ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ວີ​ໂອ​ເອ ລົມ​ກັບທ່ານ​ສົມ​ເດດ ອິນ​ທະ​ລັງ​ສີ ນັກ​ວິ​ສະ​ວະ​ກອນປຸກ​ສ້າງ​ເຄ​ຫະສະ​ຖານ ຢູ່​ລັດ​ຟ​ລໍ​ຣິ​ດາ


​ທ່ານ​ສ​ົມ​ເດດ ອິນ​ທະ​​ລັງ​ສີ
​ທ່ານ​ສ​ົມ​ເດດ ອິນ​ທະ​​ລັງ​ສີ

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ຮູ້​ຈັກກັບທ່ານສົມ​ເດດ ອິນ​ທະລັງ​ສີ ນັກ​ວິ​ສະ​ວະ​ກອນ​ປຸກ​ສ້າງ​ເຄຫະ​ສະ​ຖານ ຢູ່ລັດ​ຟຣໍ​ລິ​ດາ ຕັ້ງ​ຢູ່​ທາງ​ພາກຕາເງນ​ອອກ​ສຽງໃຕ້​ ແຄ​ມ​ມະ​ຫາ​ສະ​ໝຸດອັດ​ແລນ​ຕິກຂອງ​ສະ​ຫະ​ລັດ. ແຕ່​ລະ​ປີ ລັດ​ຟ​ຣໍ​ລິ​ດາ ​ຈະ​ປະ​ສົບ​ກັບລົມ​ເຮີ​ຣິ​ເຄນ ​ທີ່ເປັນ​ໄພ​ທຳ​ມະ​ຊາດ ພັດ​ເຂົ້າ​ຖະ​ຫຼົ່ມຢ່າງຮ້າຍ​ແຮງ ແລະ ທ່ານ​ສົມ​ເດດ ​ໄດ້ອະ​ທິ​ບາຍ​ເຖິງ​ກົດ​ລະ​ບຽ​ບ​ການ​ປຸກ​ສ້າງເຄ​ຫະສະ​ຖານ​ຕ່າງໆເພື່ອ​ໃຫ້ສາ​ມາດ​ຕ້ານ​ທານ​ກັບລົມ​ພາ​ຍຸ ຊຶ່ງກິ່ງ​ສະ​ຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລັດ​ຟ​ຣໍ​ລິ​ດາຕັ້ງ​ຢູ່​ທາງ​ພາກຕາ​ເວັນ​ອອກ​ສຽງໃຕ້​ຂອງ​ສະ​ຫະ​ລັດ ມີ​ອາ​ກາດ​ ອົບ​ອຸ່ນ​ຕະ​ຫລອດ​ປີ ເປັນ​ບ່ອນທີ່​ຄົ​ນ​ມັກ​ໄປ​ຜັກ​ຜ່ອນ ​ບຳ​ນານ ແລະເໝາະ​ສົມ​ແກ່​ຜູ້​ທີ່​ມັກປູກ​ຝັງພຶດ​ຕ່າງໆຈາກເຂດ​ຮ້ອນ. ​ແຕ່​ວ່າ ລັດ​ຟ​ຣໍ​ລິ​ດາ ຕ້ອງ​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ​ໃນ​ແຕ່​ລະ​ປີ​ນັ້ນ​ກໍ​ຄື ເຮີ​ລິ​ເຄນ ທີ່​ເປັນພາ​ຍຸຮ້າຍ​ແຮງ ເລີ້ມຈາກເດືອນ​ມິ​ຖຸ​ນາ ຫາ​ເດືອນ​ພະ​ຈິກ. ​ຄວາມ​ແຮງ​ຂອງ​ເຮີ​ຣິ​ເຄນ​ມີ​ຢູ່​ຫ້າ​ລະ​ດັບ ເລີ້ມ​ຈາກ​ລະດັບ​ທີ​ສອງ ​ຄື:

ລະ​ດັບສອງ ມີ​ລົມ​ແຮງ​ຈາກ 96 ​ຫາ 110 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ

ລະ​ດັບ​ສາມ ມີ​ລົ​ມ​ແຮງ​ຈາກ 111 ຫາ 129 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ

ລະ​ດັບສີ່ ມີ​ລົມ​ແຮງ​ຈາກ 130 ​ຫາ 156 ກິໂລ​ແມັດ ຕໍ່​ຊົ່ວ​ໂມງ ແລະ

ລະ​ດັບຫ້າ ມີ​ລົມ​ແຮງ​ຈາກ 157 ກິ​ໂລ​ແມັດ ຂຶ້ນ​ໄປ.

ເພາະ​ສະ​ນັ້ນ ລັດ​ຖະ​ບານ​ລັດຟ​ລໍ​ຣິ​ດາ ​ຈຶ່ງມີ​ກົດລະ​ບຽບ​ອອກ​ມາ​ໃຊ້​ທຸກໆຫ້າ​ປີ ເພື່ອຄວບ​ຄຸມການປຸກ​ສ້າງ​ເຄ​ຫ​ະ​ສະ​ຖານ ໃຫ້​ສາ​ມາດຕ້ານ​ທານ​ກັບ​ຄວາມ​ແຮງ​ຂອງ​ລົມໄດ້​ເທົ່າ​ທີ່​ຄວນ.

ທ່ານ​ສົມ​ເດດ ອິນ​ທະ​ລັງ​ສີ ນັກ​ວິ​ສະ​ວະ​ກອນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຜູ້ອອກ​ແບບ​ການກໍ່ສ້າງ​ເຄ​ຫາ​ສະ​ຖານ​ຕ່າ​ງໆ ແລະ​ເຈົ້າຂອງ​ບໍ​ລິ​ສັດ CSJM Architechs, Inc ​ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ ໄດ້ກ່າວກ່ຽວ​ກັບ​ກົດເກນ ແລະລະ​ບຽບ​ການ​ປຸກ​ສ້າງ​ເຄ​ຫະສະ​ຖານ​ຕ່າງໆ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລັດ​ຟ​ຣໍ​ລິ​ດາ ​ຕັ້ງ​ຢູ່​ພາ​ກໃຕ້​ສຸດ​ໄປ​ທາງ​ທິ​ດ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ ​ມີ​ແຜ່ນ​ດິນຍື່ນອອກ​ໄປສູ່​ມະ​ຫາ​ສະ​ມຸ​ດອັດ​ແລນ​ຕິກ ສຸດ​ຢູ່​ເມືອງ​ຄີ​ ແວັ​ສ (Key West) ເປັນບ່ອນ​ທ່ອງ​ທ່ຽວທີ່​ສວຍງ​າ​ມ ​ລາ​ຄາແພງ ຫລຽວເຫັນ​ຕາ​ເວັນ​ຕົກຢູ່​ສຸດ​ຂອບ​ຟ້າ​ຂອງມະ​ຫາ​ສະ​ໜຸດໃນ​ຍາມ​ຕອນແລງ. ການ​ປຸກ​ສ້າງເຄ​ຫາ​ສະ​ຖານ​ຢູ່ສະ​ຖານ​ທີ່ແຫ່ງ​ນີ້​ເຄັ່ງ​ຂັດ​ກວ່າ​ເຂດ​ອື່ນໆ ​ຄື​ຫລັງ​ຄາ​ເຮືອນ​ຊານຕ້ອງໄດ້ໃຊ້ເຫລັກ ແລະ​ມີຮ່າງ​ເຮືອນ​ທີ່ໜາແໜ້ນ ​ເພາະ​ເປັນ​ທາງ​ຜ່ານ​ຂອງ​ເຮີ​ຣິ​ເຄນ ຢູ່​ເປັນ​ປະ​ຈຳ ​ຊຶ່ງ​ທ່ານ​ສົມ​ເດດ ໄດ້​ອະ​ທິ​ບາຍຕໍ່​ໄປ​ວ່າ​:

ທ່ານ​ສົມ​ເດດ ສຳ​ເລັດປະ​ລິນ​ຍາ​ໂທ ​ຝ່າຍ​ວິ​ສະ​ວະ​ກອນ​ຈາກມະ​ຫາ​ວິ​ທະ​ຍາ​ໄລ South Florida ທ່ານໄດ້​ກອບ​ວິ​ຊາ​ອາ​ຊີບ ເຮັດ​ທຸ​ລະ​ກິດກໍ່​ສ້າງ​ເຄ​ຫາ​ສະ​ຖານ​ມາ​ແຕ່​ຊຸມ​ປີ 1990 ແລະ​ມີ​ພະ​ນັກ​ງານ​ຫ​ບາຍ​ສິ​ບຄົນ ແລະ​ສ້າງ​ລາຍ​ໄດ້​ດີ​ເປັນ​ພິ​ເສດ. ທ່ານ​ສົມ​ເດດ ໄດ້​ກ່າວ​ມ້ວນ​ທ້າຍ​ເຖິງ​ປະ​ສົບ​ການກ່ຽວ​ກັບ​ຄວາມ​ຫາຍ​ຍະ​ນະຂອງ​ເຮີ​ຣິ​ເຄນ ​ສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້:

ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ​ນີ້ ພາກ​ສ່ວນ​ຂອງລັດ​ຟ​ລໍ​ຣິ​ດາ ໄດ້​ປະ​ສົບ​ກັບ​ຄວາມ​ຫາຍຍະ​ນະທີ່​ຮ້າງ​ແຮງຈາກ​ເຮີ​ຣິ​ເຄນ ອາຍ​ອັນ (Ian) ແລະ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໄວ້​ໃຫ້​ປະ​ມາ​ນ 53 ​ພັນ​ລ້ານ ຫາ 74 ພັນ​ລ້ານ​ໂດ​ລາ. ​ທ່ານ​ສົມ​ເດດກ່າວ ​ວ່າໃນ​ແຕ່​ລະ​ປີ ລັດ​ຟ​ລໍ​ຣິ​ດາ​ ຈະ​ປາດ​ສະ​ຈາກ​ເຮ​ຣິ​ເຄນ​ບໍ່​ໄດ້ ເພາະ​ສະ​ນັ້ນ​ການດຳ​ລົງ​ຊີ​ວິດ​ຈະ​ຕ້ອງດຳ​ເນີນຕໍ່​ໄປ.

XS
SM
MD
LG