ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ປະກາດໃຫ້ການຊ່ວຍເຫຼືອ ທາງທະຫານ ເພີ້ມເຕີມ ແກ່ຢູເຄຣນ ຈໍານວນ 1.2 ຕື້ໂດລາ


US Announces $1.2 Billion More in Military Aid to Ukraine
please wait

No media source currently available

0:00 0:03:18 0:00

ລາຍງານກ່ຽວກັບ ການປະກາດໃຫ້ການຊ່ວຍເຫຼືອທາງທະຫານ ແກ່ຢູເຄຣນ ເພີ້ມເຕີມ ຈໍານວນ 1.2 ຕື້ໂດລາ ຈາກສະຫະລັດ.

ລັດຖະມົນຕີກະຊວງການຕ່າງປະເທດ ຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນວັນອັງຄານທີ່ຜ່ານມາວ່າ ວໍຊິງຕັນກໍາລັງມອງຫາການຮ່ວມມືກັບຈີນ ເພື່ອ “ແກ້ໄຂບັນ​ຫາທ້າທາຍໃຫຍ່ຕ່າງໆ.” ທ່ານບລິງເກັນ ກ່າວຄໍາເວົ້າດັ່ງກ່າວນັ້ນອອກມາ ເນື່ອງຈາກ ຈີນກໍາລັງຈັດສົ່ງຄະນະທູດໄປປະເທດຢູເຄຣນ ເພື່ອເຈລະຈາສັນຕິພາບ. ໃນຂະນະດຽວກັນ, ສະຫະລັດ ກໍໄດ້ຈັດສົ່ງການຊ່ວຍ ເຫຼືອທາງດ້ານທະຫານ ໃຫ້ແກ່ ຢູເຄຣນ 1 ຕື້ 200 ລ້ານໂດລາ ກ່ອນທີ່ພວກເຂົາເຈົ້າ ​ຄາດ​ວ່າຈະມີການ​ບຸກ​ໂຈມ​ຕີ​ໃນ​ລະ​ດູ​ບານ​ໃໝ່​ຕໍ່ ຣັດເຊຍ. ຫົວໜ້ານັກຂ່າວປະຈໍາກະຊວງການຕ່າງປະເທດ ໄນກີ້ ຊິງ ມີລາຍງານເພີ້ມເຕີມກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກອງກໍາລັງຂອງຣັດເຊຍ ​ຍິງໂຈມຕີນະຄອນຫຼວງກີຢິບ ດ້ວຍລູກສອນໄຟ, ເຊິ່ງເປັນເວລາພຽງບໍ່ເທົ່າໃດຊົ່ວໂມງ ກ່ອນປະທານາທິບໍດີຂອງຣັດເຊຍ ທ່ານວະລາດີເມຍ ປູຕິນ ຈະກ່າວຄໍາປາໄສຢູ່ໃນມື້ສວນສະໜາມຂອງວັນສະ​ຫຼອງໄຊຊະນະ ທີ່ຈະຕຸລັດແດງ ​ໃນນະຄອນຫຼວງມົສກູ, ໂດຍກ່າວວ່າ ການດໍາເນີນງານຂອງ​ປະຕາເວັນຕົກຄື “ສົງຄາມທີ່ແທ້ຈິງ” ເພື່ອຕໍ່ຕ້ານ ຣັດເຊຍ.

ໃນນະຄອນຫຼວງວໍຊິງຕັນ, ທໍານຽບ 5 ແຈໄດ້ເປີດເຜີຍວ່າ ສະຫະລັດ ຈະຈັດສົ່ງການຊ່ວຍເຫຼືອທາງດ້ານທະຫານໄປໃຫ້ ຢູເຄຣນ ດ້ວຍຈໍານວນເງິນ 1 ຕື້ 200 ລ້ານໂດລາ, ກ່ອນໜ້າ​ການ​ບຸກໂຈມຕີ ເຊິ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນໃນ​ລະ​ດູ​ບານ​ໃໝ່ຕໍ່ຣັດເຊຍ.

ທ່ານແອນໂທນີ ບລິງເກັນ ກ່າວວ່າ:

“ແນ່ນອນ, ປັດຈຸບັນນີ້ ເປົ້າໝາຍ ແມ່ນຄວາມພະຍາຍາມຂອງຢູເຄຣນ ທີ່ພວກເຮົາກໍາລັງຄາດການລ່ວງໜ້າວ່າ ຈະພະຍາຍາມຢຶດເອົາດິນແດນຂອງຕົນທີ່ຖືກ ຢຶດເອົາໂດຍຣັດເຊຍ ໃນຊ່ວງຫຼາຍກວ່າ 14 ເດືອນທີ່ຜ່ານມານັ້ນຄືນມາ. ການຄາດການສ່ວນໂຕຂອງຂ້າພະເຈົ້າ ແມ່ນພວກເຂົາເຈົ້າຕ້ອງມີ ໃນສິ່ງທີ່ພວກເຂົາ ເຈົ້າຕ້ອງການ ຢູ່ທຸກໆພື້ນທີ່ຂົງເຂດໃນທົ່ວປະເທດເພື່ອໃຫ້ຕົນເອງປະສົບຄວາມ ສໍາເລັດ ທີ່ຈະຢຶດເອົາດິນແດນຄືນມາໄດ້.”

ໃນເດືອນໜ້ານີ້, ສະຫະຣາດຊະອານາຈັກອັງກິດ ຈະເປັນເຈົ້າພາບຈັດການປະ ຊຸມ ເພື່ອບູ​ລະ​ນະຟື້ນຟູປະເທດຢູເຄຣນ.

ທ່ານເຈມສ໌ ເຄລເວີລີ (James Cleverly), ລັດຖະມົນຕີການຕ່າງປະເທດຂອງອັງກິດ ກ່າວວ່າ:

“ພວກເຮົາຈະພະຍາຍາມຊອກຫານການຮ່ວມມື ທີ່ຈະເຮັດໃຫ້ຢູເຄຣນ ສາມາດຟື້ນຟູປະເທດຂອງພວກເຂົາເຈົ້າຄືນໄດ້ ລຸນຫຼັງຄວາມຂັດແຍ້ງຕ່າງໆສິ້ນສຸດລົງ, ແລະຫຼັງຈາກທີ່ພວກເຂົາເຈົ້າ ໄດ້ປະເທດຂອງຕົນເອງກັບຄືນມາແລ້ວ.”

ທ່ານບລິງເກັນ ກ່າວວ່າ ສະຫະລັດ ແລະ ​ຣາດຊະອານາຈັກອັງກິດ ຍັງຄົງດໍາເນີນງານຮ່ວມກັນ ເພື່ອຕິດ​ຕໍ່​ກັບຈີນ, ພ້ອມທັງຊອກຫາຫົນທາງອື່ນໆເພື່ອ “ແກ້ໄຂ​ບັນ​ຫາທ້າທາຍຕ່າງໆ.”

ເຈົ້າໜ້າທີ່ກ່າວວ່າ ການ​ບຸກ​ໂຈມ​ຕີ​ຕໍ່ຣັດເຊຍ ຂອງຢູເຄຣນ ໃນຊ່ວງລະດູບານ ໃໝ່ ອາດແຜ້ວທາງໄປສູ່ການເຈລະຈາ ພາຍໃນທ້າຍປີນີ້.

ໃນຢູໂຣບ, ເຈົ້າໜ້າທີ່ກ່າວວ່າ ຈີນອາດຈະເຂົ້າມາມີ​ບົດ​ບາດ​ບາງສ່ວນໃນການ ດໍາເນີນງານ.

ທ່ານນາງແອນນາເລນາ (Annalena Baerbock), ລັດຖະມົນຕີກະຊວງການຕ່າງປະເທດຂອງເຢຍຣະມັນ ກ່າວເປັນພາສາເຢຍຣະມັນວ່າ:

“ຈີນ, ໃນຖານະສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ແຫ່ງອົງການສະ ຫະປະຊາຊາດ, ສາມາດດໍາເນີນບົດບາດສໍາຄັນ ໃນການຍຸຕິສົງຄາມລົງໄດ້ ຖ້າພວກເຂົາຫາກເລືອກທີ່ຈະປະຕິບັດ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຈິນ ກັງ (Qin Gang) ກ່າວໃນວັນອັງຄານທີ່ຜ່ານມາ ເປັນພາສາຈີນກາງວ່າ:

“ພວກເຮົາຍັງຄົງຢືນຢັນ ທີ່ຈະສະໜັບສະໜູນ ການ​ເຈ​ລະ​ຈາສັນຕິພາບ. ແລະພວກເຮົາກໍຈະສົ່ງຄະນະທູດພິເສດຂອງລັດຖະບານ ສໍາລັບກິດຈະການຢເຣຊຽນ (Eurasian) ເພື່ອໄປຢ້ຽມຢາມປະເທດຢູເຄຣນ ໃນອະນາຄົດຕໍ່ໜ້າ ອັນໃກ້ນີ້.”

ແຕ່ນັກວິເຄາະຄົນນຶ່ງ ຍັງມີຄວາມສົງໄສ.

ທ່ານວິລລຽມ ເທເລີ (William Taylor) ຮອງປະທານສະຖາບັນສັນຕິພາບສະ ຫະລັດ ສໍາລັບ ຢູໂຣບ ແລະ ຣັດເຊຍ, ເຊິ່ງມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນ ຫຼວງວໍຊິງຕັນ ກ່າວກັບ VOA ຜ່ານຊູມວ່າ:

“ລັດຖະບານຈີນ ບໍ່ມີຄວາມເປັນກາງ. ພວກເຂົາເປັນຄົນບໍ່ມີຄວາມກົງໄປກົງມາ. ພວກເຂົາມີຫົວຂໍ້ທີ່ແຈ່ມແຈ້ງ ເຊິ່ງສ່ວນຫຼາຍແມ່ນຫົວຂໍ້ກ່ຽວກັບຣັດເຊຍ. ກະແຈສໍາຄັນທີ່ຄວນລະມັດລະວັງແມ່ນ ເຮັດໃຫ້ໝັ້ນໃຈວ່າ ມີການສສົນທະນາກ່ຽວກັບສົງຄາມຢູ່ໃນຢູເຄຣນ ກັບຈີນ, ສົງຄາມຂອງຣັດເຊຍ ຢູ່ໃນ ຢູເຄຣນ, ມີຊາວຢູເຄຣນເຂົ້າຮ່ວມນໍາ.”

ເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ ຈີນມີບົດບາດໃນການເປັນຜູ້ໄກ່ເກ່ຍ ສໍາລັບການຫາລືເພື່ອສັນຕິພາບ, ແຕ່ຄວາມພະຍາຍາມທາງການທູດນີ້ ຈະຕ້ອງກົງກັບຫຼັກການຂອງອໍານາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນສົມບູນ.

U.S. Secretary of State Antony Blinken said Tuesday that Washington is looking to cooperate with China to “solve big challenges.” His remarks come as China prepares to send an envoy to Ukraine for peace talks. Meanwhile, the U.S. is providing Ukraine with $1.2 billion in military aid ahead of its expected spring offensive against Russia. State Department Bureau Chief Nike Ching has more.

Russian forces attacked Kyiv with a barrage of missiles, hours before Russian President Vladimir Putin gave a speech at a Victory Day parade in Moscow's Red Square, accusing the West of waging a “real war” against Russia.

In Washington, the Pentagon said the U.S. will provide Ukraine with $1.2 billion in military aid, ahead of its expected spring offensive against Russia.

Antony Blinken, US Secretary of State

Right now, of course, the focus is on the Ukrainian efforts that we anticipate to try to retake more of the territory that's been seized from Ukraine by Russia over the last 14 plus months. My own estimation is that they have in place across all of those dimensions what they need to continue to be successful in regaining territory.”

Next month, the U.K. will host the Ukraine recovery conference.

James Cleverly, British Foreign Secretary

“We will seek to build a coalition that will enable Ukraine to rebuild its country after this conflict has been concluded, after they regain their country back.”

Blinken said the U.S. and U.K. maintain a coordinated approach toward China, including looking for ways to “solve big challenges.”

Ukraine’s spring offensive against Russia may pave the way for negotiations by the end of the year, officials say.

In Europe, officials said China could play a part.

Annalena Baerbock, German Foreign Minister, German

"China, as a permanent member of the United Nations Security Council, can play a significant role in ending the war if it chooses to do so.

Chinese Foreign Minister Qin Gang said Tuesday that China is preparing to send a peace envoy to Ukraine.

Qin Gang, Chinese Foreign Minister, Mandarin

“We will persist in promoting peace talks. And we will send the Chinese government's special envoy for Eurasian affairs to visit Ukraine in the near future.”

But one analyst is skeptical.

William Taylor, US Institute of Peace, Zoom

"The Chinese are not neutral. They are not unbiased. They are clearly tilted, much tilted toward Russia. The key caution is to be sure that any conversation with the Chinese about the Ukraine war — Russian war on Ukraine — has the Ukrainians as participants.”

U.S. officials say there is a role for China to play in mediating peace talks. But such diplomatic efforts should be consistent with the principles of sovereignty and territorial integrity.

XS
SM
MD
LG