ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ຜູ້ທີ່​ຍັງ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ ຂອງ​ກຸ່ມ​ຕາ​ລີ​ບານ


ທ່ານ​ນາງ​ນິ​ລັບ ໂມ​ບາ​ເຣັ​ສ ​ອະ​ດີດເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ແມ່​ຍິງອັ​ຟ​ກາ​ນິ​ສ​ຖານ​ພຽງ​ຄົນ​ດຽວເທົ່າ​ນັ້ນ ​ທີ່​ຍັງ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກຸ່ມ​ຕາ​ລີ​ບານ (Courtesy: Nilab Mobarez)
ທ່ານ​ນາງ​ນິ​ລັບ ໂມ​ບາ​ເຣັ​ສ ​ອະ​ດີດເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ແມ່​ຍິງອັ​ຟ​ກາ​ນິ​ສ​ຖານ​ພຽງ​ຄົນ​ດຽວເທົ່າ​ນັ້ນ ​ທີ່​ຍັງ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກຸ່ມ​ຕາ​ລີ​ບານ (Courtesy: Nilab Mobarez)

ວັນ​ທີ 15 ສິງ​ຫາ 2021 ແມ່ນ​ວັນ​ເຮັດ​ວຽກ​ຕາມ​ປົກ​ກະ​ຕິສຳ​ລັບ​ທ່ານ​ນາງ​ນິ​ລັບ ໂມ​ບາ​ເຣັ​ສ ເລ​ຂາ​ທິ​ການ ​ຂອງ​ອົງ​ການ​ກາ​ແດງ ​ອັ​ຟ​ກາ​ນິ​ສ​ຖານ ຫຼື ARCS ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ມະ​ນຸດ​ສະ​ທຳ​ແຫ່ງ​ຊາດ ທີ່​ມີ​ພະ​ນັ​ກ​ງານ​ຫຼາຍກວ່າ 2,000 ຄົນ ແລ​ະ​ອາ​ສາ​ສະ​ມັກ​ອີກ​ຫຼາຍໆ​ພັນ​ຄົນ ໃນ​ທົ່ວປະ​ເທດອັ​ຟ​ກາ​ນິ​ສ​ຖານ.

ນາງ​ໂມ​ບາ​ເອ​ສ​ຈື່​ໄດ້ກ່ຽວ​ກັບ​ມື້​ສຸດ​ທ້າຍ​ໃນ​ການ​ເຮັດ​ວຽກ​ຂອງ​ທ່ານ​ນາງ “ພວກ​ເຮົາ​ໄດ້​ຈັດ​ປະ​ຊຸມ​ຜູ້​ຈັດ​ການ​ຂອງ​ພວກ​ເຮົາ ໃນ​ເວ​ລາ 11 ໂມງ​ເຊົ້າ ຫຼັງ​ຈາກ​ໄດ້​ເຮັດ​ວຽກ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ບາງ​ຢ່າງ​ຕາມ​ປົກ​ກ​ກະ​ຕິ​ແລ້ວ.”

ໃນ​ເວ​ລາ​ປະ​ມານຕອນທ່ຽງ ເພື່ອນ​ຄົນ​ນຶ່ງ​ໄດ້​ເອົາ​ຂໍ້​ຄວາມ​ທີ່​ສົ່ງ​ມາ​ທາງ​ໂທ​ລະ​ສັບ​ມື​ຖື​ໃຫ້​ເບິ່ງທີ່ເວົ້າ​ວ່າ “ສາ​ທ​າ​ລະ​ນະ​ລັດ​ໄດ້​ພັງ​ທະ​ລາຍ​. ກຸ່ມ​ຕາ​ລີ​ບານ​ເຂົ້າ​ມາ​ໃນ​ເມືອງ​ແລ້ວ.”

ສິ່ງ​ທີ່​ຕາມ​ມາ​ແມ່ນ​ການ​ແຕກ​ຫັກ​ລົງ​ຂອງ​ສະ​ຖາ​ບັນ​ຕ່າງໆ​ ທີ່​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼື​ອ​ຕ່າງໆ​ ຂອງ​ລະ​ຫວ່າງ​ປະ​ເທດ ​ແບບ​ທີ່​ບໍ່ ​ເຄີ​ຍາ​ມີ​ມາ​ກ່ອນ. ນັບ​ແຕ່​ປີ 2002 ຫາ 2021 ສະ​ຫະ​ລັດ ສະ​ຫະ​ພາບ​ຢູ​ໂຣບ ແລະ​ປະ​ເທດ​ອື່ນໆ ພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ ໄດ້​ໃຊ້​ຈ່າຍ​ເງິນ​ຫຼາຍໆ​ຕື້​ໂດລາ​ ເພື່ອ​ສ້າງ​ຕັ້ງ​ແລະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ຖາ​ບັນ​ຕ່າງໆ​ສຳ​ລັບ​ອັ​ຟ​ກາ​ນິ​ສ​ຖານ.

ທ່ານ​ນາງ​ໂມ​ບາ​ເຣ​ສ ຊຶ່ງໄດ້​ຮັບ​ການ​ສຶກ​ສາ ເປັນ​ໝໍ​ຜ່າ​ຕັດ​ແລະ​ຜູ້​ບໍ​ລິ​ຫານ ໄດ້​ຖືກແຕ່ງ​ຕັ້ງ ​ໃຫ້​ເປັນ​ເລ​ຂາ​ທິ​ການ​ ຂອງ​ອົງ​ການ​ກາ​ແດງ ARCS ໃນ​ປີ 2017 ຊຶ່ງ​ເປັນ​ຕຳ​ແໜ່ງທີ່​ອະ​ນຸ​ຍາດ​ໃຫ້​ທ່ານ​ນາງ ​ປະ​ຕິ​ບັດ​ງານ​ຮ່ວມ​ກັບ​ທັງ​ສອງ​ຝ່າຍ​ຂອງ​ສົງ​ຄາມໄດ້ແລະ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໄປ​ຍັງ​ແມ່ນ​ກະ​ທັງ​ຢູ່​ໃນ​ເຂດ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກຸ່ມ​ຕາ​ລີ​ບານ.

ໃນ​ມື້​ທີ່​ອັ​ຟ​ກາ​ນິ​ສ​ຖານ​ແຕກ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ສ່ວນ​ໃຫຍ່ ​ຂອງ​ລັດ​ຖະ​ບານ​ເຊັ່ນ ລັດ​ຖະ​ມົນ​ຕີ ສະ​ມາ​ຊິກ​ສະ​ພາ ຜູ້​ພິ​ພາກ​ສາ ແລະ​ເຈົ້າ​ແຂວງ ແມ່ນ​ພາ​ກັນ​ແລ່ນ​ໄປ​ຍັງ​ສະ​ໜາມ​ບິນ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ສ​ຣາ​ຟ ກາ​ນີ ທີ່​ໄດ້​ຫຼົບ​ໜີ​ ໂດຍ​ເຮືອ​ບິນເຮ​ລີ​ຄອບ​ເຕີ້ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ​ເພື່ອນ​ທີ່​ໃກ້​ຊິດ​ຂອງ​ທ່ານ ແຕ່​ທ່ານ​ນາງ​ໂມ​ບາ​ເຣ​ສໄດ້​ຕັດ​ສິນ​ໃຈ ບໍ່​ຍອມ​ໜີ.

ທ່ານ​ນາງ​ໄດ້​ກ່າວ​ເຖິງ​ການ​ຍົກ​ຍ້າຍຊາວ​ອັ​ຟ​ກາ​ນິ​ສ​ຖານ​ຫຼາຍ​ສິບ​ພັນ​ທີ່​ສັບ​ສົນ​ວຸ້ນ​ວາຍໂດຍ​ຖ້ຽວ​ບິນ​ຂອງ​ສະ​ຫະ​ລັດ​ນັ້ນ​ວ່າ “ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ສະ​ໜາ​ມ​ບິນ​ກາ​ບູ​ລ​ໃນ​ເດືອນ​ສິງ​ຫາ​ປີ​ກາຍນີ້ ແມ່ນເປັນ​ການ​ສົບ​ປະ​ໝາດ​ຢ່າງ​ຮ້າຍ​ແຮງ​ຕໍ່​ກຽດ​ສັກ​ສີ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ.”

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ກ່າວ​ເຖິງ​ການ​ຍົກ​ຍ້າຍນັ້ນ​ວ່າ ໃຫຍ່​ສຸດເທົ່າ​ທີ່​ເຄີຍ​ມີ​ມາ ໂດຍກອງ​ທັບ​ສະ​ຫະ​ລັດ ຊຶ່ງ​ເປັນ​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ເລັດ​ຜົນ ໂດຍ​ເວົ້າ​ວ່າ​ ການ​ຍົກ​ຍ້າຍ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ແມ່ນ​ເພື່ອ​ປົກ​ປ້ອງ​ພວກ​ເຂົາ​ເຈົ້າ​ບໍ່​ໃຫ້​ຖືກຮາ​ວີລົບ​ກວນ​ທີ່​ອາດ​ມີ​ຂຶ້ນນັ້ນ. ທັງໆ​ທີ່​ໄດ້​ມີ​ການ​ປະ​ກາດ​ໃຫ້​ອະ​ໄພ​ຍະ​ໂທດ ກຸ່ມ​ຕາ​ລີ​ບານ​ໄດ້​ກ່າວ​ຫາໂດຍ​ແນ​ເປົ້າ​ໝາຍ​ໃສ່​ສະ​ມາ​ຊິກ​ບາງ​ຄົນ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ເປັນ​ການ​ກ່າວ​ຫາ​ທີ່​ກຸ່ມ​ຕາ​ລີ​ບານ​ໂຕ້​ແຍ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG