ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາທະ​ຫານ ທີ່ເປັນນັກໂທດ ຂອງກຸ່ມແວັກເນີ້ ໄດ້ຮັບການສູນເສຍໜັກທີ່ສຸດ


Wagner Group Convict Fighters Taking Heavy Losses in Ukraine
please wait

No media source currently available

0:00 0:03:24 0:00

ລາຍງານກ່ຽວກັບ ການສູນເສຍຢ່າງໜັກ ຂອງພວກນັກໂທດ ຈາກກຸ່ມແວັກເນີ້.

ໃນຊ່ວງເວລາບໍ່ເທົ່າໃດເດືອນທີ່ຜ່ານມາ, ນັກເຄື່ອນໄຫວເພື່ອສິດທິມະ ນຸດ ໄດ້ເຕືອນກ່ຽວກັບບໍລິສັດທະຫານຮັບ​ຈ້າງເອກະຊົນຂອງຣັດເຊຍ ຫຼື ກຸ່ມ ແວັກເນີ ທີ່ເອົາພວກນັກໂທດ ມາທຳການຕໍ່ສູ້ຢູ່ໃນສົງຄາມຢູເຄຣນ. ປັດຈຸບັນ, ທໍານຽບຂາວໄດ້ໃຫ້ການຢືນຢັນວ່າ ຜູ້ບາດເຈັບແລະເສຍຊີວິດ ແມ່ນມີໂຕເລກ ທີ່ “ສູງແບບບໍ່ໜ້າເຊື່ອ” ໃນຈໍານວນນັກໂທດປະມານ 40,000 ຄົນທີ່ກໍາລັງຕໍ່ ສູ້ ໂດຍການເປັນກຸ່ມທະຫານຮັບຈ້າງໃນເຂດດອນບາສ. ອິກກໍ ທິຄານເນັນກາ (Igor Tsikhanenka) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ ຣັດເຊຍ ພະຍາຍາມຕໍ່ສູ້ເພື່ອຍາດແຍ່ງເອົາດິນແດນໃນ ຢູເຄຣນ ຢູນັ້ນ, ທໍານຽບຂາວກ່າວວ່າ ວັງເຄຣມລິນ ກໍເພີ້ມການເພິ່ງພາອາໄສ ກຸ່ມທະ ຫານຮັບຈ້າງແວັກເນີ້ ຫຼາຍຂຶ້ນເຊັ່ນກັນ ໂດຍການຮັບສະໝັກ ເອົາບັນດານັກ ໂທດຫຼາຍພັນຄົນ ເພື່ອມາທຳ​ການຕໍ່ສູ້ຢູ່ໃນແນວໜ້າ.

ທ່ານຈອນ ເຄີບີ, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ກ່າວວ່າ:

“ຈໍານວນຜູ້ບາດເຈັບ ແລະເສຍຊີວິດຂອງນັກໂທດ ແມ່ນສູງເປັນພິເສດ. ຕາມຄວາມຈິງແລ້ວ, ສິ່ງທີ່ພວກເຮົາຄິດແມ່ນ 90 ເປີເຊັນ ຂອງຜູ້ບາດເຈັບ ແລະເສຍຊີວິດແມ່ນນັກໂທດ.”

ລັດຖະບານມົສກູ ໄດ້​ໂຕ້​ແຍ້ງ​ກ່ຽວ​ກັບຈໍານວນໂຕເລກຜູ້ເສຍຊີວິດຢູ່ໃນສົງຄາມຂອງຕ່າງປະເທດ, ແຕ່ພວກເຂົາກໍຍອມຮັບວ່າ ຈໍານວນນັກໂທດທີ່ເສຍຊີວິດແມ່ນມີໂຕເລກທີ່ສູງ. ເຈົ້າໜ້າທີ່ຂອງລັດຖະບານຢູເຄຣນຄາດການວ່າ ນັກໂທດ ປະມານ 77 ເປີເຊັນທີ່ເສຍຊີວິດ, ບາດເຈັບ, ຖືກຈັບ ຫຼືຫາຍສາບສູນ ຂອງຈໍານວນທະຫານຣັດເຊຍ 38,000 ຄົນແມ່ນນໍາມາເພື່ອທຳການຕໍ່ສູ້ ຢູ່ໃນຢູເຄຣນ.

ທ່ານຈອນ ເຄີບີ ກ່າວວ່າ:

“ພວກເຂົາເຈົ້າໂຍນຕົນເອງເຂົ້າໄປໃສ່ເຄື່ອງບົດຊີ້ນແທ້ໆ.”

ຣັດເຊຍ, ບໍ່ສົນໃຈຕໍ່ການປະເມີນຜົນທາງດ້ານປະສິດທິພາບກ່ຽວກັບສົງຄາມຂອງພວກເຂົາຈາກພາຍນອກ, ໂດຍຢືນຢັນວ່າ ກອງກໍາລັງຂອງພວກເຂົາກໍາລັງຮວບຮວມຜົນປະໂຫຍດຂອງພວກເຂົາເຈົ້າ. ແຕ່ບັນດານັກວິເຄາະກ່າວວ່າ ມັນກໍາລັງຈະເປັນຄວາມຫຍຸ້ງຍາກສໍາລັບວັງເຄຣມລິນທີ່ຈະຄຸ້ມຄອງຊະຕາກໍາຂອງບັນດານັກໂທດເຫຼົ່ານັ້ນ ພາຍໃຕ້ການບັນຊາການຂອງກຸ່ມແວັກເນີ້.

ທ່ານບູຕູຊອບ ກ່າວວ່າ:

“ພວກເຂົາຮ້ອງບັນດານັກໂທດເຫຼົ່ານີ້ວ່າ ‘ກໍາລັງທົດ​ແທນ.’”

ທ່ານຢູຣີ ບູຕູ​ຊອບ (Yuri Butusov), ນັກຂ່າວສົງຄາມ ຊາວຢູເຄຣນບອກກັບ VOA ວ່າ ພຽງແຕ່ການສູ້ລົບຢູ່ໃນເມືອງໂຊເລດາ (Soledar) ໃນເດືອນແລ້ວເທົ່ານັ້ນ, ຣັດເຊຍ ສູນເສຍທະຫານຂອງພວກເຂົາຫຼາຍຮ້ອຍຄົນພາຍໃນມື້ດຽວ, ທະຫານເຫຼົ່ານັ້ນ ເກືອບທັງໝົດແມ່ນພວກນັກໂທດ.

ທ່ານຢູຣີ ບູຕູຊອບ, ນັກຂ່າວຊາວຢູເຄຣນ ກ່າວວ່າ:

“ເພື່ອເຂົ້າໂຈມຕີໂດຍມີເປົ້າໝາຍຍິງປືນໃສ່ປະຊາຊົນຊາວຢູເຄຣນ, ສັດຕູໄດ້ໃຊ້ການລົງໂທດທາງກອງພັນ. ມັນບໍ່ແມ່ນສິ່ງປະດິດອັນໃໝ່, ຢູ່ໃນຍຸກສະໄໝຂອງໂຊຫວຽດ ສະຕາລິນ ກໍມີພວກເຂົາຄືກັນ.”

ຢູ່ໃນສົງຄາມໂລກຄັ້ງທີສອງ ກອງພັນຕ່າງໆປະກອບດ້ວຍນັກໂທດ ກູລັກ (Gulag) ຂອງໂຊຫວຽດ, ແລະກໍໄດ້ປະຕິບັດງານທີ່ຫຍຸ້ງຍາກທີ່ສຸດ ຕາມໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້, ເຊັ່ນວ່າ ການແລ່ນຜ່າເຂົ້າໄປໃນກອງໄຟໂດຍບໍ່ມີອຸປະ ກອນປ້ອງກັນທີ່ແໜ້ນໜາອັນໃດເລີຍ.

ທ່ານບູຕູຊອບ ກ່າວວ່າ ໃນບາງກໍລະນີ, ບັນດານັກໂທດເຈັບໄຂ້ ຈະຖືກນໍາໃຊ້ເປັນເຄື່ອງມືຂອງຣັດເຊຍ ໂດຍການເຮັດພາລະກິດທີ່ຄ້າຍຄືກັນ ເຊັ່ນວ່າ ການເປັນເປົ້າປືນໃຫຍ່ຂອງຢູເຄຣນ.

ທ່ານຢູຣີ ບູຕູຊອບ ກ່າວວ່າ:

“ເມື່ອພວກເຂົາເຈົ້າຖືກຍິງ, ຜູ້ບັນຊາການຂອງຣັດເຊຍ ຈະກວດສອບຕໍາແໜ່ງຂອງສັດຕູໄດ້.”

ທ່ານນາງໂອລກາ ໂຣມາໂນວາ (Olga Romanova), ຜູ້ບໍລິຫານໃຫຍ່ຂອງກຸ່ມປົກປ້ອງສິດທິມະນຸດ Russia Behind Bars ບອກກັບ VOA ວ່າ ພວກນັກໂທດດັ່ງກ່າວເຫຼົ່ານັ້ນ ໄດ້ຕົກລົງເຊັນສັນຍາ ກັບກຸ່ມແວັກເນີ້ເປັນເວລາ 6 ເດືອນ, ດ້ວຍການຈ່າຍເງິນໃຫ້ປະມານ 3,000 ໂດລາຕໍ່ເດືອນ. ແຕ່ເງິນ ບໍ່ແມ່ນແຮງຈູງໃຈຂອງພວກເຂົາເຈົ້າແຕ່ຢ່າງໃດ.

ທ່ານນາງໂອລກາ ໂຣມາໂນວາ, ນັກເຄື່ອນໄຫວເພື່ອປົກປ້ອງສິດທິຂອງນັກ ໂທດຊາວຣັດເຊຍ ກ່າວວ່າ:

“ສິ່ງທີ່ເປັນແຮງຜັກດັນອັນສໍາຄັນຂອງພວກເຂົາເຈົ້າ ແນ່ນອນ ມັນແມ່ນຄວາມເປັນອິດສະຫຼະພາບ.”

ທ່ານນາງໂຣມາໂນວາ ກ່າວວ່າ ຈົນເຖິງເວລານີ້, ໃນຈໍານວນນັກໂທດຫຼາຍສິບພັນຄົນ ທີ່ໄດ້ຮັບການຄັດເລືອກມາໂດຍ ອິບເກນນີ ພຣີໂກຊິນ (Evgeny Prigozhin) ເຊິ່ງເປັນຫົວໜ້າກຸ່ມແວັກເນີ້ ແລະເປັນຜູ້ທີ່ໄວ້ວາງໃຈຂອງປະທາ ນາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ, ມີພຽງ 106 ຄົນເທົ່ານັ້ນ ທີ່ໄດ້ຮັບການປ່ອຍໂຕ ແລະອະນຸຍາດໃຫ້ກັບຄືນເມືອເຮືອນຂອງພວກເຂົາ, ເຊິ່ງທ່ານໄດ້ກ່າວວ່າ:

“ໃນທ້າຍປີແລ້ວນີ້, ຈໍານວນຜູ້ທີ່ຕ້ອງການຈະໄປປະຕິບັດໜ້າທີ່ໃຫ້ກຸ່ມແວັກເນີ້ ແມ່ນໄດ້ຫຼຸດໜ້ອຍລົງຫຼາຍ. ອັນທໍາອິດ ແມ່ນການສັງ​ຫານ​ ແບບ​ຮວບ​ຮັດ​ຕັດ​ຕອນ, ບໍ່ປະ​ຕິ​ບັດຕາມຄໍາໝັ້ນສັນຍາທີ່ໄດ້ໃຫ້, ແລະແນ່ນອນທີ່ສຸດ ການບາດ ເຈັບ ແລະເສຍຊີວິດທີ່ເພີ້ມສູງຂຶ້ນ.”

ຢ່າງໃດກໍຕາມ, ທັງໝົດເຫຼົ່ານັ້ນ ເບິ່ງຄືວ່າມັນບໍ່ໄດ້ມີອຸປະສັກໃດໆເລີຍຕໍ່ແຜນ ການຂອງວັງເຄຣມລິນ ທີ່ຈະນໍາໃຊ້ບັນດານັກໂທດເຫຼົ່ານັ້ນ ເຂົ້າໃນເປົ້າໝາຍທາງດ້ານພູມສາດການເມືອງ, ເຊິ່ງ ທ່ານນາງໂອລກາ ໂຣມາໂນວາ ກ່າວວ່າ:

“ພຣີໂກຊິນ ຈະບີບເອົານັກໂທດປະມານ 20,000 ຫາ 30,000 ຄົນອອກມາຈາກຄຸກເພີ້ມຂຶ້ນ, ຈາກນັ້ນ ບັນດາເຈົ້າໜ້າທີ່ ກໍຈະເລີ້ມຕົ້ນດໍາເນີນງານ ເພື່ອລະດົມພົນຢ່າງເປັນທາງການ.”

ໃນເດືອນພະຈິກທີ່ຜ່ານມາ, ປູຕິນ ໄດ້ເຊັນລົງນາມຢູ່ໃນຮ່າງກົດໝາຍ ວ່າດ້ວຍການອະນຸຍາດໃຫ້ມີການຮວບຮວມພົນຂອງບຸກຄົນທີ່ດີເລີດ ຫຼືບຸກຄົນທີ່ຍັງບໍ່ໄດ້ຮັບການຕັດສິນວ່າມີຄວາມຜິດ, ລວມເຂົ້າກັນ ເພື່ອສ້າງກອງທະຫານອາສາສະໝັກທີ່ມີປະສິດທິພາບຢູ່ໃນສົງຄາມ.

For the past few months, human rights activists have been sounding alarms about the Russian private military company Wagner Group using convicts to fight war in Ukraine. Now, the White House confirms “extraordinarily high” casualties among some 40,000 convicts fighting for the mercenary group in Donbas. Igor Tsikhanenka has more.]]

As Russia has struggled to hold territory in Ukraine, the White House says the Kremlin is increasingly relying on the Wagner group to recruit thousands of prisoners for the war’s frontlines.

John Kirby, US National Security Council Spokesperson

“The casualty rates for the convicts are extraordinarily high. As a matter of fact, what we think is that 90% of their casualties are convicts.”

Moscow disputes foreign tallies of war dead, but it’s clear Russia’s convicts are dying at high rates. Ukrainian officials estimate that some 77% of the 38-thousand Russian prisoners brought to fight in Ukraine have been killed, wounded or captured or have gone missing.

John Kirby, US National Security Council Spokesperson

“They are just throwing them into this meat-grinder.”

Russia dismisses most outside assessments of its war performance, insisting its troops are consolidating their gains. But experts say it is becoming difficult for the Kremlin to cover up the grim fate of convicts under Wagner commanders.

BUTUSOV SOT

“They are calling these prisoners “refillers.”

Yuri Butusov, a Ukrainian war correspondent, told VOA that in just the battle for the town of Soledar last month, Russians were losing several hundred soldiers a day. Almost all of them were convicts.

Yuri Butusov, Ukranian Journalist, Russian

"In order to attack the Ukrainian firing points, the enemy is using penal battalions. It's not a new invention. In Soviet times, Stalin also had them."

Those World War Two battalions consisted of Soviet Gulag prisoners and were tasked with the most difficult assignments – like breaking through intense fire without any heavy equipment support.

Butusov says in some cases, Russia’s ill-equipped prisoners are used for similar missions, such as drawing Ukrainian artillery fire.

Yuri Butusov, Ukranian Journalist, Russian

“When they are fired upon, the Russian commanders detect the artillery positions of the enemy.”

Olga Romanova, executive director of the civil rights group Russia Behind Bars, told VOA that prisoners who agree to sign 6-months contracts with Wagner are paid about $3,000 a month. But it’s not the money that motivates them.

Olga Romanova, Russian Prisoners' Rights Activist, Russian

“Their main motive is, of course, to become free.”

So far, out of tens of thousands of prisoners recruited by Evgeny Prigozhin, Wagner’s leader and confidant of Russian President Vladimir Putin, only 106 were freed and allowed to go home, Romanova says.

Olga Romanova, Russian Prisoners' Rights Activist, Russian

“By the end of last year, the desire to go serve in Wagner diminished significantly among convicts — first of all, because of extrajudicial executions, unfulfilled promises and, of course, high, very high casualties.”

All of that, however, is unlikely to disrupt the Kremlin’s plans to use prisoners in its geopolitical objectives, Romanova says.

Olga Romanova, Russian Prisoners' Rights Activist, Russian

“Prigozhin will squeeze out 20 to 30 thousand people more out of jails, and then the authorities will start formal mobilization."

In November, Putin signed into law a bill allowing mobilization of individuals with outstanding or unexpunged convictions, creating an even greater pool of potential war recruits.

XS
SM
MD
LG