ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ຈີນ ​ຍັງ​ບໍ່​ເ​ຊື່ອໝັ້ນ ​ໃນ​ມາ​ດ​ຕະ​ຖານ​ ການ​ຜະ​ລິດ​ດ້ານ​ປະ​ສຸ​ສັດ​ ໃນ​ລາວ


​ການ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ
​ການ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ

ທາງ​ການ​ຈີນ​ຍັງ​ບໍ່​ເ​ຊື່ອໝັ້ນ ​ໃນ​ມາ​ດ​ຕະ​ຖານ​ການ​ຜະ​ລິດ​ດ້ານ​ປະ​ສຸ​ສັດ​ ໃນ​ລາວ ເພາະ​ການກວດ​ກາ​ພົບ​ວ່າ ​ການ​ລ້ຽງ​ງົວ ຄວາຍ ສ່ວນ​ໃຫຍ່​ໃນ​ລາວ ຍັງ​ມີ​ມາ​ດ​ຕະ​ຖານ​ທີ່​ບໍ່​ສ​າ​ມາດ​ຕອບ​ສະ​ໜອງ​ຕະ​ຫລາດ ​ໃນ​ຈີນ​ໄດ້​ເລີຍ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ

ນັກ​ທຸ​ລະ​ກິດ​ໃນ​ສະ​ພາ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ລາວ​ ເພື່ອ​ສົ່ງ​ອອກໄປ​ຕ່າງ​ປະ​ເທດ​ ໃນ​ປັດ​ຈຸ​ບັນ​ມີ​ບັນ​ຫາ​ດ້ານ​ຄຸນ​ນະ​ພາບ ບໍ່​ໄດ້​ມາດ​ຕະ​ຖານ​ຕາມ​ຕ້ອງ​ການ​ຂອງຕະ​ຫລາດຕ່າງ​ປະ​ເທດ ເນື່ອງ​ຈາກ​ການ​ຜະ​ລິດ​ສິນ​ຄ້າ​ໂຕ​ຈິງ​ໃນ​ລາວ​ຍັງ​ຈັດ​ຢູ່ໃນລະ​ດັບປະ​ຖົມ​ປະ​ຖານ​ເທົ່າ​ນັ້ນ ຊຶ່ງນອກ​ຈາກ​ຈະ​ບໍ່​ສ​າ​ມາດ​ຕອບ​ສະ​ໜອງ​ໃຫ້​ແກ່​ຕະ​ຫລາດ​ສາ​ກົນ​ໄດ້ແລ້ວ ກໍ​ຍັງ​ບໍ່​ສາ​ມາດ​ແຂ່​ງຂັນກັບ​ສິນ​ຄ້າ​ຊະ​ນິດ​ດຽວ​ ກັບ​ຂອງ​ຕ່າງ​ປະ​ເທດ​ໄດ້​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ການ​ລ້ຽງ​ງົວ ຄວ​າຍ ທີ່​ລາວ​ໄດ້ຮັບ​ໂຄ​ຕາ​ການ​ຮັບ​ຊື້​ຈາກ​ທາງ​ການ​ຈີນ​ເຖິງ 5 ແສນ​ໂຕ​ຕໍ່​ປີ ​ນັ້ນ​ຖື​ວ່າຍັງ​ຫ່າງ​ໄກ​ຈາກ​ຄວາມ​ເປັນ​ຈິງ ເພາະ​ວ່າ​ທາງ​ການ​ຈີນ​ຍັງ​ມີ​ຄຳ​ຖາມ ແລະ​ຂໍ້​ສົງ​ໄສ​ຕໍ່​ລະ​ດັບ​ມາດ​ຕະ​ຖານການ​ຜະ​ລິດ ​ຫລື (Good Manufacturing Practice-GMP) ໃນ​ລ​າວ​ເລື້ອຍ​ມາ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ການ​ເປີດ​ຕະ​ຫລາດ​ໄປ​ໃນ ສ​ປ. ຈີນ​ ​ທີ່​ຜ່ານ​ມາ ພວກ​ເຮົາ​ກະ​ໄດ້​ຕອບ​ຄຳ​ຖາມ​ໄປ​ເນາະ 240 ກວ່າ​ຄຳ​ຖາມ 63 ໜ້າ​ ຢູ່​ໃນ​ຫັ້ນເຂົາ​ເຈົ້າ​ກະ​ຖາມ​ໝົດ​ເລື້ອງ​ບຸກ​ຄະ​ລາ​ກອນ ເລື້ອງ​ອີ່​ຫຍັງ​ຕ່າງໆຫັ້ນ​ແຫລະ ແລະ​ຈົນ​ມາ​ຮອດ​ເດືອນ​ຕຸ​ລາ 2022 ​ຝ່າຍ​ຈີນ​ກະ​ຍັງ​ໄດ້​ສະ​ໜອງ​ຂໍ້​ມູນ​ເພີ້ມ​ເຕີມ​ອີກ 6 ຄຳ​ຖາມ ກ່ຽວ​ກັບ ​ລະ​ບົບ​ມາດ​ຕະ​ຖານ GMP ເລື້ອງ​ພະ​ນັກ​ງານ​ວິ​ໄຈ ເລື້ອງ​ຂໍ້​ມູນ​ເຝົ້າ​ລະ​ວັງ ເລື້ອງ​ພະ​ຍາດ ຫລື​ເລື້ອງ​ບຸກ​ຄະ​ລາ​ກອນ​ຕ່າງໆ ຄື​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ເນາະ ພວກ​ເຮົ​າ​ຕ້ອງ​ໄດ້​ສຸມ​ໃສ່​ຕອບ ແລະ​ກະ​ປັບ​ປຸງ ພັດ​ທະ​ນາ​ເພື່ອ​ວ່າ​ໃຫ້​ສົ່ງ​ອອກ​ໄດ້.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ​ລ​າວ​ກໍ​ຍັງ​ບໍ່​ສາ​ມາດ​ ຈະ​ໃຫ້​ການ​ຊ່ວຍ​ເຫລືອ​ໃນ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າທີ່​ມີ​ຄຸນ​ນ​ະ​ພາບ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ດ້ວຍ ​ເຫດນີ້ ​ກໍ​ຍິ່ງ​ເຮັດ​ໃຫ້​ການ​ຜະ​ລິດ​ສິນ​ຄ້າ​ປະ​ສຸ​ສັດ ​ອັນ​ລວມ​ເຖິງ​ສິນ​ຄ້າ​ກະ​ສິ​ກຳ​ຕ່າງໆ​ໃນ​ລາວ​ດ້ວຍ​ນັ້ນ ຍິ່ງ​ຫ່າງ​ໄກ​ຈາກ​ມາດ​ຕະ​ຖານ​ຂອງ​ຕະ​ຫລາດ​ສາ​ກົ​ນ ​ເພີ້ມ​ຂຶ້ນ​ອີກ​ນັບ​ມື້ ໂດຍ​ຄາດ​ໝາຍ​ວ່າ​ການ​ລ້ຽງ​ສັດ​ໃນ​ລາວ​ຈະ​ຂະ​ຫຍາຍ​ໂຕ​ບໍ່​ເກີນ 4 ເປີ​ເຊັນ ​ໃນ​ປີ 2023 ດັ່ງ​ທີ່​ທ່ານ​ນາງວິ​ໄລ​ພອນ ວໍລະ​ພິມ ຫົວ​ໜ້າ​ກົມ​ລ້ຽງ​ສັດ ແລະ​ການ​ປະ​ມົງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

ໃນ 2023 ນີ້ ພວກ​ເຮົາ​ກໍ​ຕ້ອງ​ສືບ​ຕໍ່ຜະ​ລິດ​ສັດ ແລະ​ປາ ເພື່ອ​ທົດ​ແທນ​ການ​ນຳ​ເຂົ້າ ແລະ​ເປັນ​ສິນ​ຄ້າ​ສົ່ງ​ອອກ ສ້າງ​ວຽກລາຍ​ຮັບ​ທີ່​ແຂງ​ແຮງເນາະ ໂດຍ​ເຮັດ​ໃຫ້​ອັດ​ຕາ​ການ​ຂະ​ຫຍາຍ​ໂຕ​ຂອງ​ຝູງ​ສັດ ໃຫ້​ຢູ່​ໃນ​ລະ​ດັບ 3 ເປີ​ເຊັນ ຫາ 4 ເປີ​ເຊັນ ຕໍ່​ປີ ໃນ​ນັ້ນ ຄວາຍ 1 ເປີ​ເຊັນ ງົວ 3 ເປີ​ເຊັນ ໝູ 4 ເປີ​ເຊັນ ແກະ ແບ້ 5 ເປີ​ເຊັນ ສັດ​ປີກ 5 ເປີ​ເຊັນ ແລະ​ການ​ລ້ຽງປາ ແລະ​ສັດ​ນ້ຳ​ໃຫ້​ຂະ​ຫຍາຍ​ໂຕ 3 ເປີ​ເຊັນ ຫາ 4 ເປີ​ເຊັນ ແລະ​ຕ້ອງ​ໄດ້​ປະ​ກອບ​ສ່ວນ​ໃຫ້​ຮວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫລື​ວ່າ GDP ຢູ່​ໃນ​ລະ​ດັບ 2.3 ຫາ 2.4 ​ເປີ​ເຊັນ ຕໍ່​ປີ.”

ທັງ​ນີ້ ໃນ​ປີ 2022 ລາວ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ໄປ​ຕ່າງ​ປະ​ເທດ​ໄດ້​ ໃນ​ມູນ​ຄ່າ 1,180 ​ລ້ານ​ໂດ​ລາ​ ໂດຍ​ເພີ້ມ​ຂຶ້ນ​ເຖິງ 40 ​ເປີ​ເຊັນ ທຽບ​ໃສ່​ປີ 2021 ​ໃນ ​ນີ້​ເປັນ​ການ​ສົ່ງ​ອອກ​ພືດ ແລະ​ຜະ​ລິດ​ຕະ​ພັນຈາກ​ພືດທີ່​ມີ​ມູນ​ຄ່າ​ ລວມ 1,120 ລ້ານ​ໂດ​ລາ​ ແລະ​ສົ່ງ​ອອກ​ສັດ​ປີກ ​ງົວ ຄວາຍ ໝູ ແບ້ ແລະ​ແກະ ໄດ້ໃນ​ມູ​ນ​ຄ່າ​ລວມ​ພຽງ​ແຕ່ 53 ​ລ້ານ​ໂດ​ລາ​ ​ເທົ່າ​ນັ້ນ ເຖິງ​ແມ່ນວ່າ​ ຈະ​ໄດ້​ຮັບ​ໂຄ​ຕາ​ໃນ​ການ​ສົ່ງ​ງົວ​ໄປ​ຈີນ​ເຖິງ 5 ແສນ​ໂຕ​ຕໍ່​ປີ​ກໍ​ຕາມ ແຕ່​ວ່າ​ລະ​ບົບ​ການ​ລ້ຽງ​ທີ່​ຍັງ​ບໍ່​ໄດ້​ມາດ​ຕະ​ຖານ ຈຶ່ງ​ເຮັດ​ໃຫ້​ບໍ່​ສາ​ມາດ​ ຈັດ​ສົ່ງ​ງົວໄປ​ຈີນ​ໄດ້​ ຕາມ​ໂຄ​ຕາ​ດັ່ງ​ກ່າວ.

ໂດຍ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກຳ​ໜົດ 12 ເງື່ອນ​ໄຂດ້ວຍ​ກັນ​ສຳ​ລັບ​ການ​ນຳ​ເຂົ້າ​ງົວ​ຈາກ​ລາວ ກໍ​ຄືງົວຕ້ອງມີ​ນ້ຳ​ໜັກ 350 ກິ​ໂລກ​ຣາມ ​ຂຶ້ນ​ໄປ ອາ​ຍຸ​ບໍ່​ເກີນ 4 ປີ ຕ້ອງ​ມາ​ຈາກ​ພື້ນ​ທີ່ ທີ່​ປາດ​ສະ​ຈາກ​ພະ​ຍາດປາກເປື່ອຍ​ລົງ​ເລັບ ຕ້ອງ​ລ້ຽງຢູ່​ໃນ​ເຂດ​ທ້ອ​ນ​ໂຮມ​ຢ່າງ​ໜ້ອຍ 45 ວັນ ຕ້ອງ​ມີ​ການ​ລ້ຽງ​ແຍກ​ເພດ ແລະ​ໃນ 6 ​ເດືອນ ຕ້ອງກວດ​ບໍ່​ພົບ​ພະ​ຍາດ​ຕິດ​ຕໍ່​ທຸກ​ຊະ​ນິດ ຕ້ອງ​ຂຶ້ນ​ທະ​ບຽນ​ສັດ ກວດ ການ​ຖື​ພາ ສັກ​ຢາ​ກັນ​ເຊື້ອ​ປາ​ກ​ເປື່ອຍ​ລົງ​ເລັບ 2 ເຂັມ ຈັດ​ເກັບ​ໂຕ​ຢ່າງ ແລະ​ວິ​ໄຈ​ພະ​ຍາດ​ເປັນ​ປະ​ຈຳ ຕິດ​ຕາມ​ການດ້ວຍໃຊ້​ອາ​ຫານ ແລະ​ການ​ປິ່ນ​ປົວ ຄວບ​ຄຸມ​ການ​ເຄື່ອນ​ຍ້າຍ​ທີ່​ໄດ້​ມາດ​ຕະ​ຖານ ແລະຕ້ອງ​ກັກ​ສັດ 30 ວັນ ກ່ອນ​ທີ່​ຈະ​ສົ່ງ​ໄປ​ຈີນ ຊຶ່ງ​ກໍ​ປາ​ກົດ​ວ່າ​ບໍ​ລິ​ສັດ​ຮ່ວມ​ລົງ​ທຶນ ກະ​ສິ​ກຳ​ຄົບ​ວົງ​ຈອນ ແລະ​ບໍ​ລິ​ສັດ​ອຸ້ຍ​ຝູ ເທັກ​ໂນ​ໂລ​ຈີ​ຊີ​ວະ​ພາບ​ຈາກ​ຈີນ ໄດ້​ຕົກ​ລົງ​ເປັນ​ຫຸ້ນ​ສ່ວນ ໃນ​ການ​ພັດ​ທະ​ນາ​ການຜະ​ລິດ​ຊີ້ນ​ງົວ ຄວາຍ ໃນ​ລາວ ເພື່ອ​ສົ່ງ​ອອກ​ໄປ​ຈີນ​ໃຫ້​ໄດ້​ຕາມ​ໂຄ​ຕາ ເມື່ອ​ບໍ່​ນານ​ມາ​ນີ້ ທັງ​ຍັງ​ມີ​ບໍ​ລິ​ສັດ​ຈີນ ​ທີ່​ໄດ້​ເຂົ້າ​ມາ​ລົງ​ທຶນ ໃນ​ແຂວງ​ພົງ​ສາ​ລີ ຫລາຍກວ່າ 1,300 ລ້ານ​ໂດ​ລາ​ ​ຊຶ່ງຄຶດ​ເປັນ 50 ເປີ​ເຊັນ ຂອງ​ການ​ລົງ​ທຶນ​ທັງ​ໝົດ​ໃນ​ແຂວງ​ພົງ​ສາ​ລີ ໃນ​ປີ 2022 ທີ່​ຜ່ານ​ມາ​ອີກ​ດ້ວຍ.

XS
SM
MD
LG