ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Rhetoric


ຮຽນຄຳສັບພາສາອັງກິດໃນຂ່າວ RHETORIC
please wait

No media source currently available

0:00 0:01:00 0:00

ຮຽນຄຳສັບພາສາອັງກິດໃນຂ່າວ RHETORIC

NEWS WORDS: RHETORIC

Welcome to the Voice of America’s “News Words,”

ລິງໂດຍກົງ

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ບ່ອນທີ່​ພວກເຮົາເວົ້າ ກ່ຽວກັບ ຄຳສັບທີ່ທ່ານອາດໄດ້ຍິນ ຢູ່ໃນຂ່າວ.

The people of the United States will elect a new president later this year. Each party is deciding who will be its one candidate.

ປະຊາຊົນຢູ່ໃນສະຫະລັດ ຈະພາກັນເລືອກເອົາປະທານາທິບໍດີຄົນໃໝ່ໃນທ້າຍປີນີ້. ແຕ່ລະພັກການເມືອງກຳລັງຕັດສິນໃຈວ່າ ໃຜຈະເປັນຜູ້ລົງແຂ່ງຂັນຂອງເຂົາເຈົ້າ.

This news word is what you hear, while listening to those candidates.

ຄໍາສັບໃນຂ່າວນີ້ແມ່ນຄຳທີ່ທ່ານຈະໄດ້ຍິນ ໃນຂະນະທີ່ຟັງບັນດາຜູ້ລົງແຂ່ງຂັນເຫລົ່ານັ້ນເວົ້າ.

RHETORIC

RHETORIC: ເຣຕໍຣິກ

Stand up, fight back.

ຢືນຂຶ້ນ ຕໍ່ສູ້ຄືນ

The Democratic and Republican candidates have been campaigning for months.

ບັນດາຜູ້ລົງແຂ່ງຂັນສັງກັດພັກເດໂມແຄຣັດ ແລະຣີພັບບລິກັນ ໄດ້ພາກັນໂຄສະນາຫາສຽງເປັນເວລາຫລາຍເດືອນ.

Let’s lift ourselves up let’s get going together.

ພາກັນລຸກຂຶ້ນ ເລີ່ມເຮັດວຽກນໍາກັນເຖາະ.

I will build a great, great wall on our southern border.

ຂ້າພະເຈົ້າຈະສ້າງກຳແພງທີີ່ໃຫຍ່ຢູ່ຊາຍແດນພາກໃຕ້ຊາຍແດນຂອງພວກເຮົາ.

Rhetoric is language use to influence people. Rhetoric may not be honest or reasonable.

ເຣຕໍຣິກ ແມ່ນພາສາທີ່ຖືກໃຊ້ເພື່ອຊັກຊວນຄົນ. ເຣຕໍຣິກ ອາດບໍ່ຊື່ສັດ ຫລືມີເຫດຜົນ.

Sometimes, candidates use Rhetoric to stand out.

ບາງຄັ້ງບັນດາຜູ້ສະໝັກ ໃຊ້ຄຳເວົ້າເຣຕໍຣິກ ເພື່ອໃຫ້ຕົນເອງໂດ່ດເດັ່ນ.

ບັດນີ້, ເວລາທີ່ທ່ານໄດ້ຍິນຄຳວ່າ “Rhetoric,” ພາສາອັງກິດຂອງ ທ່ານກໍຈະດີ ພໍທີ່ຈະຮູ້ວ່າຄຳສັບໃນຂ່າວນີ້ໝາຍຄວາມວ່າຫຍັງ.

XS
SM
MD
LG