ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກ​ທຸ​ລະ​ກິດ​ລາວລະ​ບຸ​ວ່າ​ ການ​ສໍ້​ລາດ​ບັງ​ຫລວງ ຄື​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ລາວ​ຕົກ​ຕ່ຳ​


ເງິນ​ກີບ​ລາວ
ເງິນ​ກີບ​ລາວ

ນັກ​ທຸ​ລະ​ກິດ​ລາວລະ​ບຸ​ວ່າ​ ການ​ສໍ້​ລາດ​ບັງ​ຫລວງ ຄື​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ລາວ​ຕົກ​ຕ່ຳ​ລົງຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ການ​ທຸດ​ຈະ​ລິດ​ໃນ​ວົງ​ການລັດ ທີ່​ບໍ່​ມີ​ການ​ລົງ​ໂທດ​ຢ່າງ​ຈິງ​ຈັງ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ນັກ​ທຸ​ລະ​ກິດ​ລາວ​ໃຫ້​ທັດ​ສະ​ນະ​ວ່າ​ ການ​ຕົກຕ່ຳລົງ​ຢ່າງ​ຕໍ່​ເນື່ອງ ທາງ​ເສດ​ຖະ​ກິດ​ໃນ​ລ​າວ ນັບ​ຈາກ​ປີ 2020 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ນອກ​ຈາກ​ຈະ​ມີ​ສາ​ເຫດ​ມາ​ຈາກ​ກາ​ນ​ທີ່​ຕ້ອງ​ເພີ່ງ​ພາ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ ເພື່ອ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ໃຫ້​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ແລ້ວ ກໍ​ຍັງ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ທຸດ​ຈະ​ລິດ ທີ່​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ທັງ​ໃນ​ວົງ ​ກ​ານ​ພັກ​ ແລະ​ລັດ​ຖະ​ບານ​ລາວ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ບໍ່​ໂປ່ງ​ໃສ ​ໃນ​ດ້ານ​ງົບ​ປະ​ມານ​ລ​າຍ​ຮັບ ລາຍ​ຈ່າຍ​ຂອງ​ລັດ​ຖະ​ບານ ຊຶ່ງ​ເມື່ອ​ສົມ​ທົບ​ດ້ວຍ​ການ ກວດ​ກາ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ ທັງ​ຍັງ​ບໍ່​ມີ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ຈິງ​ຈັງ ຕໍ່​ບັນ​ດາ​ພະ​ນັກ​ງານພັກ​ລັດ ທີ່ທຸດ​ຈະ​ລິດ​ດ້ວຍ​ແລ້ວ ກໍຍິ່ງ​ເຮັດ​ໃຫ້​ພະ​ນັກ​ງານ​ເຫລົ່າ​ນັ້ນ​ຍັງ​ສືບ​ຕໍ່ການ​ປະ​ຕິ​ບັດໜ້​າ​ທີ່​ໂດຍ​ທຸດ​ຈະ​ລິດຕໍ່​ໄປ ແລະ​ບໍ່​ເກງ​ກົວ​ວ່າ​ຈະ​ຖືກ​ລົງ​ໂທດ​ອີກ​ດ້ວຍ ເພາະ​ສະ​ພາບ​ໂຕ​ຈິງ​ທີ່​ເກີດ​ຂຶ້ນ ກໍ​ຄື​ຜູ້​ທີ່​ທຸດ​ຈະ​ລິດ​ກັບ​ຜູ້​ກວດ​ກາ ເປັນ​ພວກ​ດຽວ​ກັນ ຊຶ່ງ​ຕ້ອງ​ແກ້ໄຂ​ຢ່າງ​ຮີບ​ດ່ວນ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ລາວ​ຢືນ​ຢັນ​ວ່າ:

ກ​ານ​ແກ້ໄຂ​ທີນຶ່ງ​ນັ້ນ ແມ່​ນ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາ ປະ​ເມີນ​ບຸກ​ຄະ​ລາ​ກອນ ໂດຍ​ຜ່ານ​ຜົນ​ງານ​ ຜ່ານ​ຜົ​ນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ວິ​ຊາສະເພາະຢ່າງ​ເປັນ​ມື​ອາ​ຊີບ ຜູ້​ໃດ​ທີ່​ລະ​ເມີດ​ຕ້ອງ​ລົງ​ໂທດ​ຮັບ​ຜິດ​ຊອບຫລາຍ​ ແຕ່ວ່າ​ມີ​ແຕ່​ຄວາມ​ຫ​ຍຸ້ງ​ຍາກ ຜູ້​ທີ່​ຮັບ​ຜິດ​ຊອບ​ຕ້ອງ​ປະ​ເມີນ​ບໍ່​ແມ່ນ​ພວກ​ເຮົ​າ​ຊິ​ມາ​ຍ້ອງ​ກັນ​ຢູ່​ນີ້ໄດ້ ປະ​ມານຍາມ​ໃດ​ກະ​ດີ ດີ​ແລ້ວ​ມັນ​ໄດ້​ກະ​ຕ່າ​ຂອງ​ຂວັນ​ນຳ​ກັນ​ຫລາຍ​ກະ​ວ່າ​ດີ ຂ້າ​ພະ​ເຈົ້າ​ວ່າເອົາ​ໂຕບັນ​ຫາ ຜົນ​ສຳ​ເລັດ​ຂອງ​ຜົນ​ງານ​ຫັ້ນ​ມາ​ເວົ້າ​ກັນ ​ຈັ່ງ​ຄ່ອຍຊິ​ປະ​ເມີນ​ໄດ້​ເນາະ ອັນ​ທີ​ສອງ​ນີ້ ຜູ້​ນ້ອຍ ຜູ້​ໃຫຍ່ ຕ້ອງ​ເຄົາ​ລົບ ແລະ​ປະ​ຕິ​ບັດ​ກົດ​ໝາຍ.”

ສ່ວນ​ທ່ານ​ກິ​ແກ້ວ ໄພ​ຄຳ​ພິ​ທູນ ຮອງນາ​ຍົກ​ລັດ​ຖະ​ມົມ​ນ​ຕີ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ລາວ​ຊຸດ​ປັດ​ຈຸ​ບັນ ຈະ​ບໍ່​ຍອມໃຫ້​ມີ​ການ​ຊື້​ຈ້າງ​ເອົາ​ຕຳ​ແໜ່ງ​ໃນ​ວົງ​ການ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານຢ່າງ​ເດັດ​ຂາດ ແຕ່​ຈະ​ເນັ້ນ​ໜັກ​ໃນ​ການ​ພິ​ຈາ​ລະ​ນາ​ຈາກ​ລະ​ດັບ​ຄວາມ​ຮູ້ ຄວາມ​ສາ​ມາດ​ໂຕ​ຈິງ ຂອງ​ພະ​ນັກ​ງານ​ເປັນ​ສຳ​ຄັນ ໝາຍ​ຄວາມ​ວ່າ​ ຈະ​ມີ​ແຕ່​ຜູ້​ທີີ່ມີຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຈິງ​ເທົ່​ານັ້ນ ຈຶ່ງ​ຈະ​ໄດ້​ຮັບ​ການ​ຄັດ​ເລືອກ ແລະ​ສົ່ງ​ເສີມ​ໃຫ້​ເປັນ​ພະ​ນັກ​ງານ​ລັດແລະ​ກ້າວ​ຂຶ້ນ​ຕຳ​ແໜ່ງ​ທີ່​ສູງ​ຂຶ້ນ​ຕາມ ​ຄວາມ​ຮູ້ຄວາມ​ສາ​ມາດ​ໂຕ​ຈິງ​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ການ​ຄັດ​ເລືອກ ແລະ​ການ​ບັນ​ຈຸ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ ໃນ​ທົ່ວ​ປະ​ເທດ​ລາວນັ້ນກໍ​ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໂດຍ​ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ ແລະ​ຄຳ​ສັ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນັບ​ຕັ້ງ​ແຕ່​ປີ 2004 ເປັນ​ຕົ້ນ​ມາ​ແລ້ວ​ໂດຍ​ເມື່ອ​ປະ​ກອບ​ກັບ​ບັນ​ຫາ​ຂາດ​ແຄນ ດ້ານ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ລາວ ທີ່​ເຮັດ​ໃຫ້​ຕ້ອງ​ຈຳ​ກັດ​ຈຳ​ນວນ​ໃນ​ການ​ຮັບ ແລະ​ບັນ​ຈຸ​ພະ​ນັກ​ງານ​ໃໝ່​ໃນ​ຕະ​ຫລອດ​ໄລ​ຍະ 20 ປີ​ທີ່​ຜ່ານ​ມາ​ນັ້ນ ກໍ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຄັດ​ເລືອກ ແລະ​ບັນ​ຈຸ​ພະ​ນັກ​ງານ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ​ດ້ວຍ ເພາະ​ມີ​ການ​ຫລີ້ນ​ພັກ ຫລີ້​ນ​ພວກ ຢ່າງກວ້າງ​ຂວາງ​ດັ່ງ​ທີ່ ທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ນອກ​ຈາກ​ນັ້ນ​ຍັງ​ມີ​ທ່າ​ອຽງ​ບ່ອນ​ວ່າ​ຮັບ​ພະ​ນັກ​ງານ​ເຂົ້າ​ແມ່ນ​ອຽງ​ໄປ​ທາງ​ດ້ານ​ການ​ຈຸ້ມ​ເຈື້ອ​ເຊື້ອ​ສາຍຄຸ​ນ​ນະ​ພາບ ຫລື​ບໍ່​ຄຸນ​ນະ​ພາບ​ນີ້​ບໍ່​ທັນ​ຄຶດ ມີ​ລັກ​ສະ​ນະ​ຊື້​ຂາຍ​ຕຳ​ແໜ່ງ ຊື້​ຂາຍ​ຄົນ​ອັນ​ທີ່​ເຂົ້າ​ລັດ​ຖະ​ກອນ​ໂຕ​ນີ້​ກໍ​ວ່າ​ບໍ່​ທັນ​ຫລາຍ​ແທ້ ແຕ່​ມີ​ປາ​ກົດ​ການຕັ້ງ​ແຕ່​ຂັ້ນ​ເມືອງ ຂັ້ນ​ແຂວງ ມາ​ຫາ​ສູນ​ກາງ ອັນ​ນີ້​ແມ່ນ​ມັນ​ບໍ່​ງາມ ມັນ​ຜິດ ແລະ​ມັນກະ​ບໍ່​ໄດ້​ຄຸ​ນ​ນະ​ພາບ​ແລ້ວ ລັດ​ຖະ​ກອນ​ຂອງ​ພວກ​ເຮົາ.”

ທັງ​ນີ້​ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ຍາດ ໃຫ້​ບັນ​ຈຸ​ພະ​ນັກ​ງານ​ໃໝ່​ໄດ້ ​ບໍ່​ເກີນ 800 ຄົນ ​ໃນປີ 2023 ​ໃນ​ນີ້ 80 ເປີ​ເຊັນ ເປັນ​ໂຄຕາ​ຂອງ​ກະ​ຊວງ​ສຶ​ກ​ສາ​ທິ​ການ ແລະ​ກິ​ລາ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຊຶ່ງ​ການ​ຈຳ​ກັດ​ໂຄ​ຕາ​ດັ່ງ​ກ່າວ​ກໍ​ເຮັດ​ໃຫ້ ເກີດ​ບັນ​ຫາ​ຂາດ​ແຄນ ບຸກ​ຄະ​ລາ​ກອນ​ໃນ​ຫລາຍ​ພາກ​ສ່ວນ ໂດຍ​ສະ​ເພາະ​ແມ່ນ​ກະ​ຊວງ​ສຶກ​ສາ​ທິ​ການ ທີ່ມີ​ໂຮງ​ຮຽນ 12,744 ແຫ່ງ​ໃນ​ເຂດ​ຊົນ​ນະ​ບົດ​ນັ້ນ ຍັງ​ຂາດ​ແຄນ​ຄູ​ເຖິງ 19,757 ຄົນ ໃນ​ຂະ​ນະ​ທີ່​ໂຮງຮຽນ​ໃນ​ເຂດ​ເມືອງ​ມີ​ຄູເກີນ​ຄວາມ​ຕ້ອງ​ການ​ເຖິງ 9,700 ຄົ​ນ ໂດຍ​ໃນ​ປັດ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ມີ​ພະ​ນັກ​ງານ ຫລື​ລັດ​ຖະ​ກອນ​ທັງ​ໝົດ 184,871 ຄົນ ໃນ​ທົ່ວ​ປະ​ເທດ ໂດຍ​ບໍ່​ລວມ​ເຖິງ​ກຳ​ລັງ​ທະ​ຫານ ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ​ພະ​ນັກ​ງານ​ລັດ​ວິ​ສາ​ຫະ​ກິດ ຊຶ່ງ​ມີ​ຈຳ​ນວນ​ຮວມ​ກັນ​ຫລາຍກວ່າ 1 ແສນ​ຄົນ​ແຕ່​ຢ່າງ​ໃດ.

XS
SM
MD
LG