ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ະ​ຫະ​ປະ​ຊາ​ດ ແລະ​ໜ່ວຍງານດ້ານ​ອາ​ຫານ ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດ​ ຊິນ​ດີ້ ແ​ມັກ​ເຄນ


ອົງການສະຫະປະຊາຊາດ ແລະ ບັນດາໜ່ວຍງານດ້ານອາຫານ ໃຫ້ການຕ້ອນຮັບການມາຢ້ຽມຢາມ ຂອງທ່ານນາງ ຊິນດີ້ ແມັກເຄນ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ຂອງສະຫະລັດອາເມຣິກາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນຫຼວງໂຣມ ປະເທດອີຕາລີ.
ອົງການສະຫະປະຊາຊາດ ແລະ ບັນດາໜ່ວຍງານດ້ານອາຫານ ໃຫ້ການຕ້ອນຮັບການມາຢ້ຽມຢາມ ຂອງທ່ານນາງ ຊິນດີ້ ແມັກເຄນ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ຂອງສະຫະລັດອາເມຣິກາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນຫຼວງໂຣມ ປະເທດອີຕາລີ.

ທ່ານ​ນາງຊິນດີ້ ແມັກເຄນ ຜູ້ຕາງໜ້າ​ຖາວອນ​ຂອງ​ສະຫະ​ລັດອາເມຣິກາ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທີ່ນະຄອນຫຼວງໂຣມ ຊຶ່ງໄດ້ຖືກມອບອຳນາດໃຫ້ໃນວຽກ​ງານ​ດ້ານ​ອາຫານ ກະສິກຳ ໂພຊະນາ​ການ ​ແລະການ​ພັດທະນາ​ຊົນນະບົດ ອົງການ​ອາຫານ ​ແລະການ​ກະ​ເສດ ອົງການ​ອາຫານ​ໂລກ ​ແລະອົງການກອງ​ທຶນ​ສາກົນ ເພື່ອການພັດທະນາກະສິກໍາ ກໍາລັງຢ້ຽມຢາມ ສປປ ລາວ ເພື່ອຮຽນຮູ້ກ່ຽວກັບກົນໄກການຮັບມື ຂອງ ສປປ ລາວ ໃນສະພາວະວິກິດການດ້ານສະບຽງອາຫານໂລກ ແລະເພື່ອເນັ້ນໃຫ້ເຫັນເຖິງການສະຫນັບສະຫນູນຂອງສະຫະລັດ ຕໍ່ ສປປ ລາວ ກໍ່ຄືປະຊາຊົນລາວ.

ທ່ານເອກ​ອັກຄະລັດຖະທູດຊິນດີ້ ແມັກເຄນ ​ໄດ້​ກ່າວເຖິງການມາ​ຢ້ຽມຢາມ​ຂອງ​ທ່ານນາງໃນຄັ້ງນີ້ວ່າວຽກ​ງານ​ຂອງ​ອົງການ​ອາຫານ ​ແລະການ​ກະ​ເສດ​ ແຫ່ງ​ສະຫະ​ປະຊາ​ຊາດ ​ແມ່ນ​ມີ​ຄວາມ​ສຳຄັນໃນການແກ້ໄຂບັນຫາ​ ຄວາມ​ບໍ່​ໝັ້ນຄົງ ​ດ້ານ​ສະບຽງ​ອາຫານ​ຢູ່ ສປປ ລາວ. ເຊິ່ງທັງສາມອົງການດັ່ງກ່າວ ແມ່ນໄດ້ເຮັດວຽກຮ່ວມ​ກັບ​ລັດຖະບານ​ລາວ ​ເພື່ອ​ຫຼຸດ ຜ່ອນ​ໄພອຶດຫິວ ປັບປຸງ​ຜົນ​ການ​ຮຽນ​ຮູ້ ​ແລະສົ່ງເສີມດ້ານໂພຊະນາ​ການ ​ໃຫ້​ແກ່​ນັກຮຽນຊັ້ນ​ປະຖົມ ​ເສີມ​ຂະຫຍາຍ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ຊາວ​ກະສິກອນ​ຂະໜາດ​ນ້ອຍ ​ແລະ ​ເສີມ​ຂະຫຍາຍຄວາມຍຶດຍຸ່ນຂອງ​ລະບົບ​ອາຫານ​ຂອງ​ປະ​ເທດ. ຄວາມຂັດແຍ້ງ ໂດຍສະ ເພາະແມ່ນສົງຄາມ ທີ່ກຳລັງເກີດຂຶ້ນໃນປະເທດຢູເຄຣນ ການປ່ຽນແປງຂອງດິນຟ້າອາ ກາດ ແລະພະຍາດໂຄວິດ-19 ແມ່ນໄດ້ເພີ່ມຄວາມອຶດຫິວໃຫ້ກັບຜູ້ຄົນທົ່ວໂລກໃນລະດັບທີ່ບໍ່ເຄີຍມີມາກ່ອນ. ດັ່ງນັ້ນ ອາ​ເມ​ຣິ​ກາ​ຈະ​ສືບ​ຕໍ່​ເປັນ​ຜູ້​ປະກອບສ່ວນ​ອັນ​ດັບ​ໜຶ່ງ​ແລະ ໃຫ້ ການສະໜັບສະໜູນ ​ບັນດາ​ອົງການສາກົນຕ່າງໆ ​ທີ່​ເຮັດ​ວຽກ​ຢູ່​ໃນ​ພາກ​ພື້ນ ​ແລະ​ໃນ​ທົ່ວ​ໂລກ.

ໃນລະຫວ່າງ​ການມາ​ຢ້ຽມ​ຢາມ ໃນ​ບົດ​ບາດ​ຂອງ​ລັດ​ຖະ​ບານສະຫະລັດ​ອາ​ເມ​ຣິກາ​ ແລະ ໃນ​ຖາ​ນະ​ເປັນ​ຜູ້​ໃຫ້​ທຶນ​ທີ່ສຳ​ຄັນ ແກ່​ອົງ​ການຊ່ວຍເຫຼືອ​ດ້ານສະ​ບຽງ​ອາ​ຫານ​ ຂອງ​ອົງການສະ​ຫະ​ປະ​ຊາ​ຊາດ ທ່ານເອກ​ອັກຄະລັດຖະທູດແມັກເຄນ ໄດ້ສັງເກດເຫັນ ແລະ​ມີຄວາມ​ເຂົ້າ​ໃຈ​ເຖິງ​ຕົ້ນ​ຕໍ​ຂອງບັນຫາທີ່ເກີດຂຶ້ນໃນ ສປປ ລາວ ໂດຍສະເພາະ ແມ່ນ​ຄວາມ​ບໍ່​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະການ​ຂາດ​ສານ​ອາ​ຫານ​. ນອກຈາກນີ້ ທ່ານຍັງໄດ້​ເຫັນ​ວິທີການແກ້ໄຂບັນຫາໂດຍກົງ ຂອງ​ບັນດາໜ່ວຍງານອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ເຊິ່ງມີເປົ້າໝາຍເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກ ໃນ ສປປ ລາວ. ນອກຈາກນີ້ ການມາຢ້ຽມຢາມໂຮງຮຽນປະຖົມອຸດົມສຸກ ທີ່ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຮັດໃຫ້ທ່ານໄດ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກ ໃນການສົ່ງເສີມໂພຊະ ນາການຂອງເດັກນ້ອຍ ໃນໂຮງຮຽນຢູ່ແຂວງຈຳປາສັກ. ໂດຍໄດ້ຮັບການຊ່ວຍເຫຼືອຈາກກະຊວງກະສິກໍາຂອງສະຫະລັດອາເມຣິກາເຊິ່ງເປັນຜູ້ໃຫ້ທຶນຫຼັກ ແລະໃຫ້ການສະໜັບສະໜູນມາຢ່າງຍາວນານ ໂດຍໃຫ້ການສະໜັບສະໜູນດ້ານປອາຫານ ຜ່ານອົງການອາຫານໂລກໃຫ້ແກ່ ສປປ ລາວ. ເພື່ອປະກອບສ່ວນເຂົ້າໃນວຽກງານອາຫານທ່ຽງ ທີ່ອົງການອາຫານຖລກໄດ້ຈັດຕັ້ງປະຕິບັດ ໂດຍການສະໜອງອາຫານທ່ຽງທີ່ມີໂພໂຊະນາການປະຈໍາວັນ ໃຫ້ແກ່ເດັກນ້ອຍຊັ້ນປະຖົມຫຼາຍກວ່າ 64,000 ຄົນ ໃນ 707 ໂຮງຮຽນ ໃນທົ່ວປະເທດ. ໃນຂະນະທີ່ຢ້ຽມຢາມຢູ່ຈໍາປາສັກ ທ່ານເອກ​ອັກຄະລັດຖະທູດ ຍັງໄດ້ມີໂອກາດໄປຢ້ຽມຢາມສາງຂອງອົງການອາຫານໂລກ ທີ່ເມືອງປາກເຊ ແລະໄດ້ຮຽນຮູ້ກ່ຽວກັບວິທີການເຮັດວຽກຂອງອົງການອາຫານໂລກ ທີ່ຂຶ້ນຊື່ວ່າເປັນອົງການຊ່ວຍ ເຫຼືອດ້ານມະນຸດສະທໍາທີ່ໃຫຍ່ທີ່ສຸດຂອງໂລກ ໃນການວາງເປົ້າໝາຍຊ່ວຍເຫຼືອ ແກ່ບັນດາເຂດທີ່ມີຄວາມສ່ຽງທີ່ສຸດ ໂດຍຜ່ານການສະໜອງການຊ່ວຍເຫຼືອດ້ານໂພຊະນາການ ຊ່ວຍສ້າງການປັບໂຕ ຫຼືເສີມສ້າງຄວາມຢືດຢຸ່ນຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ແລະການຮັບມືກັບໄພພິບັດສຸກເສີນ ຢູ່ ສປປ ລາວ.

ທ່ານຢານ ເດວລາເຣີ ຜູ້ອໍານວຍການ ແລະຜູ້ຕາງຫນ້າຂອງອົງການອາຫານໂລກປະຈໍາ ສປປ ລາວ ກ່າວວ່າ ແຜນຍຸດທະສາດສຳລັບ ສປປ ລາວ ຂອງພວກເຮົາແມ່ນໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍ ຈາກສະຫະລັດອາເມຣິກາ ໂດຍສະເພາະການຊ່ວຍ ເຫຼືອດ້ານການເງິນຂອງກະຊວງກະສິກຳຂອງສະຫະລັດອາເມຣິກາ ເພື່ອນຳໄປຈັດຕັ້ງປະ ຕິບັດ ແລະສະໜັບສະໜູນໂຄງການອາຫານໃນໂຮງຮຽນ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ໃນຫວ່າງບໍ່ດົນມານີ້ ອົງການຊ່ວຍເຫຼືອສາກົນເພື່ອການພັດທະນາ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງວຽກງານຂອງພວກເຮົາ ໃນຂົງເຂດການສ້າງຄວາມຍືດຍຸ່ນ ໃຫ້ກັບຊຸມຊົນເພື່ອສ້າງຄວາມປອດໄພດ້ານສະບຽງອາຫານ. ທ່ານຍັງກ່າວເພີ່ມຕື່ມອີກວ່າ ປັດຈຸບັນນີ້ ໂຄງການຂອງພວກເຮົາກໍາລັງຄ່ອຍໆຫັນໄປສູ່ ການປ່ຽນຖ່າຍຄວາມເປັນເຈົ້າການ ໃຫ້ແກ່ລັດຖະບານລາວ ແລະຊຸມຊົນເປັນຜູ້ຈັດຕັ້ງປະຕິບັດ ເຖິງຢ່າງໃດກໍ່ຕາມ ພວກເຮົາຍັງສືບຕໍ່ຖືວ່າສະຫະລັດ ເປັນຄູ່ຮ່ວມງານທີ່ສໍາຄັນ ສໍາລັບ ສປປ ລາວ."

ການສືບຕໍ່ເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານນາງຊິນດີ້ ແມັກເຄນ ທ່ານໄດ້ເດີນທາງມານະຄອນຫຼວງວຽງຈັນແລະໄດ້ໃຊ້ເວລາຮ່ວມກັບອົງການອາຫານ ແລະການ ກະເສດເພື່ອຮຽນຮູ້ພາລະບົດບາດແລະເປົ້າໝາຍໃນການຫັນປ່ຽນລະບົບອາຫານກະສິກຳແບບຍືນຍົງ ການເຕືອນໄພລ່ວງໜ້າ ແລະການຮັບ​ມື ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ແລະ ວິກິດການທາງດ້ານສະບຽງອາຫານ ແລະພະລັງງານໂດຍສະເພາະ ນໍ້າມັນເຊື້ອໄຟ ໃນປະຈຸບັນ ທັງໃນເຂດຊົນນະບົດ ແລະຕົວເມືອງ.

ທັງນີ້ ທ່ານນາງຍັງໄດ້ຮຽນຮູ້ ກ່ຽວກັບວິທີການນຳໃຊ້ເຕັກໂນໂລຈີ ທີ່ເໝາະສົມ ແລະມີຄວາມທົນທານ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຂົ້າໃນການພັດທະນາເມັດພັນພືດ ແມ່ນມີຄວາມສຳຄັນ ຕໍ່ຂະແໜງກະສິກຳ ຂອງ ສປປ ລາວ ແລະມີບົດບາດຕໍ່ລະບົບອາຫານທົ່ວໂລກແນວໃດ. ທ່ານນາງຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າເຂົ້າ ແລະພືດເສດຖະກິດ ເຊິ່ງໄດ້ມີການພັດທະນາແນວພັນໃໝ່ ໂດຍຮັກສາແນວພັນພື້ນເມືອງ ແລະສະໜອງແນວພັນທີ່ມີຄຸນນະພາບໃຫ້ແກ່ຊາວກະສິກອນພາຍໃນ ແລະຕ່າງປະເທດ ເພື່ອໃຫ້ເຂົ້າ ໃຈຢ່າງເລີກເຊິ່ງ ກ່ຽວກັບວຽກງານການຄົ້ນຄວ້າ ແລະພັດທະນາແນວພັນພືດທີ່ມີຄຸນນະ ພາບ ແລະແນວພັນພື້ນເມືອງ. ເຊິ່ງວຽກງານນີ້ຈະສົ່ງຜົນກະທົບໂດຍກົງຕໍ່ການຜະລິດຕະພັນພືດໂລກ ໃນອະນາຄົດແນວໃດ.

ນອກຈາກນີ້ ທ່ານຍັງ​ໄດ້​ສືບ​ຕໍ່​ລົງ​ຢ້ຽມ​ຢາມ​ເບິ່ງ​ການ​ພັດ​ທະ​ນາ ແລະຜົນ​ສຳ​ເລັດ​ຂອງ​ສະ​ມາ​ຊິກ​ແມ່​ຍິງແບບ​ຢ່າງ ​ໃນ​ການ​ຜະ​ລິດ​ຜັກ​ປອດ​ສານພິດ​ ຂອງ​ຊາວ​ກະ​ສິ​ກອນ​ຂະ​ຫນາດ​ນ້ອຍ ສະຫະກອນກະສິກຳອິນຊີທົ່ງມັງ ເຊິ່ງຖືໄດ້ວ່າ ເປັນຜູ້ສະໜອງອາຫານທີ່ມີຄຸນນະ ພາບສູງ ແລະປອດໄພ ໃຫ້ແກ່ຊາວນະຄອນຫຼວງວຽງຈັນ. ດ້ວຍ​ການ​ສົ່ງເສີມ ແລະ ສະໜັບສະໜູນຈາກອົງການອາຫານແລະການກະເສດ ເຊິ່ງເປັນ​ກຸ່ມ​ຊາວ​ກະ​ສິ​ກອນ​ຕົວ​ແບບ ທີ່​ໄດ້​ຮັບ​ການ​ຄັດ​ເລືອກ ເຊິ່ງຊ່ວຍໃຫ້ສະ​ຫະ​ກອນ ​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ຈາກໂອ​ກາດດັ່ງກ່າວ ແລະເປັນການ​ເພີ່ມ​ທະ​ວີ​ເສີມ​ຂະ​ຫຍາຍ​ຄວາມອາດ​ສາ​ມາດ​ຂອງ​ພວກເຂົາ.

ທ່ານນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະການກະເສດ ປະຈຳ ສປປ ລາວ ກ່າວວ່າ ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ ​ທີ່​ໄດ້​ເຫັນ​ການ​ຮ່ວມ​ມື​ກັບ​ລັດຖະບານ​ ໃນ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ເມັດພັນ​ພືດ ​ແລະຮັບປະກັນ​ການ​ຜະລິດ ທີ່​ມີຄວາມປອດ​ໄພ ມີ​ຄວາມ​ຫຼາກ​ຫຼາຍ ​ແລະມີ​ຄຸນຄ່າທາງໂພຊະນາການ ໃຫ້​ກັບ​ຊຸມ​ຊົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ເຊັ່ນດຽວກັນ ກໍ່ເປັນການປະກອບສ່ວນ ​ເຂົ້າ​ໃນ​ການ​ຫັນປ່ຽນ​ລະບົບ​ອາຫານ​ພາຍໃນ​ປະ​ເທດ. ປັດຈຸບັນນີ້ ອົງການອາຫານ ແລະການກະເສດ ກໍ່ໄດ້ມີການຕິດຕາມຜົນກະທົບຂອງວິກິດການດ້ານສະບຽງອາຫານ ແລະນ້ຳມັນເຊື້ອໄຟຢ່າງຫ້າວຫັນ. ຂ້າພະເຈົ້າດີໃຈຫຼາຍທີ່ພວກເຮົາຍັງສືບຕໍ່ ແກ້ໄຂສິ່ງທ້າທາຍ ທີ່ຊາວກະສິກອນປະເຊີນຢູ່ ໂດຍສະເພາະ ດ້ານການຄໍ້າປະກັນສະບຽງອາຫານ ແລະຊີວິດການເປັນຢູ່ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຂ້າພະເຈົ້າເຊື່ອວ່າ ການແກ້ໄຂ້ບັນຫາເຫຼົ່ານີ້ແມ່ນສຳຄັນຫຼາຍໂດຍສະເພາະການຊ່ວຍເຫຼືອຈາກນານາຊາດ ແລະພວກເຮົາດີໃຈຫຼາຍທີ່ສະຫະລັດອາເມຣິກາໃຫ້ການສະໜັບສະໜູນຄວາມພະຍາຍາມຂອງພວກເຮົາແລະ ຮັບຮູ້ໄດ້ເຖິງຄວາມສໍາຄັນຂອງວຽກງານນີ້ ເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຕີບໂຕແບບຍືນຍົງຂອງ ສປປ ລາວ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ຮັບຮູ້ກ່ຽວກັບການພັດທະນາ ແລະຜົນສຳເລັດຂອງການລົງທຶນ ຂອງອົງການກອງທຶນສາກົນເພື່ອການພັດທະນາກະສິກຳ ຢູ່ ສປປ ລາວ. ໂດຍສຸມໃສ່ການຄໍ້າປະກັນສະບຽງອາຫານ ສົ່ງເສີມດ້ານໂພຊະນາການ ແລະການພັດ ທະນາລະບົບຕ່ອງໂສ້ມູນຄ່າໂດຍການເຊື່ອມໂຍງຕະຫຼາດໃນຂອບເຂດການໂຮມເຂົ້າກັນຂອງລັດຖະບານ ຮ່ວມມືກັບບັນດາອົງການສາກົນ ແລະຄູ່ຮ່ວມພັດທະນາອື່ນໆເພື່ອປະ ກອບສ່ວນ ​ເຂົ້າໃນການລົບ​ລ້າງ​ຄວາມທຸກ​ຍາກ ​ແລະຄວາມ​ອຶດ​ຫີ​ວຢູ່​ຊົນນະບົດ ບໍ່ວ່າຈະເປັນການຫັນປ່ຽນຮູບແບບການຜະລິດ​ກະສິກຳ ການສົ່ງເສີມ​ເສດຖະກິດ​ຊົນນະບົດ ​ແລະ ລະບົບສະບຽງ​ອາຫານ​ຜ່ານ​ການ​ລົງທຶນ ການສ້າງ​ພື້ນຖານ​ເສດຖະກິດ​ຊົນນະບົດ​ຢ່າງ​ຄົບ​ຖ້ວນ ມີ​ປະສິດທິ​ຜົນ ໝັ້ນຄົງ ​ແລະ ຍືນ​ຍົງ.

ໃນຍຸກທີ່ທົ່ວໂລກກຳລັງປະເຊີນກັບບັນຫາຄວາມບໍ່ໝັ້ນຄົງ ອົງການສະຫະປະຊາຊາດໄດ້ມີວິທີການແນວໃດໃນການຊ່ວຍເຫລືອໂດຍສະເພາະແກ່ລັດຖະບານ ສປປ ລາວ ເຊິ່ງເປັນປະເທດທີ່ກໍາລັງປະເຊີນກັບຂໍ້ຈຳກັດຫຼາຍດ້ານ ເຊັ່ນ ທາງດ້ານງົບປະມານ. ເນື່ອງຈາກຜົນກະທົບທາງດ້ານເສດຖະກິດ ຈາກການແຜ່ລະບາດຂອງພະຍາດ ແລະ ວິກິດການດ້ານສະບຽງອາຫານ ແລະນໍ້າມັນເຊື້ອໄຟຂອງໂລກ ທີ່ພົວພັນກັບສົງຄາມ ໃນຢູເຄຣນ ເຊິ່ງບັນຫາ ແລະຄວາມທ້າທາຍເຫຼົ່ານີ້ ໄດ້ມີການປຶກສາຫາລືກັນຢູ່ໃນກອງປະຊຸມຮ່ວມກັບອົງການອື່ນໆແຫ່ງສະຫະປະຊາຊາດ ທີ່ນໍາໂດຍທ່ານນາງຊາຣາ ເຊັກເກນເນັດຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ. ເຊິ່ງເປົ້າໝາຍ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ແມ່ນ​ຄວາມພະຍາຍາມ ໃນການຮ່ວມ​ມືກັນ ຂອງ​ບັນດາ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ ລວມໄປເຖິງ​ບັນດາ​ອົງການ​ສາກົນ ທີ່ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານ​ ​ໃນ​ການ​ສະໜັບສະໜູນ​ການ​ແກ້​ໄຂ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ໃນ ສປປ ລາວ.

ທ່ານຍັງ​ເນັ້ນ​ຢ້ຳອີກ​ວ່າ ບູລິ​ມະ​ສິດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ແມ່ນ​ການໃຫ້ການ​ຊ່ວຍເຫຼືອແກ່​ຜູ້​ມີ​ຄວາມ​ສ່ຽງ​ ແລະໄດ້ຮັບຜົນກະທົບໜັກໃນວິກິດການນີ້. ການພັດທະນາໂຄງການກ່ຽວກັບຂໍ້ມູນຄວາມຖີ່ສູງ ແມ່ນຄວາມພະຍາຍາມຮ່ວມກັນຂອງອົງການສະຫະປະຊາຊາດ ໂດຍຮ່ວມມືກັບສະຖາບັນເສດຖະກິດ ແລະສັງຄົມຂອງ ສປປ ລາວ. ການພັດທະນາໂຄງການສ້າງຫຼັກຖານດ້ານຂໍ້ມູນແມ່ນມີຄວາມສຳຄັນ ແລະຈຳເປັນຫຼາຍ ໂດຍສະເພາະແມ່ນນຳໃຊ້ເຂົ້າໃນການປະເມີນຄວາມວິຕົກກັງວົນ ທີ່ສົ່ງຜົນກະທົບຕໍ່ປະຊາຊົນ ໃນ ສປປ ລາວ ເພື່ອທີ່ຈະສາມາດນຳເອົາຂໍ້ມູນດັ່ງກ່າວມາສະໜັບສະໜູນ ແລະສ້າງເປັນນະໂຍບາຍໃນການຮັບມື ແລະແກ້ໄຂ​ສິ່ງ​ທ້າ​ທາຍ​ດັ່ງກ່າວ

ທ່ານເອກອັກຄະລັດຖະທູດແມັກເຄນ ໄດ້ລົງຢ້ຽມຢາມຫ້ອງການທີ່ປຶກສາດ້ານການເກັບກູ້ລະເບີດ ເຊິ່ງເປັນອົງການຈັດຕັ້ງສາກົນ ທີ່ປະກອບສ່ວນເຂົ້າໃນໂຄງການເກັບກູ້ລະເບີດແຫ່ງຊາດ ທີ່ໄດ້ຮັບການສະຫນັບສະຫນູນຈາກອົງການສະຫະປະຊາຊາດ ເພື່ອການພັດ ທະນາ ໃນການແກ້ໄຂບັນຫາກ່ຽວກັບເສດເຫຼືອຂອງລະເບີດທີ່ຕົກຄ້າງຈາກສົງຄາມ ໂດຍສະເພາະການກໍາຈັດລະເບີດທີ່ຍັງບໍ່ທັນແຕກ. ທັງນີ້ ທ່ານນາງຍັງໄດ້ຮັບຮູ້ເຖິງຄວາມທ້າທາຍກ່ຽວກັບການຜະລິດສະບຽງອາຫານ ໃນປະເທດທີ່ຖືກທໍາລາຍຈາກສົງຄາມ ຍ້ອນສິ່ງປົນເປື້ອນຈາກລະເບີດທີ່ຍັງຫຼົງເຫຼືອຈາກສົງຄາມ. ນອກຈາກນີ້ ທ່ານນາງຍັງໄດ້​ລົງ​ຢ້ຽມ​ຢາມ​ກະຊວງ​ການ​ຕ່າງປະ​ເທດ ແລະໄດ້ພົບ​ປະ​ກັບ ​ທ່ານ​ໂພ​ໄຊ ​ໄຂ​ຄໍາ​ພິທູນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ດຣ. ວິໄລ​ວົງ ບຸດ​ດາ​ຄຳ ​ເຈົ້າ​ແຂວງ ແຂວງຈໍາປາ​ສັກ ​ເພື່ອ​ຮັບ​ຟັງ​ການ​ລົງ​ທຶນ​ຂອງ​ອາ​ເມ​ຣິ​ກາ ​ແລະ ວຽກ​ງານ​ຂອງ​ອົງການຊ່ວຍເຫຼືອດ້ານ​ອາຫານ​ຂອງ​ອົງການສະຫະ​ປະຊາ​ຊາດ.

ທ່ານເອກອັກຄະລັດຖະທູດແມັກເຄນ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ປະເທດກຳປູເຈຍ ດ້ວຍຈຸດມຸ່ງໝາຍດຽວກັນ ກ່ອນທີ່ຈະເດີນທາງກັບຄືນໄປປະຕິບັດໜ້າທີ່ ຢູ່ທີ່ນະຄອນ ຫຼວງ ໂຣມ ປະເທດອີຕາລີ.

United Nations and its food agencies welcome H.E. Ms. Cindy McCain, U.S. Ambassador to the Rome-based UN agencies

H.E. Ms. Cindy McCain, United States Permanent Representative to the United Nations Rome-based agencies mandated to work on food, agriculture, nutrition and rural development – the Food and Agriculture Organization (FAO), the World Food Programme (WFP) and the International Fund for Agricultural Development (IFAD), is visiting Lao PDR to learn about the country’s coping mechanisms amidst the global food crisis, and to highlight U.S. support to Lao PDR and its people.

Ambassador McCain said the following about her visit, “The work of the UN Food and Agriculture Agencies is essential to address food insecurity in Lao PDR. Together with the Lao government, the three agencies work to reduce hunger, improve learning and nutrition outcomes for primary school students, strengthen livelihoods of small-holder farmers, and bolster resilience of the country’s food systems. Conflict, especially in Ukraine, climate change, and COVID-19 increased global hunger to unprecedented levels. The United States will continue to be a top contributor and supporter of the agencies work here on the ground and around the world.”

During her visit, in the oversight role of the U.S. government as an important donor to the UN food agencies, Ambassador McCain seeks to understand the root causes of food insecurity and malnutrition in Laos, and see UN agencies’ hands-on solutions to these issues and their work on poverty reduction. Visiting Oudomsouk school in Bachieng Chaleunsouk district, she experienced WFP’s support to school-based nutrition in Champassak province. The main and long-term donor to the program is the U.S. Department of Agriculture, with the current support of food commodities arriving through WFP’s supply chain to Lao PDR, contributing to daily nutritious lunches for 64,000 primary school children in 707 schools around the country. While in Champassak, the Ambassador also had a chance to tour WFP’s warehouse in Pakse and learn how the world’s largest humanitarian agency targets the most vulnerable through its nutrition, resilience and emergency response in Lao PDR.

“Our Country Strategic Plan for Lao PDR is greatly supported by the United States, with the U.S. Department for Agriculture financing WFP to support the Lao Government’s school feeding programs since 2008, and the USAID Bureau for Humanitarian Assistance more recently contributing to our work around resilience for food security. As our programs are gradually shifting to national ownership and community management, we continue to count on the U.S. as an important partner for Lao PDR,“ WFP Country Director and Representative Jan Delbaere said.

Continuing her journey to the capital Vientiane, Ambassador McCain spent time with FAO learning about its proactive role to sustainably transform the Agri-food Systems and its Early Warning and Response to mitigate the impact of COVID-19 and the current food and fuel crisis on vulnerable communities in rural and urban areas.

Ambassador McCain learned how tailored and climate-resilient technology solutions applied to crop seeds are important to the agriculture sector in the Lao PDR and the vital role it plays in food systems worldwide. She visited the Rice and Cash Crop Research Center, which develops new varieties, hosts the traditional gene bank and provides quality seeds to farmers in the country and abroad to understand more about their research and development work in quality landrace and traditional seeds, and how this work directly impacts the future of world crop production.

The Ambassador continued her visit seeing the development and achievements of an exemplary woman-led – and primarily female membered – smallholder farmers’ cooperative of organic vegetable production. Thongmang Agricultural Cooperative is the main provider for high quality and safe food for Vientiane capital. With FAO support as a selected model farmer group, the cooperative has benefitted from increased opportunities to strengthen its capacities.

“I am proud to see how our work with the Government for seed quality improvement and for ensuring production of safe, diverse and nutritious produce with communities is continuously growing and contributing to transforming the food systems in the country. As FAO proactively monitors the impact of the current food and fuel crisis I am also very pleased that we continue to address the farmers’ challenges in food security and livelihoods exacerbated by the COVID-19 pandemic. Global efforts are needed to address these issues and we are pleased that the U.S. is supporting our efforts and recognizes the importance of this work for the food security and sustainable growth of the Lao PDR,” Nasar Hayat, FAO Representative to Lao PDR said.

The Ambassador was also updated on the development and achievements of IFAD investments in the Lao PDR, focusing on food security, nutrition, and value chain development with market linkages in the government convergence areas in partnership with Rome-based agencies and other development partners, namely to contribute to the elimination of poverty and hunger in rural areas, transforming agriculture, rural economies and food systems through investments, creating more inclusive, productive, resilient and sustainable rural economies.

How the United Nations, as a system, is assisting the Government of Lao PDR in these trying times of global insecurity, where the country is facing budgetary constraints due to compounding economic effects of the pandemic, and the global food and fuel crisis associated with the war in Ukraine, was discussed at a meeting with UN agencies led by Ms. Sara Sekkenes, UN Resident Coordinator to Lao PDR. The main focus of the meeting was the joint efforts of UN country team members including its food agencies in support of solutions for food insecurity.

The Resident Coordinator highlighted that “the UN’s priority is to support the most vulnerable and marginalized in this crisis. Joint UN efforts such as the program on High Frequency Data are needed which together with the Lao Academy for Economic and Social Sciences generates indispensable data evidence to assess the impact of the current shocks on people in Lao PDR that can inform necessary course corrections for policies and program that aim to tackle the challenges at hand.”

Visiting the office of the Mines Advisory Group (MAG), an organization contributing to the national UXO program supported also by UNDP in addressing the legacy of war with explosive ordnance disposal, informed Ambassador McCain of the inherent challenges to food production in war-torn countries contaminated with explosive remnants of war. Courtesy visits were also paid to the Ministry of Foreign Affairs, meeting with Deputy Minister Phoxay Khaykhamphithoune and to the Champassak Provincial Governor’s office Dr. Vilayvong Bouddakham to hear from national and provincial authorities how U.S. investments and the work of the UN food agencies are received.

With a similar aim, Ambassador McCain continues her journey to Cambodia before returning to her duty station in Rome, Italy.

XS
SM
MD
LG