ກ່ອນນາງນິພາພອນ ຊະນະວົງໄຊ ລໍຣາ ໂຣເບີດ ປະສົບຜົນສຳເລັດ ໃນການເຮັດທຸລະກິດຂອງຕົນນັ້ນ ນິພາພອນໄດ້ຜ່ານກັບອຸບປະສັກຫລາຍໆຢ່າງນັບຕັ້ງແຕ່ໄດ້ເກີດມາຢູ່ໃນສູນອົບພະຍົບ ອຸບົນປະເທດໄທໃນປີ 1977. ຄອບຄົວໄດ້ພາເຂົ້າມາຕັ້ງຊີວິດໃໝ່ ຢູ່ໃນສະຫະລັດ ໃນປີ 1980. ນິພາພອນ ເລີ້ມເຂົ້າໂຮງຮຽນຫລວງ ທີ່ມີພວກເດັກນ້ອຍນັກຮຽນຄົນຂາວດູໝິ່ນວ່າເປັນຄົນເອເຊຍ. ເວລາ ນິພາພອນ ອາຍຸ 15 ປີ ນາງໄດ້ແລ່ນໜີຈາກຄອບຄົວ ຍ້ອນບັນຫາພາຍໃນ. ຫລາຍປີຕໍ່ມາ ນິພາພອນ ໄດ້ສ້າງຄອບຄົວ ແຕ່ບໍ່ປະສົບຜົນສຳເລັດ. ອຸບປະສັກເຫລົ່ານີ້ບໍ່ໄດ້ເຮັດໃຫ້ນິພາພອນທໍ້ຖອຍຕໍ່ການສຶກສາ ຈົນສຳລັດປະລິຍາຕີ ຝ່າຍບໍລິຫານທຸລະກິດ (Business Adminstration) ໃນປີ 2015 ຈາກມະຫາວິທະຍາໄລຄໍເນີສະໂຕນ (Cornerstone University) ໃນລັດມີຊິແກນ ແລະໄດ້ເລີ້ມເຮັດວຽກມີປະສົບການຈາກຫລາຍບໍລິສັດເອກກະຊົນ.
ໃນປີ 2020 ນິພາພອນ ໄດ້ຕັດສິນໃຈເປີດທຸລະກິດເປັນຂອງຕົນເອງເມື່ອສອງປີກ່ອນມີຊື່ວ່າ “Beautiful Potential” ຫລືໂອກາດທີ່ຈະສຳເລັດ ຊຶ່ງເປັນບ່ອນສິດສອນ ເຝິກອົບໂຮມວຽກງານທຸລະກິດ ຖ່າຍຮູບ ອອກແບບໂຄສະນາທຸລະກິດ ແລະເສີມສວຍເຫລົ່ານີ້ເປັນຕົ້ນ. ໂຊກບໍ່ດີ ເວລານັ້ນພະຍາດໂຄວິດ-19 ໄດ້ເລີ້ມລະບາດຢູ່ທົ່ວໂລກ ແລະບັດນິ້ຕ້ອງໄດ້ບໍລິຫານທຸລະກິດ ຜ່ານທາງຄອມພິວເຕີຢູ່ບ້ານຊຶ່ງ ນິພາພອນ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
ນິພາພອນ ກ່າວວ່າ ຕ້ອງໄດ້ປິດທຸລະກິດ ຕ້ອງໄດ້ຈ່າຍຄ່າເຊົ່າສະຖານທີ່ເດືອນນຶ່ງ 2000.00 ໂດລາ ເປັນເວລາສອງປີ. ໃນຊ່ວງໄລຍະນີ້ ນິພາພອນໄດ້ແກ້ໄຂບັນຫາ ໂດຍ ດຳເນີນວຽກງານທາງອອນລາຍຢູ່ບ້ານ ເພື່ອບໍລິການພວກລູກຄ້າ. ນິພາພອນ ໄດ້ອະທິບາຍວ່າ ສະຖານທີ່ເຮັດວຽກ ແມ່ນຫ້ອງການທຸລະກິດທີ່ໃຫ້ຄຳປຶກສາ ຮຽນຮູ້ກ່ຽວກັບການໂຄສະນາການຄ້າ ການອອກແບບ ອັນເປັນທຸລະກິດທີ່ບໍ່ເໝືອນກັບຄົນອື່ນໆ ມີຄວາມຈັບໃຈ ແລະດຶງດູດພວກລູກຄ້າ ດັ່ງທີ່ນິພາພອນກ່າວວ່າ:
ພາຍໃຕ້ບັນຍາກາດທີ່ຖືກກັກຂັງ ບໍ່ສາມາດເປີດຮ້ານໄປມາຫາສູ່ກັນໄດ້ລະຫວ່າງການລະບາດໂຄວິດ-19 ເວລານີ້ນິພາພອນຕ້ອງໄດ້ດິ້ນລົນ ແລະຮຽນຮູ້ຊ່ວຍຕົນເອງໃຫ້ຫລາຍເທົ່າທີ່ຈະຫລາຍໄດ້. ໂຊກດີ ທີີ່ມີສາມີເປັນນັກອອກແບບແວັບໄຊ ຊ່ວຍ ແລະແນະນຳຕະຫລອດມາ ຊຶ່ງ ນິພາພອນ ໄດ້ກ່າວຕໍ່ໄປວ່າ:
ນັບແຕ່ໄດ້ເປີດທຸລະກິດຄືນໃໝ່ໃນທ້າຍປີ 2022 ນິພາພອນ ກຳລັງຮັບພວກລູກຄ້າເພີ້ມຂຶ້ນ ແລະຕ້ອງໄດ້ຂະ ຫຍາຍກິດຈະການອອກໄປ. ຊື່ສຽງນິພາພອນ ຈາກການເປັນອົບພະຍົບ ມີຄວາມດຸໝັ່ນ ທີ່ນຳມາແຫ່ງຜົນສຳເລັດ ເປັນທີ່ຮູ້ກັນດີໃນສັງຄົມທ້ອງຖິ່ນ ແລະໄດ້ສ້າງຄວາມສົນໃຈໃຫ້ແກ່ບັນດາສື່ມວນຊົນ ດັ່ງທີ່ ນິພາພອນ ໄດ້ກ່າວສູ່ຟັງວ່າ:
ເຖິງແມ່ນ ນິພາພອນ ປະສົບຜົນສຳເລັດ ມີທຸລະກິດເປັນຂອງຕົນເອງ ແຕ່ນິພາພອນບໍ່ຫລົງລືມພື້ນຖານຄວາມເປັນມາຂອງຕົນເອງ. ນິພາພອນ ກ່າວມ້ວນທ້າຍ ວ່າ ບັດນີ້ຕ້ອງໄດ້ຕອບສະໜອງແກ່ສັງຄົມທີ່ໄດ້ເປັນຜູ້ໃຫ້ກຳລັງໃຈ ແລະສະໜັບສະໜູນສູ່ ວີໂອເອ ຟັງດັ່ງນີ້:
ນັ້ນແມ່ນຄວາມເປັນມາຂອງ ນິພາພອນ ຊະນະວົງໄຊ ລໍຣາ ໂຣເບີດ ນັກທຸລະກິດ ອາເມຣິກັນເຊື້ອສາຍລາວ ທີ່ບໍ່ຍອມໃຫ້ອຸບປະສັກຕ່າງໆເປັນສິ່ງຂັດຂວງຕໍ່ການດຳລົງຊີວິດ.