ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງ​ການ​ລາວ​ຄາດ​ວ່າ ຈະ​ມີ​ລາຍ​ໄດ້​ເຖິງ 3,978 ລ້ານ​ໂດ​ລາ​​ຈາກ​ການ​ສົ່ງ​ອອກ​ໄຟ​ຟ້າ ແລະ​ແຮ່​ທາດ​​


ພະນັກງານຄົນນຶ່ງຂອງທະນາຄານ Vietinbank ນັບເງິນດອລລາ ຢູ່ບ່ອນແລກປ່ຽນເງິນ ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫລວງຮາໂນ່ຍ ບ່ອນຈັດກອງປະຊຸມປະຈໍາປີ ທີ 44 ຂອງທະນາຄານພັດທະນາເອເຊຍ ຫລື Asian Development Bank (ADB), ເມື່ອວັນທີ 5 ພຶດສະພາ 2011.
ພະນັກງານຄົນນຶ່ງຂອງທະນາຄານ Vietinbank ນັບເງິນດອລລາ ຢູ່ບ່ອນແລກປ່ຽນເງິນ ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫລວງຮາໂນ່ຍ ບ່ອນຈັດກອງປະຊຸມປະຈໍາປີ ທີ 44 ຂອງທະນາຄານພັດທະນາເອເຊຍ ຫລື Asian Development Bank (ADB), ເມື່ອວັນທີ 5 ພຶດສະພາ 2011.

ທາງ​ການ​ລາວ​ຄາດ​ຫວັງ​ວ່າ ຈະ​ມີ​ລາຍ​ໄດ້​ເຖິງ 3,978 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ຈາກ​ການ​ສົ່ງ​ອອກ​ໄຟ​ຟ້າ ແລະ​ແຮ່​ທາດ​ໃນ​ປີ 2023 ໂດ​ຍ​ສະ​ເພາະ​ການ​ສົ່ງ​ອອກ​ໄຟ​ຟ້າ​ນັ້ນ ​ຈະ​ເພີ້ມ​ຂຶ້ນ​ຫ​ລາຍກວ່າ 15 ເປີ​ເຊັນ ​ທຽບ​ໃສ່​ປີ 2022 ທີ່​ຜ່ານ​ມາ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ຄຳ​ເຈນ ວົງ​ໂພ​ສີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການແລະ​ການລົງ​ທຶນຖະ​ແຫຼງ ວ່າ ລັດ​ຖະ​ບານ​ລາວ​ໄດ້​ຕັ້ງ​ເປົ້າ​ ໝາຍ​ການ​ຜະ​ລິດ ​ໃນ​ພາກ​ອຸດ​ສາ​ຫະ​ກຳ​ໄວ້​ໃນ​ມູນ​ຄ່າ​ລວມ​ເກີນກວ່າ 14,000 ຕື້​ກີບ​ໃນ​ປີ 2023 ນີ້​ຊຶ່ງ​ເພີ້ມ​ຂຶ້ນ ​ເກີນກວ່າ 7 ເປີ​ເຊັນ ທຽບ​ໃສ່​ປີ 2022 ທີ່​ຜ່ານ​ມາ ໂດຍ​ໃນ​ນີ້​ກໍ​ໄດ້​ວາງ​ຄາດ​ໝາຍ​ການ​ສົ່ງ​ອອກ​ແຮ່ທາດໃຫ້​ໄດ້​ເຖິງ 1,525 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ໃຫ້​ໄດ້​ເຖິງ 2,453 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ກໍ​ມີ ຄວາມໄປ​ໄດ້​ສູງ ເພາະ​ວ່າ​ແຫລ່ງ​ຜະ​ລິດ​ໄຟ​ຟ້າ​ໃນ​ລາວ ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ໄດ້​ເຖິງ 51,143 ລ້ານ Kw/h ໂດຍ​ ໃນ​ນີ້​ ຈະ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ບໍ່​ເກີນ 20 ເປີ​ເຊັນ ສ່ວນ 80 ເປີ​ເຊັນ​ນັ້ນ ​ກໍ​ຄື​ໄຟ​ຟ້າ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ອັນ​ຈະ​ເຮັດ​ໃຫ້​ລາວ​ ມີ​ລາຍ​ໄດ້​ເພີ້ມ​ຂຶ້ນ​ເກີນກວ່າ 15 ເປິ​ເຊັນ ທຽບ​ໃສ່​ປີ 2022 ດັ່ງ​ທີ່ທ່ານ​ຄຳ​ເຈນ ຢືນຢັນ​ວ່າ:

ສ້າງ​ມູນ​ຄ່າ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ແລະ​ຫັດ​ຖະ​ກຳ​ໃຫ້​ໄດ້ 14,029.09 ຕື້​ກີບ ເພີ້ມ​ຂຶ້ນ 7.86 ເປີ​ເຊັນ ຜະ​ລິດ​ກະ​ແສ​ໄຟ​ຟ້າ​ໃຫ້​ໄດ້ 51,134 ​ລ້ານ​ກິ​ໂລ​ວັດ​ໂມງ ເປັນ​ມູນ​ຄ່າ 41,321 ຕື້​ກີບ ເພີ້ມ​ຂຶ້ນ 15.77 ເປີ​ເຊັນ ໃນ​ນັ້ນ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ 40,446 ລ້ານ​ກິ​ໂລ​ວັດ​ໂມງ ເປັນ​ມູນ​ຄ່າ 2,453 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພີ້ມ​ຂຶ້ນ 15,88 ທຽບ​ໃສ່​ປີ​ທີ່​ຜ່ານ​ມາ.”

​ແຕ່​ວ່າ​ຢ່າງ​ໃດ​ກໍ​ຕາມ ປະ​ເດັນ​ທີ່​ເປັນ​ບັນ​ຫາ​ໃຫຍ່ໃນ​ລາວໃນ​ໄລ​ຍະ​ທີ່​ຜ່ານ​ມາ​ເຖິງ​ປັດ​ຈຸ​ບັນ​ ກໍ​ຄື​ລາຍ​ຮັບ​ເງິນ​ຕາ​ຕ່າງ​ ປະ​ເທດ​ທີ່​ໄດ້​ຈາກ​ການ​ສົ່ງ​ອອກ​ໄຟ​ຟ້າ​ນັ້ນ​ສ່ວນ​ຫລາຍກັບ​ບໍ່​ໄດ້ໂອນ​ເຂົ້າ​ມາ​ໃນລາວແຕ່​ຢ່າງ​ໃດ ຈຶ່ງ​ເຮັດ​ໃຫ້​ເກີດ ​ການ​ສົງ​ໄສ​ໃນ​ວົງ​ກວ້າງວ່າ ​ເປັນ​ຍ້ອນ​ສາ​ເຫດ​ໃດ ທີ່​ເງິນ​ຕາ​ຕ່າງ​ປະ​ເທດ​ດັ່ງ​ກ່າວ ຈຶ່ງບໍ່​ໄດ້​ໂອນ​ເຂົ້າ​ສູ່​ລະ​ບົບ​ທະ​ນາ​ ຄານ​ໃນ​ລາວ ຊຶ່ງຖື​ເປັນ​ສາ​ເຫດ​ສຳ​ຄັນ ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ເງິນ​ຕາ​ຕ່າງ​ປະ​ເທດ​ຢ່າງ ​ໜັກ​ໜ່ວງ​ໃນ​ປັດ​ຈຸ​ບັນ ດັ່ງ​ທີ່​ທ່ານ​ນາງວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ຈາກ​ເຂດ​ນະ​ຄອນຫລວງ ວຽງ​ຈັນ ໄດ້​ຕັ້ງ​ຂໍ້​ສົງ​ໄສ​ ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ​ວ່າ:

“​ບັ​ນ​ດາ​ໂຄງ​ການ​ໃຫຍ່ໆ​ນະ​ສົ່ງ​ໄຟ​ຟ້າ ເໝືອງ​ຕ່າງໆ ລ້ວນ​ແລ້ວ​ແຕ່​ໄດ້​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ເຂົ້າ​ມາ ແລ້ວ​ມັນ​ໄປ​ໃສ? ​ມີ​ແຕ່ບອກວ່າ​ບໍ່​ເຂົ້າ​ລະ​ບົບ ແລະ​ກໍ​ຮູ້​ຢູ່​ມັນ​ບໍ່​ເຂົ້າ​ລະ​ບົບ ມັນ​ຜິດ​ກົດ​ໝາຍ​ການ​ຄຸ້ມ​ຄອງ​ເງິນ​ຕາ ແຕ່ເຮົາກະ​ເອົາ​ ໄປ​ເຮັດ​ຫຍັງ ອັນ​ນີ້​ກໍ​ເປັນ​ໂຕ​ນຶ່ງ​ທີ່​ວ່າ​ຢາກ​ຖາມ​ຄືນ​ວ່າ​ ເຮົາ​ຊິ​ແກ້​ໄຂ​ແນວ​ໃດ​ມາດ​ຕະ​ການ​ໂຕ​ນີ້ ຊິ​ຈິງ​ຈັງ​ແນວ​ໃດ? ​ ຖ້າ​ພວກ​ເຮົາ​ຈິງ​ຈັງ​ແກ້​ໄຂ​ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ພວກ​ເຮົາ​ບໍ່​ຕົກ​ຢູ່​ໃນ​ສະ​ພາບ​ຄື​ທຸກ​ມື້​ນີ້ ສະ​ນັ້ນ​ລະ​ບົບ​ຄວາມ​ຜິດ​ພາດ​ ຫລະ​ຫລວມ​ທີ່​ຜ່ານ​ມາ​ນີ້ ​ຄັນ​ເຮົາ​ບໍ່​ຈິງ​ໃ​ຈແກ້​ແທ້ໆ​ນີ້ ມາດ​ຕະ​ການ​ໃດ​ກໍ​ແກ້​ໄປ​ບໍ່​ໄດ້.”

ສ່ວນ Mr. Victor Nian ປະ​ທານ​ກຳ​ມະ​ການ​ບໍ​ລິ​ຫານ​ສູນ​ຍຸດ​ທະ​ສາດ ໃນ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ ແລະ​ຊັບ​ພະ​ຍາ​ ກອນ​ໃນ​ເອ​ເຊຍ ໄດ້​ໃຫ້​ທັດ​ສະ​ນະ​ວ່າ ລັດ​ຖະ​ບາ​ນ​ລາວ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ພັດ​ທະ​ນາ​ລາວ ໃຫ້​ກ້າວ ​ໄປ​ສູ່​ສະຖາ​ນະຂອງ​ການ​ເປັນ​ປະ​ເທດ ຜູ້​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ລ​າຍ​ໃຫຍ່ ຫລື​ເປັນ​ໝໍ້ໄຟ​ຂອງ​ອາຊຽນ​ໄດ້​ຢ່າງ​ ແທ້​ຈິງ​ດ້ວຍ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ຈາກ​ຈີນ​ເປັນ​ຫລັກ ໂດຍ​ສະ​ເພາະ​ກໍ​ແມ່ນ​ເທັກ​ໂນ​ໂລ​ຈີ​ພະ​ລັງ​ ງ​າ​ນ​ໝູນ​ວຽນ​ທີ່​ເປັນ​ມິດ ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ນັ້ນ ຖືເປັນ​ເທັກ​ໂນ​ໂລ​ຈີ ທີ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ມີ ​ຄວາມ​ຊ່ຽວ​ຊານ​ເປັນ​ຢ່າງ​ດີ ຈຶ່ງ​ສາ​ມາດ​ຈະ​ຕອບ​ສະ​ໜອງ​ໃຫ້​ແກ່ພາກການ​ພັດ​ທະ​ນາພະ​ລັງ​ງານໃນ​ລາວ​ໄດ້​ຢ່າງ ​ຄົບ​ວົງ​ຈອນ ໂດຍ​ລວ​ມ​ເຖິງ​ການ​ລົງ​ທຶນ​ພັດ​ທະ​ນາ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ເພື່ອ​ເຊື່ອມ​ຕໍ່​ລາ​ວ​ກັບ​ຈີນ ແລະ​ບັນ​ ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນດ້ວຍກັນ.​

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (EDL) ຢືນ​ຢັນ​ວ່າ ການ​ພັດ​ທະ​ນາ​ລາວ​ໃຫ້​ເປັນໝໍ້​ໄຟ​ຂອງ​ອາ​ຊຽນ ຈະ​ເກີດ​ຂຶ້ນ​ບໍ່​ໄດ້​ເລີຍ​ຖ້າ​ຫາກວ່າ​ບໍ່​ມີ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ທັນ​ສະ​ໄໝ​ ເຊື່ອມ​ຕໍ່​ລາວ​ກັບ​ປະ​ເທດ​ໃນ​ອາ​ຊຽນ ສະ​ນັ້ນ​ຈຶ່ງ​ໄດ້​ຈັດ​ຕັ້ງ​ບໍ​ລິ​ສັດ​ສາຍ​ສົ່ງ​ໄຟ​ຟ້າ​ແຫ່ງ​ຊ​າດ (EDL) ທີ່​ເປັນ​ການ​ຮ່ວມ​ທຶນ​ລະ​ຫວ່າງ EDL ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ກັບ​ບໍ​ລິ​ສັດ​ຕາ​ຄ່າຍ​ໄຟ​ຟ້າ​ພາກ​ໃຕ້​ຂອງ​ຈີນ (CSG) ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ​ ເພື່ອທີ່ຈະ​ພັດ​ທະ ​ນາ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ທັນ​ສະ​ໄໝ​ດ້ວຍ​ເງິນ​ລົງ​ທຶນ ແລະ​ເທັກ​ນິກ​ຈາກ​ຈີນ ໂດຍ​ເລີ້ມ​ຈາກ​ການ​ລົງ​ທຶນ 2,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ວາງ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງຂະ​ໜ​າດ 500 KV ເຊື່ອມ​ຕໍ່​ລາວ​ກັບ​ແຂວງ ​ຢູ​ນານ​ຂອງ​ຈີນແລະ ​ເຊື່ອມ​ຕໍ່​ເພື່ອ​ສົ່ງ​ໄຟ​ຟ້າ 1,700 MW ໃຫ້​ກຳ​ປູ​ເຈຍ 5,000 MW ໃຫ້​ຫວຽດ​ນາມ ແລະ 10,500 MW ໃຫ້​ໄທ ພາຍ​ໃນ​ປີ 2030 ນັ້ນລ້ວນ​ແລ້ວ​ແຕ່​ເປັນ​ຄວາມ​ຮັບ​ຜິດ​ຊອ​ບ​ຂອງ​ຝ່າຍ​ຈີນ​ທີ່​ຖື​ຫຸ້ນ 90 ເປີ​ເຊັນ ໃນ​ບໍ​ລິ ​ສັດ​ສາຍ​ສົ່ງ​ໄຟ​ຟ້າ EDL-T ທີ່ມີ​ອາຍຸ​ສຳປະ​ທານ 40 ​ປີ ແລະ​ຄ່າ​ສຳ​ປະ​ທານ 625 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ.

XS
SM
MD
LG