ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິຊາການໄທຢືນຢັນວ່າ ການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ ແລະການພັດທະນາການເດີນເຮືອດ້ວຍການລະເບີດແກ້ງຄອນຜີຫຼົງ ຈະກະທົບຕໍ່ເຂດແດນ ລາວ-ໄທ

ຮູບພາບມຸມສູງຂອງຄອນຜີຫຼົງ ທີ່ຕັ້ງຢູ່ເທິງແມ່ນໍ້າຂອງ ທາງພາກເໜືອລະຫວ່າງຊາຍແດນຂອງ ສປປ ລາວ ແລະ ໄທ.

ນັກວິຊາການໄທຢືນຢັນວ່າ ການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ ແລະການພັດທະນາການເດີນເຮືອດ້ວຍການລະເບີດແກ່ງຄອນຜີຫຼົງ ຈະກະທົບຕໍ່ເຂດແດນ ລາວ-ໄທ ໃນແມ່ນໍ້າຂອງຢ່າງແນ່ນອນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ຊ່ຽວຊານດ້ານການພົວພັນລະຫວ່າງປະເທດ ແລະທີ່ປຶກສາສູນຈີນສຶກສາ ແຫ່ງຈຸລາລົງກອນມະຫາວິທະຍາໄລ ໃຫ້ທັດສະນະວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງທີ່ຍັງສືບຕໍ່ທັງໃນ ຈີນ ແລະ ລາວ ສົມທົບກັບການພັດທະນາການເດີນເຮືອຂົນສົ່ງສິນຄ້າໃນແມ່ນໍ້າຂອງລະຫວ່າງ ຈີນ, ມຽນມາ, ລາວ ແລະ ໄທ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ໃນແມ່ນໍ້າຂອງຢ່າງກວ້າງຂວາງ ໂດຍເຫັນໄດ້ຈາກການທີ່ຊາວປະມົງ ຈັບປາໄດ້ໜ້ອຍລົງຈາກເດີມເກີນກວ່າ ​50 ເປິເຊັນ, ສ່ວນການລະເບີດແກ້ງຂະໜາດໃຫຍ່ 12 ແຫ່ງ ເພື່ອຂະຫຍາຍເສັ້ນທາງເດີນເຮືອຂົນສົ່ງສິນຄ້າຂະໜາດ 300 ຫາ 500ໂຕນ ກໍໄດ້ສົ່ງຜົນກະທົບຕໍ່ແຫຼ່ງອາຫານ ແລະບ່ອນວາງໄຂ່ຂອງປາ ພ້ອມທັງເຮັດໃຫ້ຕາຝັ່ງເຈື່ອນຢ່າງກວ້າງຂວາງໃນຕະ ຫຼອດເສັ້ນຊາຍແດນໃນແມ່ນໍ້າຂອງ ລະຫວ່າງ ລາວ-ໄທ ອີກດ້ວຍ, ເພາະສະນັ້ນ ຖ້າຫາກວ່າຍັງມີການສືບຕໍ່ການກໍ່ສ້າງເຂື່ອນ ແລະການຂະຫຍາຍເສັ້ນທາງເດີນເຮືອຕໍ່ໄປ ກໍຍິ່ງຈະສົ່ງຜົນກະທົບຮຸນແຮງຂຶ້ນອີກ ໂດຍສະເພາະແມ່ນການລະເບີດແກ້ງຄອນຜີຫຼົງ ທີ່ຢູ່ລະຫວ່າງແຂວງບໍ່ແກ້ວ ກັບຈັງຫວັດຊຽງຣາຍຂອງໄທນັ້ນ ກໍ ຍັງຈະກະທົບຕໍ່ລ່ອງນໍ້າເລິກທີ່ເປັນເສັ້ນເຂດແດນ ລາວ-ໄທ ໃນແມ່ນໍ້າຂອງຢ່າງແນ່ນອນ, ດັ່ງທີ່ຜູ້ຊ່ຽວຊານຢືນຢັນວ່າ:

“ຄອນຜີໂຫຼງນີ້ຢູ່ໃນຝັ່ງໄທກໍໝາຍຄວາມວ່າຢູ່ລ່ອງນ້ຳເລິກນັ້ນຢູ່ລະຫວ່າງ ຄອນຜີໂຫຼງກັບຝັ່ງລາວ ກໍຄືເຂດແດນລະຫວ່າງ ໄທ ກັບ ລາວ ເຮົາລອງຈິນຕະນາການເບິ່ງວ່າຖ້າເຮົາລະເບີດຄອນຜີໂຫຼງຖິ້ມທັງໝົດຄືບໍ່ມີຄອນຜີໂຫຼງອີກແລ້ວນີ້ ນັ້ນກໍໝາຍຄວາມວ່າການປັກປັນເຂດແດນລະຫວ່າງ ໄທ ກັບ ລາວ ໂດຍໃຊ້ຊ່ອງນ້ຳເລິກ ກໍຈະຫຍັບເຂົ້າມາຫາຝັ່ງໄທ ໃນແງ່ນີ້ເຮົາກໍຈະເຫັນວ່ານັ້ນມັນເທົ່າກັບເຮົາເສຍດິນ ແດນໃຫ້ກັບລາວໄປ ຊຶ່ງອັນນີ້ມັນເປັນບັນຫາກົດໝາຍລະຫວ່າງປະເທດ.”

ສ່ວນຜູ້ກວດກາແຜ່ນດິນແຫ່ງຊາດໄທໃຫ້ການຢືນຢັນວ່າ ພາຍຫຼັງເດີນທາງເພື່ອໄປເກັບກໍາຂໍ້ມູນພາກສະໜາມຢູ່ບັນດາກຸ່ມບ້ານ ທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ຢູ່ທີ່ອໍາເພີຊຽງຄານ ແລະປາກຊົມ ຈັງຫວັດເລີຍ ເຊິ່ງຕັ້ງຢູ່ກົງກັນຂ້າມກັບເມືອງສານະຄາມ ແຂວງວຽງຈັນ ເມື່ອບໍ່ນານມານີ້ວ່າ ເປັນບັນຫາທີ່ໜ້າກັງວົນໃຈທີ່ສຸດ ຖ້າຫາກວ່າໄດ້ມີການກໍ່ສ້າງເຂື່ອນສານະຄາມເທິງແນວແມ່ນໍ້າຂອງໃນລາວ ກໍຄືຜົນກະທົບຕໍ່ເສັ້ນເຂດແດນໃນແນວແມ່ນໍ້າຂອງລະຫວ່າງ ລາວ-ໄທ ທີ່ເລີ້ມຈາກປາກນໍ້າເຫືອງໃນເຂດອໍາເພີຊຽງຄານເປັນຕົ້ນໄທນັ້ນ ເພາະພາຍຫຼັງຈາກກໍ່ສ້າງເຂື່ອນສໍາເລັດ ແລະໄດ້ມີການປ່ອຍນໍ້າໃນປະລິມານທີ່ຫຼວງຫຼາຍລົງມາໃນເຂດຕອນລຸ່ມທີ່ເປັນຈຸດເລີ້ມຕົ້ນຂອງເສັ້ນເຂດແດນໃນແມ່ນໍ້າຂອງລະຫວ່າງ ລາວ-ໄທ ນັ້ນ ກໍອາດຈະສົ່ງຜົນກະທົບຕບ່ເຂດແດນດັ່ງກ່າວກໍເປັນໄດ້ ແລະທີ່ສໍາຄັນກໍຄື ຍັງບໍ່ມີການສຶກສາເພື່ອປ້ອງກັນຜົນກະທົບດັ່ງກ່າວແຕ່ຢ່າງໃດ, ດັ່ງທີ່ຜູ້ກວດກາໄທ ຢືນຢັນວ່າ:

“ຂໍ້ຫ່ວງກັງວົນຂອງພາກສ່ວນຕ່າງໆກໍຈະມີຜົນກະທົບໃນຫຼາຍໆດ້ານທັງເລື່ອງຄວາມໝັ້ນຄົງທັງໃນເລື່ອງຂອງຊ່ອງນ້ຳຈະປ່ຽນແປງຫຼືບໍ່? ເຂດແດນຈະປ່ຽນແປງຫຼືບໍ່? ເກີດການກັດເຊາະບໍ່? ຖ້າເກີດການກັດເຊາະມັນກໍກະທົບກັບດິນແດນທີ່ອາດຈະຫຼຸດລົງຫຼືປ່ຽນແປງໄປ ເພາະວ່າຖ້າເກາະແກ້ງໃນແມ່ນ້ຳຂອງມັນປ່ຽນໄປມັນອາດຈະຫຍັບໄປຢູ່ອີກຝັ່ງນຶ່ງຫຼາຍຂຶ້ນຫຼືບໍ່ຈັ່ງໃດ? ກໍເປັນຄວາມກັງວົນລວມ ທັງການຂຶ້ນ-ລົງຂອງກະແສນ້ຳນີ້ ຊຶ່ງທາງຝ່າຍ ໄທ ເອງກໍເຫັນວ່າເຮົາຍັງບໍ່ໄດ້ມີຄຳຕອບທີ່ແຈ່ມແຈ້ງວ່າລະດັບການຂຶ້ນ-ລົງຂອງນ້ຳນີ້ມັນຈະໄປກະທົບຫຼາຍຫຼືບໍ່.

ທາງດ້ານເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມແມ່ນໍ້າຂອງ ກໍໄດ້ມີການ ເຄື່ອນໄຫວເພື່ອໃຫ້ມີການກໍ່ຕັ້ງອົງການມະຫາຊົນ ຂອງພາກປະຊາຊົນໃນລຸ່ມແມ່ນໍ້າຂອງຂຶ້ນມາພັດທະນາການຮ່ວມມື ໃນການນໍາໃຊ້ປະໂຫຍດຈາກນໍ້າຂອງຢ່າງຍືນຍົງໃນການປະຕິບັດໂຕຈິງໃຫ້ໄວທີ່ສຸດ ເນື່ອງຈາກການນໍາໃຊ້ປະໂຫຍດຈາກນໍ້າຂອງໃນຊ່ວງທີ່ຜ່ານມາຈົນເຖິງປັດຈຸບັນນີ້ ນອກຈາກຈະບໍ່ມີສ່ວນຮ່ວມຂອງພາກປະຊາຊົນຢ່າງແທ້ຈິງແລ້ວ ກໍຍັງປາກົດວ່າ ໂຄງການພັດທະນາຕ່າງໆເທິງແນວນໍ້າຂອງ ໂດຍສະເພາະແມ່ນໂຄງກໍ່ສ້າງເຂື່ອນໄຟຟ້ານັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສະພາບຊີວິດຄວາມເປັນຢູ່ຂອງປະຊາ ຊົນໃນລຸ່ມແມ່ນໍ້າຂອງທີ່ມີຫຼາບກວ່າ 60 ຄົນ ຮຸນແຮງຂຶ້ນນັບມື້ ເຊິ່ງກໍເປັນຜົນຈາກການກໍ່ສ້າງເຂື່ອນເທິງແນວນໍ້າຂອງໃນ ຈີນ ກັບ ລາວ.

XS
SM
MD
LG