ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວຕ້ອງກາຍເປັນສ່ວນນຶ່ງ ຂອງການລັກລອບຕັດໄມ້ ເພື່ອການຄ້າຜິດກົດໝາຍ ຍ້ອນວ່າບໍ່ມີທີ່ດິນທຳກິນ


ພື້ນທີ່ການຕັດໄມ້ທໍາລາຍປ່າແຫ່ງນຶ່ງ ໃນ ສປປ ລາວ.
ພື້ນທີ່ການຕັດໄມ້ທໍາລາຍປ່າແຫ່ງນຶ່ງ ໃນ ສປປ ລາວ.

ປະຊາຊົນລາວຕ້ອງກາຍເປັນສ່ວນນຶ່ງ ຂອງການລັກລອບຕັດໄມ້ ເພື່ອການຄ້າຜິດກົດໝາຍ ຍ້ອນວ່າບໍ່ມີທີ່ດິນທຳກິນ ແລະຍາກຈົນຢ່າງຍິງ ຈຶ່ງຕ້ອງຕົກເປັນເຄຶື່ອງມືຂອງຂະບວນການຄ້າໄມ້ເຖື່ອນຂ້າມຊາດ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

.

ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວເປີດເຜີຍວ່າ ການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍ ຍັງເກີດຂຶ້ນຢ່າງກວ້າງຂວາງ ໃນທົ່ວປະ ເທດ ໂດຍເຫັນໄດ້ຈາກການທີ່ໜ່ວຍສະເພາະກິດເພື່ອການກວດກາປ່າໄມ້ຂອງລັດ ຖະບານລາວ ສາມາດກວດຍຶດໄມ້ທ່ອນທີ່ຖືກລັກລອບຕັດໂດຍຜິດກົດໝາຍ ເພື່ອສົ່ງອອກໄປຕ່າງປະເທດໄດ້ຫຼາຍກວ່າ 8 ແສນແມັດກ້ອນໃນຊ່ວງປີ 2020-2022 ທີ່ຜ່ານມາ ທັງຍັງມີການລັກລອບຕັດໄມ້ ແລະສົ່ງອອກໄປຕ່າງປະເທດຢູ່ເລື້ອຍມາ ໂດຍສະເພາະແມ່ນໃນເຂດຊາຍແດນລາວກັບຫວຽດນາມ ແລະຈີນນັ້ນ ກໍຄືເຂດທີ່ີມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນຫລາຍທີ່ສຸດ ທັງນີ້ໂດຍທີີ່ມີປະຊາຊົນໃນທ້ອງຖິ່ນນັ້ນໄດ້ກາຍເປັນສ່ວນນຶ່ງ ຂອງການລັກລອບຕັດໄມ້ດັ່ງກ່າວ ເພາະສ່ວນ ໃຫຍ່ມີຖານະຍາກຈົນ ແລະບໍ່ມີທີ່ດິນທຳກິນ ຈຶ່ງໄດ້ພາກັນຮັບຈ້າງຕັດໄມ້ເພື່ອອຈະເຮັດໃຫ້ມີທີ່ຢູ່ອາໄສ ແລະທີ່ດິນທຳກິນທີ່ໄດ້ຈາກການບຸກລຸກປ່າສະຫງວນຂອງລັດນັ້ນເອງ.

ໂດຍເຖິງແມ່ນວ່າຄະນະກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກຄຳສັ່ງໃຫ້ເພີ້ມມາດຕະການເຂັ້ມງວດ ເຂົ້າໃນການກວດກາບັນດາໂຮງງານປຸງແຕ່ງໄມ້ໃນທົ່ວປະເທດ ແລະຈັດຕັ້ງປະຕິບັດ ຄ່ຽງຄູ່ກັນໄປໃນການເສີິມສ້າງການມີສ່ວນຮ່ວມຂອງປະຊາຊົນລາວ ເຂົ້າໃນການປົກປັກຮັກສາປ່າໄມ້ ເພື່ອການນຳໃຊ້ປະໂຫຍດຢ່າງຍືນຍົງເຊັ່ນ ການສ້າງລາຍຮັບ ຈາກສິນເຊື່ອ Carbon ແລະການທ່ອງທ່ຽວທຳມະຊາດເພື່ອຈະເປັນການສ້າງອາຊີບໃຫ້ແກ່ປະຊາຊົນໃນລະດັບທ້ອງຖິ່ນເປັນສຳຄັນກໍຕາມ ແຕ່ວ່າກໍຍັງບໍ່ສາມາດຈັດຕັ້ງປະຕິ ບັດໄດ້ຈິງແລະການຮັບຈ້າງຕັດໄມ້ຜິດກົດໝາຍເພື່ອບຸກເບີກເອົາທີ່ດີິນທຳກິນຂອງປະຊາຊົນນັ້ນກໍຍັງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ ສະນັ້ນຈຶ່ງມີພຽງການຈັດສັນທີ່ດິນຢ່າງຖາວອນໃຫ້ກັບປະຊາຊົນເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂບັນຫາດັ່ງກ່າວນີ້ໄດ້ຢ່າງແທ້ຈິງ ດັ່ງທີ່ປະຊາຊົນລາວທີ່ເປັນສ່ວນນຶ່ງຂອງບັນຫານີ້ໃນແຂວງອັດຕະປື ໄດ້ໃຫ້ການຢືນຢັນວ່າ:

“ການແກ້ໄຂທີ່ດິນນີ້ຢາກໃຫ້ແກ້ໄຂໃຫ້ປະຊາຊົນມີທີ່ດິນເຮັດນາ ເຮັດສວນ ມັນຈຶ່ງຊິມີເຂົ້າກິນ ອີກອັນໝຶ່ງ ປະຊາຊົນປຸກເຮືອນຢູ່ບ່ອນໃດບ່ອນໜຶ່ງແລ້ວບໍ່ຢາກໃຫ້ໄປໄລ່ໜີ ຄັນຊິໄລ່ໜີ ກະໃຫ້ຊອກທີ່ດິນບ່ອນອື່ນ ໃຫ້ພໍໄດ້ປຸກເຮືອນຢູ່ ຊອກທີ່ດິນພໍ ເຮັດສວນ ເຮັດນາ ຄັນຍ້າຍມັນກໍຕ້ອງມີທີ່ດິນແມ່ນຈຶ່ງຊິຢູ່ເປັນ.”

ໂດຍອີງຕາມສະຖະຕິຂອງກົມປ່າໄມ້ ກະຊວງກະສິ​ກຳ ແລະປ່າໄມ້ລາວ ລະບຸວ່າກ່ອນເຂື່ອນເຊປຽນເຊນໍ້ານ້ອຍແຕກໃນປີ 2018 ໃນທົ່ວແຂວງອັດຕະປື ມີພື້ນທີ່ປ່າໄມ້ເຖິງ 868,772 ເຮັກຕາ ຄິດເປັນ 84 ເປີເຊັນຂອງພື້ນທີ່ທັງໝົດ ແຕ່ດ້ວຍການອະນຸຍາດສຳປະທານໂຄງການພັດທະນາຕ່າງໆ ໃຫ້ແກ່ບໍລິສັດເອກກະຊົນລາວ ແລະຕ່າງຊາດ ຮວມເຖິງການລັກຕັດໄມ້ ແລະບຸກລຸກພື້ນທີ່ປ່າໄມ້ ປະ ເພດກໍຄື ປ່າສະຫງວນ ປ່າປ້ອງກັນ ແລະປ່າຜະລິດທີ່ເພີ້ມຂຶ້ນນັບມື້ນັ້ນ ຍັງເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນແຂວງອັດຕະປືມີທ່າອຽງ​ລົດ​ລົງຢ່າງຕໍ່ເນື່ອງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ກວດກາປ່າໄມ້ຂອງລັດຖະບານລາວຢືນຢັນວ່າ:

ປັດຈຸບັນເຫັນວ່າປ່າໄມ້ສະພາບການນຳໃຊ້ປ່່າໄມ້ໃນປະເພດປ່າແມ່ນມີທ່າອຽງເພີ້ມຂຶ້ນ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ປ່າໄມ້ຫລຸດລົງເປັນຕົ້ນ ການໃຫ້ເຂົາສຳປະທານທີ່ດິນຂອງພາກລັດ ແລະເອກກະຊົນເຂົ້າມາລົງທຶນ ການພັດທະນາພຶ້ນຖານໂຄງລ່າງ ກາບບຸກລຸກ ແລະການຈັບຈອງປ່າໄມ້ເພື່ອທຳການຜະລິດຂອງພໍ່ແມ່ປະຊາຊົນທີ່່ບໍ່ໄດ້ຮັບການອະນຸຍາດ.”

ທາງດ້ານກະຂວງກະສິກຳ ແລະປ່າໄມ້ໄດ້ວາງເປົ້າໝາຍຈະປູກຕົ້ນໄມ້ໃນຕະ​ຫຼອດປີ 2023 ໃຫ້ໄດ້ 37,000 ເຮັກຕາໃນທົ່ວປະເທດ ໃນນີ້ຈະເປັນການປູກໃນພືຶ້ນທີ່ປ່າສະຫງວນ ແລະປ່່າປ້ອງກັນໃຫ້ໄດ້ 7,400 ເຮັກຕາ ປ່າອຸດສາຫະກຳ 24,800 ເຮັກຕາແລະປ່າໄມ້ເອກກະຊົນ 5,000 ເຮັກຕາ ໂດຍເປັນສ່ວນໜຶ່ງຂອງແຜນຍຸດ ທະສາດການຮັກສາພື້ນທີ່ປ່າໄມ້ ໃກ້ໄດ້ເຖິງ 16 ລ້ານເຮັກຕາ ທີ່ຄິດເປັນອັດຕາການປົກຫຸ້ມ​ປ່າໄມ້ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວໃນປີ 2025 ແຕ່ບັນຫາກໍຄືການການຄຸ້ມຄອງປ່າໄມ້ດັ່ງກ່າວບໍ່ສາມາດປະຕິບັດໄດ້ຈິງ ແລະປ່າໄມ້ລາວຍັງເຫລືອພຽງ 58 ເປີເຊັນເທົ່ານັ້ນ.

XS
SM
MD
LG