ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ເດີນ​ຂະ​ບວນ ຢ່າງ​ສັນ​ຕິ ຕໍ່ຕ້ານ​ຄວາມ​ກຽດ​ຊັງ​ ຊ​າວ​ເອ​ເຊຍ ຍ້ອນ​ການ​ລະ​ບາດ​ໂຄວິດ-19


ສະ​ມາ​ຊິກ​ປະ​ຊາ​ຄົມ​ເອ​ເຊຍ ໃນ​ນະ​ຄອນ​ຊາກ​ຣາ​ແມນ​ໂຕ ລັດ​ຄາ​ລິ​ຟໍ​ເນຍ ເດີນ​ຂະ​ບວນ​ແບບ​ສັນ​ຕິ ຕ້ານ​ຄວາມ​ກຽດ​ຊັງ​ຄົນ​ເອ​ເຊຍ ຍ້ອນ​​ໂຄວິດ-19
ສະ​ມາ​ຊິກ​ປະ​ຊາ​ຄົມ​ເອ​ເຊຍ ໃນ​ນະ​ຄອນ​ຊາກ​ຣາ​ແມນ​ໂຕ ລັດ​ຄາ​ລິ​ຟໍ​ເນຍ ເດີນ​ຂະ​ບວນ​ແບບ​ສັນ​ຕິ ຕ້ານ​ຄວາມ​ກຽດ​ຊັງ​ຄົນ​ເອ​ເຊຍ ຍ້ອນ​​ໂຄວິດ-19

​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຂອງວີ​ໂອ​ເອ ປະ​ຈຳ​ວັນ​ແລງ​ພະ​ຫັດ​ມື້​ນີ້ ເຮົາ​ຈະພາ​ທ່ານ​ຟັງ​ການ​ໂອ້​ລົມກັບ ບັນ​ດາ​ນັກ​ເຄື່ອນ​ໄຫວຊາວ​ເອ​ເຊຍ ​ທີ່​ໄດ້ພາ​ກັນ​ເດີນ​ຂະ​ບວນ​ແບບ​ສັນ​ຕິ ຢູ່​ນະ​ຄອນ​ຊາກ​ຣາ​ມັນ​ໂຕ ນະ​ຄອນ​ຫລວງ ຂອງ​ລັດ​ຄາ​ລິ​ຟໍ​ເນຍ ​ເພື່ອ​ສົ່ງ​ສານ ​ຕໍ່ຕ້ານຄວາມ​ກຽດ​ຊັງ ຕໍ່​ຊາວເອ​ເຊຍຍ້ອນ​ການ​ລະບາດ​ໂຄວິດ-19 ​ຊຶ່ງ ​ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຄວາມ​ກຽດ​ຊັງຕໍ່​ຊາວ​ເອ​ເຊຍ ຢູ່​ໃນ​ສະ​ຫະ​ລັດໄດ້​ປາ​ກົດໃຫ້​ເຫັນ​ ແລະ​ຖືກບັນ​ທຶກ​ໄວ້​ເປັ​ນ​ໄລ​ຍະໆ ເຊັ່ນ​ວ່າ​ລະ​ຫວ່າງ​ປີ 1863 ຫາ 1869 ​ຊຶ່ງ​ຕົກ​ຢູ່ໃນສະ​ໄໝ​ສະ​ຫະ​ລັດເລີ້ມໃຊ້ກຳ​ມະ​ກອນຊາວ​ຈີນສ້າງ​ທາງ​ລົດ​ໄຟ​ຂ້າມ​ປະ​ເທດ. ​ເວ​ລາ​ນັ້ນ​ຊ​າວ​ຈີນ​ໄດ້​ພາ​ກັນອອກ​ແຮງ​ງານ ແບບ​ພື້ນ​ຖານຕ່າງໆ​ນາໆ ແລະຖືກດູ​ໜີ່ນ​ທຸບ​ຕີ​ ແລະຄ່ອຍໆໄດ້​ຮັບ​ສິດ​ເສ​ລີ​ພາບ​ເພີ້ມ​ຂຶ້ນ​ມາ​ເປັນ​ລຳ​ດັບ​ພາຍ​ໃຕ້​ກົດ​ໝາຍຂອງ​ສະ​ຫະ​ລັດ. ຕົກ​ມາ​ເຖິງສັດ​ຕະ​ວັດ​ທີ 21 ​ລະ​ຫວ່າງການແຜ່​ລະ​ບາດ​ໂຄວິດ 19 ​ອອກໄປທົ່ວ​ໂລກນັ້ນ ​ຊາວ​ເອ​ເຊຍຢູ່​ໃນ​ສະ​ຫະ​ລັດ ​ຕ່າງ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄວາມ​ກຽດ​ຊັງ ແລະ​ຖືກ​ທຸບ​ຕີ​ຈົນ​ເສຍ​ຊີ​ວິດໄປ​ຫຼາຍ​ຄົນ ຍ້ອນ​ການ​ແຜ່​ລະ​ບາ​ດ​ໂຄວິດ-19 ​ແລະ​ຄິດ​ວ່າຄົນ​ເອ​ເຊຍ​ແມ່ນ​ຄົນ​ຈີນ.

ໃນ​ປີ 2021 ສະ​ພາ​ສະ​ຫະ​ລັດ ໄດ້​ອອກ​ກົດ​ໝາຍ​ປ້ອງ​ກັນ ແລະ​ປະ​ນາມ​ການຕໍ່​ຕ້ານ​ຊາວ​ເອ​ເຊຍ​ຢູ່​ໃນ​ທຸກ​ຮູບ​ແບບ ຍ້ອນ​ສາ​ເຫດ​ມາ​ຈາກການ​ແຜ່​ລະ​ບາດ​ໂຄວິດ-19. ອີງຕາມອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ ທີ່​ໄດ້ກ່າວ​ຢູ່​ໃນ​ບົດ​ລາຍ​ງານ​ປະ​ ຈຳ​ປີ​ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງ ​ໂດຍ​ທົ່ວ​ໄປ​ໄດ້​ເພີ້ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ ໃນ​ປີ 2021 ຄື​ສູງ​ເປັນ​ປະ​ຫວັດ​ການ​ ເກືອບ 11,000 ກໍ​ລະ​ນີ. ​ດ້ວຍ​ເຫດ​ນີ້ ໃນ​ວັນ​ເສົາ ວັນ​ທີ 25 ມີ​ນາ ທີ່​ຜ່ານ​ມາ​ນີ້ ຢູ່​ເມືອງ​ຊາກ​ຣາ​ແມນ​ໂຕ ລັດ​ຄາ​ລິ​ຟໍ​ເນຍ ໄດ້​ມີບັນ​ດາ​ສະ​ມາ​ຊິກ​ປະ​ຊາ​ຄົມ​ເອ​ເຊຍປະ​ມານ 150 ຄົນ ໄດ້​ພາ​ກັນ​ອອກ​ມາ​ເດີນ​ຂະ​ບວນ​ແບບ​ສັນ​ຕິ.

ດ​ຣ. ແອນ​ຈີ ເອັງ ອາ​ຈານ​ສອນ​ຢູ່​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ແທນ​ດັນ (Tandon School of Engineering) ມະ​ຫາ​ວິ​ທະ​ຍາ​ໄລນິວຢອກ​ (NYU) ແລະນັກ​ເຄື່ອນ​ໄຫວ​ສັງ​ຄົມ​ໄດ້ທຳ​ການຄົ້ນຄວ້າ​ຈັດ​ຕັ້ງການ​ເຄື່ອນ​ໄຫວ ​ນຳ​ພາ​ຂະ​ບວນ​ການ “Write On” ຊຶ່ງ ດ​ຣ. ແອນ​ຈີ ​ໄດ້​ອະ​ທິບາ​ຍສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ສະ​ມາ​ຊິກ​ປະ​ຊາ​ຄົມ​ເອ​ເຊຍ ໃນ​ນະ​ຄອນ​ຊາກ​ຣາ​ແມນ​ໂຕ ລັດ​ຄາ​ລິ​ຟໍ​ເນຍ ເດີນ​ຂະ​ບວນ​ແບບ​ສັນ​ຕິ ຕ້ານ​ຄວາມ​ກຽດ​ຊັງ​ຄົນ​ເອ​ເຊຍ ຍ້ອນໂຄວິດ-19
ສະ​ມາ​ຊິກ​ປະ​ຊາ​ຄົມ​ເອ​ເຊຍ ໃນ​ນະ​ຄອນ​ຊາກ​ຣາ​ແມນ​ໂຕ ລັດ​ຄາ​ລິ​ຟໍ​ເນຍ ເດີນ​ຂະ​ບວນ​ແບບ​ສັນ​ຕິ ຕ້ານ​ຄວາມ​ກຽດ​ຊັງ​ຄົນ​ເອ​ເຊຍ ຍ້ອນໂຄວິດ-19

“​ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ຢູ່ໃນ​ໂຄງ​ການ “Write ON” ​ຫລື​ຂ​ຽນ​ ກ່ຽວ​ກັບຫົວ​ເລື້ອງໃດ​ນຶ່ງ ທີ່ໃຊ້​ສິນ​ລະ​ປະ ​ເປັນ​ເຄື່ອງ​ມື​ທ້ອນ​ໂຮມປະ​ຊາ​ຄົມ​ ​ອັນ​ເປັນ​ການ​ເຄື່ອ​ນ​ໄຫວເພື່ອຕອບ​ໂຕ້​ຕໍ່ອາດ​ຊະ​ຍາ​ກຳຄວາມ​ກຽດ​ຊັງ​ຕໍ່ຊ​າວ​ເອ​ເຊຍ​ຢູ່​ໃນ​ອາ​ເມ​ຣິ​ກາ​. ຂ້າ​ພະ​ເຈົ້າ​ເປັນ​ອາ​ຈານ​ສອນ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ນິວຢອກ ໃນ​ນາມ​ອາ​ຈານ ແລະ​ນັກ​ສິນ​ລະ​ປິນຄົນ​ນຶ່ງ ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ຮູ້​ສຶກຮັບ​ຜິດ​ຊອບການ​ໃນປ່ຽນ​ແປງ​ສັງ​ຄົມ. ຂ້າ​ພະ​ເຈົ້າ​ໄດ້​ເລີ້ມ​ຕົ້ນ​ດ້ວຍ​ມື້​ວັນ ຂອງ​ບັນ​ດາ​ຄະ​ດີຢູ່ສານ​ສູງສຸດ ທີ່​ແນ​ໃສ່ການ​ລໍ​າອ​ຽງກຸ່ມ​ຕ່າງໆທີ່​ຂຶ້ນ​ຢູ່​ກັບ​ເຊື້​ອ​ຊາດ ລະ​ດັ​ບ​ສັງ​ຄົມ ແລະ​ເພດ. ໂຄງ​ການ​ທີ່​ຂ້າ​ພະ​ເຈົ້າກຳ​ລັງ​ເຮັດ​ເຮັດ​ຢູ່​ນີ້ ​ແມ່ນ​ຢູ່​ນະ​ຄອນ​ຊາກ​ຣາ​ເມັນ​ໂຕ ລັດຄາລິຟໍເນຍ ແລະ​ຢູ່​ເມືອງ​ໂບ​ລ​ເດີ ລັດໂຄໂຣລາໂດ ໂດຍ​ສະ​ເພາະກ່ຽວ​ກັບຄະ​ດີ​ສານ​ທີ່​ແນໃສ່​ການ​ລຳ​ອຽງຕໍ່ຊາວເອ​ເຊຍ​ຢູ່​ໃນ​ສະ​ຫະ​ລັດ​ ​ໃນ 150 ປີ​ທີ່​ຜ່ານ​ມາ. ໃນ​ກາງປີ 2020 ໄດ້​ມີ​ການ​ປິດ​ເມືອງຍ້ອນ​ໂຄວິດ-19 ​ທີ່​ແນ​ໃສ່​ຊາວ​ເອ​ເຊຍ ຂ້າ​ພະ​ເຈົ້າ​ໄດ້​ເລີ້ມ​ໂຄງ​ການນີ້ໃນ​ເດືອນ​ມິ​ຖຸ​ນາ ປີ 2022 ຊຶ່ງ​ເປັນ​ບົດ​ບາດການ​ພົວ​ພັນ​ກັບ​ປະ​ຊາ​ຄົມ​ທີ່​ຈະ​ເປັນ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຄົມ​ຢູ່​ນະ​ຄອນ​ຊາ​ກ​ຣາ​ເມັນ​ໂຕ ​ແລະ​ໃນ​ຂັ້ນ​ຕໍ່ໄປ ຂ້າ​ພະ​ເຈົ້າ​ຈະ​ຍ້າຍ​ການ​ເຄື່ອນ​ໄຫວ ​ໄປ​ນະ​ຄອນ​ລັອ​ສ​ແອນ​ເຈີ​ລິ​ສ ແລະນະຄອນນິວ​ຢອກ. ການ​ເດີນ​ຂະ​ບວນ​ຄັ້ງ​ນີ້​ຄາດ​ວ່າ​ຈະ​ມີ​ປະ​ມານ 150 ຄົນ ທີ່​ມາ​ຈາກຫົກ​ກຸ່ມຂອງປະ​ຊາ​ຄົ​ມ​ເອ​ເຊຍ.”​

ຜູ້​ນຳ​ພາປະ​ຊ​າ​ຄົ​ມ​ລາວ​ເຂົ້​າ​ຮ່ວມ​ການ​ເດີນ​ຂະ​ບວນ​ຄື ດ​ຣ. ລິ​ລີ ຫລ່ຽມທອງ​ສະ​ໝຸດ ຮອງ​ຫົວ​ໜ້າໂຮງຮຽນ​ມັດ​ທະ​ຍົມ Hiram Johnson ໃນ​ລັດຄາ​ລິ​ຟໍ​ເນຍ ​ຊຶ່ງ​ແມ່ນຜູ້​ນຶ່ງ​ທີ່​ໃຫ້​ການ​ປະ​ສານ​ງາ​ນ ວາງ​ບົດ​ບາດ​ ປຸກ​ລະ​ດົມ​ການເຄື່ອນ​ໄຫວ​ເດີນ​ຂະ​ບວນ​ ໃນ​ວັນ​ເສົາ ວັນ​ທີ 25 ມີ​ນາ ​ທີ່​ຜ່ານ​ມານີ້ ຊຶ່ງ ດ​ຣ. ​ລິ​ລີ ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:​

ດ​ຣ. ລິ​ລີ ຫລ່ຽມ​ທອງ​ສະ​ໝຸດ (ຂວາ​ສຸດ) ແລະ​ຄະ​ນະ
ດ​ຣ. ລິ​ລີ ຫລ່ຽມ​ທອງ​ສະ​ໝຸດ (ຂວາ​ສຸດ) ແລະ​ຄະ​ນະ

​ນອກ​ຈາກ​ນັ້ນ ດ​ຣ ຊຳ​ລອງ ອິນ​ທະ​ລີ ອາ​ຈານ​ສອນ​ພາ​ສາ​ລາວ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Northern Illinoise ໄດ້​ໃຫ້​ທັດ​ສະ​ນະ​ກ່ຽວ​ກັບ​ເລື້ອງ​ຄວາມ​ກຽດ​ຊັງ​ຕໍ່​ຊາວ​ເອ​ເຊຍ​ດັ່ງ​ນີ້:

ການ​ເດີນ​ຂະ​ບວນ​ແບບ​ສັນ​ຕິ ຄັ້ງ​ນີ້​ກໍ​ເພື່ອສົ່ງ​ສານສະ​ແດງອອກ​ມາ ​ໃຫ້ເຫັນ​ເຖິງ ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ຂອງ​ຊາວ​ເອ​ເຊຍ ທີ່ໄດ້ມາ​ຈາກປະ​ເທດ​ຕ່າງ ແລະ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ ແລະບໍ່​ແມ່ນ​ແຕ່ເຊື້ອ​ສາຍຈີນ​ເທົ່າ​ນັ້ນ.

XS
SM
MD
LG