ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານຈາກກຳປູເຈຍ ລາວ ແລະມຽນມາ ຫລາຍກວ່າ 550,000 ຄົນ ລັກລອບເດີນທາງເຂົ້າໄປເຮັດວຽກ ໃນໄທ


ສະຖິຕິແຫ່ງງານເຮັດວຽກໃນປະເທດໄທ
ສະຖິຕິແຫ່ງງານເຮັດວຽກໃນປະເທດໄທ

ແຮງງານຈາກກຳປູເຈຍ ລາວ ແລະມຽນມາ ຫລາຍກວ່າ 550,000 ຄົນ ທີ່ລັກລອບເດີນທາງເຂົ້າໄປເຮັດວຽກໃນໄທໂດຍຜິດກົດໝາຍໃນໄຕມາດທີ 1 ປີ 2023 ເພາະຄ່າທຳນຽມການຈັດຫາງານແພງເກີນໄປ ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ຈາກ​ບາງກອກ.

ຜູ້ບໍລິຫານຊັ້ນສູງ ໃນສະພາອຸດສາຫະກຳການທ່ອງທ່ຽວແຫ່ງປະເທດໄທ ເປີດເຜີຍວ່າ ການຟື້ນໂຕຂອງພາກທຸລະກິດບໍລິການ ແລະທ່ອງທ່ຽວຂອງໄທ ໄດ້ເຮັດໃຫ້ຄວາມຕ້ອງການແຮງງານໃນພາກບໍລິການເພີ້ມຂຶ້ນອີກກວ່າ
3 ແສນຄົນໃນປັດຈຸບັນນີ້ ແຕ່ວ່າດ້ວຍການປະສານງານທີ່ຊັກຊ້າລະຫວ່າງພາກສ່ວນຮັບຜິດ ຊອບຂອງທາງການ
ໄທ ກັບກຳປູເຈຍ ລາວແລະມຽນມາຈຶ່ງເຮັດໃຫ້ ບໍ່ສາມາດທີ່ຈະຕອບສະໝອງໄດ້ຕາມຄວາມຕ້ອງການດັ່ງກ່າວ
ແລະເມື່ອສົມທົບກັບບັນຫາຫຍຸ້ງຍາກ ກ່ຽວກັບຄ່າທຳນຽມທີ່ແຮງງານຈະຕ້ອງຈ່າຍໃຫ້ກັບບໍລິສັດຈັດຫາງານໃນກຳປູເຈຍ ລາວ ແລະມຽນມາ ທີີ່ມີອັດຕາສະເລ່ຍ 1,200 ໂດລາສະຫະລັດ ລວມທັງຕ້ອງຈ່າຍຄ່າປະກັນສັງຄົມ
ແລະກວດສຸຂະພາບໃນໄທທີ່ອັດຕາສະເລ່ຍ 12,000 ບາດ ຕໍ່ຄົນດ້ວຍແລ້ວ ຊຶ່ງຖືເປັນຄ່າໃຊ້ຈ່າຍທີ່ສູງເກີນໄປ ຈຶ່ງ
ເຮັດໃຫ້ແຮງງານກຳປູເຈຍ ລາວ ແລະມຽນມາ ສ່ວນໃຫຍ່ໄດ້ພາກັນລັກລອບເດີນທາງເຂົ້າເຮັດວຽກໃນໄທ ໂດຍ
ຜິດກົດໝາຍຈຳນວນລວມກັນເກີນກວ່າ 550,000 ຄົນ ແລ້ວໃນໄຕມາດ ທີ 1 ຂອງ ປີ 2023 ນີ້ທັງຍັງມີທ່າອຽງ
ທີ່ຈະເພິີ້ມຂຶ້ນນັບມື້ອີກດ້ວຍ.

ທັງນີ້ສຳນັກງານບໍລິການແຮງງານຕ່າງດ້າວ ຂອງກະຊວງແຮງງານໄທ ລາຍງານວ່າແຮງງານລາວໄດ້ຮັບອະນຸ
ຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທຈຳນວນທັງໝົດ 200,296 ຄົນໃນປັດຈຸບັນ ແຕ່ວ່ານາຍຈ້າງໃນ
ໄທຍັງຕ້ອງການແຮງງານເພີ້ມຂຶ້ນອີກກວ່າ 8 ແສນຄົນ ໃນປີ 2023 ໂດຍທີ່ລັດຖະ ບານໄທຈະອະນຸຍາດໃຫ້ນຳ
ເຂົ້າແຮງງານຈາກ ກຳປູເຈຍ ລາວ ແລະມຽນມາ ໂດຍຜ່ານບັນດາບໍລິສັດຈັດຫາງານ ທີ່ໄດ້ຮັບການຮັບຮອງຈາກລັດຖະບານກຳປູເຈຍ ລາວ ແລະມຽນມາເທົ່ານັ້ນ ຫາກແຕ່ດ້ວຍຄ່າທຳນຽມການຈັດຫາງານທີ່ສູງເກີນໄປດັ່ງກ່າວ
ເຄື່ອຂ່າຍຄຸ້ມຄອງແຮງງານອົບພະຍົບໃນອາຊຽນ ຈຶ່ງໄດ້ປະເມີນວ່າຈະມີແຮງງານເດີນທາງມາລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ ເພີ້ມຂຶ້ນອີກຊຶ່ງລວມເຖິງແຮງງານລາວກວ່າ 5 ແສນຄົນ ທີ່ຈະເດີນທາງມາລັກ ລອບ
ເຮັດວຽກໃນໄທ ຈຶ່ງເຮັດໃຫ້ລັດຖະບານໄທໄດ້ເພີ້ມມາດຕະການສະກັດກັ້ນການລັກລອບດັ່ງກ່າວ ດັ່ງທີ່ທ່ານຊຸ
ຊາດ ຊົມກລິ່ນ ລັດຖະມົນຕີກະຊວງແຮງງານຢືນຢັນວ່າ”

"ຂົາກໍມີ QR Code ໃນການລົງທະບຽນໄວ້ ແຕ່ຖ້າຄົນທີ່ເອົາແບບເຖື່ອນມາອີກ ອັນນີ້ບໍ່ມີຫຍັງເລີຍມື້ນີ້ ຂ້າພະ
ເຈົ້າຈັບແທ້ແລ້ວດຳເນີນຄະດີ ສູງທີ່ສຸດ ຂ້າ ພະເຈົ້າຖືວ່າໃຫ້ໂອກາດກັນແລ້ວຮອບນຶ່ງ ຂະຫຍາຍເວລາກັນແລ້ວ
ຮອບນຶ່ງ ຖ້າຍັງຈະເຮັດກັນອີກ ຖ້າມີແບບນີ້ອີກກໍຕ້ອງຈັບ ຂະບວນການຈະໄດ້ໝົດສິ້ນໄປ.”

ສ່ວນສຳນັກງານຕຳຫລວດຄົນເຂົ້າເມືອງຂອງໄທລາຍງານວ່າໃນປີ 2022 ສາ ມາດສະກັດກັ້ນການຄ້າມານຸດໄດ້ 2,500 ກວ່າກໍລະນີແລະຈັບຜູ້ກະທຳຜິດໄດ້ເກີນກວ່າ 4,000 ຄົນ ພ້ອມທັງໄດ້ໃຫ້ການຊ່ວຍເຫລືອຜູ້ທີ່ຕົກເປັນ
ເຫຍື່ອໄດ້ 7,500 ກວ່າຄົນ ໃນນີ້ກວ່າ 90 ເປີເຊັນ ກໍຄືແຮງງານມຽນມາ ກຳປູເຈຍ ແລະລາວ ທີ່ລັກລອບເຮັດວຽກ
ໃນໄທ ໂດຍຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ຍ້ອນວ່າບໍ່ໄດ້ຮັບການຄຸ້ມ
ຄອງຕາມກົດໝາຍແຮງງານໃນໄທ ດ້ວຍເຫດນີ້ຈຶ່ງເຮັດໃຫ້ລັດຖະບານໄທຕ້ອງມີການເພີ້ມການກວດກາຊາຍ
ແດນຕິດຕໍ່ກັບກຳປູເຈຍ ລາວ ແລະມຽນມາ ຫລາຍຂຶ້ນດັ່ງທີ່ເຈົ້າໜ້າທີ່ສຳນັກງານກວດຄົນເຂົ້າເມືອງຂອງໄທ ໄດ້
ໃຫ້ການຢືນຢັນວ່າ:

“ຕາມນະໂຍບາຍຂອງລັດຖະບານພົນເອກປຣະຢຸດ ຈັນໂອຊາ ໄດ້ສັ່ງການໃຫ້ເຂັ້ມໃນເລື້ອງຊາຍແດນ ແລ້ວກໍມີ
ການຈັບກຸມໃນກໍລະນີທີ່ຫລົບໜີເຂົ້າເມືອງຢ່າງເຄັ່ງຄັດ ໂດຍສະເພາະໃນເລື້ອງຂອງການຄ້າມະນຸດກໍຈະຕ້ອງດຳ
ເນີນຄະດີໃນຂໍ້ຫາໜັກແລ້ວ ຄະນະເຮັດວຽກໃນການລັກລອບເຂົ້າເມືອງຈະຕ້ອງມີການຂະຫຍາຍຜົນ ມີການສຶບ
ຫາ ແລ້ວກໍມີການອອກໝາຍຈັບຕໍ່ເນື່ອງໃນເລື້ອງຂອງຄົນທີ່ນຳພາໂຮງງານ ສະຖານປະກອບການກໍຈະຕ້ອງໃຊ້ແຮງງານຕ່າງດ້າວທີ່ຖືກກົດໝາຍ ບໍ່ດັ່ງນັ້ນທ່ານຈະຜິດກົດໝາຍແລ້ວກໍອາດຈະຕ້ອງຖືກດຳເນີນຄະດີ.”

ແຕ່ດ້ວຍບັນຫາຄ່າຄອງຊີບທີ່ປັບໂຕສູງຂຶ້ນນັບມື້ໃນຂະນະທີ່ປະຊາຊົນລາວຍັງມີລາຍຮັບເທົ່າເດີມ ໂດຍສະເພາະ
ຄ່າຈ້າງຂັ້ນຕໍ່າໃນລາວທີ່ບໍ່ໄດ້ມີການປັບຂຶ້ນໃຫ້ສອດຄ້ອງກັບສະພາບການໂຕຈິງກໍຄືສາເຫດສຳຄັນ ທີ່ເຮັດໃຫ້ແຮງງານລາວຕ້ອງພາກັນໄປລັກລອບເຮັດວຽກໂດຍຜິດກົດໝາຍໃນໄທເພີ້ມຂຶ້ນ ເພາະເປັນຈຸດໝາຍປາຍທາງທີ່ແຮງງານລາວສາມາດເດີນທາງໄປໄດ້ງ່າຍທີ່ສຸດ ທັງຍັງມີຄ່າຈ້າງສູງກວ່າລາວສີ່ເທົ່າໂຕ ອັນເຮັດໃຫ້ແຮງງານລາ
ວມີເງິນສົ່ງມາຈຸນເຈືອຄອບຄົວຂອງຕົນໃນລາວ.

XS
SM
MD
LG