ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ກ່າວວ່າ ການຕໍ່ສູ້ຕອບໂຕ້ຄືນ ໃນລະດູໃບໄມ້ປົ່ງ ທີ່ກໍາລັງຈະເກີດຂຶ້ນນີ້ ອາດຈະມີເຮືອບິນລົບ ຫຼືບໍ່ມີເລີຍ


Zelenskyy: Spring Counteroffensive Coming, With or Without Western Warplanes
please wait

No media source currently available

0:00 0:02:24 0:00

ລາຍງານກ່ຽວກັບການກ່າວຂອງທ່ານເຊເລັນສກີ ວ່າ: ການສູ້ລົບຕອບໂຕ້ຄືນໃນລະດູໃບໄມ້ປົ່ງທີ່ຈະມາເຖິງນີ້ ອາດຈະມີເຮືອບິນລົບ ຫຼືບໍ່ມີເລີຍ.

ມີການຄາດກັນ​ຢ່າງກວ້າງ​ຂວາງ ກ່ຽວກັບການໂຈມຕີຕອບໂຕ້ຊ່ວງລະບູໃບໄມ້ປົ່ງ ຢູ່ໃນຢູເຄຣນ ອາດຈະດໍາເນີນການໂດຍປາສະຈາກເຮືອບິນລົບຂອງອາເມຣິກາບິນ ຢູ່ເທິງນ່ານຟ້າ. ຄໍາເວົ້າດັ່ງກ່າວນີ້ ແມ່ນມາຈາກປະທານາທິບໍດີຂອງ ຢູເຄຣນ ເຊິ່ງໄດ້ກ່າວວ່າ ການລໍຖ້າເພື່ອຝຶກແອບ​ນຳ​ໃຊ້​ເຮືອບິນທີ່ທັນສະ ໄໝ ອາດຈະເປັນການສົ່ງສັນຍານ ໃຫ້ແກ່ກອງກໍາລັງຂອງຣັດເຊຍ ຢູ່ໃນພາກພື້ນດິນ. ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ກ່າວວ່າ ໃນຂະນະນີ້ ມີການໂຈມຕີ ທີ່ຮ້າຍແຮງເພີ້ມຂຶ້ນ ຢູ່ໃນຢູເຄຣນ. ອາຣາສ ອາຣາບາຊາດີ ນັກຂ່າວ VOA ມີລາຍງານເພີ້ມເຕີມກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກອງກໍາລັງຂອງ ຢູເຄຣນ ໄດ້ຮັບການຝຶກຊ້ອມສໍາລັບການສູ້ລົບຢູ່ຂົງເຂດໃດນຶ່ງ ໃນເຂດຊາໂປຣິສເຊຍ ທາງທິດຕາເວັນອອກສຽງໃຕ້ ຂອງປະ​ເທດ ໃນທ້າຍອາ ທິດທີ່ຜ່ານມາ. ຢູເຄຣນຄາດວ່າ ຈະເລີ້ມທຳການ​ໂຈມ​ຕີຕອບໂຕ້ ໃນລະດູໃບໄມ້ປົ່ງ ທີ່ລໍຄອຍມາເປັນເວລາຍາວນານ ລຸນຫຼັງການຮຸກຮານ ໃນລະດູໜາວ ຂອງ ຣັດເຊຍ ທີ່ເຮັດໃຫ້ໄດ້ຮັບຜົນພຽງເລັກນ້ອຍ ເຖິງແມ່ນຈະເປັນການຕໍ່ສູ້ ທີ່ນອງເລືອດກໍຕາມ.

ເປັນເວລາຫຼາຍເດືອນ ທີ່ ກີຢິບ ໄດ້ຮ້ອງຂໍອາວຸດຕ່າງໆ ຈາກບັນດາປະເທດຕາເວັນຕົກ, ສິ່ງທີ່ພວກເຂົາເຈົ້າຮ້ອງຂໍຫຼາຍທີ່ສຸດໃນເວລານີ້ ແມ່ນເຮືອບິນລົບ F-16 ຫຼືເຮືອບິນທີ່ມີລັກສະນະຄ້າຍຄືກັນ. ຈົນເຖິງຂະນະນີ້ ຍັງບໍ່ມີອັນໃດປາ ກົດອອກມາສູ່ສາຍຕາຂອງຄົນຢູ່ໃນສັງຄົມ, ເຊິ່ງປະທານາທິບໍດີ ຂອງຢູເຄຣນ ກ່າວວ່າ ມັນບໍ່ມີເວລາເຫຼືອອີກແລ້ວ ແລະການບຸກ​ໂຈມ​ຕີຕອບໂຕ້ນັ້ນຈະຕ້ອງເກີດຂຶ້ນພ້ອມດ້ວຍເຮືອບິນລົບທີ່ທັນສະໄໝ ຫຼືບໍ່ມີເຮືອບິນລົບດັ່ງກ່າວນັ້ນເລີຍ, ໂດຍ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຜ່ານ​ອົງ​ການ​ຂ່າວ​ປະ​ທາ​ນາ​ທິ​ບໍ​ດີວ່າ:

“ຂໍກ່າວແບບກົງໄປກົງມາ, ວ່າມັນຈະຊ່ວຍພວກເຮົາໄດ້ຫຼາຍທີ່ສຸດ. ແຕ່ພວກເຮົາກໍເຂົ້າໃຈວ່າ ພວກເຮົາບໍ່ສາມາດແຍກການ​ບຸກ​ໂຈມ​ຕີຕອບໂຕ້ນີ້ອອກໄປໄດ້, ເຊິ່ງນີ້ຄືເຫດຜົນວ່າ ເປັນຫຍັງພວກເຮົາຈະຕ້ອງເລີ້ມຕົ້ນ ກ່ອນທີ່ພວກເຮົາໄດ້ຮັບ ເຮືອບິນລົບ F-16 ຫຼືເຮືອບິນລົບປະເພດອື່ນໆ. ພວກເຮົາຈະເລີ້ມຕົ້ນ ແລະດໍາເນີນການຕໍ່ໄປ, ໃນຂະນະດຽວກັນ ຂ້າພະເຈົ້າກໍຄິດວ່າ ມັນຈະເປັນການດີທີ່ສຸດຖ້າພວກເຮົາຫາກໄດ້ຮັບເຮືອບິນລົບ ຈາກບັນດາປະເທດຕາເວັນຕົກ.”

ທ່ານເຊເລັນສກີໄດ້ອອກມາກ່າວປາໄສພຽງນຶ່ງມື້ລຸນຫຼັງທີ່ບັນດາພະນັກງານສຸກເສີນ ແລະປະຊາຊົນຢູ່ໃນທ້ອງຖິ່ນ ພາກັນຕໍ່ສູ້ເພື່ອຊອກຫາຜູ້ລອດຊີວິດ ຈາກການໂຈມຕີໃສ່ອາຄານບ່ອນຢູ່ອາໄສ 9 ຊັ້ນ ຂອງປະຊາຊົນ ໂດຍລູກສອນໄຟ ນໍາວິຖີຂອງຣັດເຊຍ. ກອງທັບອາກາດຂອງຢູເຄຣນ ເປີດເຜີຍວ່າ ພວກເຂົາເຈົ້າໄດ້ຍິງລູກສອນໄຟ 21 ລູກຂອງ​ຈຳ​ນວນ​ທັງ​ໝົດ 23 ລູກທີ່ຍິງມາໃສ່​ໂດຍເຮືອ ບິນລົບຂອງຣັດເຊຍຕົກ, ແຕ່ອີກສອງລູກທີ່ເລັດ​ລອດ ຜ່ານເຂົ້າມາໄດ້ນັ້ນ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 23 ຄົນ.

ຢູ່ໃນວີດີໂອ ທີ່ໄດ້ນຳ​ອອກ​ເຜີຍ​ແຜ່ ໂດຍອົງການຂ່າວປະ​ທາ​ນາ​ທິ​ບໍ​ດີ ທ່ານເຊເລັນສກີ ຮ້ອງຣັດເຊຍວ່າ ເປັນປະ​ເທດກໍ່ການຮ້າຍ ໂດຍກ່າວ​ຢ່າງສະເພາະວ່າ, “ບໍ່ພຽງແຕ່ຜູ້ທີ່ອອກຄໍາສັ່ງຕ່າງໆເຫຼົ່ານັ້ນ...ພວກເຈົ້າທັງໝົດເປັນພວກກໍ່ການຮ້າຍ ແລະເປັນ​ມື​ສັງ​ຫານ, ພວກເຈົ້າຈະຕ້ອງໄດ້ຮັບການລົງໂທດ.”

ໃນຂະນະດຽວກັນ, ຢູ່ໃນພູມິພາກໂດເນສ, ເຮືອບິນບໍ່ມີຄົນຂັບຂອງຣັດເຊຍລໍານຶ່ງ ໄດ້ໂຈມຕີໃສ່ເປົ້າໝາຍພົນລະເຮືອນ ເຊິ່ງໄດ້ເຮັດໃຫ້ແມ່ຍິງອາຍຸ 31 ປີ ພ້ອມດ້ວຍລູກສາວອາຍຸ 2 ປີຂອງນາງເສຍຊີວິດ ຢູ່​ທີ່ເມືອງ​ດະນິໂປຣ ທາງພາກຕາເວັນອອກຂອງ​ປະ​ເທດ.

ຢູ່ໃນແຫຼມໄຄຣເມຍ, ແປວໄຟຂະໜາດໃຫຍ່ ໄດ້ລຸກໄໝ້ຢູ່ໂຮງກັ່ນນໍ້າມັນ, ເຊິ່ງ​ ​ເປັນສັນຍານ​ໃນການຕໍ່ສູ້ທີ່ອາດຈະເກີດຂຶ້ນ ພ້ອມດ້ວຍເຮືອບິນລົບຈາກປະເທດຕາເວັນຕົກ ຫຼືປາສະຈາກເຮືອບິນລົບ. ເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງຈາກ ຣັດເຊຍ ໄດ້​ຖິ້ມ​ໂທດການຍິງໂຈມຕີ ໃສ່ເຮືອບິນບໍ່ມີຄົນຂັບຫຼືໂດຣນ ແລະລາຍງານວ່າ ບໍ່ມີຜູ້ບາດເຈັບຫຼືເສຍຊີວິດຈາກການໂຈມຕີດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ AP. ເຈົ້າໜ້າທີ່ຂອງຣັດເຊຍ ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບທີ່ມາຂອງໂດຣນ, ແຕ່ໂດຣນຂອງ ຢູເຄຣນ ໄດ້ແນເປົ້າໝາຍການໂຈມຕີໃສ່ແຫຼມໄຄຣເມຍເພີ້ມຂຶ້ນ ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມານີ້.

ຖ້າຫາກວ່າ ແລະເມື່ອໃດທີ່ຢູເຄຣນ ເລີ້ມຕົ້ນການໂຈມຕີຕອບໂຕ້ຄືນ, ພວກເຂົາ ເຈົ້າຈະພົບກັບ​ທີ່​ໝັ້ນ ທີ່​ໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ແໜ້ນ​ໜາ​, ​ທີ່​ເຕັມ​ໄປ​ດ້ວຍລະ ເບີດຝັງດິນເປັນຈໍານວນຫຼາຍ, ບັນດາລົດ​ຖັງ ແລະທ​ະ​ຫ​ານ ຂອງຣັດເຊຍ ທີ່ມີການກະກຽມມາເປັນເວລາຫຼາຍເດືອນແລ້ວນັ້ນ.

A widely anticipated spring counteroffensive in Ukraine will push on without American fighter jets in the skies. This, from Ukraine’s president, who said waiting to train on advanced aircraft could signal a timeline to Russian forces on the ground. President Volodymyr Zelenskyy spoke as more deadly attacks hit Ukraine. VOA’s Arash Arabasadi has more.

Ukrainian forces trained for battle somewhere in the southeastern Zaporizhzhia region late last week. Ukraine is expected to launch a long-anticipated spring counteroffensive following Russia’s winter offensive resulting in small gains despite bloody fighting.

For months, Kyiv has requested advanced weaponry from the West, most recently asking for F-16 fighter jets or similar aircraft. To date, that has not happened in the public eye. Ukraine’s president says there’s no time left, and that the counteroffensive will happen with or without advanced fighter jets.

Ukrainian President Volodymyr Zelenskyy, speaking at an official news conference

Volodymyr Zelenskyy, Ukrainian President, UKRAINIAN

“Frankly speaking, it would help us a lot. But we also understand that we can’t drag the counteroffensive out, which is why we’ll start before we receive F-16s or other models. We’ll start and go forward, while simultaneously, I think, receiving Western fighter craft, is very important.”

Zelenskyy spoke just one day after emergency workers and residents fought to unearth survivors of cruise-missile strikes on a nine-story residential building. The Ukrainian Air Force says it shot down 21 of the 23 missiles launched by Russian aircraft, but the ones that did get through killed at least 23 people.

In a video posted by the country’s press service, Zelenskyy referred to Russia as a terrorist state saying specifically, “Not only those who give orders… You are all terrorists and murderers, and you must be punished.”

Meanwhile, in the Donetsk region, a Russian drone strike hit another civilian target.

A 31-year-old woman and her 2-year-old daughter were killed in the eastern city of Dnipro.

In Crimea, at a massive fire at an oil facility, a possible sign of what’s to come, with or without Western fighter jets. The Russian-appointed official in this region blamed the blaze on a drone strike and reported no casualties. According to the Associated Press, the official didn’t clarify the drone’s origin, but Ukrainian drones have increasingly targeted Crimea in recent weeks.

If and when Ukraine launches its counteroffensive, it will meet heavily fortified Russian positions months in the making, packed with landmines, tanks and troops.

XS
SM
MD
LG