ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Obligation


ຮຽນຄຳສັບພາສາອັງກິດໃນຂ່າວ OBLIGATION
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ຮຽນຄຳສັບພາສາອັງກິດໃນຂ່າວ OBLIGATION

NEWS WORDS: Obligation

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ.

Listen to President Barack Obama speaking about NATO and Ukraine crisis.

ຟັງປະທານາທິບໍດີບາຣັກ ໂອບາມາ ເວົ້າກ່ຽວກັບອົງການເນໂຕ ແລະ ວິກິດການ ຢູເຄຣນ.

As NATO allies, we will meet solemn duty, our Article 5 obligation to our collective defense.

ໃນຖາ​ນະ​ເປັນ​ພັນ​ທະ​ມິດອົງການເນໂຕ, ພວກເຮົາຈະ​ບັນ​ລຸ​ໜ້າ​ທີ່​ຂອງ​ພວກ​ເຮົາ​ຢ່າງ​ເອົາ​ຈິ​ງ​ເອົາ​ຈັງ, ພັນ​ທະ​ໜ້າ​ທີ່​ໃນ​ມາດ​ຕາທີ 5 ຂອງພວກເຮົາ​ຈະ​ທຳ​ການ​ປ້ອງ​ກັນ​ພວກເຮົາຮ່ວມກັນ.

And today, I want every Estonian, and Latvian, and Lithuanian to know that you will never stand alone.

ແລະມື້ນີ້ ຂ້າພະເຈົ້າຢາກໃຫ້ຊາວ ແອັສໂຕເນຍ ແລະ ລັດເວຍ ແລະ ລິ​ທົວເນຍ ທຸກ​ຄົນຮູ້ວ່າ ພວກເຈົ້າຈະບໍ່ມີ​ວັນຢືນຢູ່ຄົນດຽວ.

Obligation.

Obligation: ອັອບລີເຄເຊິນ

An obligation is a promise.

Obligation ແມ່ນຄຳໝັ້ນສັນຍາ.

It is something one must do because it is a law, a rule or it is morally right.

ມັນແມ່ນບາງສິ່ງທີ່ຜູ້ນຶ່ງຕ້ອງເຮັດ ເພາະວ່າມັນແມ່ນກົດໝາຍ, ກົດລະບຽບ ຫລື ແມ່ນສິດ​ທິ​ທາງ​ສິນ​ທຳ.

President Obama talks about NATO members promise to defense each other.

ປະທານາທິບໍດີໂອບາມາ ໄດ້ເວົ້າ ກ່ຽວກັບ ຄຳ​ສັນ​ຍາ​ຂອງ​ບັນ​ດາ​ສະ​ມາ​ຊິກ ອົງການ ເນໂຕ ທີ່ຈະປ້ອງກັນຊຶ່ງກັນ ແລະກັນ.

Russia took over part of Ukraine.

ຣັດເຊຍ ໄດ້​ເຂົ້​າ​ຍຶດ​ເອົາພາກສ່ວນຂອງ ຢູເຄຣນ.

Now, Obama says NATO will help defense the nearby countries.

ບັດນີ້, ປະທານາທິບໍດີ ໂອບາມາ ກ່າວວ່າອົງ​ການເນໂຕ ຈະຊ່ວຍປ້ອງກັນບັນດາ ປະເທດທີ່​ຢູ່ໃກ້ຄຽງ.

Now, when you hear the word, obligation, you will know what this news word mean.

ບັດ​ນີ້ ເວ​ລາ​ທີ່​ທ່ານ​ໄດ້​ຍິນ​ຄຳ​ວ່າ Obligation ທ່ານ​ຈະ​ຮູ້​ວ່າ​ມັນ​ໝາຍ​ຄວາມ​ວ່າ​ຫຍັງ.

XS
SM
MD
LG