ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫລາຍມູມມອງຕ່າງກັນໃນການຊື້ຂາຍສະກຸນເງິນດິຈິຕອລໃນລາວ


ເຊີນ​ຊົມ ວີ​ດີ​ໂອ ຈາກ ສ​ປ​ປ ລາວ
please wait

No media source currently available

0:00 0:02:47 0:00

ເຊີນ​ຊົມ ວີ​ດີ​ໂອ ຈາກ ສ​ປ​ປ ລາວ

ຫລັງຈາກການລະບາດຂອງພະຍາດ Covid 19 ເລີ້ມຜ່ອນຄາຍຄວາມຮ້າຍແຮງລົງແດ່ແລ້ວ ສົງຄາມຢູເຄຣນກໍຕາມມາ ຊຶ່ງໄດ້ເຮັດໃຫ້ສິນຄ້າຂຶ້ນລາຄາແລະໄພເງິນເຟີ້ໃນລາວທີ່ສູງຢູ່ແລ້ວ ຍິ່ງສູງຂຶ້ນນັບມື້. ສະພາບການ ນີ້ເຮັດໃຫ້ຄົນລາວຫລາຍຄົນ ຫັນໄປຊອກຫາແຫລ່ງລາຍຮັບຈາກການຊື້ຂາຍສະກຸນເງິນດີຈິຕອລ ຊຶ່ງເປັນທາງເລືອກໃໝ່ ທີ່ນໍາເອົາຄວາມກະຕືລືລົ້ນວ່າຈະມີລາຍຮັບສູງ ມາໃຫ້ ຂະນະທີ່ຫລາຍຄົນກໍຍັງມີຄວາມກັງວົນວ່າການຊື້ຂາຍເງິນຕຣາທີ່ເໝືອນຈິງ ແບບນີ້ ເປັນການສ່ຽງຈົນເກີນໄປ ຊຶ່ງ ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ເສດຖະກິດຂອງລາວທີ່ບອບບາງຢູ່ແລ້ວນັ້ນ ເມື່ອຖືກກະທົບໂດຍການລະບາດ ຂອງພະຍາດໂຄວິດ-19 ຢູ່ທົ່ວ
ໂລກ ແລະຕາມມາດ້ວຍສົງຄາມໃນຢູເຄຣນ ກໍຍິ່ງມີ​ຄວາມ​ຮ້າຍ​ແຮງໜັກຂຶ້ນໄປອີກແລະເຮັດໃຫ້ການດໍາເນີນທຸລະກິດໃນລາວ ນັບມື້ ຝືດເຄືອງຂຶ້ນ. ສະນັ້ນຫລາຍຄົນໄດ້ຫັນໄປລົງທຶນ ຊື້-ຂາຍສະກຸນເງິນດີຈິຕອລ. ຍິ່ງທາງ
ການລາວໄດ້ອະນຸມັດໃຫ້ຊື້ ຂາຍເງິນປະເພດນີ້ ເປັນການທົດລອງ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ ກໍຍິ່ງດຶງດູດຄວາມສົນໃຈຈາກຜູ້ທີ່ຫາທາງເກງກໍາໄລ ຈາກການຂາຍເງິນຕາເໝືອນຈິງທີ່ວ່ານີ້ ທາງອອນໄລນ໌ຫລາຍຂຶ້ນ. ແຕ່ວ່າ ການເຮັດທຸລະກິດດັ່ງກ່າວນີ້ ບາງຄົນກໍເຫັນວ່າ ມັນອາດຈະບໍ່ໄດ້ຮັບຜົນກໍາໄລ ດັ່ງທີ່ຄາດຄິດເອົາໄວ້ ສະເໝີໄປ. ເຈົ້າໜ້າທີ່ອະ​ວຸໂສ ໃນທະນາ ຄານແຫ່ງຊາດລາວທ່ານນຶ່ງ ໃຫ້ຄໍາຄິດເຫັນວ່າ:

“ເຂົາກະເລີ້ມເຄື່ອນໄຫວ ໂອ້ຍໃຜຊິເຮັດທຸລະກິດອັນນີ້ໜີ້ ເສຍຄ່າທໍານຽມຫລາຍເຕີບເດີ, ມັນຊິກຸ້ມຄ່າບໍ່? ໄປເຮັດແລ້ວມັນຊິໄດ້ຊໍ່າໃດ ເພາະວ່າເຮົາກະຖາມຫລາຍບ່ອນສອງສາມເຈົ້າ ມັນກະວ່າຂະໜາດຄ່າໄຟຍັງບໍ່ຢາກກຸ້ມປານໃດ ໄປຂູດເງິນດີຈິຕອລໜີ້ ແຕ່ເຂົາກະເຮີ່ກັນ ແບບຕະຫລາດຮຸ້ນທໍາອິດຫັ້ນຫລະ ເບິ່ງເຂົາກະອອກກົດໝາຍ ຮັດກຸມຢູ່ ທະບຽນເຂົາກະບອກວ່າ ຕ້ອງມີເງິນເທົ້ານັ້ນເທົ້ານີ້ ຜູ້ໃດຊິລົງທຶນ ກະມີຄວາມສ່ຽງຫັ້ນແຫລະ”

ສະກຸນເງິນດີຈິຕອລ ຫລື Cryptocurrency ຊຶ່ງເປັນສະກຸນເງິນທີ່ບໍ່ສາມາດຈັບຕ້ອງໄດ້ ໂດຍໃຊ້ພຽງການເຂົ້າຄົ້ນຫາລະຫັດເທົ່ານັ້ນ. ເງິນດີຈິຕອລຕ່າງໆ ເຊັ່ນບິດຄອຍ (bitcoin) ແລະ(Forex) ແມ່ນບໍ່ມີການຄວບຄຸມໂດຍທະນາຄານກາງ ຂອງປະເທດໃດ. ມັນຖືກສ້າງຂຶ້ນໃນປີ 2008 ໂດຍຄົນກຸ່ມນຶ່ງທີ່ບໍ່ຮູ້ວ່າແມ່ນໃຜ ແຕ່ໃສ່ຊື່ວ່າ ຊາໂຕຊິ ນະຄາໂມໂຕະ (Satoshi Nakamoto) ອີງ ຕາມເວັບໄຊທ໌ ທີ່ເປັນສາງຂໍ້ມູນທາງອອນລາຍ Wikipedia. ສະນັ້ນ ມັນຈຶ່ງເຮັດໃຫ້ນັກລົງທຶນບາງຄົນ ບໍ່ມີຄວາມໝັ້ນໃຈວ່າຕໍ່ການລົງທຶນໃນການຊື້-ຂາຍ ສະກຸນເງິນປະເພດນີ້ ເຖິງແມ່ນລັດຖະບານລາວໄດ້ອອກລະະບຽບການ ບາງຢ່າງມາຄຸ້ມຄອງການດໍາເນີນທຸລະກິດນີ້ ແລ້ວກໍຕາມ ດັ່ງທີ່ນັກທຸລະກິດທ່ານນຶ່ງ ເລົ່າຈາກປະສົບການຕົວຈິງຂອງຕົນເອງສູ່ຟັງວ່າ :

“ເປັນບິກຄອຍເຂົ້າມາໃຫ້ ເປັນບັນຊີເຂົ້າມາໃຫ້ຕົວຢ່າງ ລາຄາຂຶ້ນມັນລະ ມັນກະເປັນລະບົບໜະ, ຄຸ້ມຄອງລະບົບໃຫ້ພວກນີ້ ແຕ່ຄວາມສ່ຽງກະຄືວ່າ ມັນອີງຕາມລາຄາຕະຫລາດ ບໍ່ມີຫຍັງຄໍ້າປະກັນໂຕນີ້ ຄວາມໝາຍກໍຄືວ່າ ເວລາເຈົ້າລົງທຶນໄປປຶບ ຖ້າວ່າຢູ່ຕ່າງປະເທດເນາະ ມີນັກການເງິນຫລືວ່ານັກອີຫຍັງດັງໆ ມາເວົ້າ “ໂອ້ຍມັນບໍ່ມີຄວາມໜ້າເຊື່ອຖືນະໜີ້ ລາຄາລົງວູບ ບໍ່ມີຫຍັງຄໍ້າປະກັນໄດເງິນເຫລືອສູນກະມີ ຈາກລາຄາໜີ້ກະຕົກ ຫວ່າງນຶ່ງນີ້ເດ ຊ່ວງລາຄາມັນລົງເຈັບຫລາຍໄດ໋ ຫາກະເລີ້ມຂຶ້ນມາຫນ້ອຍນຶ່ງ ພວກພົງຊັບອີ່ຫຍັງກະຕາຍແຫລະ ບໍ່ມີຫຍັງຄໍ້າປະກັນ ບໍ່ມີການວິເຄາະຫຍັງໄດ້ ມີແຕ່ວ່າ ມີການເຊື່ອຖືຊື່ໆ.”

ເມື່ອຖາມເຖິງເລື້ອງຄວາມສ່ຽງນັ້ນ ຜູ້ກ່ຽວບອກວ່າ ມີຫລາຍສຸດຂີດເລີຍ. ແຕ່ເນື່ອງຈາກວ່າເງິນດີຈິຕອລ ທີ່ເປັນເງິນຕາທີ່ເໝືອນຈິງທີ່ຊື້-ຂາຍກັນທາງອອນລາຍນີ້ ສາມາດເອົາໄປໃຊ້ຢູ່ບ່ອນໃດກໍໄດ້ໃນໂລກ ແລະກໍສາມາດກວດສອບ ໄດ້ວ່າ ເປັນຂອງໃຜມັນຈຶ່ງເຮັດໃຫ້ເປັນທີ່ດຶງດູໃຈຂອງນັກລົງທຶນຊື້-ຂາຍສະກຸນເງິນປະເພດນີ້.

ແຕ່ຢ່າງໃດກໍຕາມການແລກປ່ຽນຊື້-ຂາຍສະກຸນເງິນປະເພດນີ້ ກໍກໍາລັງໄດ້ຮັບ ຄວາມສົນໃຈຫລາຍຂຶ້ນ ໃນກຸ່ມທຸລະກິດບາງກຸ່ມໃນລາວ ແລະປາກົດວ່າມີຄົນ ໄດ້ເລີ້ມຊື້ຂາຍເງິນປະເພດນີ້ມາໄດ້ສອງປີກວ່າແລ້ວ ອີງຕາມນັກເທຣດຄົນລາວ ທ່ານນຶ່ງ ທີ່ໄດ້ມີການຮັບຮູ້ຊື້ຂາຍເງິນດິ ຈິຕອລນີ້ ມາໄດ້ຫລາຍປີແລ້ວ. ທ່ານບອກວ່າ:

“ເອີມັນກະເປັນເງິນທໍາກໍາໄລຮູບແບບໃໝ່ ແຕ່ວ່າທຸກຢ່າງມັນກະມີຄວາມສ່ຽງໝົດຫັ້ນແຫລະການລົງທຶນຖ້າ
ຢາກໄດ້ເຮົາກະຍອມຮັບໄດ້ ຄືບາງຄົນນີ້ຢາກໄດ້ມີແຕ່ຄວາມຢາກຊື່ໆ ເອີກະຮູ້ຫັ້ນແຫລະກະຮູ້ຜູ້ກໍ່ຕັ້ງເວບເອກ
ເພ໊ກ ຢູ່ບ້ານເຮົາຫາກະເປີດຕົວໃໝ່ໆ ເປັນທິມງານຂອງນ້ອງຫັ້ນແຫລະ”.

ສ່ວນທາງລັດຖະບານລາວ ທີ່ກໍາລັງມີພາລະໜີ້ສາທາລະນະສູງນັ້ນ ແລະກໍມີ ຄວາມສາມາດບົ່ມຊ້ອນໃນການຜະລິດພະລັງງານໄຟຟ້າ ເພື່ອໃຊ້ໃນການຂຸດ ຄົ້ນເງິນດີຈິຕອລນີ້ ມີຄວາມຄາດຫວັງສູງວ່າ ຈະສາມາດເກັບລາຍຮັບ ຈາກ ການອະນຸຍາດ ໃຫ້ຄົນໃນປະເທດຊື້-ຂາຍສະກຸນເງິນປະເພດນີ້ ກໍໄດ້ມີຄໍາສັ່ງ ເລກທີ 1074/ ຫສນຍ ເຫັນດີໃຫ້ທົດລອງສ້າງຕັ້ງຕະຫລາດ ຊື້-ຂາຍຊັບສິນດິຈິຕອລ ໂດຍໃຫ້ 6 ບໍລິສັດໃນລາວ ເຮັດທຸລະກິດປະ
ເພດນີ້ກ່ອນ.

ສະຫລຸບແລ້ວໄພເງິນເພີ້ທີ່ເປັນໄພຄຸກຄາມເສດຖະກິດເຮັດໃຫ້ລັດຖະະບານ ກໍ ຄືນັກທຸລະກິດລາວພາກັນດີ້ນຮົນຊອກຫາແຫລ່ງລາຍຮັບຈາກການຊື້ຂາຍ ສະ ກຸນເງິນດີຈິຕອລທີ່ຄິດວ່າຈະເປັນທາງເລືອກທີ່ດີ ຂະນະທີ່ຫລາຍພາກສ່ວນກໍຍັງມີຄວາມກັງວົນກ່ຽວກັບຄວາມສ່ຽງທີ່ຈະສູນເສຍເງິນຈາກຂະບວນການຊື້ຂາຍສະ ກຸນເງິນທີ່ເໝືອນຈິງນີ້ຢູ່.

XS
SM
MD
LG