອງເດືອນພຶດສະພາ, ແຕ່ຝົນໄດ້ຕົກລົງມາພຽງຄັ້ງດຽວ ໃນ ເມືອງ ບ້ານລຽມ, ທີ່ຕັ້ງຢູ່ທາງພາກເໜືອ.

ອຸນຫະພູມທີ່ສູງ​ເປັນ​ປະ​ຫວັດ​ການ, ໄດ້ຫຼຸດປະລິມານນໍ້າຝົນທີ່ຕົກລົງມາ ແລະ ການປ່ຽນແປງຂອງສະພາບອາການຕາມທໍາມະຊາດ ກໍາລັງສ້າງຄວາມເສຍຫາຍໃຫ້ແກ່ລະບົບເສດຖະກິດຂອງປະເທດໄທ ແລະເພີ້ມຄວາມທຸກຍາກຫຼາຍຂຶ້ນ, ນັກຊ່ຽວຊານກ່າວ.

ປະເທດໄທ ກໍາລັງໄດ້ຮັບຄວາມທຸກ​ທໍ​ລະ​ມານຈາກ​ໄພແຫ້ງແລ້ງ ເຊິ່ງ​ເປັນຜົນກະທົບ ໂດຍສະພາບອາກາດ ເອລ ນີໂຍ (El Niño), ເຊິ່ງກໍາລັງເຮັດໃຫ້ດິນສໍາລັບການປູກຝັງທີ່ສໍາຄັນແຫ້ງແລ້ງ ຢູ່ໃນບໍລິເວນພື້ນການກະເສດ ຂອງປະ ເທດໄທ.

ໃນປີນີ້, ປະລິມານນໍ້າຝົນທີ່ຕົກລົງມາໃນປະເທດໄທປີ ແມ້ນຕໍ່າກວ່າຄ່່າສະເລ່ຍ, ໂດຍຫຼຸດລົງຮອດ 25 ເປີເຊັນໃນທົ່ວປະເທດ ຈົນເຖິງເດືອນກໍລະກົດ, ອີງຕາມກົມອຸຕຸວິທະຍາຂອງໄທ. ສະພາບດັ່ງກ່າວນັ້ນ ໄດ້ບັງຄັບໃຫ້ລັດຖະບານຕ້ອງໃຫ້ຄໍາແນະນໍາແກ່ຊາວກະສິກອນຈໍານວນນຶ່ງ ໃຫ້ປ່ຽນໄປປູກພືດຊະນິດອື່ນທີ່ໃຊ້ນໍ້າໜ້ອຍ ຖ້າຫາກຍັງບໍ່ໄດ້ເລີ້ມການປູກຝັງເທື່ອ.

ທ່ານເຊົາວັດ ຊີວະພອນໄຊ, ນັກພະພະຍາກອນອາກາດໃນບາງກອກກ່າວວ່າ “ຢູ່ໃນເຂດພາກກາງຂອງປະເທດໄທ ມີນໍ້າຝົນໜ້ອຍກວ່າມາດຕະຖານ ມາໄດ້ຫຼາຍເດືອນແລ້ວ. ໃນຂະນະທີ່ອົງການອຸຕຸນິ​ຍົມວິທະຍາໂລກກ່າວວ່າ ເດືອນກໍລະກົດ ເປັນເດືອນທີ່ຮ້ອນທີ່ສຸດໃນປະຫວັດສາດ. ແຕ່ເດືອນທີ່ຮ້ອນທີ່ສຸດຂອງປີໃນປະເທດໄທ ແມ່ນເດືອນເມສາ.”

Record-breaking temperatures, reduced rainfall and changes in the natural climate are set to damage Thailand’s economy and increase poverty, experts say.
Thailand is suffering from droughts caused by the El Niño weather event, which is drying up land for the growth of key crops in the country’s farmlands.
Rainfall in Thailand has been below average this year, with a 25% reduction nationwide up until July, according to the Thai Meteorological Department. It has forced the government to advise some farmers to switch to other crops that use less water if planting has not already begun.
“It was less rain in central Thailand for the past couple of months. As [the World Meteorological Organization] said that July was the hottest July in history. But the hottest month of the year [for Thailand] is April,” said Chaowat Siwapornchai, a meteorologist in Bangkok.

XS
SM
MD
LG