ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ດຳເນີນນະໂຍບາຍ ສົ່ງເສີມໃຫ້ແຮງງານລາວ ເດີນທາງໄປເຮັດວຽກຢູ່ຕ່າງປະເທດເພີ້ມຂຶ້ນ ເພື່ອແກ້ໄຂບັນຫາຄ່າເງິນກີບ


ພວກຄົນງານເຮັດວຽກຜິດກົດໝາຍຢູ່ປະເທດໄທ
ພວກຄົນງານເຮັດວຽກຜິດກົດໝາຍຢູ່ປະເທດໄທ

ລັດຖະບານລາວດຳເນີນນະໂຍບາຍສົ່ງເສີມໃຫ້ແຮງງານລາວ ເດີນທາງໄປເຮັດວຽກຕ່າງປະເທດເພີ້ມຂຶ້ນ ເພື່ອແກ້ໄຂບັນຫາຄ່າເງິນກີບ ແລະຄ່າແຮງຕໍ່າ ແຕ່ວ່າກັບເຮັດໃຫ້ຂາດແຄນແຮງງານຢ່າງໜັກ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດໃນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວໃຫ້ທັດສະນະວ່າ ການທີ່ລັດຖະບານລາວໄດ້ມີມາດຕະການແກ້ໄຂບັນຫາຜົນກະທົບ ຕໍ່ຜູ້ອອກແຮງງານຢູ່ໃນລາວຈາກການຕົກຕໍ່າລົງຂອງຄ່າເງິນກີບ ດ້ວຍການສົ່ງເສີມໃຫ້ແຮງງານລາວເດີນທາງໄປເຮັດວຽກໃນຕ່າງປະເທດຫລາຍຂຶ້ນ ໂດຍສະ ເພາະແມ່ນການໄປເປັນແຮງງານຕາມລະດູການໃນພາກກະສິກຳທີ່ປະເທດເກົາຫລີໃຕ້ນັ້ນ ນອກຈາກຈະເປັນການສົ່ງເສີມທີ່ບໍ່ຄຸ້ມຄ່າສຳລັບແຮງງານລາວ ເພາະວ່າເປັນການຈ້າງງານພຽງໄລຍະສັ້ນເທົ່ານັ້ນແລ້ວກໍຍັງໄດ້ສົ່ງຜົນກະທົບຕໍ່ພາກການຜະລິດສິນຄ້າຕ່າງໆໃນລາວຢ່າງກວ້າງຂວາງອີກດ້ວຍ ເນື່ອງຈາກວ່າຕ້ອງປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກໜ່ວງເພີ້ມຂຶ້ນ ເພາະໃນປັດ ຈຸບັນນີ້ແຮງງານລາວສ່ວນໃຫຍ່ ກໍໄດ້ພາກັນໄປເຮັດວຽກຢູ່ປະເທດໄທຢູ່ແລ້ວ ໂດຍບໍ່ວ່າຈະເຮັດວຽກຢ່າງຖືກຕ້ອງ ຫລືຜິດກົດໝາຍກໍໄດ້ຮັບຄ່າຈ້າງສູງກວ່າຢູ່ໃນລາວເຖິງ 10 ເທົ່າ ດັ່ງທີ່ນັກທຸລະກິດລາວໃຫ້ການຢືນຢັນວ່າ:

“ປັດຈຸບັນ ກະຊວງແຮງງານກຳລັງໂຄສະນາລະດົມແຮງງານລາວເຮົາ ເອົາອອກໄປໃຊ້ແຮງງານພາຍນອກ ນະໂຍບາຍນີ້ມັນຊິບໍ່ສວນທາງກັບຄວາມເປັນຈິງບໍ ເພາະວ່າປັດຈຸບັນນີ້ ໂຮງຈັກໂຮງງານໃນລາວເຮົາຫັ້ນຂາດແຮງງານຢ່າງ ໜັກໜ່ວງ ຍ້ອນເງິນເດືອນຂັ້ນຕໍ່າປັດຈຸບັນຂອງກຳມະກອນແມ່ນ ນີ້ແມ່ນລ້ານ ສາມ ເພາະແຮງງານທີ່ໄປເຮັດວຽກຢູ່ເພື່ອນບ້ານ ລາຍຮັບຂັ້ນຕໍ່າຕົກມື້ນຶ່ງ 335,000 ກໍຄືເດືອນນຶ່ງລາຍຮັບທີ່ຄົນລາວໄປເຮັດວຽກຢູ່ຫັ້ນແມ່ນ 10 ລ້ານກວ່າກີບ ຂອງບັນຫານີ້ ພວກເຮົາຕ້ອງເບິ່ງຄືນເລັ່ງດ່ວນ.”

ທັງນີ້ ພາກການຜະລິດເສື້ອຜ້າສຳເລັດຮູບເພື່ອສົ່ງອອກກໍຖືເປັນທຸລະກິດນຶ່ງໃນລາວທີ່ີກຳລັງປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກໜ່ວງ ໂດຍໃນປັດ ຈຸບັນນີ້ ໂຮງງານຕັດຍິບທັງ 85 ແຫ່ງໃນລາວຍັງຂາດແຄນແຮງງານຫລາຍກວ່າ 9,000 ຄົນ ຊຶ່ງມີສາເຫດມາຈາກອັດຕາຄ່າຈ້າງທີ່ຕໍ່າຫລາຍ ແລະບໍ່ພຽງ
ພໍກັບຄ່າຄອງຊີບທີ່ປັບໂຕສູງຂຶ້ນ ສ່ວນເງິນກີບກໍຕົກຕໍ່າລົງຢ່າງຕໍ່ເນື່ອງນັ້ນ ຈຶ່ງເຮັດໃຫ້ຈະຕ້ອງປັັບຂຶ້ນຄ່າຈ້າງໃຫ້ສອດຄ້ອງກັບສະພາບໂຕຈິງໃຫ້ໄວທີ່ສຸດ ດັ່ງທີ່ນັກທຸລະກິດລາວຢືນຢັນວ່າ:

“ປັດຈຸບັນກະໄດ້ມີການປັບອັດຕາຕຄາແຮງງານເພີ້ມຂຶ້ນເປັນໜຶ່ງລ້ານສາມ ໃນເດືອນພຶດສະພາ ແຕ່ວ່າມາທຽບໃສ່ປີກາຍທິ່ເຮົາປັບຈາກໜຶ່ງລ້ານສອງມານີ້ ມັນຂຶ້ນບໍ່ຮອດ 10 ເປີເຊັນ ສະນັ້ນມັນຍັງບໍ່ສະທ້ອນການເພີ້ມຂຶ້ນຂອງອັດຕາແລກ ປ່ຽນການເພີິ້ມຂຶ້ນຂອງເງິນເຟີ້ໃນປັດຈຸບັນ ສະນັ້ນບັນຫານີ້ເຮົາກະເຫັນພາບນຳກັນແລ້ວເນາະວ່າ ແຮງງານກະມີການຫລັ່ງໄຫລໄປຕ່າງປະເທດ ສະນັ້ນໃນເມື່ອມັນບໍ່ສະທ້ອນເຮົາກໍຄວນຈະມີການທົບທວນ ຫລືວ່າການປັບໃຫ້ມັນສອດຄອງຫລາຍຂຶ້ນໂຕນິ້ກະໄດ້ມີການສຳຫລວດ ທັດສະນະຂອງວິສາຫະກິດ ປາກົດວ່າ 70 ເປີເຊັນ ເຂົາເຈົ້າກະເຫັນດີເນາະທີ່ມີການເພີ້ມຄ່າແຮງ ເພື່ອໃຫ້ແຮງງານເຂົາເຈົ້າາຢູ່ລອດ.“

ທັງນີ້ ໂດຍອັດຕາຄ່າຈ້າງແຮງງານໃນລາວໃນປັດຈຸບັນ ຖືກເປັນອັດຕາຄ່າຈ້າງທີ່ຕໍ່າທີ່ສຸດໃນອາຊຽນ ໂດຍສິງກະໂປເປັນປະເທດທີ່ມີອັດຕາຄ່າຈ້າງສູງທີ່ສຸດ ຕິດຕາມດ້ວຍບຣູໄນ ມາເລເຊຍ ອິນໂດເນເຊຍ ໄທ ຟິລິບປິນ ຫວຽດນາມ ກຳປູເຈຍ ແລະມຽນມາ ໂດຍເມື່ອພິຈາລະນາປະກອບກັບຄ່າຄອງຊີບດ້ວຍນັ້ນ ຍັງປາກົດວ່າແຮງງານລາວຕ້ອງແບກຮັບພາລະຄ່າຄອງຊີບສູງທີ່ສຸດ ໂດຍເຫັນໄດ້ຈາກອັດຕາເງິນເຟີ້ທີ່ສູງກວ່າ 40 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 180 ເປີເຊັນ ໃນ 6 ເດຶືອນຕົ້ນປີ 2023 ທຽບໃສ່ໄລຍະດຽວກັນໃນປີ 2022 ທີ່ຜ່ານມາ.

ສ່ວນກະຊວງແຮງງານໄທລາຍງານວ່່າ ແຮງງານລາວທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທມີທັງໝົດ 200,296 ຄົນໃນປັດຈຸບັນນີ້ ແຕ່ນາຍຈ້າງໃນໄທຍັງຕ້ອງການແຮງງານເພີ້ມຂຶ້ນອີກຫລາຍກວ່າ 8 ແສນຄົນໃນປີ 2023 ຊຶ່ງລັດຖະບານໄທ ອະນຸຍາດໃຫ້ນຳເຂົ້າແຮງງານໂດຍຜ່ານບໍລິສັດລັດຖະບານລາວ ກຳປູເຈຍ ແລະມຽນມາ ຮັບຮອງເທົ່ານັ້ນ ແຕ່ວ່າດ້ວຍຄ່າທຳນຽມການຈັດຫາງານທີ່ສູງກວ່າ 1,300 ໂດລາສະຫະລັດ ສຳລັບແຮງງານລາວແຕ່ລະຄົນ ທີ່ຕ້ອງການຈະເດີນທາງໄປເຮັດວຽກໃນໄທນັ້ນຈຶ່ງເຮັດໃຫ້ເຄື່ອຂ່າຍຄຸ້ມຄອງແຮງງານອົບ ໃນອາຊຽນ ປະເມີນວ່າຈະມີແຮງງານລັກລອບເຮັດວຽກໃນໄທ ໂດຍຜິດກົດ ໝາຍໃນໄທເພີ້ມຂຶ້ນອີກ ໃນນີ້ກໍລວມເຖິງແຮງງານລາວຫລາຍກວ່າ 4 ແສນຄົນດ້ວຍ ຊຶ່ງຈະບໍ່ໄດ້ຮັບການຄຸ້ມຄອງຕາມກົດໝາຍໃນໄທແຕ່ຢ່າງໃດ.

XS
SM
MD
LG