ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ການກໍ່ສ້າງເຂື່ອນໃສ່​ລຳແມ່ນໍ້າຂອງ ຈະເຮັດໃຫ້ເຂດຕອນລຸ່ມ ສູນເສຍຄວາມສົມບູນຂອງດິນຕົມ


ພາບຂອງເຂື່ອນໄຊຍະບູລີ, ແຂວງໄຊຍະບູລີ, ສປປ ລາວ.
ພາບຂອງເຂື່ອນໄຊຍະບູລີ, ແຂວງໄຊຍະບູລີ, ສປປ ລາວ.

ຜູ້ຊ່ຽງຊານດ້ານສິ່ງແວດລ້ອມທໍາມະຊາດເຕືອນວ່າ ການກໍ່ສ້າງເຂື່ອນເທິງແລວແມ່ນໍ້າຂອງຕາມແຜນການທຸກໂຄງການ ຈະເຮັດໃຫ້ເຂດຕອນລຸ່ມ ສູນເສຍຄວາມສົມບູນຂອງດິນຕົມ​ຫຼື​ດິນ​ຝຸ່ນ ຮອດ 90 ເປີເຊັນ.​ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ສາດສະດາຈານຟີລິບ ເຮີສ (Philip Hirsch) ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ, ມະຫາວິທະຍາໄລຊິດນີ (Sydney) ຂອງອອສເຕຣເລຍ ເຊິ່ງໄດ້ສິກສາວິໄຈກ່ຽວກັບຜົນກະທົບຈາກໂຄງການພັດທະນາຕ່າງໆໃນເຂດລຸ່ມແມ່ນໍ້າຂອງນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໄດ້ໃຫ້ການຢືນຢັນວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງຖືເປັນໂຄງການພັດທະນາ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດລຸ່ມແມ່ນໍ້າຂອງຢ່າງກວ້າງຂວາງທີ່ສຸດ ເພາະວ່າເຂື່ອນບໍ່ພຽງແຕ່ຈະກົກເກັບນໍ້າໄວ້ຢ່າງຫຼວງຫຼາຍ ແລະເຮັດໃຫ້ລະດັບນໍ້າປັບຂຶ້ນ-ລົງບໍ່ເປັນປົກກະຕິເທົ່ານັ້ນ ຫາກແຕ່ວ່າເຂື່ອນຍັງຂວາງກັ້ນການໄຫຼຂອງດິນຕົມທີ່ເປັນອາຫານຂອງສັດນໍ້າ ແລະປຸຍຂອງພືດຕ່າງໆທີ່ເປັນສະບຽງອາຫານຂອງປະຊາຊົນຫຼາຍກວ່າ 60 ລ້ານຄົນໃນລຸ່ມແມ່ນໍ້າຂອງອີກດ້ວຍ, ເພາະສະນັ້ນ ຖ້າຫາກວ່າມີການກໍ່ສ້າງເຂື່ອນໄດ້ຢ່າງຄົບຖ້ວນຕາມແຜນການທີ່ວາງໄວ້ ທັງໃນ ຈີນ ລາວ ໄທ ກໍາປູເຈຍ ແລະມຽນມານັ້ນ ຍ່ອມຈະເຮັດໃຫ້ດິນຕົມບໍ່ສາມາດທີ່ຈະໄຫຼລົງໄປເຂດຕອນລຸ່ມແມ່ນໍ້າຂອງຢ່າງເປັນປົກກະຕິ ໂດຍປະມານການວ່າ ດິນຕົມຈະມີການສູນເສຍໄປຮອດ 90 ເປີເຊັນໃນຊ່ວງປີ 2030 ຫາປີ 2040, ດັ່ງທີ່ສາດສະດາຈານ ຟີລິບ ເຮີສ ໄດ້ໃຫ້ການເນັ້ນຢໍ້າວ່າ:

“ຜົນກະທົບອັນມະຫາສານຂອງເຂື່ອນອີກອັນນຶ່ງຄື ພວກມັນສະສົມຂີ້ຕົມ ຈາກອ່າງເກັບນໍ້າ ເຊິ່ງເປັນສະພາບແວດລ້ອມຂອງນໍ້າທີ່ບໍ່ແມ່ນນໍ້າໄຫຼ, ແມ່ນໍ້າທີ່ໄຫຼຕາມທໍາມະຊາດ ຄືສະພາບແວດລ້ອມທີ່ເປັນນໍ້າໄຫຼ ແລະຂີ້ຕົມ ຢູ່ໃນສະພາບແວດລ້ອມທີ່ນໍ້າບໍ່ໄຫຼ ຈະສະສົມຂີ້ຕົມຂຶ້ນມາ, ເຊິ່ງໄດ້ຄາດການໄວ້ປະມານປີ 2030 ຫາ 2040. ຖ້າແຜນການພັດທະນາໄຟຟ້າພະລັງນໍ້າໃນແມ່ນໍ່າຂອງດໍາເນີນຕໍ່ໄປ ຂີ້ຕົມຫຼາຍກວ່າ 90 ເປີເຊັນທີ່ປົກກິຕິແລ້ວຈະໄຫຼໄປເຖິງປາກແມ່ນໍ້າຂອງ ຈະບໍ່ໄຫຼໄປເຖິງປາກແມ່ນໍ້າຂອງໄດ້ອີກຕໍ່ໄປ.”

ສ່ວນທ້າວແສງອາທິດ ຜູ້ມີອາຊີບຫາປາພື້ນບ້ານໃນແມ່ນໍ້າຂອງ ຢູ່ເຂດຕອນລຸ່ມຂອງເຂື່ອນໄຊຍະບູລີ ໃນແຂວງໄຊຍະບູລີເປີດເຜີຍວ່າ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈັບປາໄດ້ໜ້ອຍລົງນັບມື້ ແລະໃນທາງອາທິດ ຈັນປາບໍ່ໄດ້ເລີຍກໍມີ ເພາະວ່າລະດັບນໍ້າຂອງໄດ້ມີການປັບຂຶ້ນ-ລົງຢ່າງບໍ່ປົກກະຕິ ທີ່ເກີດຈາກການປ່ອຍ ຫຼືວ່າບໍ່ປ່ອຍນໍ້າຈາກເຂື່ອນໄຊຍະບູລີເປັນສໍາຄັນ ແລະໄດ້ສົ່ງຜົນກະທົບໂດຍກົງຕໍ່ປາ ແລະສັດນໍ້າຕ່າງໆຢູ່ເຂດຕອນລຸ່ມຂອງເຂື່ອນນັ້ນເອງ.

ພ້ອມກັນນີ້, ໂດຍຄະນະຊ່ຽວຊານຈາກສູນວິທະຍາສາດການປັບໂຕ ຕໍ່ສະພາບອາກາດທີ່ປ່ຽນແປງ ສໍານັກງານສໍາຫຼວດດ້ານທໍລະນີວິທະຍາແຫ່ງສະຫະລັດອາເມຣິກາ ແລະຄະນະຜູ້ແທນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໄດ້ຮ່ວມກັນເກັບຂໍ້ມູນພາກສະໜາມ ເພື່ອສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນເທິງແລວແມ່ນໍ້າຂອງໃນລາວ ເມື່ອວັນທີ 27 ກັນຍາ ຫາ ວັນທີ 26 ຕຸລາ ປີ 2022 ຜ່ານມາ, ໂດຍເປັນການເກັບຂໍ້ມູນສະພາບໂຕຈິງຢູ່ບັນດາບ້ານທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ໃນເຂດອໍາເພີສັງຄົມ ຈັງຫວັດໜອງຄາຍ, ເຊິ່ງໄດ້ຮັບຜົນກະທົບຈາກສະພາບແວດລ້ອມ ທີ່ປ່ຽນແປງໄປຢ່າງສົມບູນນັບຕັ້ງແຕ່ເຂື່ອນໄຊຍະບູລີໄດ້ເລີ້ມການຜະລິດໄຟຟ້າໃນທ້າຍປີ 2019 ເປັນຕົ້ນມາ, ດັ່ງທີ່ນາງອ້ອມບຸນ ທິບສຸນາ ແກນນໍາເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໄດ້ໃຫ້ການຢືນຢັນວ່າ:

“ມື້ທີ່ເຂົາເຈົ້າທົດລອງປັ່ນໄຟ ເພື່ອຜະລິດກະແສໄຟຟ້າສ່ົງໄທນັ້ນ ນໍ້າຫຼຸດລົງໄປໃນຄືນດຽວປຸບປັບ ຮອດ 4 ແມັດ, ພວກປາທີ່ລ້ຽງໃນກະຊັງກໍໄດ້ຮັບຜົນກະທົບເຕັມໆເລີຍ, ປານັອກນໍ້າທັນທີ. ແລ້ວກໍໂດຍທີ່ບໍ່ມີການເຕືອນມາກ່ອນ ທ້າຍເດືອນຕຸລາປີ ພສ 2562 ຈົນເຖິງຕົ້ນປີ ພສ 2563 ຍາວມາຮອດເດືອນພຶດ ສະພາ ກໍເກີດປາກົດການນໍ້າໃສ ເກີດປາກົດການນໍ້າແຫ້ງ, ເຊິ່ງນັກວິຊາການບອກວ່າ ນໍ້າໃສນີ້ ບໍ່ແມ່ນສິ່ງທີ່ດີສໍາລັບປາ.”

ໂດຍການສຶກສາວິໄຈໃນຄັ້ງນີ້ພົບວ່າ ຜົນກະທົບທີ່ເກີດຂຶ້ນຢ່າງຈະແຈ້ງກໍຄື ການປ່ຽນແປງຂອງລະບົບນິເວດ ເຊິ່ງເຫັນໄດ້ຈາກການຕາຍຂອງໄຄນໍ້າ, ປະຊາຊົນຜູ້ຫາປາ ຈັບປາໄດ້ໜ້ອຍລົງກວ່າ 50 ເປີເຊັນ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງທາງດ້ານອາຫານຂອງປະຊາຊົນ, ພ້ອມກັນນີ້ ກໍຍັງພົບການປ່ຽນແປງໃນການໄຫຼຂອງນໍ້າທີ່ບໍ່ສາມາດຄາດການໄດ້ເລີຍ ເພາະມີເງື່ອນໄຂຂຶ້ນຢູ່ກັບການປ່ອຍນໍ້າຈາກເຂື່ອນໄຊຍະບູລີເປັນຫຼັກ ພ້ອມທັງພົບບັນຫາການກັດເຊາະຕາຝັ່ງທີ່ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ ແລະທີ່ດິນທໍາມາຫາກິນຂອງປະຊາຊົນຮຸນແຮງຂຶ້ນນັບມື້ອີກດ້ວຍ.

ປັດຈຸບັນ, ມີເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງ 11 ໂຄງການ ແຂວງຢຸນນານຂອງຈີນ ກັບອີກ 2 ໂຄງການໃນລາວທີ່ໄດ້ຜະລິດພະລັງງານໄຟຟ້າແລ້ວ ແລະຍັງອີກ 7 ໂຄງການໃນລາວ ກັບອີກ 2 ໂຄງການໃນກໍາປູເຈຍທີ່ກໍາລັງກໍ່ສ້າງ ຫຼືວ່າໄດ້ວາງແຜນທີ່ຈະລົງມືກໍ່ສ້າງໃນໄວໆນີ້ເຊັ່ນ ເຂື່ອນຫຼວງພະບາງ ເຂື່ອນປາກແບ່ງ ແລະເຂື່ອນປາກລາຍໃນລາວ ທີ່ມີກໍານົດການກໍ່ສ້າງໃຫ້ສໍາເລັດໃນປີ 2027 ກັບປີ 2029 ແລະປີ 2033 ຕາມລໍາດັບ ແລະເຮັດໃຫ້ມີເຂື່ອເທິງແລວແມ່ນໍ້າຂອງຮອດ 22 ແຫ່ງ.

XS
SM
MD
LG