ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

English in a Minute, ບົດ​ຮຽນ 72 “Touch and Go” ແປ​ວ່າ ບໍ່ມີໃຜຮູ້ໄດ້ວ່າ ມັນຈະເປັນແນວໃດ


English in a Minute: Touch and Go
please wait

No media source currently available

0:00 0:01:00 0:00

ເຊີນ​ເບິ່ງ​ລາຍ​ການ​ຮຽນພາ​ສາ​ອັງ​ກິດ English in a Minute: Touch and Go ແປ​ວ່າ ບໍ່ມີໃຜຮູ້ໄດ້ວ່າ ມັນຈະເປັນແນວໃດ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Touch is one of our five senses. So what might touch-and-go mean? ການສໍາພັດ ແມ່ນນຶ່ງໃນຄວາມຮູ້ສຶກຫ້າ​ປະ​ການຂອງພວກເຮົາ. ສະນັ້ນຄຳ​ວ່າ touch-and-go ອາດ​ມີຄວາມໝາຍວ່າແນວໃດ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

I just heard from Ashley that you lost your pet. I'm so sorry.

ຂ້າຫາ​ກໍ​ໄດ້ຍິນຈາກ Ashley ວ່າ ເຈົ້າເສຍສັດລ້ຽງຂອງເຈົ້າໄປ​ແມ່ນບໍ່. ຂ້ອຍເສຍ​ໃຈ​ນຳ​ເດີ້.

Thanks, Dan. Things were touch-and-go for a while. But finally I found Rocky.
ຂອບໃຈແດນ. ສິ່ງ​ຕ່າງໆ ​ແມ່ນບໍ່​ມີ​ໃຜ​ຮູ້​ໄດ້ຢູ່ຊ່ວງ​ໄລ​ຍະ​ນຶ່ງ​. ແຕ່ສຸດທ້າຍຂ້ອຍພົບ ຣັອກ​ກີ (Rocky).

It's a rock? ມັນແມ່ນຫີນຫັ້ນບໍ?

It's Rocky, my pet rock. We go way back, Dan.

ມັນແມ່ນ Rocky, ສັດລ້ຽງທີ່ເປັນ​ຫີນຂອງຂ້ອຍ. ພວກ​ເຮົາຮູ້​ກັນ​ມາແຕ່​ດົນ​ນານແລ້ວ ແດນ.

Touch-and-go describes a situation that is uncertain. The final result is unknown. We mostly use this phrase when talking about serious situations like a health scare. Not a missing pet rock.
Touch-and-go ຖ້າ​ແປ​ຕາມ​ໂຕ ກໍ​ແມ່ນສຳ​ພັດ ແລະ​ກໍ​ໄປ ມັນ​ໃຊ້ອະທິບາຍເຖິງສະຖານະການທີ່ບໍ່ແນ່ນອນ. ຜົນໄດ້ຮັບສຸດທ້າຍແມ່ນບໍ່​ມີບໍ່ຮູ້. ພວກເຮົາສ່ວນຫຼາຍ ແມ່ນໃຊ້ປະໂຫຍກນີ້ເມື່ອເວົ້າເຖິງສະຖານະການທີ່ຮ້າຍແຮງເຊັ່ນ: ຄວາມຢ້ານກົວ ຫລື​ເປັນ​ຫ່ວງ​ຕໍ່ສຸຂະພາບ. ບໍ່ແມ່ນສັດລ້ຽງທີ່ເປັນ​ຫີນທີ່ເສຍໄປ. ຖ້າ​ທຽບ​ໃສ່​ພາ​ສາ​ລາວ ກໍ​ຈະແມ່ນ “ບໍ່ມີ​ໃຜຮູ້ໄດ້​ວ່າມັນ​ຈະ​ເປັນ​ແນວ​ໃດ”

XS
SM
MD
LG