ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານກ່າວວ່າ ໂຄງການເຂື່ອນປາກແບງ ມີໂອກາດໜ້ອຍຫຼາຍ ທີ່ຈະເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນໃນທ້ອງຖິ່ນ ດີຂຶ້ນ


ເຂື່ອນເທິງແມ່ນໍ້າຂອງ ໃນປະເທດ ລາວ.
ເຂື່ອນເທິງແມ່ນໍ້າຂອງ ໃນປະເທດ ລາວ.

ການ​ກໍ່​ສ້າງ​ເຂື່ອນ​ເທິງ​ແມ່​ນ້ຳ​ຂອງ​ ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ຕໍ່​ບັນ​ດາ​ນັກ​ອະ​ນຸ​ລັກ​ທຳ​ມະ​ຊາດຢ່າງຫຼວງຫຼາຍ ຍ້ອນວ່າມັນຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ທຳລາຍການທຳມາຫາກິນຂອງປະຊາຊົນທີ່ອາໄສຢູ່ໃກ້ຄຽງ, ນອກນັ້ນປະຊາຊົນ ທີ່ອາໄສຢູ່ໃນປະເທດທີ່ຕັ້ງຢູ່ເຂດລຸ່ມແມ່ນໍ້າ ກໍຈະຖືກກະທົບໄປຕາມໆກັນ. ພຸດ​ທະ​ສອນ ມີ​ລາຍ​ງານນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ແມ່​ນ້ຳ​ຂອງ​ເປັນ​ນຶ່ງ​ໃນ​ແມ່​ນ້ຳ​ທີ່​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ໃນ​ໂລກ. ປະ​ຊາ​ຊົນ ຫຼາຍ​ສິບ​ລ້ານ​ຄົນ​ໃນ​ບັນ​ດາ​ປະ​ເທດ​ທີ່​ແມ່​ນ້ຳ​ດັ່ງ​ກ່າວ​ໄຫຼ​ຜ່ານແມ່ນ​ເພິ່ງ​ພາ​ອາ​ໄສ ແລະ ທຳ​ມາ​ຫາ​ກິນ​ກັບມັນ. ​ມັນ​ເປັນ​ຮອງ​ພຽ​ງ​ແມ່​ນ້ຳ​ອາ​ເມ​ຊອນ​ເທົ່າ​ນັ້ນ ໃນ​ແງ່​ຂອງ​ຄວາມຫຼາກຫຼາຍ​ທາງ​ສັດ​ນ້ຳ. ມັນ​ມີ​ປາ​ນ້ຳ​ຈືດ​ຢ່າງ​ໜ້ອຍ 1,200 ຊະ​ນິດ​ທີ່​ລອຍ​ໃນ​ແມ່​ນ້ຳ​ຂອງ, ລວມ​ທັງ​ປາ​ຂ່າ, ປາ​ບຶກ ແລະ ປາ​ຝາ​ຍັກ, ອີງ​ຕາມ​ອົງ​ການກອງ​ທຶນ​ສັດ​ປ່າ​ໂລກ ຫຼື WWF.

ລັດຖະບານລາວ ໄດ້ເຊັນບັນທຶກແຫ່ງຄວາມເຂົ້າໃຈກັບບໍລິສັດ ການລົງທຶນສາ ກົນ ດາຖັງ ຈີນ ຫຼື ດາຖັງ ໃນປີ 2017 ແລະ ໃນປີຕໍ່ມາບໍລິສັດດັ່ງກ່າວກໍໄດ້ ຮັບການອະນຸຍາດດ້ານສິ່ງແວດລ້ອມຈາກລັດຖະບານລາວ ສຳລັບໂຄງກາານ ເຂື່ອນໄຟຟ້າ ປາກແບ່ງ. ເມື່ອວັນທີ 4 ພະຈິກ 2016, ລັດຖະບານລາວ ໄດ້ສົ່ງມອບໂຄງການເຂື່ອນໄຟຟ້າປາກແບ່ງໃຫ້ເລຂາທິການແມ່ນໍ້າຂອງສຳລັບ ຂັ້ນຕອນການປຶກສາຫາລືກ່ອນການກໍ່ສ້າງ.

ການກໍ່ສ້າງເຂື່ອນປາກແບ່ງ ຈະມີມູນຄ່າປະມານ 2,372 ລ້ານໂດລາ ແລະ ຄາດວ່າຈະສ້າງສຳເລັດພາຍໃນ 5 ປີ. ສະຖານທີ່ຂອງເຂື່ອນແມ່ນຕັ້ງຢູ່ເມືອງ ປາກແບ່ງ, ແຂວງອຸດດົມໄຊ, 258 ກິໂລແມັດຫ່າງຈາກເຂື່ອນໄຊຍະບູລີ.

ຄືກັບເຂື່ອນໄຊຍະບູລີ, ເຂື່ອນປາກແບ່ງໄດ້ຖືກຄັດຄ້ານໂດຍບັນດານັກອະນຸລັກ ສິ່ງແວດລ້ອມ ແລະ ບັນດາປະເທດທີ່ຕັ້ງຢູ່ເຂດລຸ່ມແມ່ນໍ້າ. ບັນດານັກຊ່ຽວຊານ ດ້ານສິ່ງແວດລ້ອມກ່າວວ່າ ຜົນປະໂຫຍດຕໍ່ປະຊາຊົນຈາກການສ້າງເຂື່ອນໄຟ ຟ້າແມ່ນມີໜ້ອຍກວ່າຂໍ້ເສຍ.

ດຣ. ອຽນ ແບດ ແມ່ນຮອງສາສະດາຈານຢູ່ພະແນກພູມສາດ ມະຫາວິທະຍາ ໄລ ວິສຄອນຊິນ, ທ່ານມີຄວາມຊ່ຽວຊານໃນການຄົ້ນຄວ້າ ກ່ຽວກັບ ເຂື່ອນໃນ ພາກພື້ນແມ່ນໍ້າຂອງ, ທ່ານໄດ້ກ່າວກ່ຽວກັບຜົນກະທົບ ຂອງເຂື່ອນຕໍ່ວີໂອເອ ລາວວ່າ

“ໂອກາດທີ່ມັນຊິເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກະໜ້ອຍຫຼາຍ. ເພາະວ່າຫຼາຍໆເຂື່ອນກະບໍ່ເຫັນວ່າມັນຊິມີຜົນດີຈັ່ງໃດຕໍ່ຄົນທີ່ຢູ່ໃນພື້ນທີ່ ຫຼືຄົນທີ່ໄດ້ຮັບຜົນກະທົບຂອງເຂື່ອນ. ເວລາເຂົາເຈົ້າຍົກຍ້າຍປະຊາຊົນອອກ ຈາກພື້ນທີ່ເນາະ ເຂົາເຈົ້າກະຊິມີຢູ່ການສ້າງເຮືອນໃຫ້ເຂົາເຈົ້າ ຫຼືວ່າອາດຈະ ເກີດເປັນ ຄລີນິກ ຫຼືວ່າຈັ່ງໃດເນາະ ອັນນີ້ກະອາດຈະເກີດຂຶ້ນສ່ວນນີ້. ແຕ່ບັນ ຫາໃຫຍ່ທີ່ມັນຊິມີຄືວ່າເນື້ອທີ່ກະສິກຳເນາະ ສ່ວນຫຼາຍມັນບໍ່ດີເທົ່າທີ່ເຄີຍເປັນ ແຕ່ກ່ອນ. ຜ່ານມາແຕ່ລະບ່ອນນີ້ນະ ບໍ່ວ່າເຂື່ອນໂຕໃດມັນຈະມີບັນຫາໂຕນີ້ ເພາະວ່າ ຫາດິນບໍ່ຄ່ອຍໄດ້ ດິນດີໆ ເຂົາເຈົ້າຈອງໄວ້ໝົດແລ້ວ. ຍັງເຫຼືອແຕ່ດິນ ທີ່ບໍ່ຄ່ອຍດີຫັ້ນນະ.”

ເຂື່ອນປາກແບ່ງຈະຜະລິດໄຟຟ້າ 4,765 ກິກາວັດຕໍ່ຊົ່ວໂມງ, ເຂື່ອນດັ່ງກ່າວ ຈະຖືກສ້າງຂຶ້ນໃນຮູບແບບນໍ້າຕົກ, ເຊິ່ງເປັນເຂື່ອນໄຟຟ້າແຫ່ງທຳອິດທີ່ຖືກສ້າງ ຂຶ້ນແບບນັ້ນ. ໂຄງຮ່າງຂອງເຂື່ອນປະກອບມີໂຄງຮ່າງກັກນໍ້າ, ໂຄງຮ່າງປ່ອຍ ນໍ້າ, ໂຮງໄຟຟ້າ, ຊ່ອງການເດີນທາງຂອງເຮືອ ແລະ ເສັ້ນທາງຂອງປາ.

ການສ້າງເຂື່ອນໄຟຟ້າໄດ້ເຮັດໃຫ້ມີຄວາມຫວັງວ່າມັນຈະສ້າງວຽກເຮັດງານທຳ ໃນແກ່ຄົນໃນທ້ອງຖິ່ນ, ແຕ່ຍ້ອນຄົນຢູ່ໃນທ້ອງຖິ່ນແມ່ນບໍ່ມີຄວາມຮູ້ຄວາມສາ ມາດດ້ານວິຊາການ ດັ່ງນັ້ນວຽກທີ່ເຂົາເຈົ້າ ທີ່ສາມາດເຮັດໄດ້ຈຶ່ງແມ່ນແຕ່ວຽກ ງານກຳມະກອນເທົ່ານັ້ນ.

ດຣ.​ ອຽນ ກ່າວວ່າ

“ຕາມທີ່ເຫັນຜ່ານມາເນາະ ຖ້າວ່າວຽກດີໆນີ້ເນາະ ເຂົາເຈົ້າກະຕ້ອງໃຫ້ຄົນທີ່ມີ ຄວາມຮູ້ພຽງພໍນີ້ນະ ທີ່ມີການສຶກສາຫຼືວິຊາສະເພາະຊີ້ນະ ເຊິ່ງປະຊາຊົນຢູ່ໃນ ພື້ນທີ່ເຂົາເຈົ້າກະຊິບໍ່ມີໃນພາກສ່ວນໂຕນີ້ ເຂົາເຈົ້າຊິມີໂອກາດໄດ້ເຮັດວຽກລັກສະນະເປັນກຳມະກອນຊື່ໆ ເຊິ່ງໂຕນີ້ມັນຊິເປັນລັກສະນະວຽກຊົ່ວຄາວໃນລະ ຫວ່າງເຂົາເຈົ້າກຳລັງສ້າງເນາະ. ຫຼັງຈາກທີ່ສ້າງແລ້ວມັນກະຊິບໍ່ມີວຽກແລ້ວ. ຊິເປັນວຽກຍາວນານໃຫ້ເຂົາເຈົ້າມັນຄືຊິເປັນໄປໄດ້ຍາກ.”

ອົງການແມ່ນໍ້າສາກົນຄາດວ່າ 25 ໝູ່ ບ້ານໃນລາວ ແລະ 2 ໝູ່ບ້ານໃນໄທ ຈະໄດ້ຮັບຜົນກະທົບໂດຍກົງຈາກການກໍ່ສ້າງເຂື່ອນປາກແບ່ງ ແລະ ຄາດວ່າ 67,000 ຄົນຈະຕ້ອງໄດ້ຍ້າຍຖິ່ນຖານໄປ ຢູ່ບ່ອນໃໝ່.

ເຈົ້າໜ້າທີ່ໃນແຂວງບໍ່ແກ້ວໄດ້ອະທິບາຍຕໍ່ວິທະຍຸເອເຊຍເສລີວ່າ ປະຊາຊົນໃນ 17 ບ້ານຂອງແຂວງບໍ່ແກ້ວ ຈະສູນເສຍທີ່ດິນຂອງເຂົາເຈົ້າ, ຕົ້ນໄມ້ກິນໝາກ, ຜົນລະປູກອື່ນໆ ແລະ ຍ້າຍໄປອາໄສຢູ່ບ່ອນໃໝ່.

ດຣ. ອຽນ ໄດ້ກ່າວວ່າພາກສ່ວນທີ່ຢູ່ລຸ່ມ ແລະ ຢູ່ເທິງຂອງເຂື່ອນເຂົາເຈົ້າກໍ ຈະຮັບຜົນສະທ້ອນຄືກັນ ເພາະວ່າການຂຶ້ນລົງຂອງປູປາໃນນໍ້າ ຫຼືວ່າກ່ຽວກັບ ຄຸນນະພາບຂອງນໍ້າມັນຊິມີບັນຫາ ເຖິງແມ່ນວ່າເຂື່ອນຈະເຮັດຊ່ອງທາງໄວ້ໃຫ້ ມັນກໍ່ຕາມ.

XS
SM
MD
LG