ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຮຽນຄຳສັບພາສາອັງກິດໃນຂ່າວ Turmoil


ຮຽນຄຳສັບພາສາອັງກິດໃນຂ່າວ Turmoil 91d0a91de4ae_hq.mp4
please wait

No media source currently available

0:00 0:01:01 0:00

ຮຽນຄຳສັບພາສາອັງກິດໃນຂ່າວ Turmoil 91d0a91de4ae_hq.mp4

NEWS WORD: Turmoil

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ​.

This word is one you hear in stories about troubled places.

ຄຳສັບນີ້ ແມ່ນ​ຄຳ​ສັບ​ທີ່​ທ່ານ​ໄດ້​ຍິນ​ໃນ​ຂ່າວ​ຕ່າງໆ ກ່ຽວ​ກັບ ສະ​ຖານທີ່ໆມີບັນຫາ.

The story is about a man who protested the lack of freedom in his homeland, Myanmar.

ຂ່າວນີ້​ແມ່ນກ່ຽວກັບຜູ້ຊາຍຄົນນຶ່ງ ຜູ້ທີ່​ໄດ້​ປະ​ທ້ວງ​ການ​ຂາດເສລີພາບຢູ່ໃນບ້ານ ເກີດຂອງລາວ, ປະ​ເທດ ມຽນມາ.

TURMOIL

TURMOIL: ເທີມອຍ

For Myanmar, the coming year will test whether critics like Gambira have reason for pessimism, or whether authorities can conduct a free and fair election without turmoil in the streets.

ສຳລັບມຽນມາ, ປີຈະມາເຖິງນີ້ຈະເປັນການທົດສອບວ່າ ນັກ​ວິ​ພາກວິ​ຈານຄືທ້າວ ກຳ​ບີ​ຣາ ຈະ​ມີ​ເຫດ​ຜົນ​ສຳ​ລັບ​ຄວາມ​ເຊື່ອ​ທີ່​ວ່າ​ສິ່ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຈະ​ເກີດ​ຂຶ້ນຫຼືບໍ່, ຫຼືວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈະ​ສາ​ມາ​ດ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທີ່​ເສ​ລີ ແລະ ເປັນ​ທຳ​ໂດຍ​ປາ​ສະ​ຈາກ​ຄວາມ​ວຸ້ນ​ວາຍ​ໃນ​ຖະ​ໜົນຫຼືບໍ່.

The word turmoil means something is mixed up, and lacks order.

ຄຳວ່າ ເທີມອຍ ໝາຍ​ເຖິງບາງສິ່ງແມ່ນ​ຖືກ​ປະ​ສົມ​ປົນ​ເປ​ກັນ​ໄປ​ໝົດ, ແລະ ຂາດ​ຄວາມເປັນລະບຽບຮຽບຮ້ອຍ.

If there is turmoil in the streets, it means there could be protesters and violence, and police cannot control the crown.

ຖ້າມັນ​ມີຄວາມວຸ້ນວາຍຢູ່ໃນຖະໜົນຫົນທາງ, ມັນໝາຍຄວາມວ່າ ອາດມີພວກ ປະທ້ວງ ແລະ ຄວາມຮຸນແຮງ ແລະ ຕຳຫລວດບໍ່ສາມາດຄວບຄຸມຝູງ​ຄົນ​ໄດ້.

Now, when you hear the word turmoil, your American Englsih will be good enough to know what does News Word means.

ບັດນີ້ ເວລາທ່ານໄດ້ຍິນຄຳວ່າ ເທີມອຍ ພາສາອັງກິດອາເມຣິກັນຂອງທ່ານ ກໍຈະດີພໍ ທີ່ຮູ້ວ່າຄຳສັບໃໝ່ນີ້ໝາຍຄວາມວ່າຫຍັງ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG