ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງ ເຊື້ອສາຍລາວ ສະແດງຄວາມເຫັນ ​ຕໍ່​ການທີ່ລັດຖະບານ ສະເໜີເພີ້ມປີການບໍານານ ຂຶ້ນຈາກ 62 ເປັນ 64 ປີ


ຕຳຫລວດຝຣັ່ງ ແລະພວກປະທ້ວງປະທະກັນ ມື້ທີ 11 ຂອງການປະທ້ວງ ຫລັງຈາກລັດຖະບານ ຊຸກຍູ້ແຜນປະຕິຮູບບໍານານ ຜ່ານສະພາປາດສະຈາກການລົງຄະແນນສຽງ ທີ່ເມືອງ ຕູລູ ປະເທດຝຣັ່ງ ວັນທີ 6 ເມສາ 2023
ຕຳຫລວດຝຣັ່ງ ແລະພວກປະທ້ວງປະທະກັນ ມື້ທີ 11 ຂອງການປະທ້ວງ ຫລັງຈາກລັດຖະບານ ຊຸກຍູ້ແຜນປະຕິຮູບບໍານານ ຜ່ານສະພາປາດສະຈາກການລົງຄະແນນສຽງ ທີ່ເມືອງ ຕູລູ ປະເທດຝຣັ່ງ ວັນທີ 6 ເມສາ 2023

ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ປະ​ຈຳ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ພາ​ທ່ານ​ຟັງ​ການໂອ້​ລົມ​ກັບຄົນ​ຝ​ຣັ່ງ​ເຊື້ອ​ສາຍ​ລ​າວ​ຢູ່ໃນເຂດນ​ະຄອນຫລວງປາ​ຣີ ກ່ຽວ​ກັບ​ວິ​ກິ​ດ​ການລັດ​ຖະ​ບານ​ຝ​ຣັ່ງໄດ້ສະ​ເໜີ​ໃຫ້​ຄົນ​ພາ​ກັນ​ເຮັດ​ວຽກ​ຈົນ​ຮອດ 64 ປີ ແທ​ນ​ທີ່​ຈະ​ເປັນ 62 ປີ ດັ່ງ​ທີ່​ເຄີຍປະ​ຕິ​ບັດ​ກັນມາ. ຂໍ້​ສະ​ເໜີ​ດັ່ງ​ກ່າວໄດ້​ກໍ່​ໃຫ້​ເກີດ​ມີ​ການ​ປະ​ທ້ວງ ​ຢູ່​ໃນ​ນະ​ຄອນ​ຫລວງ​ປາ​ຣີ ​ມາເປັນເວລາຫຼາຍອາທິດ ຕິດຕາມດ້ວຍການ​ນັດ​ຢຸດງ​ານຄັ້ງ​ໃຫຍ່. ກິ່ງ​ສະ​ຫວັນ ມີ​ຄວາມ​ເຫັນ​ຂອງ​ຊຸມ​ຊົນ​ລາວ ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຮິດ​ຄອງປະ​ເພ​ນີ​ ​ລະ​ບົບຊີ​ວິດການ​ເປັນ​ຢູ່​ຂອງປະ​ຊາ​ຄົມຝ​ຣັ່ງ ເຫັນ​ວ່າ​ມີ​ຄວາມ​ສະ​ໜຸກ​ສະ​ໜານ ຫລາຍກວ່າ​ປະ​ຊາ​ກອນ​ ຂອງ​ຫລາຍປະ​ເທ​ດ​ໃນ​ໂລກ. ເຂົາ​ເຈົ້າ​ພາ​ກັນ​ຢູ່​ດີກິນ​ດີ ມີ​ເວ​ລາ​ພັກ​ຜ່ອນ ຕ້ອງໄປ​ພັກ​ປະ​ຈຳ​ປີ ​ມີ​ລະ​ບົບ​ການ​ປິ່ນ​ປົວ​ທີ່​ດີ ໂດຍ​ສະ​ເພາະເຮັດ​ວຽກມີກຳ​ໜົດ​ເວ​ລາ ​ທີ່​ຢູ່​ພາຍ​ໃຕ້​ກົດໜາຍ ​ແລະ​ເປັນ​ບູ​ລິ​ມະ​ສິດ. ເພາະສະນັ້ນປະ​ຊາ​ຊົນຝ​ຣັ່ງ​ມີຄວາມ​ລື້ງເຄີຍ​ກັບ​ການ​ໃຊ້​ຊີ​ວິດ​ອັນ​ລາບ​ລື້ນ​ນີ້​ມາ​ຕະ​ຫລອດ ຊຶ່ງ​ບໍ່​ເໝືອນ​ກັນ​ກັບ​ປະ​ຊາ​ກອນ​ຂອງ​ປະ​ເທ​ດ​ອື່ນໆ ທີ່​ພາກັນເຮັດ​ວຽກ​ຕາມໃຈຊອບ ແລະ​ບໍ່​ມີ​ກຳ​ນົດ​ເວ​ລາ.

ໃນສາມ​ອາ​ທິດ​ທີ່​ຜ່ານ​ມາ​ນີ້ ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເ​ອັ​ມມາ​ນຸຍ​ແອ​ລ ມາກ​ຣົງ ໄດ້​ສະ​ເໜີ​ໃຫ້ເພີ້ມ​ອາ​ຍຸ​ການ​ເຮັດ​ວຽກ​ຈາກ 62 ປີ ຂຶ້ນ​ເປັນ 64 ປີ ​ເພາະ​ວ່າ​ລັດ​ຖະ​ບານ ຂາດ​ເຂີນງົບ​ປະ​ມານ ທີ່​ຈະນຳ​ເອົາ​ເງິນຜູ້ເຮັດວຽກ​ໄປຈ່າຍຄ່າເບ້ຍ​ລ້ຽງ​ແກ່​ຜູ້ອະ​ວຸ​ໂສ​ທີ່ໄປບຳ​ນານ. ຂໍ້​ສະ​ເໜີ​ດັ່ງ​ກ່າວໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ຢູ່​ໃນ​ນະ​ຄອນ​ຫລວງ​ປາ​ຣີ ມີ​ການນັດ​ຢຸດງ​ານເຮັດ​ໃຫ້​ການ​ສັນ​ຈອນ​ທາງ​ລົດ​ໄຟ​ໃຕ້​ດິນ ແລະ​ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ​ໄດ້​ຮັບ​ຜົນ​ກະ​ທົບ​ໄປ​ຕາມໆ​ກັນ. ຕົກ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ຍັງ​ມີ​ການຕໍ່​ລອງ​ກັນຢູ່​ ວີ​ໂອ​ເອ ໄດ້​ຖື​ໂອ​ກາດ​ນີ້ ​ຖາມ​ບັນ​ດາ​ຄົນຝຣັ່ງເຊື້ອ​ສາຍລາວວ່າ​ເຂົາ​ເຈົ້າ​ມີຄວາມ​ຮູ້​ສຶກ​ຢ່າງ​ໃດ​ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານສົມບັດ ບູຣົມ​ ອາ​ຍຸ 57 ປີ ນັກ​ວິ​ສະ​ວະ​ກອນ​ ເຮັດ​ວຽກ​ໃຫ້​ແກ່​ບໍ​ລິ​ສັດ​ເອກ​ກະ​ຊົນ ຢູ່​ເຂດ​ເບ​ຣີ​ຕາຍ ​ພາກ​ເໜືອ​ຂອງ​ປະ​ເທດ​ຝ​ຣັ່ງ ທ່ານຍັງຈະຕ້ອງເຮັດວຽກໄປຕໍ່ອີກ​ຫລາຍ​ປີ ແລະເຫັນພ້ອມກັບການຕໍ່ອາຍຸການເຮັດວຽກຈົນຮອດອາຍຸ 64 ປີ ຊຶ່ງທ່ານ​ໄດ້​ໃຫ້​ຄວາມ​ຄິ​ດ​ເຫັນ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຍານາງມະລີວອນ ບຸດສະຫວັດ ອາຍຸ 68 ປີ ບໍານານ​ແລ້ວ ແຕ່ຍັງເຮັດວຽກບໍ່ເຕັມເວລາ​ໃຫ້​ແກ່​ໂຮ​ງ​ຮຽນ​ຫລວງ. ຍານາງມະລີວອນ ໄດ້ໃຫ້ທັດສະນະສ່ວນໂຕສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ດຣ. ອະຣິຍະ ​ປະຖັມມະວົງ ໜາຍໝໍປົວແຂ້ວ ອາຍຸ 58 ປີ ​ຍັງ​ຈະ​ເຮັດ​ວຽກ​ຕື່ມ​ໄປ​ອີກ​ຫລາຍ​ປີ ເພາະທ່ານເລີ້ມເຮັດວຽກຊ້າ. ທ່ານ​ກ່າວ​ວ່າ​ຈະ​ເຮັ​ດ​ວຽກ​ຕໍ່​ໄປ​ຈົນກາຍ​ອາ​ຍຸບໍານານ ​ເພາວ່າທ່ານ​ເຮັດ​ວຽກ​ໃຫ້​ແກ່​ຕົນ​ເອງ ແລະ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຊຶ່ງ​ທ່ານໄດ້​ກ່າວ​ຕໍ່ ວີ​ໂອ​ເອ​ ສູ່​ຟັງ​ດັ່ງ​ນີ້:

ລິງໂດຍກົງ

ບັນດາຜູ້ທີ່ເຮັດວຽກໃຫ້ແກ່ລັດຖະບານ ຕ້ອງອອກບໍານານຕາມກຳນົດການ​ຄື 62 ປີ. ສຳລັບບັນ​ດາບໍ​ລິ​ສັດເອກກະຊົນແລ້ວ ແມ່ນຂຶ້ນຢູ່ກັບການ​ຈັດຕັ້ງ ແຕ່ສ່ວນ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຝ​ຣັ່ງ ເຂົາ​ເຈົ້າ​ບໍ່ເຫັນ​ພ້ອມ​ກັບ​ການເຮັດ​ວຽກ​ຈົນ​ຮອດ 64 ປີ ແລະ​ຍັງ​ທຳ​ການ​ປະ​ທ້ວງ ແລະຕໍ່​ລອງ​ກັນຢູ່​ປັດ​ຈຸ​ບັນ.

XS
SM
MD
LG